ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານາງກົງເດືອນ ຫຼວງຣາດ ຮອງປະທານ ສະມາຄົມສະຕີລາວ ອາເມຣິກັນ ປະຈຳເຂດເບເອເຣຍ


ຍານາງກົງເດືອນ ຫຼວງຣາດ ຮອງປະທານສະມາຄົມ ສະຕີລາວອາເມຣິກັນ ປະຈຳເຂດເບເອເຣຍ.
ຍານາງກົງເດືອນ ຫຼວງຣາດ ຮອງປະທານສະມາຄົມ ສະຕີລາວອາເມຣິກັນ ປະຈຳເຂດເບເອເຣຍ.

ທ່ານຜູ້ຟັງທີ່ເຄົາລົບ ເນື່ອງຈາກວ່າ ວັນທີ 8 ເດືອນມີນາ ຈະມາເຖິງນີ້ ເປັນວັນແມ່ຍິງ
ສາກົນ ເພາະສະນັ້ນ ໃນສອງສາມອາທິດທິດທີ່ຜ່ານມາ ລາຍການຊີວິດຊາວລາວຂອງ
ວີໂອເອ ຈຶ່ງໄດ້ນຳເອົາການສຳພາດ ກ່ຽວກັບ ບົດບາດຂອງພວກແມ່ຍິງອາເມຣິກັນເຊື້ອ
ສາຍລາວມາສະເໜີທ່ານ. ສຳລັບວັນພະຫັດມື້ນີ້ ເຮົາໄດ້ໂອ້ລົມກັບ ຍານາງແກົງເດຶອນ
ຫຼວງຣາດ ຮອງປະທານສະມາຄົມສະຕີລາວ ປະຈຳເຂດເບເອເຣຍ ທີ່ລັດຄາລີຟໍເນຍ
ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງສະຫະລັດ ມາສະ​ເໜີ​ທ່ານ. ສະມາຄົມດັ່ງກ່າວ
ນີ້ເປັນສະມາຄົມຊ່ວຍຕົນເອງ ອາສາສະໝັກ ແລະບໍ່ສ້າງຜົນກຳໄລ. ສ່ວນວ່າກິດຈະ
ການຂອງສະມາຄົມຍິງລາວມີຄວາມເປັນມາຢ່າງໃດ ກິ່ງສະຫວັນ ຈະນຳມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ບັນດາສະມາຊິກ ສະມາຄົມສະຕີລາວ ປະຈຳເຂດ ເບເອເຣຍ. ລັດຄາລີຟໍເນຍ.
ບັນດາສະມາຊິກ ສະມາຄົມສະຕີລາວ ປະຈຳເຂດ ເບເອເຣຍ. ລັດຄາລີຟໍເນຍ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ສັດຕະວັດທີ 21 ໄດ້ພິສູດໃຫ້ເຮົາເຫັນບົດບາດ ຄວາມ
ກ້າວໜ້າ ແລະການປ່ຽນແປງດ້ານກາ​ນດຳລົງຊີວິດຫລາຍຢ່າງ ເຊັ່ນວ່າຄວາມຈະເລີນ
ດ້ານເທັກໂນໂລຈີ ໂດຍສະເພາະຢ່າງຍິງແມ່ນຂະບວນການເຄື່ອນໄຫວຂອງພວກ​ແມ່
ຍິງສາກົນ. ເຂົາເຈົ້າໄດ້ພາກັນລຸກຮືຂຶ້ນ ຢ່າງອົງອາດກ້າຫານ ເວົ້າອອກມາເປັນສຽງ
ດຽວກັນ ເພື່ອຮຽກຮ້ອງເອົາສິດທິ ແລະຄວາມສະເໜີພາບ ທີ່ໄດ້ຖືກກົດດັນມາເປັນ
ເວລານານ.

ນອກຈາກວ່າເຂົາເຈົ້າໄດ້ປະກອບວິຊາອາຊີບ ປະຕິບັດໜ້າທີອັນສຳຄັນ ​ແລະ​ເຖິງ
ແມ່ນວ່າ ຈຳນວນ​ນຶ່ງ​ບໍ່​ໄດ້​ຢູ່ໃນ​ວົງ​ການ​ເມືອງ​ກໍ​ຕາມ ແຕ່​ເຂົາ​ເຈົ້າກໍ​ມີ​ຄວາມສາມາດ
ສ້າງລາຍໄດ້ເທົ່າທ່ຽກັບພວກຜູ້ຊາຍ​ ​ແລະຍັງໄດ້ວາງບົດບາດອາສາສະໝັກຮັບໃຊ້່
ຊ່ວຍເຫລືອສັງຄົມຢູ່ຕາມທ້ອງຖິ່ນຕ່າງໆຂອງໃຜລາວຢູ່ໃນສະຫະລັດ.

ຍານາງແກ້ວກົງເດືອນ ຫຼວງຣາດ ສະຕີອາເມຣິກັນເຊື້ອສາຍລາວທີ່ຫ້າວຫັນ ແມ່ນ
ໂຕຢ່າງນຶ່ງຄົນ​ນຶ່ງ ທີ່ໜ້າສັນລະເສີນ. ຍານາງ​ເປັນຮອງປະທານສະມາຄົມສະຕີລາວ
ປະຈຳເຂດເບເອເຣຍ ຢູ່ທີ່ລັດຄາລີຟໍ​ເນຍ ​ແລະໄດ້ຮັບໃຊ້ປະຊາຄົມລາວອາເມຣິກັນ
ມາໄດ້ສາມສະໄໝແລ້ວ. ຍານາງແກ້ວກົງເດືອນ ໄດ້​ເລົ່າປະສົບການຂອງ​ການ​ເປັນ
​ຜູ້ນຳສັງຄົມລາວອາເມຣິກັນ ຢູ່ເຂດເບເອເຣຍ ສູ່​ວີ​ໂອ​ເອຟັງດັ່ງນີ້:

ບັນດາ​ຊາວ​ໜຸ່ມ​ຜູ້​ເກີດ​ໃຫຍ່​ຢູ່​ໃນ​ສະຫະລັດ ພາກັນໄດ້​ຮັບ​ການ​ສຶກສາ​ສູງ ​ແລະ​ມີໜ້າ​
ທີ່​ວຽກ​ການອັນສຳຄັນຫລາຍໆ​ຢ່າງ. ເພື່ອ​ຊ່ວຍ​ແປງ​ທາງປ້ອງ​ກັນ​ຜູ້​ເກີດໃໝ່​ໃຫຍ່​ລຸ່ນ
ໃຫ້ຢູ່​ໃນ​ລະບຽບ​ວິ​ໃນ ​ແລະ​ຫລີກ​ເວັ້ນບັນຫາ​ຕ່າງໆ ຍານາງ​ແກ້ວ​ກົງ​ເດືອນ​ ໄດ້​ກ່າວ
ເຖິງ​ກິດຈະການໃຫ້ແກ່ພວກ​ຊາວໜຸ່ມໄດ້​ຮຽນ​ຮູ້ດັ່ງ​ນີ້:

ບັນດາເຍົາວະຊົນອາເມຣິກັນເຊື້ອສາຍລາວ.
ບັນດາເຍົາວະຊົນອາເມຣິກັນເຊື້ອສາຍລາວ.

ການ​ດຳລົງຊີວິດ​ໂດຍ​ທົ່ວໆ​ໄປ​ແລ້ວແມ່ນ​ເປັນ​ຂອງ​ທຳ​ມະ​ດາ ທີ່​ບາງຄັ້ງບາງຄາວກໍຈະ
​ຫລີກ​ເວັ້ນບັນຫາ​ສັງຄົມ ​ແລະບັນຫາ​ສ່ວນ​ໂຕ​ບໍ່ໄດ ​ເຊັ່ນ​ວ່າ​ບັນຫາ​ຜົວ​ເມຍ ລູກ​ເຕົ້າ
​ແລະເພື່ອນ​ຝູງ ​ຊຶ່ງຍານາງແກ້ວ​ກົງ​ເດືອນ​ໄດ້​ກ່າວ​ເຖິງ​ຕອນ​ນີ້​ວ່າ :

ບັນດາສະມາຊິກ ສະມາຄົມສະຕີລາວ ປະຈຳເຂດ ເບເອເຣຍ. ລັດຄາລີຟໍເນຍ.
ບັນດາສະມາຊິກ ສະມາຄົມສະຕີລາວ ປະຈຳເຂດ ເບເອເຣຍ. ລັດຄາລີຟໍເນຍ.

ກ່ຽວ​ກັບ​ດ້ານ​ສັງຄົມ​ສົງ​ເຄາະ ສະມາຄົມ​ສະຕີ​ລາວ ​ໄດ້​ພາກັນ​ປຸ້ມລຸ່​ມ​ເບິ່ງ​ແຍງ​ກັນ​ເທົ່າ​
ທີ່​ຄວນ ​ໂດຍ​ສະ​ເພາະ​ການ​ຊ່ວຍ​ເຫລືອ​ໃນເວລາ​ເກີດ​ມີ​ການເສຍ​ຊີວິດ​ຂອງ​ສະມາຊິກ
​ສະມາຄົມ ຊຶ່ງ​ຍານາງ​ແກ້​ວກົງ​ເດືອນ ​ໄດ້​ກ່າວເຖິງ​ການ​ບໍລິການດ້ານ​ນີ້​ວ່າ:

ຊີວິດ​ຂອງ​ບັນ​ດາ​ຜູ້​ເຖົ້າ​ຜູ້​ແກ່​ຢູ່​ໃນ​ສະຫະລັດອາ​ເມຣິກາ ຕ້ອງ​ໄດ້​ເປັນທີ່​ເບິ່ງ​ແຍງຢ່າງ​
ໃກ້ຊິດ​ເປັນ​ພິ​ເສດ ​ໂດຍ​ສະ​ເພາະ​ດ້ານ​ການ​ໄປມາ ​ແລະ​ພະຍາບານ. ​ເຖິງ​ແມ່ນ​ວ່າ​
ປະຊາ​ກອນ​ລາວ​ ຈະໄດ້​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ຕ່າງປະ​ເທດ​ເປັນ​ເວລາດົນ​ກວ່າ​ສີ່​ທົດ​ສະ​ວັດ​
ແລ້ວ​ກໍ​ຕາມ ​ແຕ່ກໍ​ຍັງໄດ້ມີການ​ພິສູດ​ໃຫ້​ເຫັນ​ວ່າ ​ຊາວ​ລາວ​ຍັງມີຄວາມກະ​ຕັນ​ຍູຮູ້ບຸ​ນ
ຄຸນຕໍ່​ພໍ່​ແມ່​ເຖົ້າແກ່ຢູ່ ໂດຍບໍ່ໄດ້ຖິ້ມຮີດໃຫ້ໝອງຄອງໃຫ້ເສົ້າ. ຫລາຍໆ​ຄອບຄົວ ​ທີ່ມີ​ພໍ່
​ແມ່ເຖົ້າ​ແກ່ຢູ່​ນໍາ ​ຕ້ອງ​ໄດ້​ຮັບ​ເອົາ​ຄວາມ​ຮັບຜິດຊອບ​ເປັນພິ​ເສດ ​ແທນ​ທີ່​ ​ຈະ​ນຳເອົາ​ພໍ່
​ແມ່​ໄປ​ຝາກ​ໄວ້​ທີ່​ເຮືອນ​ບົວລະບັດ​ຜູ້​ເຖົ້າ ຄືດັ່ງ​ປະ​ເພ​ນີອາ​ເມຣິກັນທົ່ວໆໄປ ຊຶຶ່ງ​ຍານາງ
​ແກ້ວ​ກົງ​ເດືອນ ​ໄດ້​ກ່າວ​ເຖິງ​ຄວາມ​ຮູ້​ສຶກຕອນ​ນີ້​ວ່າ:

ບັນດາສະມາຊິກ ສະມາຄົມສະຕີລາວ ປະຈຳເຂດ ເບເອເຣຍ. ລັດຄາລີຟໍເນຍ.
ບັນດາສະມາຊິກ ສະມາຄົມສະຕີລາວ ປະຈຳເຂດ ເບເອເຣຍ. ລັດຄາລີຟໍເນຍ.

ການ​ມີ​ປະກັນ​ໄພ​ສຸຂະພາບ ​ແລະ​ປະກັນ​ໄພ​ຊີວິດ​ຢູ່​ໃນ​ສະຫະລັດ ​ເປັນ​ສິ່ງ​ທີ່​ຈຳ​ເປັນ
​ແຕ່ວ່າ​ ປະຊາຊົນ​ສະຫະລັດ​ຫລາຍໆ​ຄົນ ​ຍັງ​ບໍ່​ສາມາດ​ປະຕິບັດ​ໄດ້. ​ເພາະສະ​ນັ້ນ ຈະ
ຕົກ​ເປັນ​ພາລະ ​ຂອງ​ປະຊາ​ຄົມ​ສ່ວນໃຫຍ່​ທີ່​ຈະ​ເບິ່ງ​ແຍງ​ກັນເອງ. ກ່ຽວ​ກັບ​ເລື່ອງ​ນີ້
ຍານາງ​ແກ້ວ​ກົງ​ເດືອນ​ກ່າວ​ວ່າ:

ນັ້ນ​ແມ່ນ​ໂຕ​ຢ່າງ​ນຶ່ງ ຂອງ​ການວາງ​ບົດບາດ​ການ​ເປັນ​ຜູ້ນຳຂອງ​ສັງຄົມ ຂອງ​ຍານາງ
​ແກ້ວ​ກົງ​ເດືອນ ສະຕີ​ລາວ​ອາ​ເມຣິກັນ​ ຢູ່​ເຂ​ດ​ເບ​ເອ​ເຣຍ ລັດ​ຄາ​ລີ​ຟໍ​ເນຍ.

XS
SM
MD
LG