ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍານາງຣາດຊະກັນຍາ ວຽງຫຼວງ ບັກເຊກ ຜູ້ກວດກາການເງິນ ແລະບໍລິຫານງົບປະມານສະໜາມບິນສາກົນ ຝອດເວີດ ລັດເທັກຊັສ


ຍານາງຣາດຊະກັນຍາ ວຽງຫຼວງ ບັກເຊັກ (ຂວາສຸດ) ພ້ອທດ້ວຍສາມີ ລູກຊາຍ ແລະລູກສາວ
ຍານາງຣາດຊະກັນຍາ ວຽງຫຼວງ ບັກເຊັກ (ຂວາສຸດ) ພ້ອທດ້ວຍສາມີ ລູກຊາຍ ແລະລູກສາວ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວປະຈຳວັນພະຫັດມື້ນີ້ ເຮົາ
ຈະນຳເອົາການໂອ້ລົມກັບຍານາງຣາດຊະກັນຍາວຽງຫຼວງ ບາເຊັກ (Rasjakanya
Viengluang Buczek) ຜູ້ກວດກາການເງິນ ທົບທວນສັນຍາບໍລິຫານງົບປະມານ 30
ລ້ານໂດລາຕໍ່ປີຂອງສະໜາມບິນສາກົນຢູ່ເມືອງຝອດເວີດ ລັດເທັກຊັສ. ເສັ້ນທາງທີ່
ໄດ້ ນຳພາຍານາງຣາດຊະກັນຍາມາປະຕິບັດງານຢູ່ໃນໜ້າທີ່ອັນສຳຄັນນີ້ເປັນມາຢ່າງ
ໃດນັ້ນ ຂໍເຊີນທ່ານຮັບຟັງຈາກກິ່ງສະຫວັນ ໄດ້ໃນອັນດັບຕໍ່ໄປ.

ຍານາງຣາດຊະກັນຍາ ບາເຊັກ ເກີດຢູ່ບ້ານສີຖານເໜືອໃນນະຄອນຫລວງວຽງຈັນ ຊຶ່ງ
ໄດ້ຕິດຕາມຄອບຄົວເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ໃນສະຫະລັດ ໃນປີ 1980 ໃນຕອນມີອາຍຸ
ໄດ້ 5 ປີ. ແມ່ຍິງເຊື້ອສາຍລາວ ຜູ້ສະຫລາດສະຫລຽວຄົນນີ້ ເປັນຜູ້ກວດກາການເງິນ, ທົບ
ທວນສັນຍາ ແລະບໍລິຫານງົບປະມານ 30 ລ້ານໂດລາຕໍ່ປີ ຢູ່ສະໜາມບິນສາກົນ ເມືອງ
ຝອດເວີດ ລັດເທັກຊັສແລະ ມີຄວາມສົນໃຈວຽກງານທີ່ກ່ຽວຂ້ອງກັບການເງິນ ແລະກວດ
ກາບັນຊີ ມາຕັ້ງແຕ່ເວລາ ທີ່ເລີ້ມເຂົ້າມະຫາວິທະຍາໄລ ແລະ ໄດ້ເຈາະຈົງໃສ່ການສຶກສາ
ດ້ານນີ້ມາຕະຫຼອດ ຈົນໄດ້ຮັບປະລິນຍາຕີ ຝ່າຍບໍລິຫານທຸລະກິດ (Bachelor’s of
Business Administration) ໃນປີ 1998 ແລະປະລິຍາໂທຝ່າຍບັນຊີ (Accounting) ຈາກ
ມະຫາວິທະຍາໄລເບເລີ (Baylor University) ທີ່ເປັນມະຫາວິທະຍາໄລ ເອກະຊົນທີ່ມີຊື່
ສຽງ, ຊຶ່ງ ຍານາງຣາດຊະກັນຍາ ໄດ້ກ່າວເຖິງການຮຽນ ແລະການເຮັດວຽກສູ່ວີໂອເອ
ຟັງດັ່ງນີ້

ຍານາງ ສາມາດປາກເວົ້າພາສາລາວດ້ວຍສຳນຽງວຽງຈັນຢ່າງແຈ່ມແຈ້ງ ແລະຖືກສິດ
ສອນໃຫ້ຮູ້ຈັກຂະນົບທຳນຽມລາວເປັນຢ່າງດີ ເຖິງແມ່ນວ່າຈະບໍ່ມີໂອກາດໄດ້ກັບຄືນ
ໄປຢ້ຽມຢາມລາວກໍຕາມ. ຍານາງກ່າວມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້:

ຜົນສຳເລັດດ້ານການສຶກສາໄດ້ນຳມາສູ່ໜ້າທີ່ ວຽກງານທີ່ສຳຄັນ ແລະສ້າງລາຍໄດ້ສູງ.
ຍານາງຣາດຊະກັນຍາ ມີອາຍຸພຽງ 22 ປີ ເວລາຮຽນຈົບປະລິນຍາໂທຝ່າຍບັນຊີ. ບັດ
ນີ້ຍານາງໄດ້ກາຍມາເປັນນັກວິຊາການທີ່ຕ້ອງໄດ້ໂອ້ລົມກັບບັນດາຫົວໜ້າ ບໍລິຫານບໍ
ລິສັດຕ່າງໆກ່ຽວກັບບັນຊີ ແລະໄດ້ອະທິບາຍກ່ຽວກັບການບໍລິຫານວຽກງານສູ່ຟັງວ່າ:

ຍານາງ ຣາດຊະກັນຍາ ມີລູກສາວທີ່ໜ້າຮັກສອງຄົນ ແລະລູກຊາຍຄົນນຶ່ງ ແລະຕັ້ງຖິ່ນ
ຖານຢູ່ເມືອງຝອດເວີດ, ລັດເທັກຊັສ. ຍານາງຣາດຊະກັນຍາ ແລະສາມີ ຍັງມີຄວາມຮັບ
ຜິດຊອບໃນການລ້ຽງລູກໃຫ້ຢູ່ດີກິນດີ ໄດ້ຮັບການສຶກສາສູງໃຫ້ຄືກັນກັບພໍ່ແມ່ ແລະມີ
ສຸຂະພາບສົມບູນດີ ຊຶ່ງທັງໝົດນີ້ ຕ້ອງໄດ້ໃຊ້ເງິນຢ່າງຫຼວງຫຼາຍໃນການດຳລົງຊີວິດຢູ່ໃນ
ຊົນຊັ້ນກາງຂອງຄອບຄົວຊາວອາເມຣິກັນ ຊຶ່ງຍານາງຣາດຊະກັນຍາກ່າວສູ່ຟັງດັ່ງນີ້:

ນັ້ນແມ່ນຜົນສຳເລັດດ້ານການສຶກສາສູງຂອງຍານາງຣາດຊະກັນຍາ ສະຕີອາເມຣິກັນ
ເຊື້ອສາຍລາວ ຕັ້ງຖິ່ນຖານຢູ່ເມືອງຝອດເວີດ, ລັດເທັກຊັສ ສະຫະລັດອາເມຣິກາ.

XS
SM
MD
LG