ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຍານາງເມ ແສງປຣະເສີດ ອາລີຣາດ ນັກສັງຄົມສາດ ນັກເຄື່ອນໄຫວ ແລະນັກຂຽນ ທີ່ໄດ້ຂຽນ ກ່ຽວກັບປະສົບການ ຖືກລວນລາມທາງເພດ


ໜ້າປົກປື້ມ "Was I Assaulted" ຂຽນໂດຍ ຍານາງເມ
ແສງປະເສີດ ອາລີຣາດ ທີ່ກຳລັງວາງຂາຍຜ່ານ Amazon ຢູ່ທົ່ວໂລກ.
ໜ້າປົກປື້ມ "Was I Assaulted" ຂຽນໂດຍ ຍານາງເມ ແສງປະເສີດ ອາລີຣາດ ທີ່ກຳລັງວາງຂາຍຜ່ານ Amazon ຢູ່ທົ່ວໂລກ.

ສະບາຍດີທ່ານຜູ່ຟັງທີເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳແລງວັນ
ພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບຍານາງເມ ແສງປຣະ ເສີິດ ອາລີຣາດ ນັກສັງຄົມ
ສາດ ນັກເຄື່ອນໄຫວສັງຄົມ ແລະນັກຂຽນກ່ຽວກັບ ປະສົບການ ໃນການຖືກລວນລາມທາງ
ເພດ ຊຶ່ງເລື້ອງດັ່ງກ່າວໄດ້ເກີດຂຶ້ນເມຶ່ອ 30 ປີ ກ່ອນ ຖືກເກັບໄວ້ໃນໃຈ ແລະກໍມີຜົນກະທົບ
ທາງດ້ານຈິດໃຈ ມາໂດຍຕະຫຼອດ ແລະບັດນີ້ຍານາງເມ ໄດ້ພົບເຫັນທາງອອກ ເພື່ອປິ່ນ
ປົວມບາດແຜດັ່ງ ກ່າວ ຈຶ່ງໄດ້ຕັດສິນໃຈຂຽນກ່ຽວກັບປະສົບການຂອງນາງ ເພື່ອເປັນຄຳເ
ຕືອນໃຫ້ ພວກເດັກນ້ອຍ ແລະແມ່ຍິງ ໃຫ້ມີຄວາມກ້າ ອອກມາກ່າວ ກ່ຽວກັບບັນຫາ ຊຶ່ງ
ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຍານາວດມ ແສງປຣະເສີດ ອາລີຣາດ
ຍານາວດມ ແສງປຣະເສີດ ອາລີຣາດ

ຍານາງເມ ອາລີຣາດ ແມ່ນສະຕີອາເມຣິກັນເຊື້ອສາຍລາວ ເກີດຢູ່ໃນສະຫະລັດ ນັກສັງ
ຄົມສາດ ຢູ່ໂຮງຮຽນຫຼວງແຫ່ງນຶ່ງໃນນະຄອນຊີຄາໂກ ນອກນັ້ນ ຍັງເປັນຫົວໜ້າບໍລິຫານ
“ອົງການດີແລ້ວ” ແລະປະທານສະມາຄົມລາວອາເມຣີ ກັນເມືອງແອລຈີນ ລັດອີລລີນອຍ
ຊຶ່ງເປັນອົງການຈັດຕັ້ງ ທີ່ບໍ່ຫວັງຜົນກຳໄລ. ປັດຈຸນີ້ຍານາງເມ ກຳລັງເຜິຍແຜ່ບົດຂຽນກ່ຽວ
ກັບປະສົບການທີ່ຍານາງຖືກລວນລາມທາງເພດ ເວລາຍານາງເມ ມີອາຍຸ 7 ປີ ຊຶ່ງມົນທິນ
ດັ່ງກ່າວນີ້ໄດ້ເປັນຜົນ ກະທົບຕໍ່ຊີວິດຂອງຍານາງເມ ຕະຫຼອດມາ ແລະຖືກປົກປິດເອົາໄວ້
ມາເປັນເວ ລາຫຼາຍທົດສະວັດ. ບັດນີ້ຍານາງເມ ໃຫຍ່ ເປັນແມ່ ແລະເປັນພັນລະຍາ ໄດ້
ພົບທາງອອກ ໃນການປິ່ນປົວຕົນເອງ ເພື່ອເປັນບົດຮຽນໃຫ້ແກ່ພວກເດັກນ້ອຍ ແລະແມ່
ຍິງ ຜູ້ທີ່ໄດ້ມີປະສົບການກັບເລື້ອງດັ່ງກ່າວ.


ປື້ມທີ່ມີຊື່ວ່າ “Was I Assaulted” ຫຼື “ຂ້ອຍໄດ້ຖືກລວນລາມບໍ່”​ ມີການພິມ ເຜີຍແຜ່ອອກ
ມາເປັນພາສາອັງກິດ ສູ່ສາຍຕາສາທາລະນະຊົນ ເພື່ອໃຫ້ອ່ານທີ່ ວາງຂາຍຢູ່ອາມາຊອນ (Amazone) ຜົນສຳເລັດໃນຄວາມກ້າຫານຂອງສະຕີ ລາວອາເມຣິກັນຄົນນີ້ໄດ້ຖືກຍ້ອງ
ຍໍ ຈາກອົງການຂ່າວ FOX News ແລະໄດ້ໃຫ້ກຽດແກ່ ວີໂອເອ ພາກພາສາລາວ ໃນການ
ສຳພາດຈາກ ຍານາງເມ ແສງປຣະເສີດ ອາລີຣາດ ໂດຍສະເພາະ ຊຶ່ງຍານາງເມ ໄດ້ກ່າວ
ເຖິງຄວາມເປັນມາ ສູ່ຟັງດັ່ງນີ້:

ຢູ່ໃນຫຼາຍໆປະເພີນີ ການເວົ້າເຖິງການຮ່ວມເພດ ເປັນເລື້ອງລະອາຍແລະບໍ່ສົມ ຄວນເວົ້າ
ຢູ່ໃນຄອບຄົວ ໂດຍສະເພາະແມ່ນລູກແມ້ຍິງ. ແຕ່ວ່າ ຢູ່ໃນສະຫະລັດ ບັນດາພໍ່ແມ່ຜູ້ປົກ
ຄອງມັກຈະເວົ້າໃຫ້ພວກລູກສາວໃຫ້ມີຄວາມລະມັດລະວັງເພື່ອ ປ້ອງກັນໂຕ. ນອກນັ້ນຢູ່
ໂຮງຮຽນມັດທະຍົມປາຍເຂົາເຈົ້າກໍໄດ້ສິດສອນກ່ຽວກັບ ເລື້ອງດັ່ງກ່າວນີ້ໃຫ້ພວກນັກຮຽນ
ໄດ້ຮູ້. ແຕ່ຢູ່ໃນຄອບຄົວຂອງຍານາງເມ ພໍ່ແມ່ ຜູ້ປົກຄອງບໍ່ເຄີຍກ່າວຕັກເຕືອນ ກ່ຽວກັບ
ເລື້ອງນີ້ເລີຍ ເພາະສະນັ້ນ ຍານາງເມ ໄດ້ກາຍມາເປັນຄົນໄຮ້ດຽງສາກ່ຽວກັບສັງຄົມທາງ
ເພດ ຊຶ່ງຍານາງເມ ໄດ້ກ່າວ ເຖິງຕອນນີ້ວ່າ:

ຍານາງເມ ເຕີບໃຫຍ່ ຢູ່ໃນຄອບຄົວ ຂອງສັງຄົມລາວອາເມຮິກັນ ແລະ ໄດ້ສະແຫວງ
ຫາການສຶກສາ ຫາຮຽນຮູ້ດ້ວຍຕົນເອງຫຼາຍທີ່ສຸດ. ເວລານັ້ນຍັງເປັນເດັກ ນ້ອຍຍາ
ນາງເມ ມີຄວາມໄຮ້ດຽງສາກ່ຽວກັບການຮ່ວມເພດທີ່ບໍ່ມີໃຜແນະນຳບອກ ສອນໃຫ້ຮູ້.
ຍານາງເມ ໄດ້ເກັບເອົາການຖືກລວນລາມທາງເພດ ໄວ້ເປັນຄວາມ ລັບ ຊອກຊໍ້າຕົນ
ເອງມາເປັນເວລາຫຼາຍສິບປີ ຊຶ່ງຍານາງເມ ໄດ້ກ່າວເຖິງຄວາມ ທຸກທໍລະມານໃຈ ແລະ
ໃນທີ່ສຸດໄດ້ພົບທາງອອກ. ຍານາງເມ ຢາກໃຫ້ ຜູ້ທີ່ໄດ້ ຖືກລວນລາມທາງເພດນັ້ນ
ເຂົາເຈົ້າບໍ່ໄດ້ຢູ່ຄົນດຽວ ຊຶ່ງຍານາງເມ ໄດ້ກ່າວວ່າ:

ໜ້າປື້ມ ທີ່ຂຽນໂດຍ ຍານາງເມ ແສງປຣະເສີດ ອາລີຣາດ
ໜ້າປື້ມ ທີ່ຂຽນໂດຍ ຍານາງເມ ແສງປຣະເສີດ ອາລີຣາດ

ຍານາງເມ ເປັນລູກສາວຊາວໄຮ່ຊາວນາ ເກີດຢູ່ໃນສະຫະລັດ ພໍ່ແມ່ມີຄວາມຈຳກັດ
ດ້ານການສຶກສາ ແຕ່ວ່າຍານາງເມໄດ້ບັນລຸການສຶກສາສູງ ມີຄວາມກ້າຫານ ອອກ|
ມາຈາກປະເພນີທີ່ບໍ່ປາກບໍ່ເວົ້າ ແລະມີແນວຄິດເປີດເຜີຍ ຂອງສະຕີສັດຕະ ວັດທີ 21.
ຍານາງເມ ໄດ້ຕັດສິນໃຈ ລະບາຍອອກມາ ດ້ວຍການການຂຽນປື້ມ ເພື່ອ ເປັນການ
ປິ່ນປົວຈິດໃຈຕົນເອງ ແລະເປັນບົດຮຽນໃຫ້ແກ່ບັນດາເດັກພວກ ນ້ອຍ ແລະແມ່ຍິງ
ທັງຫຼາຍ ໄດ້ເຂົ້າໃຈ.

www.delaocoaching.com

ຍານາງເມ ແສງປຣະເສີດ ອາລີຣາດ ແມ່ນຜູ້ນຶ່ງຢູ່ໃນຂະບວນການ “Me too” ຫຼື
“ຂ້ອຍຄືກັນ” ຊຶ່ງເປັນອົງການເຄື່ອນໄຫວ ຂອງພວກແມ່ຍິງ ທີ່ມີປະສົບການ ຈາກ
ການຖືກລວນລາມທາງເພດໂດຍສະເພາະພວກດາຣາສະແດງຮູບເງົາແລະ ຄົນອື່ນໆ.
ເຂົາເຈົ້າໄດ້ໃຊ້ຄວາມກ້າຫານ ພາກັນອອກມາກ່າວເປີດເຜີຍ ເຖິງປະສົບການທີ່ໄດ້
ຖືກລວນລາມທາງເພດ ໂດຍສະເພາະແມ່ນຜູ້ສ້າງຮູບເງົາ ບັນດາ ນັກການເມືອງທີ່ມີ
ຊື່ສຽງ ແລະອື່ນໆ.

XS
SM
MD
LG