ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍານາງຫລ້າ ປ້ອງພິມຄຳ ຜູ້ຈັດອາຫານໃຫ້ຄົນປ່ວຍຍ້ອນໂຄວິດ-19 ຢູ່ໂຮງໝໍໃນນະຄອນຊາກຣາມັນໂຕ ລັດຄາລິຟໍເນຍ


ຍານາງຫລ້າ ປ້ອງພີມຄຳ
ຍານາງຫລ້າ ປ້ອງພີມຄຳ

ການລະບາດຂອງໄວຣັສໂຄໂຣນາ ຢູ່ໃນສະຫະລັດ ໄດ້ເຮັດໃຫ້ການດຳລົງຊີວິດ ບໍ່ເໝືອນເດີມ ຍັງຖືກກັກຕົນເອງໃຫ້ຢູ່ໃນບ້ານເຮືອນ ໂຮງການລັດຖະບານ ແລະທຸລະກິດຫາຍໆແຫ່ງ ຍັງປິດມາເປັນເວລາສີ່ເດືອນແລ້ວ. ເມື່ອບໍ່ນານມານີ້ ການ ລະບາດປາກົດວ່າ ໄດ້ຄ່ອຍໆເບົາບາງລົງ ທີ່ພາໃຫ້ມີຄວາມຫວັງທີ່ຈະກັບຄືນໄປ ສູ່ຄວາມເປັນປົກກະຕິ ຈຶ່ງເຮັດໃຫ້ທາງການ ຕັດສິນໃຈອະນຸຍາດໃຫ້ເປີດທຸລະ ກິດຄືນອີກ ເປັນບາງພາກສ່ວນ. ແຕ່ໜ້າເສຍໃຈພຽງແຕ່ປະມານສອງອາທິດ ເທົ່ານັ້ນໂຄວິດ-19 ກໍໄດ້ກັບຄືນມາແຜ່ລະບາດໃໝ່ອີກເພາະສາເຫດຂອງການໂຮມຊຸມນຸມກັນຢ່າງແອອັດ ໂດຍສະເພາະຄົນບໍ່ພາກັນໃສ່ໜ້າກາກ. ປັດຈຸບັນນີ້ ລັດຄາລີຟໍເນຍ ຟລໍລິດາ ແລະ ອາຣີໂຊນາ ແມ່ນກຳລັງນຳໜ້າມຮການແຜ່ລະບາດ.

ຍານາງຫລ້າ ປ້ອງພິມຄຳ ຜູ້ກະຕຽມອາຫານໃຫ້ແກ່ຄົນເຈັບຢູ່ໂຮງໝໍ Sutther ທີ່ນະຄອນ ຊາກຣາ ເມັນໂຕ ເມືອງເອກຂອງລັດ ຄາລີຟໍເນຍ ບ່ອນທີ່ມີຄົນຕິດໂຄວິດ-19 ຈຳນວນນຶ່ງແລະຄົນປ່ວຍອື່ນໆ ໄດ້ກ່າວເຖິງບັນຍາກາດແລະສະພາບການ ຢູ່ເຂດຂອງຍານາງສູ່ວີໂອເອ ຟັງດັ່ງນີ້:

ນອກຈາກຢູ່ລັດຄາລີຟໍເນຍແລ້ວ ການຮຽກຮ້ອງໃຫ້ໃສ່ໜ້າກາກ ເພື່ອປ້ອງກັນການແຜ່ລະບາດຂອງ ໂຄວິດ-19 ແມ່ນ ມີການຂັດແຍ້ງກັນຢ່າງໃຫຍ່ຫຼວງ ລະ ຫວ່າງສ່ວນບຸກຄົນ ລັດຖະບານທ້ອງຖິ່ນ ລັດ ແລະລັດລັດຖະບານກາງ ຊຶ່ງຈຳ ນວນນຶ່ງບໍ່ເຫັນພ້ອມກັບການໃສ່ໜ້າກາກ ໂດຍອ້າງວ່າ ເປັນການລະເມີດສິດທິ ເຂົາເຈົ້າ ພ້ອມຍັງມີການປະທ້ວງ ແລະຟ້ອງຮ້ອງ. ປັດຈຸບັນນີ້ໂຕເລກການແຜ່ລະບາດ ມີລາຍງານວ່າເພີ້ມຂື້ນຢູ່ທຸກວັນ ທີ່ເຮັດໃຫ້ ບັນດາຮ້ານຊັບພະສິນຄ້າຕ່າງໆ ຢູ່ທົ່ວສະຫະລັດ ເລີ້ມວາງມາດຕະການທີ່ເຄັ່ງ ຄັດບອກໃຫ້ພວກລູກຄ້າພາກັນໃສ່ໜ້າກາກກ່ອນຈະເຂົ້າໄປຊື້ສິ່ງຂອງໄດ້. ບັນ ຫາສຳຄັນທີ່ຍັງບໍ່ທັນຕົກແຕກກັນອີກເທື່ອນນັ້ນ ກໍຄືສົກປີການຮຽນລະດູ
ໃບໄມ້ຫຼົ່ນ ຈະມາເຖິງນີ້ ທາງໂຮງຮຽນ ແລະມະຫາວິທະຍາໄລຕ່າງໆຈະຕ້ອງຕັດສິນໃຈວ່າ ຈະອະນຸຍາດໃຫ້ພວກນັກຮຽນແລະນັກສຶກສາ ກັບຄືນໄປເຂົ້າໂຮງ ຮຽນ ຫຼືວ່າມີໂຄງການ ໃຫ້ຮຽນຢູ່ບ້ານ.

XS
SM
MD
LG