ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຍາ​ນາງ​ນິ​ນີ ສີ​ຫາ​ປັນ​ຍາ ຜູ້ກວດ​ກາ​ຄຸນ​ນະ​ພາບ ຜະ​ລິດ​ຕະ​ພັນ ທີ່​ລັດ​ແມັສຊາ​ຈູ​ແຊັ​ສ


ຍາ​ນາງ​ນິ​ນີ ສີ​ຫາ​ປັນ​ຍາ ຜູ້ກວດ​ກາ ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ ບ່ວງ ສ້ອມ ແລະ​ມີດ ປ​ລ​າ​ສ​ຕິກ ຂອງບໍ​ລິ​ສັດ Georgia Pacific.
ຍາ​ນາງ​ນິ​ນີ ສີ​ຫາ​ປັນ​ຍາ ຜູ້ກວດ​ກາ ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ ບ່ວງ ສ້ອມ ແລະ​ມີດ ປ​ລ​າ​ສ​ຕິກ ຂອງບໍ​ລິ​ສັດ Georgia Pacific.

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນລາຍການ​ຊີວິດ​ຊາວ​ລາວຂອງວີ​ໂອ​ເອ ປະ​ຈຳ​ແລງ
ວັນ​ພະ​ຫັດມື້​ນີ້ ເຮົາຈະ​ພາ​ທ່ານ​ໄປ​ພົບ​ປະໂອ້​ລົມ ກັບຍາ​ນາງ​ນິ​ນີ ສີ​ຫາ​ປັນ​ຍາ ຜູ້ກວດ​
ຄຸນ​ນະ​ພາບຜະ​ລິດ​ຕະ​ພັນ ໃຫ້​ແກ່​ບໍ​ລິ​ສັດ Georgia-Pacific ຢູ່ທີ່​ລັດ​ແມັ​ສ​ຊາ​ຈູ​ແຊັ​ສ.
ບໍ​ລິ​ສັດ​ດັ່ງ​ກ່າ​ວ​ນີ້ຜະລິດ​ບ່ວງ ສ້ອມແລະ​ມີດ ປ​ລາ​ສ​ຕິກ ທີ່ໃຊ້ຢູ່​ຕາມ​ໂຮງ​ຮຽນ ບ່ອນ​ປິກ
​ນິກ ແລະ​ຫ້ອງ​ອາ​ຫານຕ່າງໆ​. ຍາ​ນາງ​ນິ​ນີ ໄດ້​ເຮັດ​ວຽກໃຫ້​ແກ່​ບໍ​ລິ​ສັດນີ້ ມາ​ເປັນ​ເວ​ລາ
12 ປີ​ແລ້ວເລີ້ມ​ຈາກ​ຂັ້ນ​ຕົ້ນ ໄດ້ຖືກ​ເລື່ອນຊັ້ນ ​ຂຶ້ນ​ມາເປັນລຳ​ດັບ ຈົ​ນ​ເຖິງ​ຂັ້ນ​ຜູ້ກວດ​ກາ
​ຄຸນ​ນະ​ພາບ. ກິ່ງ​ສະຫວັນ ຈະ​ນຳ​ເອົາ​ການ​ໂອ້​ລົມ​ດັ່ງ​ກ່າວ ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ
ຕໍ່​ໄປ.​

ຍາ​ນາງ​ນິ​ນີ ສີ​ຫາ​ປັນ​ຍາ
ຍາ​ນາງ​ນິ​ນີ ສີ​ຫາ​ປັນ​ຍາ

ການ​ປະ​ກອບວິ​ຊາອາຊີບ ຢູ່​ໃນ​ສະ​ຫະ​ລັດອາ​ເມ​ຣິ​ກາ ມີ​ຢູ່ຫຼາຍໆ​ຮູບ​ແບບ ແລະ​ຫຼາຍໆ​
ໜ້າ​ທີ່ຊຶ່ງ​ບັນ​ດາພະ​ນັກ​ງານໄດ້ສະ​ແດງ​ຄວາມຮັບ​ຜິດ​ຊອບຂອງ​ເຂົາ​ເຈົ້າ​ອອກ​ມາ​ຢ່າງ
ຂະ​ຫຍັນ​ຂັນ​ແຂງ ແລະ​ມີ​ໂອ​ກາດ​ຖືກ​ເລື່ອນ​ຊັ້ນ​ຂຶ້ນ​ໄປ​ຕາມ​ລຳ​ດັບ ທີ່​ຮັບ​ຮູ້​ວ່າ ເປັນ​ຜູ້​ມີ​
ປະ​ສົບ​ການ ແລະໜ້າ​ສັນ​ລະ​ເສີ​ນ​.

ບັດ​ນີ້​ຂ້າ​ພະ​ເຈົ້າຂໍ​ແນະ​ນຳ​ໃຫ້​ທ່ານ​ຮູ້​ຈັກ​ກັບ ຍາ​ນາງ​ນິ​ນີ ສີ​ຫາ​ປັນ​ຍາ ຜູ້ກວດ​ກາ​ຄຸນ​ນະ
​ພາບ​ຂອງ​ຜະ​ລິດ​ຕະ​ພັນ​ທີ່​ສຳ​ເລັດ​ແລ້ວ. ຄວາມ​ຮັບ​ຜິດ​ຊອບ​ຂອງຍາ​ນາງ​ນິ​ນີ ກໍ​ຄື​ກຳ​
ກັບການກວດ​ຜະ​ລິດ​ຕະ​ພັນບ່ວງ ສ້ອມ ແລະ​ມີດ ທີ່​ເຮັດ​ດ້ວ​ຍ​ປ​ລາ​ສ​ຕິກ ຊຶ່ງ​ເປັນ​ຊະ​ນິດທີ່ໃຊ້ແລ້ວ ​ໂຍນ​ຖີ້ມພ້ອມ. ​ຍາ​ນາງ​ນິ​ນີ ໄດ້​ພົວ​ພັນ​ກັບໜ້າ​ທີ່​ວຽກ​ງານດັງ​ກ່າວ​ນີ້ ມາ
​ເປັນ​ລຳ​ດັບ ກວ່າ​ນຶ່ງ​ທົດ​ສະວັດແລ້ວ ຊຶ່ງ​ຍານາງ​ນິ​ນີ ໄດ້​ເລົ່າ​ສູ ວີ​ໂອ​ເອ ຟັງ​ວ່າ:

ວຽກງານ​ຢູ່​ໃນ​ສະ​ຫະ​ລັດ ໂດຍ​ສະ​ເພາະ​ຢູ່​ໂຮງ​ຈັກ​ໂຮງ​ງານ​ບ່ອນ​ຜະ​ລິດ​ສິນ​ຄ້າ ຕ່າງໆ
ທີ່​ໃຊ້​ແຮງງານຄົນ​. ບັນ​ດາວຽກ​ເຫລົ່າ​ນີ້ມີຄວາມ​ຮັບ​ຜິດ​ຊອບ​ຢູ່ໃນລະ​ດັບ​ຕ່າງ​ກັນ. ​ເພາະ​
ສະ​ນັ້ນຖ້າຫ​າກ​ພະ​ນັກ​ງານຄົນ​ໃດບໍ່​ຢາກ​ເຮັດ​ວຽກ​ຢູ່​ໜ້າ​ທີ່​ເກົ່າ​ເຂົາ​ເຈົ້າ​ສາ​ມາດ​ສະ​ໝັກ
ຂໍເລື່ອນ​ຊັ້ນ​ໄດ້ ຫຼື​ບໍ່​ດັ່ງ​ນັ້ນ ຖ້​າ​ຫາກ​ຫົວ​ໜ້​າ​ເຫັນ​ວ່າ ມີ​ຄວາມ​ສາ​ມາດ ພະ​ນັກ​ງານ​ຄົນ​ດັ່ງ
ກ່າວກໍ​ຈະຖືກສະ​ເໜີ​ໃຫ້​ເລື່ອນ​ໜ້າ​ທີ່ ​ຊຶ່ງ​ຍາ ​ນາງ ​ນິ​ນີ ໄດ້​ກ່າວ​ເຖິງ​ປະ​ສົບ​ການໃນ​ຄວາມ​
ຮັບ​ຜິດ​ຊອບທີ່ຜ່ານ​ມາ​ດັ່ງ​ນີ້:

​ກ່ຽວ​ກັບດ້ານ​ການ​ຫາ​ຢູ່​ຫາ​ກິນແລະ​ວຽກ​ງານ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສັງ​ຄົມ​ລາວ​ຢູ່​ຂົງ
ເຂດທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອຂອງສະ​ຫະ​ລັດ ບ່ອນ​ທີ່​ຍາ​ນາງ​ນິ​ນີ​ຕັ້ງ​ຖິ່ນ​ຖານຢູ່
ໃນ​ລັດ​ແມັ​ສ​ຊາ​ຈູ​ແຊັ​ສ ຊຶ່ງ​ເປັນລັດ​ໃກ້​ຄຽງກັບ​ລັດຄອນ​ເນັກ​ຕິ​ກັດແລະ ໂຣດ​ໄອ​ແລນນັ້ນ
ຍາ​ນາງ​ນິ​ນີ ໄດ້​ກ່າວ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ດັ່ງ​ນີ້:

ການສຶກ​ສາ​ເປັນ​ສິ່ງ​ສຳ​ຄັນ​ສຳ​ລັບ​ອະ​ນາ​ຄົດ​ຂອງ​ພວກ​ລູກໆ ເພາະ​ສະ​ນັ້ນ​ບັນ​ດາ​ພໍ່​ແມ່​ຜູ້​
ປົກ​ຄອງ ​ຕ້ອງ​ໄດ້​ກະ​ກຽມ ທ້ອນ​ຫ​ອມ​ເງິນ​ຄຳ​ ເປັນ​ຄ່າ​ໃຊ້​ຈ່າຍການ​ຮຽນ ​ການ​ຢູ່​ກິນ ແລະ
ໃຊ້​ສອຍ​ອື່ນໆ ໃນ​ໄລ​ຍະ​ທີ່ພວກ​ລູກໆ​ຮຽນຢູ່ຂັ້ນມະ​ຫາ​ວິ​ທະ​ຍາ​ໄລ ຊຶ່ງ​ຍາ​ນາງ​ນິ​ນີ ໄດ້
​ກ່າວ​ມ້ວນ​ທ້າຍ​ຕໍ່ວີ​ໂອ​ເອຟັງ​ດັ່ງ​ນີ້.

ປັດ​ຈຸ​ບັນ​ນີ້ ຍາ​ນາງ​ນິ​ນີ​ ພ້ອມ​ດ້ວຍ​ສາ​ມີ ກຳ​ລັງ​ເຮັດ​ວຽກ​ການແລະ​ປະ​ຕິ​ບັດ​ໜ້າ​ທີ່​ປະຈຳ
​ວັນ​ຢ່າງ​ຫ້າວ​ຫັນເພື່ອຄວາ​ມ​ສຸກ​ຂອງ​ຄອບ​ຄົວ.

XS
SM
MD
LG