ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອາຫານ ພື້ນເມືອງລາວ ກຳລັງ ເປັນທີນິຍົມ ຢູ່ໃນນະຄອນຫຼວງ ວໍຊິງຕັນ


ຍານາງດາວອນ ສຸທຳມະວົງ ກຳລັງເຮັດໝູກອບ ນຶ່ງໃນບັນດາ ອາຫານຍອດນິຍົມ ຢູ່ຮ້ານອາຫານ ສະບາຍດີ ໃນນະຄອນຫຼວງ ວໍຊິງຕັນ ວັນທີ 14 ສິງຫາ 2018.
ຍານາງດາວອນ ສຸທຳມະວົງ ກຳລັງເຮັດໝູກອບ ນຶ່ງໃນບັນດາ ອາຫານຍອດນິຍົມ ຢູ່ຮ້ານອາຫານ ສະບາຍດີ ໃນນະຄອນຫຼວງ ວໍຊິງຕັນ ວັນທີ 14 ສິງຫາ 2018.

ສະບາຍດີທ່ານ​ຜູ້​ຟັງ​ທີ່​ເຄົາລົບ ໃນ​ລາຍການ​ຊີວິດ​ຊາວ​ລາວຂອງວີ​ໂອ​ເອ ​ໃນ​ແລງ​ວັນ​
ພະ​ຫັດ​ມື້​ນີ້ ​ເຮົາ​ຈະ​ນຳ​ເອົາ​ການ​ໂອ້ລົມ ກັບຍານາງ​ດາວ​ອນ ສຸ​ທຳ​ມະ​ວົງ ແມ່ຄົວ​ໃຫຍ່
ຊ່ຽວຊານ​ດ້ານ​ອາຫານ​ລາວ ​ແລະ​ໄທ ພ້ອມທັງ​ເປັນ​ເຈົ້າ​ຂອງ​ຮ້ານ​ອາຫານທີ່ມີ​ຊື່ວ່າ
“ສະບາຍດີ” ທີ່​ຫາ​ກໍ​ເປີດ​ມາ​ໄດ້ເກືອບ​ນຶ່ງ​ປີແລ້ວຢູ່​ຖະໜົນ​ເມົາເພລຊັນ (Mt Pleasant)
ຊຶ່ງ​ແມ່ນ​ຄຸ້​ມນຶ່ງ​ຢູ່​ໃນນະຄອນຫຼວງວໍຊິ​ງຕັນ. ປັດຈຸ​ບັນ​ນີ້ອາຫານ​ພື້ນ​ເມືອງ​ລາວ​ກຳລັງ
ເປັນ​ທີ່​ນິຍົມ​ຊົມ​ຊອບສຳລັບຄົນອາ​ເມຣິກັນ ​ໃນ​ນະຄອນຫຼວງວໍຊິ​ງຕັນ. ອັນດັບຕໍ່ໄປ
ກິ່ງ​ສະຫວັນ ຈະ​ນຳ​ເອົາລາຍລະອຽດ ຂອງການໂອ້ລົມດັ່ງກ່າວ ມາສະ​ເໜີ​ທ່ານ ​ເຊີນ ຮັບຟັງໄດ້ເລີຍ.

ຍານາງດາວອນ ສຸທຳມະວົງ ແມ່ຄົວໃຫຍ່ ແລະເຈົ້າຂອງຮ້ານອາຫານສະບາຍດີ.
ຍານາງດາວອນ ສຸທຳມະວົງ ແມ່ຄົວໃຫຍ່ ແລະເຈົ້າຂອງຮ້ານອາຫານສະບາຍດີ.

ມີໃຜ​ແດ່​ທີ່​ຍັງ​ເວົ້າ​ວ່າ ອາຫານ​ລາວ​ບໍ່ຄ່ອຍ​ເປັນ​ທີ່​ນິຍົມ ​ແລະ​ປະ​ເທດ​ລາວ​ກໍບໍ່​ເປັນ​ທີ່​ຮູ້
ຈັກ​ກັນ​ດີ. ຄຳ​ເວົ້າ​ດັ່ງກ່າວ​ນີ້​ໄດ້​ພິສູດ​ໃຫ້​ເຫັນ​ວ່າ​ຜິດພາດ ບັນດາ​ນັກ​ຕິ​ຊົມ ​ແລະຊີ​ມລົດ
​ຊາດ​ອາຫານ​ຈາກນິຕະ​ຍະ​ສານ​ທີ​ມີ​ຊື່​ສຽງ​ຕ່າງ​ໆ​ຢູ່​ໃນ​ສະຫະລັດ ​ໄດ້​ຍ້ອງຍໍ​ອາຫານ​ພື້ນ​
ເມືອງ​ລາວຊໍ້າ​ແລ້​ວຊໍ້​າອີກ​ເຖິງ​ລົດຊາດ​ ​ແລະຄວາມ​ແຊບນົວ. ​ບັນດານັກ​ຂຽນ​ຕິ​ຊົມ
ກ່ຽວ​ກັບ​ອາຫານພື້ນ​ເມືອງ​ຂອງ​ຊາວ​ໂລກ ​ໄດ້​ພາກັນ​ຊອກ​ຫາເລາະ​ຊີມ​ອາຫານ​ຕ່າງໆ.
ຖ້າ​ຫາກ​ຮ້ານ​ອາຫານໃດ ​ທີ່​ຖືກ​ຍ້ອງຍໍ​ແລ້ວ ຮ້ານ​ນັ້ນ​ກໍຈະ​ໄດ້​ຮັບ​ຄວາມໄວ້​ວາງ​ໃຈ ​
ແລະ​ພວກ​ລູກ​ຄ້າ​ຈະ​ພາກັນມາທົດ​ລອງ​ດ້ວຍ​ຕົນ​ເອງ.

​ເມື່ອ​ສິບກ​ວ່າ​ປີ​ປີ​ກ່ອນ ບໍ່​ມີ​ຮ້ານ​ອາຫານ​ລາວ​ ຢູ່​ໃນ​ເຂດ​ນະຄອນຫຼວງ​ວໍ​ຊິງ​ຕັນ ​ແຕ່ຕົກ
ມາ​ບັດ​ນີ້ໄດ້​ມີ​ເຖິງ​ສີ່​ຮ້ານ ຮ້ານ​ທີ່​ເປີດ​ຫລ້າ​ສຸດ​ໄດ້​ແກ່​ຮ້ານ “ສະບາຍດີ” ​ໂດຍ​ແມ່ຄົວ​ທີ່​
ມີຄວາມ​ຊຳ​ນິຊຳນານ​ອາຫານລາວ ​ແລະ​ໄທ ​ຄື​ຍານາງ​ດາ​ວອນ ສຸ​ທຳ​ມະ​ວົງ ລູກບ້ານ
ຫຼານ​ເມືອງນະຄອນ​ວຽງ​ຈັນ. ​ແຕ່ກ່ອນ​ຈະ​ມາ​ເປີດ​ຮ້ານ​ເປັນ​ຂອງ​ຕົນ​ເອງ​ນັ້ນ ຍານາງ
​ດາ​ວອນ ໄດ້​ເປັນ​ແມ່ຄົວ​ໃຫຍ່​ປະຈຳ​ຮ້ານ​ອາຫານ​ໄທ​ເປັນ​ເວລາ 13 ປີ ​ແລະ​ໃນ​ທີ່​ສຸດ​ກໍ
​ໄດ້​ຕັດສິນ​ໃຈ​ເປີດ​ຮ້ານ​ອາຫານ​ເປັນ​ຂອງ​ຕົນ​ເອງ ບໍລິການ​ທັງ​ອາຫານ​ລາວ ​ແລະ​ໄ​ທ
​ເພື່ອ​ໃຫ້​ຊາວ​ໂລກ​ໄດ້​ຊີມ​ລົດ​ຊາດຂອງອາຫານ​ພື້ນ​ເມືອ​ງລາວ.

ຍານາງ​ດາວ​ອນ ​ໄດ້​ກ່າວ​ເຖິງຄວາມສົນ​ໃຈ ​ແລະ​ຮຽກຮ້ອງ​ຕ້ອງການ​ຂອງອາຫານ​ລາວ
ຈາກ​ພວກ​ລູກ​ຄ້າຕໍ່ ວີ​ໂອ​ເອ ດັ່ງນີ້ :

ຄຳຍ້ອງຍໍຈາກ ໜັງສືພິມວໍຊິງຕັນໂພຕທ໌.
ຄຳຍ້ອງຍໍຈາກ ໜັງສືພິມວໍຊິງຕັນໂພຕທ໌.

ນະຄອນຫຼວງ​ວໍ​ຊິງ​ຕັນ ມີ​ກົດ​ລະບຽບອັນ​ເຄັ່ງ​ຄັດ​ຫຼາຍ​ໆຢ່າງ ​ຮວມທັງ​ການ​ຂາຍ​ເຫຼົ້າ​ຢູ່​
ຕາມ​ຮ້ານ​ອາຫານ​ ຊຶ່ງບໍ່​ເປັນ​ທີ່​ງາຍເລີຍ ​ໃນ​ການຂໍອະນຸຍາດ​. ​ເພາະສະ​ນັ້ນ ຮ້ານ​ອາ
ຫານ​ສະ​ຍາຍ​ດີ ​ຍັງ​ບໍ່​ສາມາດ​ຂາຍ​ເຫຼົ້າ​ໄດ້​ເທື່ອ ​ແຕ່​ກໍ​ກຳລັງ​ພະຍາຍາມ​ໃຫ້​ໄດ້​ໃບອະ
ນຸຍາດ​ໃນ​ອະນາ​ຄົດ​ຂ້າງ​ໜ້າ​ນີ້ ຊຶ່ງ​ຍານາງ​ດາວ​ອນ ​ໄດ້​ກ່າວ ກ່ຽວ​ກັບ​ເລື້ອງ​ນີ້ວ່າ:

ຍານາງດາວອນ ກຳລັງເຮັດໝູກອບ.
ຍານາງດາວອນ ກຳລັງເຮັດໝູກອບ.

ຫຼາ​ຍໆຄົນ​ທີ່​ເຄີ​ຍ​ທົດ​ລອງເປີດ​ຮ້ານ​ອາຫານມາ​ກ່ອນພາກັນ​ລົ້ມລຸກຄຸກ​ຄານ ແລະ​ປະ
​ສົບ​ກັບ​ບັນຫາ​ຫຼາຍໆຢ່າງ ບໍ່​ເປັນດັ່ງ​ຄວາມຝັນ​ທີ່​ໄດ້ຄາດຄິດ​ເອົາ​ໄວ້. ວຽກ​ຮ້ານ​ອາຫານ
​ເປັນ​ວຽກ​ໜັກ ມີ​ຄວາມ​ຮັບຜິ​ດຊອບ​ສູງ ​ແລະບໍ່​ຄ່ອຍ​ມີ​ເວລາໄປທ່ຽວ​ຫຼິ້ນ ສັງ​ສັນຄື​ດັ່ງ​
ຄົນອື່ນໆ​. ນອກຈາ​ກນັ້ນ​ແລ້ວ ກ່ອນ​ຈະ​ເປີດ​ຮ້ານ​ອາຫານຕ້ອງໄດ້​ຜ່ານ​ການ​ຮັບ​ຮູ້ ຢັ້ງ
ຢືນ​ຫຼາຍ​ຂັ້ນ​ຕອນ​ຈາກ​ເຈົ້າ​ຂອງສະຖານ​ທີ່ເຊົ່າ ເຖິງ​ແມ່ນ​ວ່າ ຈະມີ​ທືນຮອນ​ຫຼາ​ຍ​ເທົ່າ
​ໃດກໍ​ຕາມ ຊຶ່ງ​ຍານາງ​ດາ​ວອນ​ໄດ້​ກ່າວເຖິງເລື້ອງ​ນີ້​ວ່າ:

ຮ້ານອາຫານສະບາຍດີ ຕັ້ງຢູ່ເລກທີ່ 3211 Mt. Pleasant St. NW, Washington D.C.
ຮ້ານອາຫານສະບາຍດີ ຕັ້ງຢູ່ເລກທີ່ 3211 Mt. Pleasant St. NW, Washington D.C.

​ຍິ່ງ​ໄປ​ກວ່າ​ນັ້ນ ໃນ​ແຕ່ລະ​ເດືອນ ຍາ​ນາງ​ດາວ​ອນ ຕ້ອງ​ໄດ້​ໃຊ້​ຈ່າຍ​ຄ່າຕ່າງໆ​ເປັນຕົ້ນ​
ວ່າ ຄ່າ​ປະກັນ​ໄພ ຄ່າ​ເຊົ່າ ຄ່າ​ນໍ້າ ຄ່າ​ໄຟ ​ແລະ​ອື່ນໆທີ່ຈະຕ້ອງ​ຫາ​ເງິນ ​ໃຫ້​ໄດ້ຫຼາຍເທົ່າ
​ທີ່​ຈະ​ຫຼາຍ​ໄດ້ ​ເພື່ອ​ພຽງພໍ ສຳລັບການໃຊ້​ຈ່າຍທີ່ກ່າວໄວ້ນັ້ນ ​ຊຶ່ງ​ຍານາງ​ດາວ​ອນ​ໄດ້
ກ່າວ​ດັ່ງນີ້:

ການຕົກແຕ່ງພາຍໃນຮ້ານອາຫານສະບາຍດີ.
ການຕົກແຕ່ງພາຍໃນຮ້ານອາຫານສະບາຍດີ.

ແຕ່ໃນຂະນະດຽວກັນ ຍານາງດາວອນ ກໍໄດ້ສະແດງຄວາມດີໃຈທີ່ສາມາດກ້າວມາ
ຮອດຈຸດນີ້ ໃນການນຳສະເໜີອາຫານລາວ ດ້ວຍການເປີດຮ້ານເປັນຂອງຕົນເອງຊຶ່ງ
ຍານາງກ່າວມ້ວນທ້າຍວ່າ:

ແໜມເຂົ້າ ນຶ່ງໃນຈຳນວນວນອາຫານຍອດນິຍົມຂອງ ຮ້ານອາຫານສະບາຍດີ.
ແໜມເຂົ້າ ນຶ່ງໃນຈຳນວນວນອາຫານຍອດນິຍົມຂອງ ຮ້ານອາຫານສະບາຍດີ.

ນັ້ນ​ແມ່ນ​ການ​ສຳພາດກັບ​ຍານາງ​ດາວ​ອນ ສຸ​ທຳ​ມະ​ວົງ ​ເຈົ້າ​ຂອງ​ຮ້ານ​ອາຫານ
​ສະບາຍດີ ທີ່​ນະຄອນຫຼວງ​ວໍ​ຊິງ​ຕັນ.

XS
SM
MD
LG