ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍານາງຈັນທະພອນ ນາຍຄູສອນ ນັກຮຽນຊັ້ນປະຖົມ ຢູ່ເມືອງອາມາຣິນໂລ ລັດເທັກຊັສ


ຍານາງຈັນທະພອນ (Thea) ໄຊຍະກຸມມານ.
ຍານາງຈັນທະພອນ (Thea) ໄຊຍະກຸມມານ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ​ໃນແລງວັນພະ
ຫັດມື້ນີ້ ເຮົາຈະພາທ່ານໄປຮູ້ຈັກກັບຍານາງຈັນທະພອນ ໄຊຍະກຸມມານ ຊຶ່ງຮູ້ກັນໃນອີກ
ຊື່ນຶ່ງວ່າ ເທຍ. ຍານາງເປັນຄູສອນນັກຮຽນຊັ້ນປະຖົມ ຢູ່ເມືອງອາມາຣິນໂຣ ລັດເທັກຊັສ.
ຍານາງເທຍໄດ້ຖືກພໍ່ແມ່ແນະນຳໃຫ້ພົວພັນກັບກິດຈະກຳສັງຄົມລາວ ບ່ອນທີ່ຍານາງໄດ້
ເຫັນສະພາບຄວາມຕ້ອງການຂອງ ເດັກນ້ອຍອາເມຣິກັນເຊື້ອສາຍລາວ ທີ່ໄດ້ເປັນສາເຫດ
ພາໃຫ້ນາງມາເປັນນາຍ ຄູສອນຢູ່ຊັ້ນປະຖົມ ຊຶ່ງ ກິ່ງສະຫວັນ ຈະນຳເອົາການໂອ້ລົມມາ
ສະເໜີທ່ານໃນອັນ​ດັບ​ຕໍ່​ໄປ.


ການນຳພາເຮັດກິດຈະການຊ່ວຍສັງຄົມ ຂອງຜູ້ນຳຄອບຄົວ ມີຜົນໃນທາງ ບວກຫຼາຍຢ່າງ
ຕໍ່ບັນດາລູກເຕົ້າ. ເມືອງອາມາຣິນໂຣ ລັດເທັກຊັສ ເປັນບ່ອນຕັ້ງປະຊາຄົມລາວອາເມຣິກັນ
ທີ່ສຳຄັນ ມາເປັນເວລາກວ່າ ສີ່ທົດສະວັດ. ບັນດາສະ ມາຊິກປະຊາຄົມລາວອາເມຣິກັນຢູ່
ຂົງເຂດແຫ່ງນີ້ປະກອບວິຊາອາຊີບຕ່າງໆ ມີທຸລະກິດການຄ້າ ມີວັດວາອາຮາມ ເປັນສູນ
ກາງເຕົ້າໂຮມສັງຄົມ ບັນດາຜູ້ອາວຸ ໂສໄດ້ນຳພາລູກຫລານ ຮັກສາຮິດຄອງປະເພນີ ແລະ
ສະຫຼອງບຸນປະປະຈຳປີຕ່າງໆ.

ຍານາງເທຍ ໄດ້ເຕີບໃຫຍ່ຢູ່ໃນບັນຍາກາດສິ່ງແວດລ້ອມດັ່ງກ່າວນີ້ແລະໄດ້ເຫັນຄວາມ
ຕ້ອງການຂອງສັງຄົມ ໃນການເປັນນາຍຄູ. ຍານາງເທຍ ສຳເລັດປະລິນ ຍາຕີ ຝ່າຍບໍລິ
ຫານ ຫຼື Business Administration ແລະປະລິນຍາໂທຝ່າຍ ສື່ສານ ຫຼື
communication ແລະສຳເລັດຫຼັກສູດການສອນ ຊຶ່ງຍານາງເທຍ ໄດ້ກ່າວວ່າ:


ນອກຈາກເປັນຄູສອນເດັກນ້ອຍທົ່ວໄປ ຢູ່ຊັ້ນປະຖົມແລ້ວ ຍານາງເທຍຍັງເປັນ ຄູສອນພາ
ສາອັງກິດ ESL (English as a Second Language) ຫຼືພາສາ ອັງກິດເປັນ​ພາ​ສາທີ
ສອງ ທີ່ບໍ່ແມ່ນພາສາກຳເນີດ ໃຫ້ແກ່ພວກຜູ້ໃຫຍ່ທີ່ມາຈາກຕ່າງປະເທດ ເພື່ອໃຫ້ມີຄວາມ
າມາດປາກເວົ້າ ອ່ານ ແລະຊ່ວຍໃນວຽກການສົນທະນາເຮັດວຽກງານ. ນອກນັ້ນກໍມີພວກ
ນັກຮຽນຜູ້ໃຫຍ່ ຈາກຕ່າງປະເທດຕຽມສອບເສັງທຽບເທົ່າຂັ້ນມັດທະຍົມ (GED) ແລະຕຽມ
ເຂົ້າມະຫາວິທະຍາໄລ ຊຶ່ງຍານາງເທຍ ໄດ້ອະທິບາຍາສູ່ຟັງວ່າ:

ບັນດາເດັກນ້ອຍນັກຮຽນທີ່ຍານາງເທຍ ສິດສອນມາຈາກພື້ນຖານ ໂດຍທົ່ວໄປ ພ້ອມທັງ
ພໍ່ແມ່ເປັນຄົນລາວອາເມຣິກັນ ລູກຊອດ ແລະເດັກນ້ອຍທີ່ພໍ່ແມ່ມາຈາກ ປະເທດຕ່າງໆ
ຊຶ່ງຍານາງເທຍ ໄດ້ເລົ່າເຖິງປະສົບການຕອນນີ້ສູ່ຟັງວ່າ:

ຍານາງເທຍ ໄດ້ສັງເກດເຫັນບັນດາຊາວໜຸ່ມລຸ້ນນ້ອງໆທີ່ເຕີບໃຫຍ່ ພາກັນມີ ຄວາມກ້າວ
ໜ້າດ້ານການສຶກ ເຂົາເຂົ້າມີໜ້າທີ່ວຽກການ ເປັນນັກວິຊາການຢູ່ ໃນຫຼາຍໆຂະແໜງ ຊຶ່ງ
ຍານາງເທຍ ໄດ້ກ່າວມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້:

ນັ້ນແມ່ນໂຕຢ່າງດ້ານການສຶກສາຂອງ ຊາວອາເມຣິກັນເຊື້ອສາຍລາວລຸ້ນໃໝ່ ທີ່ບັນດາພໍ່
ແມ່ຜູ້ປົກຄອງໄດ້ສູ້ທົນຊຸກຍູ້ ປູທາງໃຫ້ພວກລູກເຕົ້າ ປະສົບຜົນສຳ ເລັດ ແລະເປັນພົນລະ
ເມືອງດີຊອງປະເທດ.

XS
SM
MD
LG