ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍານາງ ລໍາພູນ ຈັນທະຄຳ ກຳລັງລໍຖ້າ ສັກຢາວັກຊີນ ໂຄວິດ-19 ໃຫ້ແກ່ລູກຊາຍ ອາຍຸ 7 ປີ


ຍານາງລຳພູນ ຈັນທະຄຳ ແລະທ້າວຫຼ້ານ້ອຍ
ຍານາງລຳພູນ ຈັນທະຄຳ ແລະທ້າວຫຼ້ານ້ອຍ

ປັດຈຸບັນນີ້ຢູ່ໃນສະຫະລັດ ທຸກຄົນທີີ່ມີອາຍຸແຕ່ 12 ປີ ຂຶ້ນໄປສາມາດໄດ້ຮັບ ການສັກ
ຢາວັກຊີນຕ້ານໂຄວິດ-19. ບັດນີ້ສູນກາງປ້ອງກັນ ແລະຄວບຄຸມພະຍາດ ຫລື CDC
ກຳລັງພິຈາລະນາການອະນຸມັດວັກຊີນຟາຍເຊີ-ໄບໂອ ເອັນເທັກ (Pfizer-BioNTech)
ຂັ້ນສຸດທ້າຍສໍາລັບເດັກນ້ອຍ. ທຳນຽບຂາວກໍກຳລັງກະກຽມຄວາມພ້ອມໃນການດໍາ
ເນີນການສັກຢາວັກຊີນເຂັມ ທໍາອິດ ໃຫ້ເດັກນ້ອຍອາຍຸລະຫວ່າງ 5-11 ປີພາຍໃນ
ທ້າຍອາທິດນີ້.

ຂະ​ນະ​ທີ່ພໍ່ແມ່ຜູ້ປົກຄອງຈຳນວນນຶ່ງຍັງຮູ້ສຶກບໍ່​ແນ່​ໃຈກ່ຽວກັບເລື້ອງນີ້ ແຕ່ພໍ່​ແມ່ອີກຈຳ
ນວນນຶ່ງໄດ້ພາກັນລໍຖ້າໂອກາດນີ້ມາເຖິງດ້ວຍໃຈຈົດຈໍ່ ເພື່ອຈະປ້ອງກັນລູກຂອງເຂົາ
ເຈົ້າຈາກການຕິດໂຄວິດ-19. ຍານາງລຳພູນ ຈັນທະຄຳ ແມ່ຂອງທ້າວຫຼ້ານ້ອຍ ອາຍຸ 7
ປີ ໄດ້ກ່າວສູ່ວີໂອເອຟັງກ່ຽວກັບເລື້ອງນີ້ວ່າ:

ໃນມື້ວັນສຸກທີ່ຜ່ານມາ, ອົງການອາຫານ ແລະຢາສະ​ຫະ​ລັດໄດ້ອະນຸມັດແບບ ສຸກເສີນ
ແກ່ການແຈກຢາຍຈຳນວນໂດສຂອງຢາວັກຊີນຟາຍເຊີກັນໂຄວິດ-19 ສໍາລັບເດັກນ້ອຍ.
ທ່ານເຈັຟ ຊຽນທ໌ (Jeff Zients) ຜູ້ຮັບຜິດຊອບປະສານງານໃນການຮັບມືກັບໂຄວິດ-
19 ຂອງທຳນຽບຂາວກໍກ່າວວ່າຂະນະທີ່ລໍຖ້າການອະນຸມັດຈາກ CDC ຢູ່ນີ້, ເດັກນ້ອຍ
ອາດສາມາດໄດ້ຮັບການສັກຢາວັກຊີນດັ່ງກ່າວໃນວັນພຸດມື້ນີ້ກໍເປັນໄດ້.

XS
SM
MD
LG