ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ວີໂອເອລາວ ໂອ້ລົມ ກັບຍານາງດາວັນ ວົງຄຳຈັນ ເຈົ້າຂອງຮ້ານອາຫານ ແລະນັກຮ້ອງ ທີ່ເມືອງອາມາຣິລໂລ


ຮ້ານອາຫານລາວ ເອຊຽນບິສໂຕຣ ທີ່ເມືອງອາມາຣິລໂລ ລັດເທັກຊັສ
ຮ້ານອາຫານລາວ ເອຊຽນບິສໂຕຣ ທີ່ເມືອງອາມາຣິລໂລ ລັດເທັກຊັສ

ສະບາຍດີທ່ານຜູ້ຢັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ສຳລັບແລງວັນ
ພະຫັດມື້ນີ້ ກິ່ງສະຫວັນ ຈະນຳເອົາການໂອ້ລົມກັບຍານາງດາວັນ ວົງຄຳຈັນ ນັກທຸລະກິດ
ເຈົ້າຂອງຮ້ານອາຫານລາວແລະ ນັກຮ້ອງ ຢູ່ເມືອງອາ ມາຣິລໂລ ລັດເທັກຊັສ ມາສະເໜີ
ທ່ານ. ເຊີນຮັບຟັງໄດ້ ໃນອັນດັບຕໍ່ໄປ.


ເມືອງອາມາຣິລໂລ (Amarillo) ລັດເທັກຊັສ ຕັ້ງຢູ່ພາກກາງທິດໃຕ້ຂອງ ສະຫະລັດ ເປັນ
ເມືອງທີີ່ມີຊາວອາເມຣິກັນເຊື້ອສາຍລາວພາກັນຕັ້ງຖິ່ນຖານ ທຳ ມາຫາກິນຢ່າງຫຼວງຫຼາຍ
ມີວັດວາອາຮາມ ມີການຈັດຕັ້ງສະມາຄົມ ແລະຮ້ານ ອາຫານລາວຫຼາຍແຫ່ງ. ຮ້ານອາ
ຫານ ເອຊຽນບິສໂຕຣ (Asian Bistro) ກໍ ແມ່ນຮ້ານນຶ່ງທີ່ທຸລະກິດກຳລັງເດີນດີ ເປັນທີ່ນິ
ຍົມສຳລັບບັນດາລູກຄ້າທົ່ວໆໄປ ທີ່ພາກັນໄປຮັບປະທານອາຫານລາວ ແລະຫວຽດນາມ.

ຍານາງດາວັນ ວົງຄຳຈັນ ພ້ອມດ້ວຍ ພໍ່ແລະແມ່ ໄດ້ພາກັນເລີ້ມເຮັດທຸລະກິດ ຮ້ານອາຫານ
ບິສໂຄຣ ມາໄດ້ສອງປີແລ້ວ ບ່ອນທີ່ບັນດານັກທຸລະກິດຄົນອື່ນໆ ໄດ້ພາກັນລົ້ມລຸກຄຸກຄານ
ມາກ່ອນ. ປັດຈຸບັນນີ້ ປາກົດວ່າ ທຸລະກິດເດີນດີເປັນ ພິເສດຍ້ອນຄວາມດຸໝັ່ນຂະຫຍັນຂັນ
ແຂງຂອງຄອບຄົວ ໂດຍສະເພາະຍານາງ ດາວັນ ຜູ້ເປັນລູກສາວ ທີ່ໄດ້ນຳພາ ເກືອບວ່າບໍ່
ມີເວລາພັກຜ່ອນ ຊຶ່ງຍານາງ ດາວັນ ໄດ້ແນະນຳຕົນເອງສູ່ ວີໂອເອ ຟັງດັ່ງນີ້:

ຕົກມາບັດນີ້ ອາຫານພື້ນເມືອງລາວເຊັ່ນວ່າ ລາບ ກ້ອຍ ຊີ້ນສະຫວັນ ໂດຍ ສະເພາະ ເຂົ້າ
ໜຽວໄດ້ກາຍມາເປັນທີ່ຮູ້ກັນດີ ແລະເປັນທີ່ນິຍົມແກ່ບັນດາລູກ ຄ້າໂດຍທົ່ວໆໄປ. ການບໍ
ລິຫານຮ້ານອາຫານເພື່ອໃຫ້ເດີນດີ ຍານາງດາວັນມີ ພອນສະຫວັນຮູ້ຈັກແກ້ໄຂ ເຊັ່ນວ່າ
ຂາດພະນັກງານ ແລະຮັບມືກັບເຫດການ ການທຸກຢ່າງ ຊຶ່ງຍານາງດາວັນ ໄດ້ອະທິບາຍຕໍ່
ໄປອີກວ່າ:

ບັນຍາກາດສິ່ງແວດລ້ອມຂອງຮ້ານອາຫານເອຊຽນບິສໂຕຣ ເປັນບ່ອນທີ່ມັກ ມີ ພວກລູກ
|ຄ້າຊົນຊັ້ນທຳມະດາ ໂດຍທົ່ວໆໄປ ໂດຍສະເພາະເວລາກິນເຂົ້າທ່ຽງ ຈະມີຄົນພາກັນມາ
ກິນຢ່າງໜາແໜ້ນ ຊຶ່ງຍານາງດາວັນ ໄດ້ກ່າວເຖິງພວກລູກ ຄ້າ ບັນຍາກາດຂອງຮ້ານອາ
ຫານ ແລະການໃຊ້ຊີວິດແຕ່ລະວັນສູ່ວີໂອເອ ຟັງ ດັ່ງນີ້:

ນອກຈາກຄວາມຮັບຜິດຊອບຮ້ານອາຫານແລ້ວ ຍານາງດາວັນຍັງເປັນນັກຮ້ອງ ເພງ
ລາວທີ່ຮູ້ກັນດີ ໃນສັງຄົມລາວອາເມຣິກັນ. ຍານາງດາວັນໄດ້ຖືກຮຽກຮ້ອງ ໃຫ້ເດີນທາງ
ໄປຮ້ອງເພງ ກ່ອມອາລົມປະຊາຄົມລາວອາເມຣິກັນຢູ່ໃນຫຼາຍໆລັດ ດັ່ງທີ່ ຍານາງດາ
ວັນໄດ້ກ່າວສະຫລຸບກ່ຽວກັບເລື້ອງນີ້ວ່າ:

ນັ້ນແມ່ນການທຳມາຫາກິນ ແລະສັງຄົມຊີວິດຂອງຍານາງດາວັນ ວົງຄຳຈັນ ສະມາຊິກ
ສັງຄົມລາວອາເມຣິກັນຄົນນຶ່ງທີ່ເຮັດວຽກໜັກແລະສ້າງຄວາມມ່ວນຊື່ນໃຫ້ ແກ່ຕົນເອງ
ແລະສັງຄົມລາວຢູ່ໃນສະຫະລັດ.

ຍານາງດາວັນ ວົງຄໍຈັນ
ຍານາງດາວັນ ວົງຄໍຈັນ

XS
SM
MD
LG