ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວີໂອເອ ພະແນກພາສາລາວ ລົມກັບຍານາງເຂັມຄຳ ທອງພຣະຈັນ ພະນັກງານບໍລິສັດພານາໂຊນິກ


ຍານາງເຂັມຄຳ ທອງພຣະຈັນ.
ຍານາງເຂັມຄຳ ທອງພຣະຈັນ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ປະຈຳວັນ ພະຫັດມື້ນີ້ ເຮົາ
ຈະພາທ່ານໄປໂອ້ລົມກັບຍານາງເຂັມຄຳ ທອງພຣະຈັນ ພະ ນັກງານປະກອບເຄື່ອງອີ
ເລັກໂຕຣນິກຄົນນຶ່ງ ທີ່ເຮັດວຽກໃຫ້ແກ່ບໍລິສັດພານາ ໂຊນິກ (Panasonic) ທີ່ເມືອງ
ຝອດເວີດ ລັດເທັກຊັສ. ຍານາງເຂັມຄຳ ໄດ້ ແຕ່ງງານກັບຄົນອາເມຣິກກັນເຊື້ອສາຍ
ລາວເດີນທາງເຂົ້າມາ ສະຫະລັດໃນປີ 1996. ນັບແຕ່ຍານາງ ໄດ້ມາຕົກຢູ່ ໃນສະຫະ
ລັດ ຊີວິດການເປັນຢູ່ຂອງຍາ ນາງໄດ້ມີການປ່ຽນແປງຫຼາຍຢ່າງ ຕັ້ງແຕ່ການເຮັດວຽກ
ປ່ຽນການນັບຖືສາດ ສະໜາ ແລະຄວາມນຶກຄິດປ່ຽນແປງໃນການທີ່ຈະກັບຄືນເມືອຢູ່
ປະເທດລາວ. ຄວາມເປັນມາຂອງຍານາງເຂັມຄຳ ເປັນມາຢ່າງໃດນັ້ນ ກິ່ງສະຫວັນ ຈະ
ນຳ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ວຽກເຮັດງານທຳຢູ່ໃນສະຫະລັດອາເມຣິກາມີຫຼວງຫຼາຍ ແຕ່ບາງຄັ້ງກໍຖືກ ຫວ່າງງານ
ແລະຫາຊອກວຽກໃໝ່ໄດ້ ຢູ່ໃນທຸກລະດັບ ວິຊາອາຊີບ. ໂດຍສະ ເພາະຢ່າງຍິ່ງວຽກ
ງານຢູ່ຕາມໂຮງຈັກໂຮງງານ ແລະອຸດສາຫະກຳຕ່າງໆ ບັນດາພະນັກງານເຫລົ່ານີ້ ບໍ່
ຈຳເປັນຕ້ອງມີຄວາມສາມາດສູງ ປາກພາສາອັງກິດ ໄດ້ເກັ່ງ ເພື່ອປາກເວົ້າຢູ່ໃນໜ້າທີ່
ວຽກງານ ແຕ່ໃຫ້ພໍເປັນທີ່ເຂົ້າໃຈໄດ້. ໜ້າທີ່ ວຽກງານສ່ວນໃຫຍ່ຢູ່ໃນໂຮງຈັກໂຮງານ
ແລະອຸດສາຫະກຳພຽງແຕ່ໃຊ້ຄວາມ ຊຳນານທີ່ສະເພາະເຈາະຈົງ ແລະປະຕິບັດຕາມ
ຂັ້ນຕອນຄຳແນະນຳເທົ່ານັ້ນ.

ເພາະສະນັ້ນ ຈຳນວນນຶ່ງຂອງບັນດາຊາວອາເມຣິກັນເຊື້ອສາຍລາວແລະຄົນທີ່ ມາ
ຈາກປະເທດອື່ນໆທີ່ພາສາອັງກິດບໍ່ແມ່ນພາສາຂອງຕົນນັ້ນໄດ້ພາກັນຕັ້ງໃຈ ເຮັດ
ວຽກປະກອບວິຊາອາຊີບທຳມາຫາກິນຢູ່ຕາມບັນດາໂຮງຈັກໂຮງງານງານ ເຫລົ່ານີ້
ເພື່ອລ້ຽງຄອບຄົວ. ເຂົ້າເຈົ້າສາມາດທ້ອນຫອມເງິນຄຳ ຊື້ບ້ານຊື້ເຮືອນ ຕັ້ງຖິ່ນຖານ
ເປັນບ່ອນຢູ່ຂອງຕົນເອງໄດ້ ຢ່າງເປັນຜົນສຳເລັດ.

ບັດນີ້ ມາຟັງການໂອ້ລົມກັບຍານາງເຂັມຄຳ ສະມາຊິກສັງຄົມລາວອາເມຣີກັນ ຄົນ
ນຶ່ງທີ່ໄດ້ເດີນທາງເຂົ້າມາສະຫະລັດໃນປີ 1996 ໃນນາມແຕ່ງງານກັບຄົນ ອາເມ
ຣິກັນເຊື້ອສາຍລາວ ທີ່ໄດ້ກາຍມາເປັນປະຊາຊົນອາເມຣິກັນແລະໄດ້ປະ ກອບ
ສ່ວນສ້າງເສດຖະກິດໃຫ້ແກ່ປະເທດນີ້. ນອກຈາກນັ້ນອີກແລ້ວຍານາງ ເຂັມຄຳ ຜູ້
ທີ່ເກີດໃຫຍ່ຢູ່ໃນສາດສະໜາພຸດ ໄດ້ປ່ຽນຈິດໃຈມານັບຖືສາດສະໜາ ຄຣິສ ແລະ
ໄດ້ເດີນທາງໄປຢ້ຽມຢາມປະເທດລາວອັນເປັນບ້ານເກີດເມືອງນອນ ຢູ່ເປັນປະຈຳ.

ນັບແຕ່ຍານາງເຂັມຄຳ ໄດ້ມາຕົກຢູ່ສະຫະລັດ ຍານາງໄດ້ປ່ຽນວຽກເຮັດຢູ່ຫຼາຍ ແຫ່
ງຈາກໂຮງງານນຶ່ງ ໄປຫາໂຮງງານນຶ່ງ ດ້ວຍເຫດຜົນຕ່າງໆ. ປັດຈຸບັນນີ້ ຍານາງ
ເຂັມຄຳ ກຳລັງເຮັດວຽກປະກອບເຄື່ອງອີເລັກໂຕຣນິກ ໃຫ້ແກ່ບໍລິສັດ ປານາໂຊນິກ
(Panasonic) ມາໄດ້ສາມປີແລ້ວ. ການເຮັດວຽກຢູ່ໂຮງງານ ອຸດສາຫະກຳ ແລະບໍ
ລິສັດເອກກະຊົນບາງແຫ່ງ ໄດ້ຮັບຜົນກຳໄລແຕກຕ່າງ ກັນເຊັ່ນວ່າ ມີປະກັນໄພສຸຂະ​
ພາບ ປະກັນໄພຊີວິດ ມີວັນພັກບຸນຕ່າງໆພັກປະ ຈຳປີ ມີເງິນລາງວັນທີ່ຮ້ອງວ່າໂບນັສ
(bonus) ເພື່ອເປັນກຳລັງໃຈແກ່ພວກ ພະນັກງານ ແລະມີລະບົບອອມສິນ ເງິນເບ້ຍ
ບໍານານ ທີ່ຮ້ອງວ່າເພັນເຊີນ (pension) ຊຶ່ງຍານາງເຂັມຄຳ ໄດ້ກ່າວເຖິງການເຮັດ
ວຽກ ແລະຜົນກຳໄລຢູ່ ບໍລິສັດປານາໂຊນິກ ສູ່ ວີໂອເອ ຟັງດັ່ງນີ້;

ນອກຈາກເຮັດວຽກເຕັມເວລາ ຫ້າມືິ້ຕໍ່ອາທິດແລ້ວ ການດຳລົງຊີວິດຢູ່ໃນສະຫະລັດ
ອາເມຣິກາ ບັນດາຊາວອາເມຣິກັນເຊື້ອສາຍລາວຫຼາຍໆຄົນ ແລະຄົນທີ່ມາ ຈາກປະ
ເທດອື່ນໆໄດ້ປ່ຽນມາເຂົ້າສະໜາຄຣິສແລະສາດສະໜາອື່ນໆຢ່າງຫຼວງ ຫຼາຍດ້ວຍ
ຄວາມສະໝັກໃຈ. ນີ້ແມ່ນກິດຈະການປະຈຳວັນອາທິດທີ່ເຂົາເຈົ້າໄດ້ ມີໂອກາດ
ສະມາທິ ພາວັນນາພັກຜ່ອນດ້ານຈິດໃຈ ຊຶ່ງຍານາງເຂັມຄຳໄດ້ກ່າວ ກ່ຽວກັບເລື້ອງ
ນີ້ວ່າ:

ປະເທດລາວແມ່ນບ້ານເກີດເມືອງນອນຂອງຄົນລາວທີ່ຢູ່ໃນແລະນອກປະເທດ.
ເຖິງແມ່ນຈະຢູ່ນອກປະເທດ ແຕ່ເຂົາເຈົ້າກໍຍັງມີຄວາມຄິິດຮອດຄິດເຖິງ ພໍ່ແມ່ ຍາດ
ຕິພີ່ນ້ອງ ແລະເພື່ອນຝູງ. ເພາະສະນັ້ນ ເປັນຂອງທຳມະດາທີ່ຫຼາຍໆຄົນ ໄດ້ພາກັນ
ເດີນທາງກັບຄືນໄປຢ້ຽມຢາມຢູ່ເປັນປະຈຳ ຊຶ່ງຍານາງເຂັມຄຳໄດ້ກ່າວ ມ້ວນທ້າຍ
ແລະສະແດງຄວາມຮູ້ສຶກ ກ່ຽວກັບເລື້ອງນີ້ວ່າ:

ປັດຈຸບັນນີ້ ຍານາງເຂັມຄຳ ພ້ອມດ້ວຍສາມີ ລູກຊາຍ ລູກໄພ້ ແລະຫຼານນ້ອຍ
ເກີດໃໝ່ ອາຍຸສາມເດືອນ ພາກັນຢູ່ບ້ານເຮຶອນ ທີ່ເປັນຂອງຕົນເອງ ຢ່າງມີ
ຄວາມສຸກ ທີ່ເມືອງຝອດເວີດ ໃນລັດເທັກຊັສ.

XS
SM
MD
LG