ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອ ລົມກັບ ຍານາງພະນິດາ ແສງສິຣິວັນ ຮອງຫົວໜ້າພະຍາບານ ກ່ຽວກັບປະສົບການ ປິ່ນປົວຄົນປ່ວຍໂຄວິດ-19


ຍານາງ ພະນິດາ ແສງສິຣິວັນ
ຍານາງ ພະນິດາ ແສງສິຣິວັນ

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງວີໂອເອ ໃນແລງວັນພະຫັດມື້ນີ້ ເຮົາຈະພາທ່ານໄປຮູ້ຈັກ ກັບຍານາງພະນິດາ ແສງສິຣິວັນ ຮອງຜູ້ບໍລິຫານ ເຮືອນພັກຄົນຊະລາ ແລະ ຫົວໜ້າພະຍາບານ ຢູ່ໃນລັດອໍເຣກັນ ຕັ້ງຢູ່ທາງພາກຕາເວັນຕົກສຽງເໜືອ ຂອງສະຫະລັດ. ຍານາງພະນິດາ ສຳເລັດ ການສືກສາດ້ານພະຍາບານຢູ່ໃນສະຫະລັດແລະໄດ້ເຮັດວຽກນີ້ມາເປັນເວລາກວ່າ ສາມທົດສະວັດແລ້ວ. ອັນດັບຕໍ່ໄປ ກິ່ງສະຫວັນ ຈະນຳເອົາການສຳພາດມາສະເໜີທ່ານ.

ໃບຢັ້ງຢືນ ສັກວັກຊີນປ້ອງກັນ ໂຄວິດ-19
ໃບຢັ້ງຢືນ ສັກວັກຊີນປ້ອງກັນ ໂຄວິດ-19

ໃນລະຫວ່າງການແຜ່ລະບາດໂຄວິດ-19 ຢູ່ນີ້ ບັນດາຜູ້ເຮັດວຽກແຖວໜ້າ ໂດຍສະເພາະພວກນາຍແພດແລະນາງພະຍາບານ ໄດ້ຮັບຄວາມຍ້ອງຍໍສັນລະ ເສີນເປັນຢ່າງສູງ ໃນນໍ້າໃຈຄວາມເສຍສະລະ ເພື່ອມະນຸດສະທຳ. ຫຼາຍໆທ່ານ ເຫລົ່ານີ້ໄດ້ເສຍຊີວິດໄປຢູ່ໃນໜ້າທີ່ຍ້ອນການຕິດໄວຣັສໂຄໂຣນາແລ້ວກໍມີ. ຕົກ ມາເຖິງປັດຈຸບັນນີ້ ໂຄວິດ-19 ໄດ້ເອົາຊີວິດຊາວອາເມຣິກັນໄປແລ້ວກວ່າ 4 ແສນຄົນ.

ຄົນໃນນຶ່ງປີທີ່ຜ່ານມາ. ເຖິແມ່ນມີການຄົ້ນພົບວັກຊີນ ແລະມີການສັກຢາປ້ອງກັນ ເພື່ອຢັບຢັ້ງການແຜ່ລະບາດຢູ່ກໍຕາມ ແຕ່ການເສຍຊີວິດຍັງດຳເນີນຢູ່ຕໍ່ໄປໃນແຕ່ ລະວັນ. ເພາະສະນັ້ນ ບັນດານາຍແພດ ແລະນາງພະຍາບານທີ່ເຮັດວຽກຢູ່ແຖວ ໜ້າຕ້ອງພາກັນສ່ຽງຕໍ່ຊິວິກ ປະເຊີນກັບອັນຕະລາຍຢ່າງຮ້າຍແຮງ ພ້ອມທັງພະ ຍາຍາມປ້ອງກັນຕົນເອງ ໃນຂະນະທີ່ປິ່ນປົວຄົນປ່ວຍ.

ຍານາງພະນິດາ ແສງສິຣິວັນ ຮອງຫົວໜ້າຜູ້ບໍລິຫານ ແລະຫົວໜ້າພະນັກງານພະຍາບານ (RN RCN) ທີ່ເຮັດວຽກ ຢູ່ແຖວ ໜ້າຮັບຜິດຊອບປິ່ນປົວຄົນເຈັບ ແລະຜູ້ຕິດເຊື້ອໂຄວິດ-19 ຢູ່ແຕ່ລະວັນ ຊຶ່ງຍາ ນາງພະນິດາ ໄດ້ກ່າວເຖິງໜ້າທີ່ການສູ່ ວີໂອເອ ຟັງດັ່ງນີ້:

ຍານາງພະນິດາກ່າວເຖິງການນຸ່ງເຄຶ່ອງປ້ອງກັນ ແລະຄວາມລະມັດລະວັງທຸກຢ່າງ ເພື່ອປ້ອງກັນຕົນເອງ ປ້ອງກັນຄົນເຈັບ ແລະເຖິງປານນັ້ນ ບັນດານາຍແພດ ກໍຍັງ ຕິດກັບພະຍາດນີ້ຢູ່ ຊຶ່ງຍານາງພະນິດາ ກ່າວຕໍ່ໄປອີກວ່າ:

ປັດຈຸບັນນີ້ ມີວັກຊີນປ້ອງກັນໂຄວິດຢູ່ສອງຊະນິດ ຄື Pfizer-BioNTech ແລະ Moderna
ປັດຈຸບັນນີ້ ມີວັກຊີນປ້ອງກັນໂຄວິດຢູ່ສອງຊະນິດ ຄື Pfizer-BioNTech ແລະ Moderna

ຢູ່ໃນແຕ່ລະໂຮງໝໍພວກພະຍາບານຈະຕ້ອງຕິດກັບໄວຣັສໂຄວິດ-19 ຈາກພວກຄົນປ່ວຍ
ເວລານີ້ໄດ້ເຮັດໃຫ້ມີການຂາດເຂີນນາຍແພດ ແລະນາງພະຍາບານ. ບາງໂຮງໝໍ ຕ້ອງໄດ້
ຮ້ອງຂໍການຊ່ວຍເຫຼືອພວກພະບານຈາກແຫຼ່ງອື່ນໆ ຊຶ່ງຍາ ນາງພະນິດາ ໄດ້ກ່າວເຖິງ
ຕອນນີ້ວ່າ:

ເຖິງແມ່ນວ່າຍານາງພະນິດາສຳເລັດການສຶກສາດ້ານນາງພະຍາບານການແພດຢູ່ ໃນສະຫະລັດກໍດີ ແລະໃນຂະນະດຽວກັນ ຍານາງຍັງມີຄວາມເຊື່ອ ດ້ານຢາພື້ນ ເມືອງລາວ ໃນການປ້ອງກັນພະຍາຍາດໂຄວິດ-19 ຊຶ່ງຍານາງກ່າວວ່າ:

ຍານາງພະນິດາ ແສງສິຣິວັນ
ຍານາງພະນິດາ ແສງສິຣິວັນ

ຍານາງພະນິດາ ໃນນາມນາງພະຍາບານທີ່ເຮັດວຽກຢູ່ແຖວໜ້າ ເພາະສະນັ້ນ ຈຶ່ງ ໄດ້ຮັບບູລິມະສິດໃນສັກຢາປ້ອງກັນ ຊຶ່ງຍານາງກ່າວມ້ວນທ້າຍ ສູ່ວີໂອເອ ຟັງດັ່ງ ນີ້:

ຍານາງພະນິດາ ແສງສີຣິວັນ ສຳເລັດການສຶກສາ ດ້ານພະຍາບານຈາກມະຫາວິ ທະຍາໄລໂຣດໄອແລນ (Rhode Island) ສະຫະລັດອາເມຣິກາ ໃນປີ 1990 ໄດ້ມີປະສົບການເຮັດວຽກເປັນຫົວໜ້າພະຍາບານຢູ່ໂຮງໝໍຫຼາຍແຫ່ງໃນສະຫະລັັດ. ໃນປີ 1998 ໄດ້ຍ້າຍມາຢູ່ລັດອໍເຣກັນ ບ່ອນທີ່ຍານາງເປັນຮອງຫົວໜ້າບໍລິຫານ ເຮືອນຮັກສາຄົນຊະລາດັ່ງກ່າວ. ຍານາງພະນິດາແມ່ນພັນລະຍາຂອງອາຈານຈັນ ສົມ ແສງສິຣິວັນ ນັກປະພັນເພງລາວອະວຸໂສ ທີ່ມີຊື່ສຽງໃນສັງຄົມລາວນີ້ເອງ.

XS
SM
MD
LG