ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຂໍຂະມາໂທດ ຕໍ່ປະທານ ອົງການ MSF ກ່ຽວກັບການໂຈມຕີ ໃນອັຟການິສຖານ


Afghanistan Kunduz
please wait
Embed

No media source currently available

0:00 0:01:28 0:00

ປະທານາທິບໍດີສະຫະລັດ ທ່ານ Barrack Obama ໄດ້ກ່າວ
ຂໍຂະມາ ຕໍ່ອົງການແພດບໍ່ມີພົມແດນ ໃນການທີ່ສະຫະລັດ ໄດ້ຖິ້ມລະເບີດໃສ່ໂຮງພະຍາບານຂອງອົງການດັ່ງກ່າວ ທີ່ໄດ້
ສັງຫານ 22 ຄົນ ໃນສັບປະດາແລ້ວນີ້ ທີ່ເມືອງ Kunduz
ໃນອັຟການິສຖານ.

ໂຄສົກທຳນຽບຂາວ ທ່ານ Josh Earnest ໄດ້ກ່າວວ່າ ທ່ານໂອ
ບາມາ ໄດ້ໂທລະສັບໄປຫາ ດຣ. Joanne Liu ປະທານຂອງ
ອົງການແພດບໍ່ມີພົມແດນ ເພື່ອ “ຂໍອະໄພໂທດ ແລະສະແດງ
ຄວາມເສົ້າສະລົດໃຈ

ທ່ານ Earnest ໄດ້ກ່າວວ່າ: “ໃນກໍລະນີນີ້ ມັນແມ່ນຄວາມຜິດພາດ ແລະມັນເປັນນຶ່ງ
ໃນສິ່ງທີ່ສະຫະລັດຈະໃຫ້ຄວາມກະຈ່າງແຈ້ງ
ແລະເວົ້າວ່າ ທ່ານໂອບາມາ ມີຄວາມກະຕື
ລືລົ້ນ ຢາກສືບສວນ ເພື່ອທີ່ໃຫ້ຮູ້ເຖິງເລື້ອງທີ່ເກີດຂຶ້ນທັງໝົດ.”

ໃນຖະແຫຼງການທີ່ໄດ້ນຳອອກເຜີຍແຜ່ ໃນຕອນບ່າຍວັນພຸດວານນີ້ ທ່ານນາງ Liu ຍອມ
ຮັບວ່າ ໄດ້ຮັບໂທລະສັບຈາກທ່ານໂອບາມາ ແຕ່ໄດ້ກ່າວຍ້ຳເຖິງການຮຽກຮ້ອງກ່ອນໜ້ານີ້
ທີ່ຢາກໃຫ້ຄະນະສືບສວນທີ່ເປັນອິດສະຫລະ ທຳການສືບສວນ ພາຍໃຕ້ກົດລະບຽບ ຂອງ
ສົນທິສັນຍາເຈນີວາ, ຊຶ່ງທ່ານນາງກ່າວວ່າ“ເພື່ອໃຫ້ຮູ້ວ່າແມ່ນຫຍັງໄດ້ເກີດຂຶ້ນ ທີ່ເມືອງ Kunduz ໃນອັຟການິສຖານ ແມ່ນເກີດຂຶ້ນໄດ້ແນວໃດ ແລະເປັນຫຍັງຈຶ່ງເກີດຂຶ້ນ.”

ສົນທິສັນຍຍາເຈ​ນີວາ ​ແມ່ນສົນທິສັນຍາແລະລະບຽບການທູດ​ສາກົນ ທີ່ຄຸ້ມຄອງໃນ​ການ​ປະຕິບັດ​ງານຢູ່ໃນເຂດທີ່ມີການຂັດ​ແຍ້ງດ້ານ​ອາວຸດ ​ແລະ​ແນ​ໃສ່​ເພື່ອປົກ​ປ້ອງປະຊາ​ຊົນ
ທີ່ບໍ່ໄດ້ເຂົ້າຮ່ວມໃນບັນຫາຂັດແຍ້ງ ແລະພວກທີ່ໄດ້ຢຸດເຊົາການເຂົ້າຮ່ວມແລ້ວນັ້ນ ຕົກຢູ່
ໃນອັນຕະລາຍ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ ທ່ານ​ນາງ ສົນທະ​ນາ​ກັບ ປະທານາທິບໍດີ Obama ທ່ານ​ນາງ
Liu ກ່າວ​ວ່າ ອົງການ​ທີ່​ມີ​ຊື່​ຫຍໍ້​ໃນ​ພາສາ​ຝຣັ່ງ MSF ບໍ່​ສາມາດກາງຕໍ່ອາ​ໄສໃນການ​ສືບ ສວນພາຍໃນ ທີ່ດຳເນີນການ​ໂດຍສະຫະລັດ ອັຟກາ​ນິສຖານ ​ແລະອົງການ NATO.

ອົງການ MSF ​ໄດ້​ສະ​ເໜີແນະ​ວ່າ ການ​ຖີ້​ມລະ​ເບີດ​ໂຈມຕີນີ້ ອາດ​ພິຈາລະນາ​ວ່າ ​ເປັນອາດ​ຊະ​ຍາ​ກຳ​ສົງຄາມ ​ແຕ່ໂຄສົກທຳ​ນຽບຂາວ ທ່ານ Earnest ກ່າວ​ວ່າ ບໍ່​ມີ​ຜູ້ໃດ​ສະ​ເໜີ​ຫລັກ​
ຖານໃດໆວ່າ ​ມັນບໍ່ແມ່ນຫຍັງຫລາຍໄປກວ່ານັ້ນ ແຕ່​ເປັນ​ຄວາມ​ຜິດ​ພາດທີ່​ຮ້າຍ​ແຮງແລະ
ໜ້າເສົ້າສະຫລົດໃຈ.

Obama Apologizes to MSF for Kunduz Bombing
please wait

No media source currently available

0:00 0:01:55 0:00

XS
SM
MD
LG