ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຍານາງນິພະສອນ ສຸພົມ ນາຍຄູສອນເດັກພິການ ຢູ່ໂຮງຮຽນຫຼວງ ໃນລັດແມຣີແລນ


ຍານາງນິພະສອນ ສຸພົມ.
ຍານາງນິພະສອນ ສຸພົມ.

ສະບາຍດີ ທ່ານຜູ້ຝັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ໃນແລງ
ວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມ ກັບຍານາງນິພະສອນ ສຸພົມ ນາຍຄູສອນເດັກ
ນ້ອຍເສຍອົງຄະ ຢູ່ໂຮງຮຽນຫຼວງຊັ້ນອະນຸບານ ຫາປະຖົມຫ້າ ຊຶ່ງກິ່ງສະຫວັນ ຈະນຳເອົາ
ການໂອ້ລົມດັ່ງກ່າວ ມາສະເໜີທ່ານໃນອັນດັບຕໍ່ໄປ.

ຢູ່ໃນໂຮງຮຽນຫຼວງຂອງສະຫະລັດອາເມຣິກາ ພວກເດັກນ້ອຍທີ່ເກີດມາ ເປັນຄົນເສຍອົງ
ຄະທາງດ້ານຮ່າງກາຍ ດ້ານຈິດໃຈ ໂດຍສະເພາະສະໝອງ ບໍ່ວ່ອງໄວ ເໝືອນດັ່ງພວກ
ເດັກນ້ອຍນັກຮຽນທົ່ວໆໄປ ທີ່ກຳລັງຮຽນຢູ່ຊັ້ນອານຸ ບານຂຶ້ນໄປຫາຊັ້ນປະຖົມຫ້າ. ຢູ່ໃນ
ສະພາບການດັ່ງກ່າວນີ້ ໂຮງຮຽນມີລະບົບ ຫລັກສູດການສອນພິເສດ ແລະມີນາຍຄູ ຜູ້ມີ
ຄວາມຊຳນານ ໃນດ້ານນີ້ ເພື່ອຊ່ວຍພວກເດັກນ້ອຍເຫລົ່ານີ້ ໃຫ້ຣຽນຮູ້ຈັກຊ່ວຍຕົນເອງ
ແລະນັ້ນແມ່ນໜ້າທີ່ ຂອງຍານາງນິພະສອນ ສຸພົມ ທີ່ໄດ້ປະຕິບັດໜ້າທີ່ນີ້ດ້ວຍຄວາມຮັກ
ແລະອົດທົນມາເປັນເວລາ 17 ປີແລ້ວ ຢູ່ໂຮງຮຽນຫຼວງ Catherine T. Reed ໃນ ເຂດ
Prince George County ລັດແມຣີແລນ. ຍານາງນິພະສອນ ໄດ້ແບ່ງປັນປະສົບການ
ສິດສອນທີ່ສ່ວນໃຫຍ່ເປັນພວກເດັກ ນ້ອຍອາເມຣິກາເຊື້ອສາຍອາຟຣິກາ ທີີ່ມີບັນຫາພິ
ການທາງຮ່າງກາຍຕ່າງໆມາແຕ່ເກີດສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ຈາກຊັ້ນອະນຸບານຫາຊັ້ນຫ້າ ຍານາງນິພະສອນ ໄດ້ສິດສອນຕຽມພວກນັກຮຽນເສຍ
ອົງຄະເຫຼົ່ານີ້ ໃຫ້ມີຄວາມສາມາດປັບປຸງຕົນເອງ ກ້າວຂຶ້ນຫ້ອງຫົກເພື່ອໄປ ຮຽນປະປົນ
ກັບພວກເດັກນ້ອຍທົ່ວໆໄປຊຶ່ງ ຍານາງນິພະສອນ ໄດ້ອະທິບາຍສູ່ ຟັງດັ່ງນີ້:

ລິງໂດຍກົງ

ຄຳວ່າ “ພິການ ຫຼືເສຍອົງຄະ” ເປັນເລື້ອງການແພດທີ່ສະຫລັບຊັບຊ້ອນ ແລະ ໄດ້ຖືກ
ແບ່ງແຍກອອກເເປັນ 16 ຢ່າງດ້ວຍກັນ. ເພາະສະນັ້ນນາຍຄູພິເສດໃນ ດ້ານນີ້ຕ້ອງ
ໄດ້ໃຈ້ແຍກບັນຫາຂອງພວກນັກຮຽນແຕ່ລະຄົນທີ່ກຳລັງສິດສອນຢູ່ ນັ້ນດັ່ງທີ່ຍານາງ
ນິພະສອນ ໄດ້ອະທິບາຍຕໍ່ໄປອີກວ່າ:

ລິງໂດຍກົງ

ຢູ່ໃນປະເທດອຸດສາຫະກຳ ໂດຍສະເພາະສະຫະລັດອາເມຣິກາ ເຂົາເຈົ້າມີ ຫລັກ
ສູດການຮຽນ ການສອນ ທີ່ກ້າວໜ້າຫຼາຍຢ່າງເພື່ອຊ່ວຍໃຫ້ພວກນັກ ຮຽນພິການປັບ
ປຸງໂຕເອງໃຫ້ເປັນອິດສະຫຼະ ເທົ່າທັນກັບເພື່ອນນັກຮຽນຄົນ ອື່ນໆ. ຄຳວ່າ “ເສຍອົງ
ຄະ” ອາດໝາຍເຖິງຄົນທີ່ບໍ່ສົມບູນແບບໃນດ້ານໃດ ດ້ານນຶ່ງ ແຕ່ວ່າຢູ່ໃນປະເທດພັດ
ທະນາ ບັນດາຄົນພິການຫຼືຶເສຍອົງຄະໄດ້ ພິສູດໃຫ້ເຫັນວ່າ ເຂົາເຈົ້າສາມາຊ່ວຍຕົນ
ເອງໄດ້ ຢ່າງເປັນອິດສະຫຼະ ຊຶ່ງ ຍານາງນິພະສອນ ໄດ້ເຫັນຜົນຂອງຄວາມອົດທົນ.

ໃນໄລຍະທີ່ໄດ້ມີການລະບາດໂຄວິດ-19 ມາໄດ້ນຶ່ງປີແລ້ວນີ້ ຍານາງນິພະສອນ
ຕ້ອງໄດ້ສອນພວກນັກຮຽນແຕ່ລະວັນ ຜ່ານທາງອິນເຕີແນັດ ຢູ່່ບ້ານຊຶ່ງຍານາງ
ນິພະສອນ ໄດ້ກ່າວມ້ວນທ້າຍສູ່ຟັງດັ່ງນີ້:

ລິງໂດຍກົງ

ວີໂອເອ ຂໍສະແດງຄວາມເຫັນໃຈໃນນໍ້າໃຈເພື່ອແຜ່ ຄວາມອົດທົນ ແລະຄວາມເຫັນ
ໃຈ ຕໍ່ເພື່ອນມະນຸດດ້ວຍກັນ.

XS
SM
MD
LG