ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແມ່ຄົວ ເຮັດ​ອາ​ຫານ​ຂາຍໃຫ້ເພື່ອນມິດ ໃນລະຫວ່າງການແຜ່ລະບາດ ​ຂອງໂຄວິດ-19


ແທມປູຣາ (Tempura) ຈືນອາຫານທະເລ ຍີ່ປຸ່ນ.
ແທມປູຣາ (Tempura) ຈືນອາຫານທະເລ ຍີ່ປຸ່ນ.

ການຖືກກັກໂຕເຮັດວຽກຢູ່ໃນບ້ານເຮືອນມາເປັນເວລາເກືອບສາມປີ ໄດ້ເຮັດໃຫ້ ຫຼາຍໆ
ຄົນພາກັນມີຫົວຄິດປະດິດສ້າງຫຼາຍຢ່າງ ໂດຍສະເພາະຜູ້ມັກຄົວກິນ ຕ່າງກໍພາກັນເຮັດ
ອາຫານໃຫ້ໝູ່ເພື່ອນຄົນຮັກແພງທີ່ບໍ່ແມ່ນຄົນລາວ ໄດ້ຊີມລົດຊາດອາຫານລາວ ແລະ
ອື່ນໆ.

ຍານາງອາພັນສາ ສູນດາຣາ ຢູ່ທີ່​ນະ​ຄອນມົງເຣອານ ປະເທດ ການາດາ ນັກອອກແບບເຄື່ອງນຸ່ງໃຫ້ແກ່ພວກດາຣາ ແລະ ກໍເປັນທີ່ຮູ້ກັນດີຢູ່ໃນສັງຄົມການາດາ. ໃນຂະນະທີ່ໄປມາຫາສູ່ກັນໄດ້ຍາກ ແລະບໍ່ມີໂອກາດໄດ້ພົບພໍ້ສັງສັນກັນເປັນປົກກະຕິໃນສອງປີທີ່ຜ່ານມານີ້ ອາພັນສາ ໄດ້ມີຄວາມຄິດປຸງແຕ່ງອາຫານຂາຍ ໃຫ້ແກ່ຊາວ ການາດາ ໄດ້ຊີມ ຊຶ່ງຍານາງ ອາພັນສາ ໄດ້ກ່າວຕໍ່ ວີໂອເອ ຟັງວ່າ:

ລິງໂດຍກົງ

ອາຫານທີ່ຍານາງ ອາພັນສາ ເຮັດອອກໃນແຕ່ລະອາທິດນັ້ນມີ ຢໍ່ຈືນ ກ້ອນນຶ່ງ 1 ໂດລາກາ
ນາດາ, ຂົ້ວໝີ່ລາວ ກັບນຶ່ງ 10 ໂດລາການາດາ ແລະ ແທມປູຣະ ເຊິ່ງແມ່ນອາຫານຈືນຂອງຍີ່ປຸ່ນ ກັບນຶ່ງ 10 ໂດລາ ການາດາ.

ຂົ້ວໝີ່ລາວ
ຂົ້ວໝີ່ລາວ

XS
SM
MD
LG