ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບ້ານ​ນາ​ຜາ​ສຸກ - ດາຣາ​ເພັດ


ດາຣາ​ເພັດ
ດາຣາ​ເພັດ

ສະບາຍດີແລະ​ຍິນ​ດີ ຕ້ອນຮັບ​ທຸກໆທ່ານ​ເຂົ້າ​ສູ່​ບັນຍາກາດ​ສະບາຍ​ໆ ຟັງ​ເພງ​ລາວ ຕາມ​ຄໍາ​ຂໍ​ທີ່​ມ່ວນໆ​ໃນ​ຄໍ່າ​ຄືນ​ວັນ​ອາທິດມື້​ນີ້ ຊຶ່ງ​ເພງ ບ້ານ​ນາ​ຜາ​ສຸກ ທີ່​ຂັບ​ຮ້ອງ​ໂດຍ ດາຣາ​ເພັດ ນີ້ ຈັດ​ໃຫ້​ເຈົ້າ​ໜ້າ​ທີ່​ສຶກສາ​ທິການ​ແຂວງ​ຫຼວງ​ພະ​ບາງ ສປປລາວ ທ່ານ ບຸນ​ຄົງ ພັນ​ສະຫວ່າງ ທີ່​ຂຽນ​ເຂົ້າ​ມາ​ທາງ FB ວ່າ ຕິດຕາມ​ຮັບ​ຟັງ VOA ມາ​ໂດຍ​ຕະຫຼອດ ວັນນະ​ສອນ ຈຶ່ງ​ຂໍ​ຈັດ​ເພງ​ອະມະຕະ​ຂອງ​ລາວ​ໃນ​ອະດີດ​ໃຫ້​ຟັງ ​ແລະ​ຄິດ​ວ່າ​ຫຼາ​ຍໆທ່ານ​ຄົງ​ຈະ​ເຫັນ​ພ້ອມ ທີ່​ວ່າ ພໍໄດ້ຟັງ​ເພງ​ນີ້​ແລ້ວ ພາ​ໃຫ້​ຄິດ​ເຖິງ​ອະດີດ​ທີ່​ປະທັບ​ໃຈ ຊຶ່ງ​ເພງ​ຕົ້ນ​ສະບັບ​ນັ້ນ​ແມ່ນ​ຂອງ​ສິນລະປິນ​ຮຸ່ນ​ອາວຸ​ໂສ ມະນີ​ວັນ ສຸວັນນະ​ວົງ ​ແລະ​ປະພັນ​ໂດຍ ອາຈານ ສ. ​ແສງ​ສິຣິວັນ ຂໍ​ເຊີນ​ໄປ​ຟັງ​ເພງ​ມ່ວນໆ ພ້ອມໆ​ກັນ​ເລີຍ.

​ສ່ວນ​ເພງ​ທີ່​ສອງ​ນີ້ ​ເປັນ​ເພງ​ມ່ວນໆ ທີ່ໂດ່​ງດັງ​ຈົນ​ເຮັດ​ໃຫ້​ຫຼາຍໆ​ສິນລະປິນ​ລາວ ທັງ​ໃນ​ແລະ​ນອກ ນຳ​ມາ​ຂັບ​ຮ້ອງ​ໃໝ່​ ຂໍ​ເຊີນ​ໄປ​ຟັງ​ເພງ ​ຮັກ​ເຄິ່ງທາງ ຂອງ​ສິນລະປິນສາວ ຈາກ ສປປ ລາວ ຕຸກ​ຕາ ສຸກ​ສະຫວັດ ຊຶ່ງ​ເພງຕົ້ນ​ສະບັບ​ເປັນ​ຂອງ​ສິນລະປິນ​ຊາຍອະນຸ​ໂລມ ອະນຸ​ລັກ ຈາກ​ລັດ Nevada ​ແລະ​ຫວັງ​ວ່າ​ເພງ​ນີ້ ຄົງ​ຈະ​ບໍ່​ເປັນ​ພຽງ​ຮັກ​ເຄິ່ງທາງ​ສຳ​ຫຼັບ​ ທ່ານ​ຜູ້​ຟັງ…ຂໍ​ໃຫ້​ປະສົບ​ແຕ່​ຄວາມ​ຮັກ​ທີ່​ງອກ​ງາມ ​ແລະ​ສົມ​ຫວັງ​ທຸກໆ​ທ່ານ.

ວັນນະ​ສອນ ຕ້ອງ​ຂໍ​ຕາງໜ້າ​ຄະນະ VOA ທັງ​ໝົດ ຂອບ​ໃຈ​ບັນດາ ແຟນລາຍການ​ວິທະຍຸ VOA ພະ​ແນ​ກພາສາລາວ ມາ​ໂດຍ​ຕະຫຼອດ ບໍ່​ວ່າ​ຈະ​ຮັບ​ຟັງ​ສົດ ຫຼື​ຜ່ານ​ທາງ website ຫຼື Facebook Live ກໍ​ຕາມ ຊ່ວງ​ນີ້ ທາງ​ເຮົາ ກໍ​ພະຍາຍາມ​ນຳ​ສະ​ເໜີ ການ​ອອກ​ອາກາດ​ສົດ ຜ່ານ​ທາງ Facebook 2 ມື້ ຕໍ່​ສັບປະດາ ກໍ​ໄດ້​ມີ​ຫຼາຍ​ທ່ານ​ເຂົ້າ​ມາ​ຊົມ​ສົດ​ໆ ​ແລະ​ອີກ​ຄັ້ງ​ນຶ່ງ​ໃນ​ການ​ຂຽນ​ຂໍ້ຄວາມ ຕິ​ຊົມ​ຕ່າງໆ...ທາງ​ເຮົາ ກໍ​ຈະ​ພະຍາຍາມ​ປັບປຸງ ​ແລະ​ນຳ​ອອກ​ອາກາດ​ສົດ ຫຼາຍ​ຂຶ້ນ​ເລື້ອຍໆ...ຈຶ່ງ​ຂໍ​ມອບ​ຂັບ​ລຳ​ລາວ​ມ່ວນໆ​ນີ້ ​ໃຫ້​ຟັງ ​ແທນ​ຄຳ​ຂອບ​ໃຈ...​ເອົາ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ...ລຳມະຫາ​ໄຊ...ສາວ​ຜູ້​ໄທ​ຍັງ​ຄອຍ ທີ່​ລຳ​ໂດຍ​ຄຳ​ປຸ່ນ.

XS
SM
MD
LG