ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍານາງຄອນນີ ວານແຄັມ ອາຍຸ 72 ປີ ຍັງຫ້າວຫັນ ເຮັດວຽກປະກອບຊິ້ນສ່ວນເຮືອບິນ ເຮລີຄອບເຕີ


ຍານາງຄອນນີ ວານແຄັມ (ຂັນທະລີ)
ຍານາງຄອນນີ ວານແຄັມ (ຂັນທະລີ)

ສະບາຍດີ ທ່ານຜູ້ຟັງທີເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງວີໂອເອ
ສຳລັບແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບຍານາງ ຄອນນີ ແຄັມ ຄົນອາ
ເມຣິກັນເຊື້ອສາຍລາວ ອາຍຸ 72 ປີ ທີ່ຍັງຫ້າວຫັນແລະ ເຮັດວຽກຢ່າງບໍ່ລົດລະ ຊຶ່ງໃນ
ປັດຈຸບັນນີ້ ຍານາງເຮັດວຽກເປັນຄົນປະກອບຊິ້ນ ສ່ວນເຄື່ອງຈັກເຮລີຄອບເຕີ ຢູ່ບໍລິສັດ
ຮາຍໂຊນິກ (High Sonic) ໃນລັດອາ- ແກນຊໍ ມາສະເໜີທ່ານ ໂດຍ ກິ່ງສະຫວັນ.

ຕາມປົກກະຕິແລ້ວ ໂດຍທົ່ວໄປ ຄົນເຮົາພາກັນເຮັດວຽກຈົນຮອດກຳນົດ ກິນເບ້ຍບໍາ
ນານ ເວລາ ອາຍຸ 65 ປີ.ບັນດາຄົນເຮັດວຽກເຫຼົ່ານີ້ມີທັງພະນັກ ງານເອກກະຊົນ ແລະ
ລັດຖະກອນ. ເພາະສະນັ້ນ ບາງບ່ອນມີກົດລະບຽບທີ່ພະນັກງານ ຕ້ອງໄດ້ອອກບໍານານ.
ແຕ່ເຖິງຢ່າງໃດກໍດີ ບາງບ່ອນບໍ່ມີຂອບ ເຂດຈຳກັດ ຂອງການເຮັດວຽກ ແລະສາມາດ
ເຮັດຕໍ່ໄປໄດ້ຕະຫຼອດ. ຢູ່ໃນ ສະຫະລັດອາເມຣິກາ ວຽກການຫຼາຍໆຢ່າງ ບໍ່ມີມີກຳນົດບັງ
ຄັບໃຫ້ອອກບໍາ ນານ ແລະຫາກພະນັກງານ ຍັງມີເຫື່ອມີແຮງເຮັດຕໍ່ໄປໄດ້. ເທົ່າທີ່ເຫັນ
ມາ ບັນດາຜູ້ທີ່ອອກບໍານານໄປນັ້ນ ຫຼາຍຄົນພາກັນອາສາສະໝັກເຮັດວຽກຊ່ວຍ ສັງຄົມ
ຫຼື ເຮັດວຽກເອົາເງິນບໍ່ເຕັມເວລາເພື່ອໃຫ້ຕົນເອງມີແນວເຮັດ ແລະ ຂ້າເວລາ ແທນທີ່ຈະ
ນັ່ງຢູ່ລ້າໆ.

ຍານາງຄອນນີ ວານແຄມ (Connie Wancamp) ຄົນອາເມຣິກັນເຊື້ອສາຍ ລາວ ປັດຈຸ
ບັນນີ້ມີອາຍຸ 72 ປີ ຕັ້ງຖິ່ນຖານຢູ່ລັດອາແກນຊໍ ພາກກາງໄປທາງ ທິດຕາເວັນຕົກຂອງ
ສະຫະລັດ. ໃນໄລຍະສີ່ສິບປີທີ່ຜ່ານມານີ້ ຍານາງຄອນນີ ໄດ້ເຮັດວຽກຢູ່ຕາມໂຮງງານ
ຕ່າງໆເຊັ່ນບໍລິສັດລີວາຍ (Levy) ທີ່ຜະລິດໂສ້ງ ຄາວບອຍ (cowboy) ທີີ່ມີຊື່ສຽງຂອງ
ສະຫະລັດ ໂຮງງານປະກອບອີເລັກໂຕຣ ນິກຕ່າງໆ ແລະບ່ອນສຸດທ້າຍກໍຄື ບໍລິສັດຮາຍ
ໂຊນິກ (High Sonic) ຊຶ່ງເປັນ ບໍລິສັດປະກອບຊິ້ນສ່ວນເຄື່ອງອີເລັກໂຕຣນິກ
(electronic) ຂອງເຮືອບິນເຮລີ ຄອບເຕີ ແລະເຄື່ອງໃຊ້ຕ່າງໆ. ໜ້າທີ່ຂອງຍານາງຄອນ
ນີ ກໍຄືປະກອບຊິ້ນສ່ວນຂອງເຮືອເຮລິຄອບເຕີ ຊຶ່ງຍານາງຄອນນີ ໄດ້ກ່າວເຖິງໜ້າທີ່ວຽກ
ການສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ


ຢູ່ໃນສະຫະລັດອາເມຣິກາ ມີບໍລິສັດປະກອບເຄື່ອງໃຊ້ ອີເລັກໂຕຣນິກຕ່າງໆ ຢ່າງຫຼວງ
ຫຼາຍ ມີທັງຂະໜາດນ້ອຍ ແລະຂະໜາດໃຫຍ່ ຢູ່ຕາມລັດຕ່າງໆ. ເພາະສະນັ້ນ ໄດ້ເປັນທີ່
ດຶງດູດເອົາ ສ່ວນໃຫຍ່ຂອງບັນດາພະນັກງານທີ່ມີພື້ນ ຖານມາຈາກປະເທດທີ່ກຳລັງພັດ
ທະນາ ຮວມທັງປະເທດລາວ ທີ່ພາກັນປະ ກອບວິອາຊີບ ຢູ່ກັບບໍລິສັດເຫຼົ່ານີ້. ໜ້າທີ່
ຄວາມຮັບຜິດຊອບຂອງເຂົາເຈົ້າກໍ ພຽງແຕ່ປະກອບຊິ້ນສ່ວນນ້ອຍໆຂອງເຄື່ອງອີເລັກ
ໂຕຣນິກເຂົ້າຫາກັນໂດຍບໍ່ ມີຄວາມຈຳເປັນຮູ້ໄປກວ່ານັ້ນ ຊຶ່ງນັກວິຊະວະກອນ ຈະນຳໄປ
ປະກອບຢູ່ໃນ ພາກສ່ວນສຸດທ້າຍ ຊຶ່ງຍານາງຄອນນີ ໄດ້ອະທິບາຍຕໍ່ໄປອີກວ່າ:

ລິງໂດຍກົງ

ຍານາງຄອນນີ ວານແຄັມ ມີຊື່ພາສາລາວວ່າ ຍານາງຂັນທະລີ ໄດ້ປ່ຽນຊື່ ຫຼັງຈາກແຕ່ງ
ງານກັບຄົນອາເມຣິກັນ ເມື່ອຊາວກວ່າປີທີ່ຜ່ານມາ. ຍານາງຄອນນີ ເກີດຢູ່ບ້ານຈອມແຈ້ງ
ນະຄອນຫຼວງວຽງຈັນ ໄດ້ເຂົ້າມາຕັ້ງຖິ່ນຖານ ໃໝ່ຢູ່ໃນສະຫະລັດ ໃນປີ 1981 ຊຶ່ງຍານາງ
ໄດ້ກ່າວມ້ວນທ້າຍກ່ຽວກັບຊີວິດຄວາມເປັນ ມາ ຢູ່ໃນປະເທດລາວສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ຍານາງຄອນນີ ມີມ່ວນຊື່ນກັບການທຳມາຫາກິນ ໂດຍບໍ່ມີຂອບເຂດຈຳກັດ ຄິດ ທີ່ຈະອອກ
ບໍານານ ເຖິງແມ່ນມີອາຍຸ 72 ປີແລ້ວກໍຕາມ. ໃນໄລຍະສີ່ທົດສະວັດ ທີ່ຜ່ານມານີ້ ຍານາງ
ຄອນນີ ໃນນາມຫົວໜ້າຄອບຄົວ ບໍ່ມີສາມີ ຕິດຕາມມານໍາ ໄດ້ຕັ້ງໜ້າຕັ້ງຕາປະກອບວິຊາ
ອາຊີບ ມີບ້ານເຮືອນ ລ້ຽງລູກສາມຄົນຈົນໃຫຍ່ ມີ ຄອບຄົວ ແລະໄດ້ຫຼານຫຼາຍຄົນ. ບັດນີ້
ເຂົາເຈົ້າໄດ້ກາຍມາເປັນພົນລະເມືອງທີ່ດີ ຂອງສະຫະລັດ ແລະໄດ້ເຂົ້າຮັບໃຊ້ເປັນທະ
ຫານປ້ອງກັນປະເທດຊາດ ແລະປະກອບວິຊາອາຊີບອື່ນໆ.

XS
SM
MD
LG