ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນງານ ປະທານອົງການກວດສອບແຫ່ງລັດ ໄດ້ຮັບການຍ້ອງຍໍ ຈາກສະມາຊິກສະພາແຫ່ງຊາດລາວ


ທ່ານນາງວຽງທອງ ສີພັນດອນ ປະທານ ອົງການກວດສອບແຫ່ງລັດ ຜູ້ທີ່ເປັນບຸດຕີ ຂອງ
ທ່ານຄຳໄຕ ສີພັນດອນ ອະດີດປະທານ ພັກປະຊາຊົນປະຕິວັດລາວ ແລະ ປະທານປະເທດລາວ.
ທ່ານນາງວຽງທອງ ສີພັນດອນ ປະທານ ອົງການກວດສອບແຫ່ງລັດ ຜູ້ທີ່ເປັນບຸດຕີ ຂອງ ທ່ານຄຳໄຕ ສີພັນດອນ ອະດີດປະທານ ພັກປະຊາຊົນປະຕິວັດລາວ ແລະ ປະທານປະເທດລາວ.

ການປະຕິບັດໜ້າທີ່ຂອງທ່ານນາງວຽງທອງ ສີພັນດອນ ປະທານ
ອົງການກວດສອບແຫ່ງລັດ ໄດ້ຮັບການຍ້ອງຍໍ ຈາກສະມາຊິກ
ສະພາແຫ່ງຊາດລາວ ໃນຖານະທີ່ໄດ້ສະກັດກັ້ນ ການຄໍລັບຊັ້ນ
ຢ່າງຈິງຈັງ.

ເຈົ້າໜ້າທີ່ຂັ້ນສູງໃນສະພາແຫ່ງຊາດລາວເປີດເຜີຍວ່າ ບັນຫາທີ່ປະຊາຊົນລາວ ໃຫ້ຄວາມ
ສົນໃຈຫຼາຍທີ່ສຸດ ໃນການປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດລາວ ທີ່
ດຳເນີນການປະຊຸມໃນລະຫວ່າງວັນທີ່ 9-26 ທັນວາ 2014 ທີ່ຜ່ານມາກໍແມ່ນບັນຫາ
ການສໍ້ລາດບັງຫລວງ ທີ່ເກີດຂຶ້ນຢ່າງກວ້າງຂວາງ ໃນວົງການພັກແລະລັດຖະບານລາວ
ທຸກລະດັບຂັ້ນໃນທົ່ວປະເທດ.

ແຕ່ຢ່າງໃດກໍຕາມ ການປະຊຸມຄັ້ງນີ້ ກໍປາກົດວ່າມີບຸກຄົນສຳຄັນທ່ານໜຶ່ງ ທີ່ໄດ້ຮັບການ
ຊົມເຊີຍ ແລະຍ້ອງຍໍຈາກສະມາຊິກ ສະພາແຫ່ງຊາດລາວ ຢ່າງໂດດເດັ່ນນັ້ນ ກໍແມ່ນ
ທ່ານນາງວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຜູ້ຊຶ່ງເປັນບຸດຕີ ຂອງ
ທ່ານຄຳໄຕ ສີພັນດອນ ອະດີດປະທານພັກປະຊາຊົນປະຕິວັດລາວ ແລະ ປະທານ
ປະເທດລາວ.

ໂດຍສະເພາະແມ່ນການທີ່ ທ່ານນາງວຽງທອງ ໄດ້ເປີດເຜີຍຂໍ້ມູນ ທີ່ກ່ຽວກັບ ກວດພົບ
ການທຸຈະລິດຫຼາຍກວ່າ 324 ຕື້ກີບໃນ 25 ໂຄງການພັດທະນາທີ່ບໍ່ມີຕົວຕົນ ໃນແຂວງ
ອຸດົມໄຊ ແລະກວດພົບການໃຊ້ຈ່າຍງົບປະມານທີ່ເກີນຈິງຫຼາຍກວ່າ 87 ຕື້ກີບໃນ 77
ໂຄງການແລະການກວດພົບວ່າມີເຖິງ 254 ໂຄງການທີ່ດຳເນີນງານບໍ່ສຳເລັດ ຕາມແຜນ
ການ ທັງໆທີ່ໄດ້ໃຊ້ງົບປະມານຫຼາຍກວ່າ 4,300 ຕື້ກີບໄປທັງໝົດນັ້ນ ໄດ້ສະແດງໃຫ້ເຫັນ
ເຖິງການປະຕິບັດໜ້າທີ່ຢ່າງຈິງຈັງຂອງທ່ານນາງ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງພາຍ ໃນສະພາ
ແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

ລາວ ຢູ່ໃນອັນດັບທີ 145 ໃນປີ 2014 ນີ້ ໂດຍໄດ້ຮັບຄວາມໄວ້ວາງໃຈ ຈາກບັນດາ ນັກທຸລະກິດ ຊາວຕ່າງຊາດ ທີ່ລົງທຶນໃນລາວ ໃນລະດັບ 25 ຄະແນນຈາກ 100 ຄະແນນເຕັມ.
ລາວ ຢູ່ໃນອັນດັບທີ 145 ໃນປີ 2014 ນີ້ ໂດຍໄດ້ຮັບຄວາມໄວ້ວາງໃຈ ຈາກບັນດາ ນັກທຸລະກິດ ຊາວຕ່າງຊາດ ທີ່ລົງທຶນໃນລາວ ໃນລະດັບ 25 ຄະແນນຈາກ 100 ຄະແນນເຕັມ.

“ຄວາມຈິງແລ້ວວຽກງານກວດສອບ ກໍເປັນວຽກໜຶ່ງ ທີ່
ປະຈັນບານຕໍ່ກັບເປົ້າໝາຍທີ່ບໍ່ດີ ຈັ່ງຊັ້ນ ມາເຫັນການ
ລາຍງານມື້ນີ້ ຖືວ່າສະມາຊິກສະພາແຫ່ງຊາດນີ້ ກະຫຼາຍ
ທ່ານທີ່ໄດ້ຍ້ອງຍໍຊົມເຊີຍ ອົງການກວດສອບແຫ່ງລັດ
ເພາະວ່າ ພາຍຫລັງທີ່ໄດ້ກວດສອບເຫັນໄດ້ ບັນຫາ
ທີ່ຮ້າຍແຮງເພາະວ່າໃຜໆກະຮູ້ເນາະວ່າ ລາຍຮັບເຮົານັ້ນ
ບໍ່ໄດ້ດີເສດຖະກິດບອບບາງ ຊັບພະຍາກອນທຳມະຊາດ
ສູນເສຍ.”

ທາງດ້ານອົງການເພື່ອຄວາມໂປ່ງໃສສາກົນ (Transparency
International) ທີ່ໄດ້ທຳການສຳຫລວດຄວາມຄິດເຫັນ ຂອງ
ບັນດານັກທຸລະກິດ ກ່ຽວກັບ ສະພາບການສໍ້ລາດບັງຫລວງ ຢູ່
ໃນ 175 ປະເທດທົ່ວໂລກນັ້ນ ໄດ້ຈັດໃຫ້ລາວ ຢູ່ໃນອັນດັບທີ
145 ໃນປີ 2014 ນີ້ ໂດຍໄດ້ຮັບຄວາມໄວ້ວາງໃຈ ຈາກບັນດາ
ນັກທຸລະກິດ ຊາວຕ່າງຊາດ ທີ່ລົງທຶນໃນລາວ ໃນລະດັບ 25
ຄະແນນຈາກ 100 ຄະແນນເຕັມ.

ໂດຍຈາກຄະແນນດັ່ງກ່າວນີ້ ເຖິງແມ່ນວ່າຈະຖືເປັນລະດັບ
ຄວາມໄວ້ວາງໃຈທີ່ດີກວ່າປີ 2012 ທີ່ລາວຖືກຈັດໃຫ້ຢູ່ໃນອັນດັບທີ່ 160 ຊຶ່ງໄດ້ຮັບຄວາມ ໄວ້ວາງໃຈ ຈາກບັນດານັກທຸລະກິດຊາວຕ່າງປະເທດ ທີ່ລົງທຶນໃນລາວ ພຽງແຕ່ 21 ຄະ ແນນເທົ່ານັ້ນກໍຕາມ ຫາກແຕ່ກໍເປັນຖານະທີ່ຕ່ຳລົງເຖິງ 5 ອັນດັບ ເມື່ອທຽບກັບປີ 2013 ຊຶ່ງລາວຢູ່ອັນດັບທີ 140 ແລະໄດ້ຮັບຄວາມໄວ້ວາງໃຈທີ່ລະດັບ 26 ຄະແນນນັ້ນ ກໍໝາຍ ຄວາມວ່າການສໍ້ລາດບັງຫລວງ ໃນລາວມີທ່າອຽງເພີ້ມຂຶ້ນ ໃນສາຍຕາ ຂອງນັກລົງທຶນຕ່າງຊາດນັ້ນເອງ.

ຊຶ່ງສາເຫດທີ່ສຳຄັນປະການໜຶ່ງ ທີ່ເຮັດໃຫ້ລາວໄດ້ຮັບຄວາມໄວ້ວາງໃຈ ໃນລະດັບຕ່ຳ
ລົງນັ້ນ ກໍຍ້ອນວ່າການປາບປາມການສໍ້ລາດບັງຫລວງໃນລາວ ຍັງມີປະສິດທິພາບຕ່ຳ
ໂດຍໄດ້ມີການກວດພົບວ່າ ການປະຕິບັດໜ້າທີ່ ໂດຍບໍ່ສຸດຈະລິດ ຂອງບັນດາພະນັກ
ງານລັດໄດ້ເຮັດໃຫ້ເກີດການເສຍຫາຍ ທາງດ້ານລາຍຮັບງົບປະມານ ຂອງລັດຖະບານ
ລາວຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ທາງດ້ານທ່ານກິແກ້ວ ໄຂຄຳພິທູນ ສະມາຊິກສະພາແຫ່ງຊາດ ຈາກເຂດນະຄອນວຽງຈັນ
ໄດ້ຕັ້ງຂໍ້ສົງໄສວ່າ ສາເຫດທີ່ເຮັດໃຫ້ເກີດການສູນເສຍ ຢ່າງຫລວງຫຼາຍ ຈາກການສໍ້ລາດ
ບັງຫລວງດັ່ງກ່າວ ຍ່ອມຈະຕ້ອງມີການດຳເນີນງານຢ່າງເປັນຂະບວນການ ແລະມີບຸກຄົນ ທີ່ມີອຳນາດຢູ່ເບື້ອງຫລັງຢ່າງແນ່ນອນ.

ຕົວຢ່າງເຊັ່ນການກວດພົບວ່າ ໄດ້ມີການຍັກຍອກເອົາເງິນລັດໄປຫຼາຍກວ່າ 10 ຕື້ກີບ
ຢູ່ໃນບາງແຂວງ ແລະມີພະນັກງານລັດ 50 ກວ່າຄົນທີ່ໄດ້ຮ່ວມກັນກະທຳຄວາມຜິດ
ດັ່ງກ່າວ ແລະທີ່ໜັກໄປກວ່ານັ້ນ ກໍຄືການກວດກາ 104 ເປົ້າໝາຍໃນແຜນການປີ 2012-2013 ທີ່ຜ່ານມາພົບວ່າ ການທຸຈະລິດຂອງບັນດາພະນັກງານລັດນັ້ນ ເຮັດໃຫ້
ເກີດການເສຍຫາຍຫຼາຍກວ່າ 80 ຕື້ກີບ ແລະມີຜູ້ກະທຳຜິດຮ່ວມກັນເຖິງ 472 ຄົນ.

XS
SM
MD
LG