ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານາງຄຳແສງ ຜູ້ຈັດອາຫານ ຢູ່ໂຮງໝໍແຫ່ງນຶ່ງ ໃນນະຄອນລອສແອນເຈີລິສ ເປັນຫ່ວງກ່ຽວກັບໂຄວິດ ສາຍພັນໃໝ່ແດລຕາ


່ນາງເບຣັນດາ ວາກັນ ອາຍຸ 14 ປີ ກຳລັງສັກຢາວັກຊີນຟາຍເຊີ ປ້ອງກັນໂຄວິດ-19 ທີ່ນະຄອນລອສ ແອລເຈີລິສ ວັນທີ 16 ກໍລະກົດ 2021.
່ນາງເບຣັນດາ ວາກັນ ອາຍຸ 14 ປີ ກຳລັງສັກຢາວັກຊີນຟາຍເຊີ ປ້ອງກັນໂຄວິດ-19 ທີ່ນະຄອນລອສ ແອລເຈີລິສ ວັນທີ 16 ກໍລະກົດ 2021.

ຫວ່າງມໍ໋ໆມານີ້ ໂຄວິດ-19 ສາຍພັນໃໝ່ແດລຕາ ໄດ້ແຜ່ລະບາດໄປທົ່ວ 50 ລັດ ຂອງ
ສະຫະລັດ ຢ່າງໜ້າວິຕົກ. ອີງຕາມລາຍງານ ຂອງທາງການ ສ່ວນໃຫຍ່ຂອງຜູ້ຕິດພະ
ຍາດແມ່ນຜູ້ທີ່ບໍ່ໄດ້ສັກຢາວັກຊີນປ້ອງກັນ. ເຖິງຢ່າງໃດກໍດີ ນະຄອນລອສແອນເຈີລິສ
(Los Angeles) ຕັ້ງຢູ່ໃນລັດຄາລີຟໍເນຍ ກຳລັງເກີດການແຜ່ລະບາດຂອງໂຄວິດ
ສາຍພັນໃໝ່ແດລຕາຢ່າງຮ້າຍແຮງ ຈົນທາງ ການໄດ້ອອກຄຳສັ່ງໃຫ້ປະຊາຊົນ ພາກັນ
ໃສ່ໜ້າກາກຄືນໃໝ່ອີກຫຼັງຈາກທີ່ໄດ້ ໂຍະຍານປ່ອຍມາໄດ້ຊົ່ວໄລຍະນຶ່ງ.

ຍານາງຄຳແສງ ຄົນອາເມຣິກັນເຊື້ອສາຍລາວເປັນແມ່ຄົວຢູ່ໂຮງໝໍແຫ່ງນຶ່ງໃນ ນະຄອນ
ລອສແອນເຈີລິສ ໄດ້ໃຫ້ຂໍ້ສັງເກດ ກ່ຽວກັບສະພາບການ ແລະການ ປະກາດຂອງທາງ
ການໃນທ້ອງຖິ່ນໃຫ້ໃສ່ໜ້າກາກຄືນໃໝ່ສູ່ວີໂອເອ ຟັງດັ່ງນີ້

ລິງໂດຍກົງ

ທ່າມກາງການແຜ່ລະບາດຕິດແປດ ຊຶ່ງບໍ່ພຽງແຕ່ຜູ້ບໍ່ໄດ້ສັກຢາວັກຊີນປ້ອງກັນ ເທົ່າ
ນັ້ນ ແຕ່ຜູ້ທີ່ໄດ້ສັກຢາວັກຊີນໄປແລ້ວກໍໄດ້ຮັບຜົນກະທົບໄປຕາມໆກັນທັງ ຍັງເຕືອນ
ໃຫ້ໃສ່ໜ້າກາກດ້ວຍຄວາມລະມັດລະວັງເວລາຢູ່ໃນຕຶກອາຄານຕ່າງໆ. ນອກຈາກນັ້ນ
ແລ້ວບັນດານັກການແພດຍັງໄດ້ສະເໜີໃຫ້ຂະຫຍາຍການໃສ່ໜ້າ ກາກແກ່ພວກເດັກ
ນ້ອຍ ທີ່ີມີອາຍຸແຕ່ 2 ປີ ຂຶ້ນໄປ. ການແຜ່ລະບາດຄັ້ງໃໝ່ນີ້ ຍັງໄດ້ເປັນຜົນກະທົບຕໍ່
ພວກນັກກິລາ ທີ່ກຳລັງຈະແຂ່ງຂັນກິລາໂອລິມປິກ ຢູ່ທີ່ ປະເທດຍີ່ປຸ່ນ ຊຶ່ງຈະເລີ້ມຂຶ້ນ
ໃນສຸກນີ້.

XS
SM
MD
LG