ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍານາງແສງດາຣາ ກ່າວວ່າ ວຽກການ ດ້ານສັງຄົມສົງເຄາະ ແມ່ນຂຶ້ນຢູ່ກັບທຶນ ທີ່ໄດ້ຮັບ


ຍານາງແສງດາຣາ ມີແກ້ວ ເຈົ້າໜ້າທີ່ສັງຄົມສົງເຄາະ ທີ່ເມືອງຟອດເວີດ ລັດເທັກຊັສ.
ຍານາງແສງດາຣາ ມີແກ້ວ ເຈົ້າໜ້າທີ່ສັງຄົມສົງເຄາະ ທີ່ເມືອງຟອດເວີດ ລັດເທັກຊັສ.

ທ່ານຜູ້ຟັງທີ່ເຄົາລົບ ເນື່ອງ​ໃນວັນສະຫຼອງວັນ​ແມ່ຍິງ​ສາກົນ ​ວັນພະຫັດທີ 8 ເດືອນມີນາ
ມື້ນີ້ ລາຍການຊີວິດຊາວລາວຂອງ ວີໂອເອ ໄດ້​ຕິດ​ຕາມ​ນຳ​ເອົາ​ການ​ສຳພາດ​ ກ່ຽວ​ກັບ
​ຄວາມ​ກ້າວໜ້າ ​ຂອງບັນດາ​ແມ່ຍິງ​ອາ​ເມຣິກັນ ເຊື້ອສາຍລາວ​ ມາມາສະເໜີທ່ານ ໄດ້​
ຫຼາຍ​ອາທິດແລ້ວ ແລະສຳລັບມື້​ນີ້​ເຮົາຈະນຳເອົາການ ສຳພາດ ກັບຍານາງ​ແສງ​ດາຣາ
ມີ​ແກ້ວ ນັກ​ສັງຄົມ​ສົງ​ເຄາະ ທີ່ໄດ້​ເຮັດ​ວຽກ​ໃຫ້​ແກ່​ອົງການ​ຕັ້ງ​ຖິ່ນ​ຖານ​ອົບ​ພະ​ຍົບທີ່​ເດີນ
ທາງ​ເຂົ້າ​ມາ​ໃນສະຫະລັດຈາ​ກທົ່ວ​ໂລກ ຢູ່ທີ່ລັດເທັກຊັສ. ອັນດັບຕໍ່ໄປ ກິ່ງສະຫວັນຈະ
ນຳເອົາການໂອ້ລົມ ກັບຍານາງແສງ​ດາຣາ ​ມາສະເໜີທ່ານ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ຄວາມ​ກ້າວໜ້າ​ຂອງບັນດາ​ແມ່ຍິງ​ອາ​ເມຣິກັນ​ເຊື້ອສາຍ​
ລາວໄດ້​ພິສູດ​ໃຫ້​ເຫັນ​ເຖິງຄວາມ​ກ້າວໜ້າ​ຫຼາຍໆຢ່າງ ມີ​ຄວາມມາ ນະ​ອົດທົນ ສະຫລຽວ​ສະຫຼາດ ໄດ້​ຮັບສິດ​ເສລີ​ພາບ​ຕ່າງໆ ຖ້າ​ປຽບທຽບໃສ່​ບັນ ດາ​ແມ່ຍິງ ທີ່​ຍັງຕົກຢູ່​ພາຍ​ໃຕ້
​ ການ​ຖືກ​ກີດ​ກັ້ນ ໃນ​ຫລາຍໆ​ປະ​ເທດ ທົ່ວ​ໂລ​ກ. ສະຫະລັດ​ອາ​ເມຣິກາ ​ໄດ້​ພິ​ສູດ​ໃຫ້​ເຫັນ
​ຢູ່​ຕະຫຼອດ​ມາ​ເຖິງ​ອິດ​ສະລະພາບ​ ​ໂດຍ​ສະ​ເພາະ ແມ່ນພວກ​ແມ່ຍິງອາ​ເມຣິກັນ​ເຊື້​ອສາຍ
​ລາວ ​ທີ່​ໄດ້​ຮັບ​ການ​ສຶກສາສູງ ​ແລະໄດ້​ປະກອບ​ວິຊາ​ອາ​ຊີບຕ່າງໆ​ເຊັ່ນວ່າ ​ເປັນ​ທະຫານ
ຕຳ​ຫລວດ ທະນາຍ ຄວາມ ນາຍ​ແພດ ນັກ​ການ​ເມືອງ ​ນັກວິ​ສະວະ​ກອນແລະ​ອື່ນໆ​ເຫຼົ່າ​
ນີ້ເປັນ​ຕົ້ນ.​

ບັນດາ​ແມ່ຍິງອາ​ເມຣິກັນ​ເຊື້ອສາຍ​ລາວກໍ​ແມ່ນ​ກຸ່ມ​ນຶ່ງ ທີ່​ເປັນ​ຜູ້​ໂຊກ​ດີ​ມີ​ໂອກາດ​ໄດ້​ວາງ​
ບົດບາດ​ຮັບ​ໃຊ້ສັງຄົມຢູ່​ໃນ​ທຸກໆຂະ​ແໜງ​ການ. ​ຍານາງແສງ​ດາຣາ ມີ​ແກ້ວ ອະດີ​ດນັກ​
ສຶກສາ​ດົງ​ໂດກ ອະ​ດີດ​ນາຍຄູ ຢູ່​ໂຮງຮຽນ​ເອກ​ກະ​ຊົນ ທີ່​ປະ​ເທດ​ລາວ​ ບັດ​ນີ້​ໄດ້​ກາຍ​ມາ
​ເປັນ​ເຈົ້າ​ໜ້າ​ທີ່​ສັງຄົມ​ສົງ​ເຄາະ ​ແນະນຳ​ການ​ຕັ້ງ​ຖິ່ນ​ຖານ​ແກ່ບັນດາ​ອົບ​ພະ​ຍົບຈາກ​ທົ່ວ​
ໂລກ ທີ່​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ໃນ​ສະຫະລັດ.

ຍາ​ນາງແສງ​ດາຣາ ມີ​ແກ້ວ ​ແມ່ນ​ສະມາຊິກ​ສັງຄົມ​ລາວ​ທີ່​ຮູ້​ກັນ​ດີ​ຢູ່​ໃນ​ປະຊາ​ຄົມ​ອາ​ເມຣິ
ກັນ​ເຊື້ອສາຍ​ລາວ ຢູ່ເຂດ​ເມືອງ Ft​. Worth ລັດ​ເທັກ​ຊັສ ຍານາງ​ໄດ້​ກ່າວ​ເຖິງວຽກ​ການ
ໜ້າ​ທີ່​ຄວາມ​ຮັບຜິດຊອບ​ຂອງ​ອົງການຊ່ວຍ​ເຫຼືອ​ອົບ​ພະ​ຍົບ ຕໍ່ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ຍາ​ນາງ​ແສງດາຣາ ​ໄດ້​ເຮັດ​ວຽກ​ໃຫ້​ແກ່ ອົງການ​ຕັ້ງ​ຖິ່ນ​ຖານ​ອົບ​ພະ​ຍົບທີ່​ມີ​ຊື່ວ່າ Hmong American Planning and Development Center ທີ່ເປັນອົງ​ການ​ເອກ​ກະ​ຊົນ ​ບໍ່​
ຫວັງຜົນກຳໄລ ແລະຍານາງໄດ້ອະທິບາຍສູ່ຟັງດັ່ງນີ້:

​ໃນ​ນາມ​ເຈົ້າ​ໜ້າ​ທີ່​ສັງຄົມ​ສົງ​ເຄາະແລະ​ເປັນ​ທີ່​ຮູ້​ດີ​ກັນ​ຢູ່​ໃນ​ວົງ​ສັງຄົມ ​ເນື່ອງຈາກ​ວ່າ​ມື້
​ນີ້​ເປັນ​ວັນແມ່ຍິງ​ສາກົນ ຍານາງ​ແສງ​ດາຣາ ​ໄດ້​ເຫັນ​ຄວາມ​ກ້າວໜ້າໂດຍ​ສະ​ເພາະ ​
ຊີວິດການ​ເປັນ​ຢູ່ ​ຂອງ​ບັນດາ​ແມ່ຍິງ​ອາ​ເມຣິກັນ​ເຊື້ອສາຍ​ລາວ ​ຊຶ່ງ​ຍານາງ​ໄດ້​ໃຫ້​ຂໍ້​
ສັງ​ເກດ​ຕໍ່ ວີ​ໂອ​ເອ ​ດັ່ງ​ນີ້

ນອກ​ນັ້ນຍານາງ​ແສງດາຣາ ຍັງໄດ້ກ່າວ​ເຖິງ​ຄວາມ​ກ້າວໜ້າ​ຂອງ​ບັນດາ​ເຍົາວະ​ຊົນ
ອາ​ເມຣິກັນ​ເຊື້ອສາຍ​ລາວ ​ຜູ້​ເປັນລູກ​ຫລານ​ທີ່ໄດ້​ມາເກີດ​ໃ​ໝ່​ໃຫຍ່​ລຸນ ​ບັດ​ນີ້​ເຂົາ​ເຈົ້າ
​ໄດ້​ປະສົບ​ຜົນສຳ​ເລັດດ້ານ​ການ​ສຶກສາ ເປັນ​ພົນລະ​ເມືອງດີ ​ແລະຮັບ​ໃຊ້​ສັງຄົມ​ຊຶ່ງ
ຍານາງ​ແສງ​ດາຣາ ກ່າວ​ໃນ​ຕອນ​ນີ້​ວ່າ:

ຄະນະສິນລະປິນອາເມຣິກັນເຊື້ອສາຍລາວ ທີ່ເມືອງຟອດເວີດ ລັດເທັກຊັສ.
ຄະນະສິນລະປິນອາເມຣິກັນເຊື້ອສາຍລາວ ທີ່ເມືອງຟອດເວີດ ລັດເທັກຊັສ.

ຍານາງ​ແສງ​ດາຣາ ມີ​ແກ້ວ ​ໄດ້​ກ່າວ​ມ້ວນທ້າຍກ່ຽວ​ກັບ​ກິດຈະການ​ປະຊາສຳພັນ ​
ດັ່ງ​ນີ້:

ຄະນະ​ຈັດ​ທຳ​ລາຍການພາກ​ພາສາ​ລາວ​ ວີ​ໂອ​ເອ ຂອງ​ສະ​ແດງ​ຄວາ​ມຂອບ​ໃຈມາຍັງ
ຍານາງ​ແສງ​ດາຣາ ມີ​ແກ້ວ ​ໃນ​ວາລະ​ໂອກາດ​ສະຫຼອງ​ວັນ​ແມ່ຍິງ​ສາກົນ ທີ່​ໄດ້​ແບ່ງ​
ປັນປະ​ສົບ​ການ​ຂອງ​ທ່ານ​ໃນ​ຄັ້ງ​ນີ້​ດ້ວຍ​.

XS
SM
MD
LG