ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍລິສັດຕໍ່ທໍ່ນໍ້າ ລາວອາເມຮິກັນ ທີ່ລັດຄາລີຟໍເນຍ ສ້າງລາຍໄດ້ປີນຶ່ງ 7 ລ້ານໂດລາ


ພະນັກງານບໍລິສັດ Ameri-Cal Repipe & Plumbing.
ພະນັກງານບໍລິສັດ Ameri-Cal Repipe & Plumbing.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວປະຈຳແລງວັນ ພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບທ່ານສຸດທະນົງ ວັນນະລາດ ຫຼືວິລ ລຽມ ເຈົ້າຂອງບໍລິສັດວາງທໍ່ນໍ້າ ຢູ່ຕາມບ້ານເຮືອນ ແລະເຄຫາສະຖານຕ່າງໆ ໃນເຂດເມືອງ ອໍເຣັນຄາວຕີ້ ລັດຄາລິຟໍເນຍ ມາສະເໜີທ່ານ. ກິດຈະການດັ່ງ ກ່າວນີ້ຂຸດດິນວາງທໍ່ນໍ້າ ເຊັ່ນນໍ້າດື່ມ ນໍ້າໃຊ້ ແລະທໍ່ນໍ້າໂສໂຄກແທນທໍ່ນໍ້າເກົ່າ ທີ່ຮົ່ວໄຫລ ແລະເພພັງ. ບໍລິສັດຂອງທ່ານວິລລຽມ ວັນນະລາດ ສາມາສ້າງ ລາຍໄດ້ສະເລ່ຍປີນຶ່ງເຈັດກວ່າລ້ານໂດລາແລະມີຄວາມກ້າວໜ້າເປັນມາຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອຸບປະກອນ ບໍລິສັດ Ameri-Cal Repipe & Plumbing
ອຸບປະກອນ ບໍລິສັດ Ameri-Cal Repipe & Plumbing

ທ່ານສຸດທະນົງ ຫຼື ວິລລຽມ ວັນນະລາດ ປັດຈຸບັນອາຍຸ 48 ປີ ໄດ້ເດີນ ທາງເຂົ້າມາສະຫະລັດອາເມຣິກາ ກັບຄອບຄົວ ໃນປີ 1979 ເວລານັ້ນອາຍຸ ພຽງແຕ່ສອງປີປາຍ. ຫຼັງຈາກຮຽນຈົບມັດທະຍົມແລ້ວ ທ່ານວິລລຽມໄດ້ເລີ້ມ ຜະຈົນໄພເຮັດວຽກຫຼາຍໆຢ່າງຮວມທັງເຮັດວຽກອອກແຮງງານເລີ້ມຈາກການ ຂຸດດິນວາງທໍ່ນໍ້າໃຫ້ແກ່ຫຼາຍໆບໍລິສັດ ເຊັ່ນວ່າຕໍ່ທໍ່ນໍ້າໃໝ່ ປ່ຽນທໍ່ນໍ້າໂສໂຄກ ທີ່ເກົ່ານັ້ນ ຢູ່ຕາມເຄຫາສະຖານບ້ານເຮືອນ ໃນ ຂົງເຂດເມືອງອໍເຣນຄາວຕີ້ ຕັ້ງຢູ່ທາງພາກໃຕ້ຂອງລັດຄາລີຟໍເນຍ.

ພະນັກງານ ບໍລິສັດ Ameri-Cal Repipe & Plumbing
ພະນັກງານ ບໍລິສັດ Ameri-Cal Repipe & Plumbing

ຫຼັງຈາກໄດ້ອອກແຮງງານຂຸດດິນມາເປັນເວລາເກີືອບປີ ຕໍ່ມາທ່ານວິລລຽມ ໄດ້ ຖືກເລື່ອນຂຶ້ນມາເປັນຄົນຕໍ່ທໍ່ນໍ້າໄດ້ຮຽນຮູ້ຈາກປະສົບການຢູ່ໃນແຕ່ລະວັນ. ບັດ ນີ້ຄວາມລື້ງເຄີຍຄວາມຊຳນິຊຳນານ ໄດ້ເກີດຂຶ້ນມາເລື້ອຍໆ ພ້ອມທັງໄດ້ຫັນ ປ່ຽນແນວຄິດ ມາຕັ້ງເປັນທີມຮັບເໝົາສ່ວນໂຕ. ໃນເວລາຕໍ່ມາກໍໄດ້ເລີ້ມຕັ້ງບໍລິສັດເປັນຂອງຕົນເອງມີຊື່ວ່າ Ameri-Cal Repipe & Plumbing. ບໍລິສັດດັ່ງ ກ່າວນີ້ຕັ້ງມາໄດ້ສິບກວ່າປີແລ້ວ ເປັນທີ່ຮູ້ຈັກດີສຳລັບພວກລູກຄ້າຢ່າງໜ້າເຊື່ອຖື ໄດ້ແລະມີທຸລະກິດບໍ່ຂາດໄລຍະ ຊຶ່ງປັດຈຸບັນນີ້ໄດ້ສ້າງຍອດລາຍໄດ້ທັງໝົດປີ ນຶ່ງເຈັດລ້ານກວ່າໂດລາ. ທ່ານວິລລຽມ ໄດ້ກ່າວເຖິງຄວາມເປັນມາຂອງທ່ານ ກ່ອນທີ່ຈະໄດ້ມາເປັນເຈົ້າຂອງບໍລິສັດສູ່ ວິໂອເອ ຟັງດັ່ງນີ້:

ທີມງານຂອງທ່ານວິລລຽມ ໄດ້ຮັບເໝົາວຽກງານຕໍ່ມາຈາກບໍລິສັດຊອກວຽກ ໃຫ້ເຮັດ ແລະມີການຕົກລົງຕໍ່ລອງລາຄາກັນ. ບາງຄັ້ງກໍໄດ້ຮັບວຽກມາເຮັດ ໂດຍກົງ ດັ່ງທີ່ທ່ານວິລລຽມ
ອະທີບາຍສູ່ ຟັງວ່າ:

ທ່ານສຸດທະນົງ ຫຼືວິລລຽມ ເກີດຢູ່ປະເທດລາວ ແລະໄດ້ມາເຕີບໃຫຍ່ຢູ່ໃນສະ ຫະລັດອາເມຣິກາ ສາມາດປາກເວົ້າພາສາລາວຢ່າງຄ່ອງແຄ້ວ ດ້ວຍສຳນຽງ ວຽງຈັນ. ທ່ານຮຽນຈົບມັດທະຍົມຂອງສະຫະລັດ ແລະສາມາດຂຽນອ່ານພາກ ສາອັງກິດໄດ້ດີ ທີ່ສາມາດປະກອບອາຊີບຢູ່ໃນຫຼາຍຢ່າງຢູ່ໃນສັງຄົມຊີວິດຊາວ ອາເມຣິກັນ. ເພາະສະນັ້ນ ໃນການກະກຽມທີ່ຈະຕັ້ງບໍລິສັດເປັນຂອງຕົນເອງ ທ່ານວິລລຽມ ຕ້ອງໄດ້ສອບເສັງເອົາໃບປະກາດສະນີຍະບັດກ່ຽວກັບການຕິດ ຕັ້ງທໍ່ນໍ້າ ຊຶ່ງທ່ານວິລລຽມ ກ່າວເຖິງຕອນນີ້ວ່າ:

ບໍລິສັດ Ameri-Cal Repipe & Plumbing ແມ່ນນຶ່ງໃນບັນດາບໍລິສັດວາງທໍ່ນໍ້າເປັນທີ່ຮູ້ກັນດີແກ່ພວກລູກຄ້າ ແລະເປັນທີ່ໄວ້ໃຈຢູ່ໃນຂົງເຂດ. ເພາະສະ ນັ້ນຈຶ່ງມີວຽກງານເຮັດເພາະມີການປຸກເຮືອນໃໝ່ແລະສ້ອມແປງໃໝ່ຢູ່ຕະຫຼອດ. ທ່ານວິລລຽມ ໄດ້ກ່າວມ້ວນທ້າຍ ເຖິງລາຍໄດ້ ລາຍຈ່າຍ ແລະການບໍລິຫານ ຂອງບໍລິສັດສູ່ ວີໂອເອ ຟັງດັ່ງນີ້:

ບັນດານັກທຸລະກິດການຄ້າ ບໍ່ວ່າທາງດ້ານເທັກໂນໂລຈີ ແລະອື່ນໆທີ່ສຳຄັນ ແລະບັນດາເຈົ້າຂອງບໍລິສັດເປັນຜູ້ທີ່ມີຊື່ສຽງຢູ່ໃນສະຫະລັດ ໄດ້ສະແດງໃຫ້ ເຫັນວ່າ ພວກທ່ານເຫລົ່ານີ້ ບໍ່ໄດ້ສຳເລັດການສຶກສາຂັ້ນມະຫາວິທະຍາໄລ. ເພາະສະນັ້ນການສຶກສາສູງ ບໍ່ໄດ້ຄໍ້າປະກັນວ່າຈະມີໜ້າທີ່ການດີ ແລະສ້າງ ລາຍໄດ້ດີ. ທ່ານສຸດທະນົງ ວິລລຽມ ວັນນະລາດ ຄົນອາເມຣິກັນເຊື້ອສາຍ ລາວຮຽນຈົບມັດທະຍົມ ກໍແມ່ນຜູ້ນຶ່ງຂອງປະຊາຊົນອາເມຣິກັນ ທີ່ໄດ້ພິສູດ ໃຫ້ເຫັນພິກໄຫວ ຄວາມອົດທົນ ສະຫຼຽວສະຫຼາດ ໃນການປະກອບວິຊາອາຊີບຢ່າງເປັນຜົນສຳເລັດ.

XS
SM
MD
LG