ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄະນະ​ກຳມາທິການ ​ແມ່​ນໍ້າຂອງ ຈະ​ຈັດ​ ກອງ​ປະຊຸມ ​ປຶກສາ​ຫາລື ກ່ຽວກັບ ເຂື່ອນປາກລາຍ


ການປະທ້ວງສ້າງເຂື່ອນໃສ່ແມ່ນໍ້າຂອງ.
ການປະທ້ວງສ້າງເຂື່ອນໃສ່ແມ່ນໍ້າຂອງ.

ຄະນະ​ກຳມາທິການ​ແມ່​ນໍ້າຂອງ MRC ຈະ​ຈັດ​ກອງ​ປະຊຸມ​ປຶກສາ​ຫາລືຄັ້ງ​ທີ່ 1 ສຳລັບ​
ໂຄງການ​ເຂື່ອນ​ປາກ​ລາຍ​ໃນ​ວັນ​ທີ 20 ຫາ 21 ກັນຍາ ສ່ວນອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະ
ບານຫຼື NGOs ​ໃນ​ໄທ ​ແລະສາກົນ​ກໍ​ຈະ​ຄັດຄ້າ​ນຢ່າງ​ສຸດ​ກຳລັງຊຶ່ງຊົງລິດ ໂພນເງິນນັກ
ຂ່າວວີໂອເອ ຈະມີລາຍງານຈາກບາງກອກ ມາສະ​ເໜີ​ທ່ານ.

ລິງໂດຍກົງ

ຄະນະ​ປະຕິບັດ​ງານ​ຮ່ວມ​ຂອງ​ຄະນະ​ກຳມາທິການ​ແມ່​ນໍ້າຂອງ (MRC) ທີ່​ປະກອບ​
ດ້ວຍ​ຜູ້ຕາງໜ້າ​ຂອງ​ລັດຖະບານ​ລາວ ​ໄທ ກຳປູ​ເຈຍ ​ແລະ​ຫວຽດນາມ ​ໄດ້​ມີ​ມະຕິ​ຕົກ​
ລົງຮັບຮອງ​ເອົາ​ໂຄງການ​ກໍ່​ສ້າງ​ເຂື່ອນ​ໄຟຟ້າ​ປາກ​ລາຍ​ເທິງ​ແນວ​ແມ່​ນໍ້າຂອງ​ໃນ​ລາວ
​ເຂົ້າສູ່​ຂະ​ບວນການ​ປຶກສາ​ຫາລື​ຂອງ MRC ກ່ອນ​ທີ່​ຈະລົງ ມື​ກໍ່ສ້າງ​ໃນພາກ​ປະຕິບັດ
​ໂຕ​ຈິງ​ເມື່ອ​ບໍ່​ນານ​ມາ​ນີ້ ໂດຍ​ການ​ປຶກສາ​ຫາລື​ ດັ່ງກ່າວ ຈະໃຊ້​ເວລາ 6 ​ເດືອນ​ເພື່ອ​ເປີດ
​ໂອກາດໃຫ້​ພາກສ່ວນ​ຕ່າງໆ ທີ່​ກ່ຽວຂ້ອງ​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ​ປະ​ກອບ
​ຄວາມ​ຄິດ​ເຫັນ ​ແລະບັນດາຂໍ້​ກັງວົນ​ໃຈ​ຕ່າງ​ໆທີ່​ມີ​ຕໍ່​ໂຄງການ​ຢ່າງເປີດກວ້າ​ງ.

ທັງນີ້​ໂດຍ​ທ່ານ​ເຕ ນາ​ວຸດ ປະທານ​ຄະນະ​ປະຕິບັດ​ງານ​ຮ່ວ​ມຂອງ MRC ຢືນຢັນ​ວ່າ
ການປຶກສາ​ຫາລື​ຈະ​ປະກອບ​ດ້ວຍ​ການ​ປະຊຸມ​ແລກປ່ຽນ​ຂໍ້ມູນຂ່າວ​ສານ​ລະ​ດັບ​ຊາດ
​ເພື່ອ​ປຶກສາ​ຫາລື ​ແລະ​ບັນທຶກ​ຂໍ້​ກັງວົນ​ຂອງ​ພາກສ່ວນ​ຕ່າງໆ ທີ່​ມີ​ຕໍ່ໂຄງ​ການ​ເຂື່ອນ
ປາກ​ລາຍ ​ໃນ​ຕະຫຼອດ​ໄລຍະ 6 ​ເດືອນ​ຕໍ່ໜ້າ ​ແລະ​ຈະ​ມີ​ການ​ຈັດ​ກອງ​ປະຊຸມ​ປຶກສາ​ຫາ
ລື​ໃນ​ລະດັບ​ພາກພື້ນ 2 ຄັ້ງ ​ໂດຍ​ຄັ້ງ​ທີ 1 ກໍ​ໄດ້​ກຳນົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 20 ຫາ 21 ກັນ
​ຍາ 2018 ນີ້ ທີ່​ນະຄອນຫຼວງ​ວຽງ​ຈັນ ສ່ວນ​ຄັ້ງ​ທີ 2 ກໍ​ຈະ​ໄດ້​ກຳນົດ​ໃນ​ໂອກາດ​ຕໍ່​ໄປ
​ເພື່ອ​ເຮັດ​ໃຫ້ການ​ປຶກສາ​ຫາລື​ເສັດ​ສົມ​ບູນ ພາຍ​ໃນ​ເດືອນ​ມີນາ 2019 ​ແຕ່​ຖ້າ​ຫາກການ
​ປຶກສາ​ຫາລື​ດັ່ງ​ກ່າວ​ຍັງ​ບໍ່​ໄດ້ຂໍ້​ສະຫລຸບ ຫຼື​ບໍ່​ເປັນ​ທີ່​ຍອມຮັບ​ຂອງ​ປະ​ເທດ​ສະມາຊິກຂອງ
MRC ດ້ວຍ​ກັນກໍ​ສາມາດ​ທີ່​ຈະ​ຂະຫຍາຍ​ເວລາຕໍ່ໄປ​ໄດ້​ອີກ​ຕາມ​ຄວາມ​ເໝາະ​ສົມ ຊຶ່ງ​
ໝາຍ​ຄວາມ​ວ່າການ​ກໍ່ສ້າງ​ເຂື່ອນ​ປາກ​ລາຍ​ ຈະ​ສາມາດ​ດໍາ​ເນີນ​ການ​ໄດ້​ນັ້ນ​ຈະ​ຕ້ອງ​ໄດ້
ຮັບການເຫັນ​ຊອບ​ຈາກ​ປະ​ເທດ​ສະມາຊິກ​ຂອງ MRC ຢ່າງ​ຄົບ​ຖ້ວນ​ເສຍ​ກ່ອນ​ນັ້ນ​ເອງ.

ທາງ​ດ້ານ​ທ່ານ​ນາງ​ພຽນພອນ ດີ​ເ​ທດ ຜູ້ອຳນວຍການ​ຝ່າຍ​ຈັດການ​ກິດຈະກຳ​ຂອງອົງ
ການ​ແມ່​ນໍ້າ​ສາກົນ (International Rivers) ປະຈຳ​ປະ​ເທດ​ໄທ ​ໃຫ້ການ​ຢືນຢັນ​ວ່າ ​
ແນ​ວທາງ​ການ​ເຄື່ອນ​ໄຫວ​ເພື່ອ​ສະ​ແດງ​ການ​ຄັດຄ້ານ​ໂຄງການ​ເຂື່ອນ​ໄຟຟ້າ​ເທິງ​ແນວ​
ແມ່​ນໍ້າຂອງ ​ໃນ​ໄລຍະໃໝ່ ຈະ​ເນັ້ນ​ໜັກ​ຄວາມ​ສຳຄັນ​ເປັນ​ພິ​ເສດຕໍ່​ບັນຫາ​ຜົນ​ກະທົບ ທີ່
​ມີ​ລັກ​ສະ​ນະ​ຂ້າມ​ພົມ​ແດນ​ລະຫວ່າງ​ປະ​ເທດໃນລຸ່ມ​ແມ່​ນໍ້າຂອງດ້ວຍ​ກັນ ​ໂດຍ​ການ​
ເຄື່ອນ​ໄຫວ​ໃນ​ແນວ​ທາງນີ້​ໄດ້​ຮັບ​ການ​ຕອບ​ສະໜອງ​ແລ້ວ​ເມື່ອ​ປາກົດ​ວ່າ​ສານປົກຄອງ​
ສູງ​ສຸດ​ຂອງ​ໄທ​ໄດ້​ຮັບ​ຮອງ​ການ​ຟ້ອງ​ຮ້ອງ​ຂອງ​ເຄືອ​ຂ່າຍ​ປະ​ຊາ​ຊົນ​ໄທ ທີ່ຄັດ​ຄ້ານ​ການ
​ຮັບ​ຊື້​ກະແສ​ໄຟຟ້າ​ຈາກ​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ​ເທິງ​ແນວ​ແມ່ນໍ້າຂອງ​ໃນ​ລາວທີ່​ມີ
ການໄຟຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ ກ​ຟຜ ​ເປັນ​ຜູ້​ຊື້​ນັ້ນ ດັ່ງທີ່​ ທ່ານ​ນາງ​ພຽນພອນ
​ໄດ້​ໃຫ້ການ​ຢືນຢັນ​ວ່າ

“ສານ​ປົກຄອງ​ສູງ​ສຸດ​ກໍມີ​ຄຳສັ່ງ​ຮັບ​ຟ້ອງ​ກໍລະ​ນີທີ່ເຄື່ອຂ່າ​ຍປະຊາຊົນ​ໄທ 8 ຈັງຫວັດ
ລຸ່ມ​ແມ່​ນໍ້າຂອງ ​ໄດ້​ຍື່ນຟ້ອງ ກຟຜ. ​ກໍລະນີ​ທີ່ໄປ​ຮັບ​ຊື້​ໄຟຟ້າ​ຈາກ​ເຂື່ອນ​ໄຊ​ຍະ​ບູລີ ​ເ
ປັນ​ຄັ້ງ​ທຳ​ອິດທີ່​ສານ​ປົກຄອງ​ມີ​ການ​ຮັບຮອງ​ໃນ​ປະ​ເດັນ​ຜົນ​ກະທົບ​ຂ້າມ​ພົມ​ແດນ
​ວ່າ​ມີ​ຈິງ ​ແລ້ວ​ກໍ​ຕ້ອງການ​ໃຫ້​ໜ່ວຍ​ງານ​ລັດ​ຂອງ​ໄທ ທີ່​ໄປ​ສະໜັບສະ ໜູນ​ໂຄງການ​
ຂ້າມ​ພົມແດນ ຈະ​ຕ້ອງ​ປະ​ຕິ​ບັດ​ຕາມ​ກົດໝາຍ​ໄທ.”

ທ່ານ​ນາງ​ພຽນພອນ ຢືນຢັນ​ວ່າ ການ​ຟ້ອງ​ຮ້ອງ​ຕໍ່​ສານ​ປົກຄອງ​ຂອງ​ໄທ​ໃນ​ລັກສະນະ​
ດຽ​ກັນນີ້ ​ຍັງ​ຈະ​ຮວມ​ເຖິງ​ໂຄງການ​ເຂື່ອນ​ປາກ​ລາຍ​ເທິງ​ແນວ​ແມ່​ນໍ້າ ຂອງ​ໃນ​ແຂວງ​
ໄຊ​ຍະ​ບູລີ ທີ່​ທາງ​ການ​ລາວ​ໄດ້​ສະ​ເໜີ​ເຂົ້າ​ສູ່​ການ​ປຶກສາ​ຫາລື​ຂອງ MRC ດັ່ງກ່າວ
​ດ້ວຍ​ ​ເນື່ອງຈາກວ່າ​ເປັນ​ໂຄງການ​ທີ່​ມີ​ລັກ​ສະ​ນະ​ດຽວ​ກັນ​ກັບ​ໂຄງການ​ເຂື່ອນ​ໄຊ​ຍະ​ບູ
ລີນັ້ນ​ເອງ.

ກ່ອນ​ໜ້າ​ນີ້ ​ເຄືອຂ່າຍ​ປະຊາຊົນ​ໄທ ​ເພື່ອ​ການ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ໃນ​
ແມ່​ນໍ້າຂອງ​ກໍ​ໄດ້​ຮ່ວມກັນ​ເຄື່ອນ​ໄຫວ ​ເພື່ອ​ຄັດ​ຄ້ານ​ໂຄງການ​ເຂື່ອນ​ປາກ ແບ​ງ​ເທິງ​
ແນວ​ແມ່​ນໍ້າຂອງ​ໃນ​ແຂວງ​ອຸດົມ​ໄຊ​ຂອງ​ລາວ ​ແລະ​ກໍ​ໄດ້​ຟ້ອງຮ້ອງ​ຕໍ່​ສານ​ປົກຄອງ​ໃນ​
ໄທ ​ເພື່ອ​ຂໍ​ໃຫ້​ມີ​ຄຳ​ສັ່ງ​ບັງຄັບ​ໃຫ້​ລັດຖະບານ​ໄທ​ຕ້ອງ​ສະ​ແດງ​ກາ​ນ ຄັດ​ຄ້ານໂຄງການ
ດັ່ງກ່າວ​ໃນ MRC ດ້ວຍ​ເຊັ່ນ​ກັນ.

ທັງນີ້​ກໍ​ເນື່ອງ​ຈາກ​ວ່າ​ໂຄງການ​ກໍ່ສ້າງ​ເຂື່ອນ​ເທິງ​ແນ​ວ​ແມ່​ນໍ້າຂອງ​ໃນ​ລາວ​ນັ້ນຈະ​ສົ່ງ​
ຜົນ​ກະທົບ​ຕໍ່​ການອົບ​ພະຍົບຂອງ​ປາ ​ແລະ​ລະບົບ​ນິ​ເວດ​ທຳ​ມະ​ຊາດ​ໃນ​ເຂດ​ຕອນ​ລຸ່ມ
ຂອງ​ແມ່​ນໍ້າ​ຂອງ​ດ້ວຍ ຫ​າກ​ແຕ່​ກໍເປັນ​ການ​ຍາກ​ທີ່​ຈະ​ຄັດຄ້ານ​ໂຄງ ການ​ເຂື່ອນ​ດັ່ງກ່າວ​
ໄດ້​ໂດຍ​ທາງ​ການ​ໄທ ​ເພາະວ່າ​ເປັນ​ໂຄງການ​ທີ່​ຕັ້ງ​ຢູ່​ໃ​ນ​ເຂດ​ອະທິປະ​ໄຕ​ຂອງ​ລາວ
ດ້ວຍ​ເຫດ​ນີ້ ປະເທດ​ສະມາຊິກ​ໃນ MRC ດ້ວຍກັນ ຈຶ່ງບໍ່​ສາມາດ​ທີ່​ຈະ​ເຂົ້າ​ໄປ​ເແຊກ
​ແຊງ​ໄດ້​ນອກຈາກ​ການ​ພິຈາລະນາ​ຂໍ້​ມູນ​ຕ່າງໆ​ທີ່​ທາງ​ການ​ລາວ​ໄດ້​ນຳ​ສະ​ເໜີ​ຕໍ່ MRC
​ເ​ທົ່ານັ້ນ.

XS
SM
MD
LG