ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອລາວ ສຳພາດຍານາງຈັນທະລາ ພານຸວົງ ນັກທຸລະກິດຂາຍອາຫານຍີ່ປຸ່ນ ຊຸຊິ-ຊາຊິມິ ທີ່ນະຄອນມົງເຣອານ ການາດາ


ຍານາງຈັນທະລາ ພານຸວົງ
ຍານາງຈັນທະລາ ພານຸວົງ

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວປະຈຳແລງວັນ ພະຫັດມື້ນີ້ ເຮົາຈະພາທ່ານໄປພົບ ກັບຍານາງຈັນທະລາ ພານຸວົງ ນັກທຸລະກິດ ເຮັດອາຫານຍີ່ປຸ່ນ ຊຸຊິ (Sushi) ປາດິບຢອງໃສ່ເຂົ້າ ແລະຊາຊິມິ (Sashimi) ປາດິບລ້າໆ ທີ່ຍານາງຈັນທະລາ ເປັນເຈົ້າຂອງໃຫ້ບໍລິຫານ ຢູ່ໃນນະຄອນມົງເຣອານ ປະເທດການາດາ. ຍານາງຈັນທະລາ ໄດ້ເຮັດທຸລະກິດ ຮ້ານບໍລິການຊູຊິ-ຊາຊິມິ ມາໄດ້ກວ່າ ນຶ່ງທົດສະວັດແລ້ວ ຊຶ່ງປາກົດວ່າ ມີຄວາມກ້າວໜ້າດີ ແລະ ກຳລັງຈະຂະຫຍາຍ ອອກໄປອີກເປັນບ່ອນທີສາມ. ກິ່ງສະຫວັນ ຈະນຳເອົາການ ສຳພາດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອາຫານຍີ່ປຸ່ນທີ່ມີຊື່ສຽງ ເປັນທີ່ນິຍົມຮັບປະທານ ຢູ່ຕາມຮ້ານອາຫານຍີ່ປຸ່່ນ ໂດຍສະເພາະວາງຂາຍຢູ່ຕາມຕະຫຼາດ ທີ່ໃສ່ຖາດ ແລະກັບໄວ້ເປັນທີ່ຮຽບຮ້ອຍ ແບບຊື້ໄປນັ່ງກິນໄດ້ທັນທີ. ຊຸຊິ-ຊາຊິມິ (Suchi-Sashimi) ແມ່ນປາດິບ ຢອງໃສ່ເຂົ້າ ແລະປາດິບລ້າໆ ຊຶ່ງທັງໝົດນີ້ ກິນກັບຂີງດອງ ວາຊາບິ (Wasabi) ຄົນປະສົມກັບນໍ້າຊະອີ້ວ ກິໂກແມນ (Kikoman) ໄດ້ກິນແລ້ວແມ່ນແຊບ ອີ່ຫຼີ. ຊຸຊິ-ຊາຊິມິ ແມ່ນອາຫານພື້ນເມືອງ ເປັນທີ່ນິຍົມຢູ່ໃນປະເທດຍີ່ປຸ່ນແລະປະເທດ ເກົາຫຼີ ທີີ່ມີປະຫວັດຄວາມເປັນມາອັນຍາວນານ. ເພາະສະນັ້ນຢູ່ແຕ່ລະຂົງເຂດມີ ປະເພນີການປຸງແຕ່ງຂອງໃຜລາວ ແລະຕ້ອງໃຊ້ປາສົດໆ ທີ່ມາຈາກທະເລ.

ໃນໄລຍະກວ່າສອງທົດສະວັດທີ່ຜ່ານມາອາຫານ ຊຸຊິ-ຊາຊິມິ ໄດ້ເລີ້ມເປັນທີ່ນິຍົມ ຢູ່ໃນສະຫະລັດ ການາດາ ປະເທດຕາວັນຕົກແລະອື່ນໆ ແຕ່່ບໍ່ໄດ້ໝາຍຄວາມວ່າ ຊາວຍີ່ປຸ່ນເປັນຜູ້ບໍລິການ. ເພາະສະນັ້ນຈະສັງເກດເຫັນຄົນຊາດອື່ນໂດຍສະເພາະ ຄົນເອເຊຍທີ່ພາກັນເຮັດທຸລະກິດດັ່ງກ່າວນີ້ ແຕ່ໃສ່ຊື່ເປັນພາສາຍີ່ປຸ່ນ. ນອກຈາກ ນັ້ນອີກແລ້ວ ການປຸງແຕ່ງຊຸຊິ-ຊາຊິມິ ຈະສັງເກດເຫັນ ວິວັດທະນາການປຸງແຕ່ງ ໃໝ່ອອກໄປ ຈາກປະເພນີດັ້ງເດີມຂອງຊາວຍີ່ປຸ່ນ ແລະເກົາຫຼີ.

ບັດນີ້ເຮົາມາຟັງການອະທິບາຍຂອງ ຍານາງຈັນທະລາ ເບິ່ງດຸວ່າການບໍລິຫານ ທຸລະກິດຂອງເພີ່ນ ທີ່ມີຊື່ວ່າອາກິ (AKI) ເປັນແບບໃດແດ່ ຊຶ່ງນາງຈັນທະລາ ກ່າວສູ່ ວີໂອເອ ຟັງດັ່ງນີ້:

ການຕົກແຕ່ງປາດິບຊູຊີ-ຊາຊິມິ.
ການຕົກແຕ່ງປາດິບຊູຊີ-ຊາຊິມິ.

ຍານາງຈັນທະລາ ເປີດບ່ອນຂາຍຊຸຊີ-ຊາຊິມິ ພາຍໃຕ້ການໃຊ້ສະຖານທີ່ ແລະ ໃຊ້ໃບອະນຸຍາດ ຂອງບໍລິສັດອາກິ (AKI) ທີ່ເປັນເຈົ້າຂອງຕະຫຼາດໃຫຍ່ ແລະ ມີຫຼາຍສາຂາຢູ່ກວ່າ 100 ແຫ່ງ ໃນນະຄອນມົງເຣອານ ຊຶ່ງຍານາງຈັນທະລາ ກ່າວເຖິງການເສຍຄ່າເປີເຊັນຂອງລາຍໄດ້ຕໍ່ໄປວ່າ.

ຮູບພາບ ປາທູນາຊຸຊິ.
ຮູບພາບ ປາທູນາຊຸຊິ.

ການຂະຫຍາຍທຸລະກິດຕ້ອງມີພະນັກງານມາຊ່ວຍ ໃນປັດຈຸບັນນີ້ເຫັນວ່າ ມີບັນ ຫາໃນການຊອກຫາພະນັກງານ ເນື່ອງຈາກການລະບາດໂຄວິດ-19. ໃນຂະນະ ດຽວກັນນີ້ ພວກຫວ່າງງານຕ່າງກໍພາກັນໄດ້ຮັບເງິນຊ່ວຍເຫຼືອ ຈາກລັດຖະບານ ໂດຍບໍ່ຕ້ອງໄດ້ເຮັດວຽກ ຊຶ່ງເລື້ອງນີ້ມີທັງຜົນດີ ແລະລົບ ຊຶ່ງ ຍານາງຈັນທະລາ ກ່າວເຖິງບັນຫາການຊອກຫາພະນັກງານສູ່ຟັງດັ່ງນີ້:

ຮູບພາບຊຸຊິ-ຊາຊິມິ.
ຮູບພາບຊຸຊິ-ຊາຊິມິ.

ຕາມປົກກະຕິແລ້ວ ປະເພນີການກິນຊຸຊີ-ຊາຊິມິ ປາທີ່ນຳມາຕ້ອງມາຈາກນໍ້າເຄັມ ຫຼືນໍ້າທະເລ ແລະເປັນປາທີ່ສົດໆ. ແຕ່ບາງຊະນິດກໍຖືກແຊນໍ້າກ້ອນ ຈົນແຂງມາ ແລ້ວ ທີ່ຂຶ້ນຢູ່ກັບສະພາບແວດລ້ອມ ແລະຊະນິດຂອງປາ. ທັງໝົດນີ້ ຂຶ້ນກັບຂົງ ເຂດ ແລະການຄວບຄຸມດ້ານອະນາໄມຂອງແຕ່ລະທ້ອງຖິ່ນ. ສຳລັບບໍລິສັດ AKI ທີ່ຕັ້ງຢູ່ນະຄອນມົງເຣອານ ຍານາງຈັນທະລາ ໄດ້ອະທິບາຍສູ່ຟັງດັ່ງນີ້”

ທັກໂກຊາຊິມິ ທີ່ຜະລິດແບບໃໝ່
ທັກໂກຊາຊິມິ ທີ່ຜະລິດແບບໃໝ່

ປາທີ່ນຳມາເຮັດຊຸຊີ-ຊາຊິມິ ສ່ວນໃຫຍ່ແມ່ນປາທູນາ (Tuna) ຊາລມອນ (Salmon) ຊີ້ນກະປູທຽມ ໄຂ່ ແລະອື່ນໆ ຊຶ່ງຍານາງຈັນທະລາ ກ່າວຕໍ່ໄປ ອີກວ່າ:

ສະລັດ ອາຫານຜັກ ແລະເນີຍ
ສະລັດ ອາຫານຜັກ ແລະເນີຍ

ຍານາງຈັນທະລາ ກ່າວມ້ວນທ້າຍເຖິງລາຍໄດ້ລາຍຈ່າຍ ຈາກການເຮັດທຸລະກິດ ຊຸຊິ-ຊາຊິມິ ວ່າໄດ້ດີສົມຄວນ ເປັນວຽກທີີ່ມີຄວາມຮັບຜິດຊອບ ເພື່ອນຳລາຍໄດ້ ມາສູ່ຄອບຄົວ ແລະບັນດາພະນັກງານໃຫ້ມີວຽກເຮັດງານທຳໄປຕາມໆກັນ ດັ່ງທີ່ ຍານາງກ່າວດັ່ງນີ້:

ຊຸຊິ-ຊາຊິມິ ປຸງແຕ່ງຮຽບຮ້ອຍ ເພື່ອໃຫ້ເລືອກເອົາ
ຊຸຊິ-ຊາຊິມິ ປຸງແຕ່ງຮຽບຮ້ອຍ ເພື່ອໃຫ້ເລືອກເອົາ

ຍານາງຈັນທະລາ ພານຸວົງ ເປັນຄົນການາດາເຊື້ອສາຍລາວ ເກີດຢູ່ແຂວງຊຽງ ຂວາງ ໄດ້ຫລົບໜີຈາກສົງຄາມກັບຄອບຄົວ ມາຢູ່ນະຄອນຫຼວງວຽງຈັນ. ຕໍ່ມາ ໄດ້ເດີນທາງເຂົ້າມາຕັ້ງຖິ່ນຖານໃໝ່ໃນປະເທດການາດາ ເຄີຍໄດ້ເຮັດວຽກຢູ່ບໍ ລິສັດປະກອບເຄື່ອງອີເລັກໂຕຣນິກມາເປັນເວລາຫຼາຍປີແລະໃນທີ່ສຸດໄດ້ຕັດສິນ ໃຈມາປຸງແຕ່ງຂາຍອາຫານຍີ່ປຸ່ນ ຊຸຊີ-ຊາຊິມິ ຢ່າງເປັນຜົນສຳເລັດ.

XS
SM
MD
LG