ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍານາງວີນາ ສະຫວັນ ຫົວໜ້າຫ້ອງການ YMCA ປະຈຳເມືອງລາວານ ປະເທດການາດາ


ຍານາງວີນາ ສະຫວັນ ຫົວໜ້າຫ້ອງການ YMCA ໃນ​ເຂດທ້ອງຖິ່ນ ເມືອງລາວານ ປະເທດການາດາ.
ຍານາງວີນາ ສະຫວັນ ຫົວໜ້າຫ້ອງການ YMCA ໃນ​ເຂດທ້ອງຖິ່ນ ເມືອງລາວານ ປະເທດການາດາ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ​ໃນ​ຕ່າງ​ແດນ ຂອງວີໂອເອ
ປະຈຳວັນພະຫັດມື້ນີ້ ເຮົາຈະພາທ່ານ ໄປພົບກັບ ຍານາງວີນາ ສະຫວັນ ຫົວໜ້າຫ້ອງ
ການ YMCA ປະຈຳເຂດທ້ອງຖິ່ນ ທີ່ເມືອງ ລາວານ ປະເທດ ການາດາ. ອົງການ
YMCA ຊຶ່ງມີສາຂາ ຢູ່ໃນ 120 ປະເທດທົ່ວໂລກ ເປັນອົງການ ທີ່ບໍ່ຫວັງຜົນກຳໄລ ແລະ
ມີຈຸດປະສົງຊ່ວຍເຫຼືອປະຊາຄົມໂດຍທົ່ວໄປ. ໜ້າທີ່ຄວາມຮັບຜິດຊອບຂອງຍານາງວີນາ
ສະຫວັນ ມີຫຍັງແດ່ນັ້ນ ກິ່ງສະຫວັນ ຈະນຳເອົາການສຳພາດ ມາສະເໜີທ່ານ ໃນອັນ
ດັບຕໍ່ໄປ.

ຍານາງວີນາ ສະຫວັນ ເກີດຢູ່ບ້ານທາດຂາວ ນະຄອນຫລວງວຽງຈັນ ເດີນທາງເຂົ້າມາ
ຕັ້ງຖິ່ນຖານກັບຄອບຄົວ ຢູ່ເຂດນະຄອນມົງເຣອານ ປະເທດ ການາດາ ໃນປີ 1979.
ຍານາງວີນາສຳເລັດປະລິນຍາຕີຝ່າຍຈິດຕະວິທະຍາ ຈາກມະຫາວິທະຍາໄລເກເບັກ ໃນ
ປີ 1993 ແລະໄດ້ເລີ້ມເຮັດວຽກຢູ່ສູນກາງ ຕ້ອນຮັບຄົນເຂົ້າເມືອງໃໝ່ ຢູ່ເມືອງລາວານ.
ຍານາງວີນາ ໄດ້ຮຽນຕໍ່ກ່ຽວກັບ ດ້ານຈິດຕະວິທະຍາປ້ອງກັນ ຫຼື psychology
prevention ເພື່ອຊ່ວຍໃນໜ້າ ທີ່ວຽກງານ ໃຫ້ແກ່ບັນດາຄົນເຂົ້າເມືອງທີ່ມາຕັ້ງຖິ່ນຖານ
ໃໝ່ ໂດຍສະເພາະໃຫ້ ການອົບຮົມແນະນຳ ເພື່ອໃຫ້ລຶ້ງເຄີຍກັບປະເພນີ ສັງຄົມສິ່ງແວດ
ລ້ອມໃໝ່.

​ນັບ​ແຕ່ປີ 2003 ມາຈົນເຖິງເທົ້າປັດຈຸບັນ ຍານາງວີນາ ໄດ້ເຮັດວຽກໃຫ້ແກ່ອົງ ການ
YMCA (Young Men Christian Association) ຊຶ່ງເປັນອົງການ ຊ່ວຍເຫຼືອສັງຄົມ
ທີ່ບໍ່ຫວັງຜົນກຳໄລ ຕັ້ງຂຶ້ນມາໃນປີ 1844 ຢູ່ປະເທດອັງກິດ. ປັດຈຸບັນນີ້ YMCA ມີສາຂາ
ຢູ່ 120 ປະເທດທົ່ວໂລກ ໜ້າທີ່ວຽກງານຂອງ ຍານາງວີນາ ກໍຄືເປັນຫົວໜ້າອົງການ
YMCA ປະຈຳເຂດທ້ອງຖິ່ນໃນເມືອງ ລາວານ ຊຶ່ງຍານາງວີນາ ໄດ້ອະທິບາຍສູ່ ວີໂອເອ
ຟັງດັ່ງນີ້

ລິງໂດຍກົງ

ໃນເບື້ອງຕົ້ນ ອົງການ YMCA ໄດ້ຮັບທຶນຈາກບັນດາສະມາຊິກຜູ້ໃຈບຸນເທົ່າ ນັ້ນເພື່ອນຳ
ມາບໍລິຫານໃຫ້ແກ່ພວກຊາຍໜຸ່ມທີ່ທຸກຈົນ ໃຫ້ມີວຽກເຮັດງານທຳ ແລະປ້ອງກັນບັນຫາ
ສັງຄົມຕ່າງໆ. ໃນໄລຍະຕໍ່ມາ ອົງການ YMCA ໄດ້ຂະ ຫຍາຍກິດຈະການບໍລິການອອກ
ໄປຢ່າງກວ້າງຂວາງ ພ້ອມທັງໄດ້ຮັບທຶນສົມທົບຈາກລັດຖະບານທ້ອງຖິ່ນຊຶ່ງ ຍານາງວີນາ ໄດ້ອະທິບາຍສູຟັງດັ່ງນີ້:

ລິງໂດຍກົງ

ອົງການ YMCA ມີຫ້ອງການປົກຄອງ ຢູ່ນະຄອນເຈນີວາ ປະເທດສະວິດເຊີ ແລນ ມີສະ
ມາຊິກຢູ່ 64 ລ້ານຄົນຢູ່ໃນ 120 ປະເທດ ຕັ້ງຂຶ້ນມາໃນປີ 1844 ໂດຍທ່ານຈອຣ໌ຈ ວິລລຽມ (Sir George Williams) ຢູ່ນະຄອນ ລອນດອນ ຊຶ່ງເບື້ອງຕົ້ນ ເປັນສະໂມສອນເຕົ້າໂຮມພວກຊາວໜຸ່ມ. ໃນໄລຍະ 170 ກວ່າ ປີທີ່ຜ່ານມາ ອົງການ YMCA ໄດ້ຮັບການສະໜັບ
ສະໜູນຢ່າງ ກວ້າງຂວາງ ພ້ອມທັງຂະຫຍາຍການບໍລິການຫຼາຍຢ່າງເພື່ອສະໜອງຕອບ
ຄວາມຕ້ອງການ ດ້ານສັງຄົມສົງເຄາະ ຊຶ່ງຍານາງວີນາ ກ່າວມ້ວນທ້າຍຕໍ່ ວີໂອເອ ດັ່ງນີ້:

ລິງໂດຍກົງ

ນັ້ນແມ່ນບົດບາດຂອງຍານາງວີນາ ສະຫວັນ ສະຕີລາວການາດາ ທີ່ໄດ້ຮັບໃຊ້ ປະຊາຄົມ
ໂດຍທົ່ວໄປ ໃນເຂດເມືອງ La Valle ປະເທດການາດາ ມາເປັນ ເວລາກວ່າສອງທົດສະ
ວັດແລ້ວ

XS
SM
MD
LG