ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານາງວິສາຂະ ແສນທອງ ພົນລະເມືອງເດັນເວີ ລັດໂຄໂລຣາໂດ ເປັນຜູ້ນຶ່ງທີ່ໄດ້ສັກຢາວັກຊີ ເຂັມທີ 3 ແລ້ວ


ຍານາງວິສາຂະ ແສນທອງ ພົນລະເມືອງເດັນເວີ ລັດໂຄໂລຣາໂດ ໄດ້ຮັບຢາວັກຊີນກັນໂຄວິດ-19 ເຂັມທີ 3 ເປັນທີ່ຮຽບຮ້ອຍ.
ຍານາງວິສາຂະ ແສນທອງ ພົນລະເມືອງເດັນເວີ ລັດໂຄໂລຣາໂດ ໄດ້ຮັບຢາວັກຊີນກັນໂຄວິດ-19 ເຂັມທີ 3 ເປັນທີ່ຮຽບຮ້ອຍ.

ເມື່ອການລະບາດໄດ້ເລີ້ມຕົ້ນຂຶ້ນ ໃນເດືອນມີນາ ປີ 2019 ຢູ່ໃນສະຫະລັດ ຍາ ນາງວິສາຂະ ແສນທອງ ຊາວລາວອາເມຣິກັນ ໄວ 80 ກວ່າປີ ທີ່ອາໄສຢູ່ບ້ານພັກສ່ວນຕົວ ໃນນະຄອນເດັນເວີ ລັດໂຄໂລຣາໂດ ຜູ້ທີ່ມີຄວາມເປັນຫ່ວງ ແລະຍ້ານກົວຫຼາຍ ທີ່ຈະຕິດພະຍາດໄວຣັສດັ່ງກ່າວ ແລະເມື່ອມີຢາວັກຊີນຟາຍເຊີ (Pfizer) ນຳອອກມາສັກໃຫ້ແກ່ກຸ່ມສ່ຽງ ເຊັ່ນກຸ່ມພວກຜູ້ສູງອາຍຸ ຕັ້ງແຕ່ 65 ປີຂຶ້ນໄປ ເພິ່ນກໍບໍ່ໄດ້ລັ່ງເລໃຈເລີຍ ຈຶ່ງໄດ້ໄປສັກຢາວັກຊີນດັ່ງກ່າວສອງເຂັມເປັນ ທີ່ຮຽບຮ້ອຍ.

ຕົກມາທ້າຍເດືອນກັນຍາທີ່ຜ່ານມານີ້ ລັດຖະບານຂອງທ່ານໄບເດັນ ໄດ້ອະນຸ ມັດໃຫ້ສັກຢາວັກຊີນຂອງບໍລິສັດຟາຍເຊີ ເຂັມທີສາມ ຫຼືທີ່ເອີ້ນກັນວ່າ ບູສເຕີ ສໍາລັບປະຊາຊົນບາງກຸ່ມ ທີ່ລວມມີພວກຜູ້ເຖົ້າຜູ້ແກ່ອາຍຸຕັ້ງແຕ່ 65 ປີຂຶ້ນໄປ ເມື່ອຍານາງວິສາຂະ ໄດ້ຍິນຂ່າວດັ່ງກ່າວຜ່ານທາງໂທລະພາບແລ້ວ ເພິ່ນຈຶ່ງຕິດຕໍ່ໄປຫາ Kaiser Permanente ທີ່ເປັນບໍລິສັດປະກັນສຸຂະພາບແລະບໍລິ ການດ້ານການຮັກສາປິ່ນປົວ ດັ່ງທີ່ຍານາງກ່າວໃຫ້ຟັງວ່າ:

ເພິ່ນກ່າວໃຫ້ຟັງ ຫຼັງຈາກທີ່ໄດ້ສັກຢາວັກຊີນເຂັມທີສາມແລ້ວວ່າ “ບໍ່ເຈັບຫຼາຍຄືກັບເຂັມທີນຶ່ງແລະສອງ ໃນມື້ທີນຶ່ງນັ້ນ ແມ່ນບໍ່ເປັນຫຍັງເລີຍ ແຕ່ມື້ທີສອງມາ ມີອາການເປັນໄຂ້, ນ້ຳມູກໄຫລໜ້ອຍນຶ່ງແລ້ວເພິ່ນກໍເລີຍກິນຢາແກ້ໄຂ້ເມັດນຶ່ງຈຶ່ງ ຫາຍໄຂ້.” ນອກຈາກນັ້ນ ເພິ່ນຍັງກ່າວຝາກຄຳເຕືອນວ່າ “ຢາກເຕືອນໃຫ້ພີ່ນ້ອງປະຊາຊົນພົນລະເມືອງເຮົາໝົດຊູ່ຄົນ ຄົນລາວນີ້ແຫຼະ ບໍ່ວ່າຄົນໃດກະຢ່າ ຢ່າສຸຢ້ານເດີ້ ຢ່າສຸໄປຟັງຄວາມວ່າ ສັກແລ້ວມັນມີບັນຫາບໍ່ ບໍ່ມີດອກ. ຢາກບອກເຕືອນໃຫ້ຮູ້ພີ່ນ້ອງເຮົາໝົດສູ່ຜູ້ສູ່ຄົນ.

XS
SM
MD
LG