ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວີ​ໂອ​ເອລາວ ໂອ້​ລົມ​ກັບຍານາງຄຳສອນ ສິຣິມານິວົງ ປະທານ​ສະ​ຖາ​ບັນເຄື່ອງນຸ່ງ ທີ່ນະຄອນຟິນິກສ໌


ຍານາງຄຳສອນ ສິຣິມະນີວົງ.
ຍານາງຄຳສອນ ສິຣິມະນີວົງ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນຂອງ ວີໂອເອ
ໃນວັນພະຫັດມື້ນີ້ ເຮົາຈະພາທ່ານ ໄປພົບກັບ ຍານາງຄຳສອນ ສິຣິມະນີວົງ ປະທານສະ
ຖາບັນເຄື່ອງນຸ່ງພື້ນເມືອງ ສະໄໝໂບຮານ ແລະ ສະໄໝໃໝ່ ຢູ່ຫໍພິພິດທະພັນ ໃນນະ
ຄອນຟິນິກສ໌ ລັດອາຣີໂຊນາ. ຍານາງຄຳສອນ ເປັນແມ່ຍິງອາເມຣິກັນເຊື້ອສາຍລາວ
ແລະແມ່ຍິງຈາກເຂດເອເຊຍປາຊິຟິກ ຄົນ ທຳອິດ ທີ່ເຮັດວຽກຢູ່ໃນຕຳແໜ່ງ ເປັນປະທານ
ບໍລິຫານ ຢູ່ຫໍພິພິດ"ຕະພັນແຫ່ງນີ້. ໜ້າທີ່ຮັບຜິດຊອບຂອງຍານາງຄຳສອນ ເປັນມາຢ່າງ
ໃດນັ້ນ ກິ່ງສະຫວັo ຈະນຳເອົາການສຳພາດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສະຖາບັນເຄື່ອງນຸ່ງພື້ນເມືອງຊົນເຜົ່າ ແລະຊາວໂລກ ຂອງລັດອາຣີໂຊນາ (Arizona
Costume Institute) ຕັ້ງຂຶ້ນມາໃນປີ 1966 ເພື່ອໃຫ້ການສະໜັບ ສະໜູນປະສານງານ
ກັບ ຫໍພິພິດຕະພັນສິນລະປະອອກແບບເຄື່ອງນຸ່ງຂອງລັດ ອາຣິໂຊນາ (Arizona Arts
Museum) ຊຶ່ງມີຈຸດປະສົງເກັບກໍາຮັກສາສິນລະ ປະດັ້ງເດີມ ແລະສະໄໝໃໝ່ເອົາໄວ້.
ນອກຈາກນັ້ນ ກໍເພື່ອສົ່ງເສີມການສຶກສາ ດ້ານອອກແບບ ສະແດງເຄື່ອງນຸ່ງສະໄໝເກົ່າ
ແລະສະໄໝໃໝ່ຂອງໂລກ. ຫໍພິພິດທະພັນສິນລະປະເຄື່ອງນຸ່ງແຫ່ງນີ້ ແມ່ນບ່ອນນຶ່ງໃນ
ຈຳນວນ 15ແຫ່ງເທົ່າ ນັ້ນທີ່ມີ ແລະກໍຮັກສາໄວ້ ຢູ່ໃນສະຫະລັດອາເມຣິກາ ໃນປັດຈຸບັນ.

ຟິນິກສ໌ (Phoenix) ແມ່ນເມືອງຫຼວງຂອງລັດອາຣິໂຊນາ (Arizona) ຕັ້ງຢູ່ທາງພາກ
ຕາເວັນຕົກສຽງໃຕ້ ຂອງສະຫະລັດ ມີຫໍພິພິດທະພັນເຄື່ອງນຸ່ງພື້ນເມືອງປະກອບດ້ວຍ
ຊົນເຜົ່າອິນເດຍແດງ ໃນທ້ອງຖິ່ນ ຂອງລັດອາຣີໂຊນາ ແລະຊົນຊາດ ເມັກຊິໂກ ຊຶ່ງເປັນ
ປະເທດເພື່ອນບ້ານ ທີ່ມີຊາຍແດນຕິດພາກໃຕ້ຂອງສະຫະລັດ. ນອກນັ້ນກໍມີເຄື່ອງນຸ່ງ
ພື້ນເມືອງຈາກບັນດາປະເທດຢູໂຣບ ເອເຊຍ ແລະຈຳນວນນ້ອຍໆ ຈາກຂົງເຂດອາ
ຟຣິກາ.

ຍານາງຄຳສອນ ສິຣິມະນີວົງ ຄົນອາເມຣິກັນເຊື້ອສາຍລາວ ພ້ອມທັງເປັນແມ່ຍິງເອເຊຍ
ຄົນທຳອິດ ທີ່ເປັນປະທານ ແລະຜູ້ບໍລິຫານຫໍພິພິດທະພັນ ການວາງສະແດງເຄື່ອງນຸ່ງ
ພື້ນເມືອງດັ່ງກ່າວ ໄດ້ອະທິບາຍສູ່ ວີໂອເອ ຟັງດັ່ງນີ້.

ລິງໂດຍກົງ

ຢູ່ຕາມເມືອງນ້ອຍ ແລະໃຫຍ່ ໃນສະຫະລັດອາເມຣິກາ ຈະສັງເກດເຫັນມີຫໍພິພິ ທະພັນ
ຫຼາຍໆຢ່າງ ເປັນບ່ອນເກັບກຳຂໍ້ມູນຄວາມເປັນມາຂອງປະຫວັດສາດເພື່ອ ມີໄວ້ໃຫ້ຄົນ
ຄົ້ນຄວ້າ ແລະ "ສຶກສາຄວາມເປັນມາ ຂອງສັງຄົມຊີວິດ. ການເຂົ້າໄປເບິ່ງໄປຊົມຫໍພິພິດ
ທະພັນເຫຼົ່ານີ້ ບາງບ່ອນຕ້ອງໄດ້ເສຍເງິນ ແລະບາງບ່ອນບໍ່ ໄດ້ເສຍເງິນ ຊຶ່ງຍານາງຄຳ
ສອນໄດ້ອະທິບາຍກ່ຽວກັບການວາງສະແດງເຄື່ອງ ນຸ່ງພື້ນເມືອງ ຢູ່ສະຖານແຫ່ງນີ້ ສູ່
ຟັງຕໍ່ໄປວ່າ:

ລິງໂດຍກົງ

ຢູ່ໃນລະບົບບໍລິຫານ ເຂົາເຈົ້າມີການປະສານງານຕິດຕໍ່ຫາກັນກັບ ຫໍພິພິດທະພັນຕ່າງໆ
ຢູ່ທົ່ວປະເທດ. ໂດຍສະເພາະມີການແລກປ່ຽນ ການຢືມເຄື່ອງວັດຖຸຕ່າງໆ ມາວາງສະ
ແດງ ແລະຊື້ຂາຍກັນຕາມທີ່ມີຄວາມຕ້ອງການ. ເຄື່ອງສິນລະປະບາງ ຢ່າງ ມີລາຄາແພງ
ພໍສົມຄວນ ຂຶ້ນໄປຕາມລຳດັບ ເຖິງແສນໂດລາກໍມີ ແລ້ວແຕ່ ຄຸນນະພາບ ແລະຝີມືການ
ອອກແບບ ຊຶ່ງຍານາງຄຳສອນ ອະທິບາຍສູ່ຟັງວ່າ:

ລິງໂດຍກົງ

ການວາງສະແດງເຄື່ອງນຸ່ງພື້ນເມືອງຂອງຫໍພິພິດທະພັນ ໄດ້ມີການສັບປ່ຽນໄປມາ ທຸກໆ
ຫ້າຫົກເດືອນ ແລ້ວແຕ່ສະພາບການ. ໂດຍສະເພາະ ອີງຕາມຄວາມສົນໃຈ ຂອງປະຊາ
ຄົມໃນເຂດທ້ອງຖິ່ນ ແລະເຫດການທີ່ສຳຄັນ ກ່ອນທີ່ຈະນຳເອົາເຄື່ອງ ອອກມາວາງສະ
ແດງ ຊຶ່ງຍານາງຄຳສອນ ກ່າວວ່າ:

ລິງໂດຍກົງ

ຍານາງຄຳສອນ ສິຣິມະນີວົງ ເກີດຢູ່ເມືອງທ່າແຂກ ແຂວງຄຳມ່ວນ ປະເທດລາວ ໄດ້ເດີນ
ທາງເຂົ້າມາຕັ້ງຖິ່ນຖານ ຢູ່ໃນສະຫະລັດອາເມຣິກາ ກັບຄອບຄົວ ໃນປີ 1981 ເວລານັ້ນມີ
ອາຍຸໄດ້ຫົກປີ ຢູ່ທີ່ລັດອາຣີໂຊນາ. ຍານາງຄຳສອນ ສຳເລັດປະລິນຍາຕີ ຝ່າຍສິນລະປະ
ອອກແບບ ມະນຸດສະທຳ ແລະສິນລະປະ ຊຶ່ງຍານາງ ຄຳສອນ ໄດ້ກ່າວມ້ວນທ້າຍສູ່
ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ຍານາງຄຳສອນ ສິຣິມະນີວົງ ແມ່ນແມ່ຍິງລາວອາເມຣິກັນຄົນທຳອິດ ທີ່ຢູ່ໃນຕຳ ແໜ່ງບໍ
ລິຫານ ຫໍພິພິດທະພັນຢູ່ໃນສະຫະລັດ ພ້ອມທັງມີຄວາມເຂົ້າໃຈຢ່າງເລິກ ເຊິ່ງທາງດ້ານ
ວັດທະນາທຳ ຂອງມະນຸດຊາດ.

XS
SM
MD
LG