ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານວິສະນຸ ຄຳຜຸຍ ນັກທຸລະກິດ ທີ່ປະສົບ ຜົນສຳເລັດ ຢູ່ລັດ ອາລາບາມາ


ທ່ານວິສະນຸ ຄຳຜຸຍ ນັກທຸລະກິດ ທີ່ປະສົບຜົນສຳເລັດ.
ທ່ານວິສະນຸ ຄຳຜຸຍ ນັກທຸລະກິດ ທີ່ປະສົບຜົນສຳເລັດ.

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນ​ລາຍການ​ຊີວິດ​ຊາວ​ລາວ​ປະ​ຈຳ​ແລງ​ວັນ​ພະຫັດຂອງ
ວີໂອເອ​ ມື້​ນີ້ ​ເຮົາ​ຈະ​ນຳ​ເອົາ​ການ​ສຳພາດ​ກັບ ​ທ່ານ​ວິສະນຸ ຄຳ​ຜຸ​ຍ ນັກ​ທຸລະ​ກິດ​ຜູ້​ປະສົບ​
ຜົນສຳ​ເລັດ ຢູ່​ທີ່​ລັດ​ອາລາບາ​ມາ ຕັ້ງ​ຢູ່ທາງ​ພາກ​ໃຕ້​ຂອງ​ສະຫະລັດ ມາສະເໜີ​ທ່ານ.
​ແຕ່​ກ່ອນ​ໜ້າ​ນັ້ນ ທ່ານ​ຄຳ​ຜຸຍ​ໄດ້​ປະກອບວິຊາ​ອາຊີບ​ໃຫ້ແກ່​ບໍລິສັດ​ອຸດສາຫະກຳ​ມາ ເປັນ
​ເວລາ​ຫຼາຍ​ສິບປີ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ. ​ແຕ່​ທ່ານ​ເຫັນ​ວ່າ​ບໍ່​ມີ​ຄວາມ​
ກ້າວໜ້າ ​ເພາະສະ​ນັ້ນ ທ່ານ​ວິສະນຸ ຈຶ່ງ​ໄດ້​ພະ​ຈົນໄພ ​ມາ​ຕັ້ງ​ທຸລະ​ກິດ​ຂະໜາດ​ນ້ອຍເປັນ
​ຂອງ​ຕົນ​ເອງ ​ແລະ​ບັດ​ນີ້​ ໄດ້​ຂະຫຍາຍ​ກິດຈະການ​ອອກ​ໄປ​ຫຼາຍ​ຢ່າງ. ສ່ວນວ່າຄວາມ
​ເປັນ​ມາ​ຂອງ​ທ່ານ​ວິສະນຸ ຄຳ​ຜຸຍ ​ເປັນຢ່າງ​ໃດ​ ຂໍເຊີນຟັງການສຳພາດຂອງຜູ້ກ່ຽວຈາກ
ກິ່ງ​ສະ​ຫວັນ ໄດ້ເລີຍ.

ສະຫະລັດອາເມຣິກາ ແມ່ນເວທີຕະຫຼາດການຄ້າທີ່ຍິ່ງໃຫຍ່ຂອງໂລກ. ນອກຈາກນັ້ນ
ແລ້ວ ບັນດານັກທຸລະກິດການຄ້າທັງຂະໜາດນ້ອຍ ແລະໃຫຍ່ ຢູ່ໃນປະເທດ ຈຶ່ງຕ່າງ
ກໍພາກັນຊົມຊື່ນກັບເສລີພາບ​ໃນ​ການ​ອອກ​ຫົວຄິດ​ຄ້າຂາຍ ແຂ່ງຂັນກັນ ໃຊ້ສະຕິ​ປັນ
​ຍາ ພາຍໃຕ້ຕົວບົດກົດໝາຍຂອງປະເທດ ທີ່ມີ​ກົດລະບຽບການ​ຄ້າ ​ທີ່​ເປັນ​ລະບຽບຮຽບ
ຮ້ອຍ ແລະ​ເປັນ​ຂັ້ນ​ຕອນຢ່າງເທົ່າທຽມກັນ.

ທ່່ານວິສະນຸ ຄຳ​ຜຸຍ ອາເມຣິກັນເຊື້ອສາຍລາວ ແມ່ນບັນດານັກທຸລະກິດຂະໜາດ
ນ້ອຍອາເມຣິກັນ​ ເຊື້ອສາຍ​ລາວຄົນນຶ່ງ ທີ່ປະສົບຜົນສຳເລັດ ໃນການໃຊ້ພິກໄຫວທຳ
ມາຫາກິນຢູ່ໃນວົງການໆຄ້າປະຈຳເຂດທ້ອງຖິ່ນຂອງລັດຟລໍຣິດາ ແລະຢູ່ໃນລັດອາລາ
ບາມາ ທີ່ຕັ້ງຢູ່ທາງພາກໃຕ້ຂອງໃນສະຫະລັດ. ກ່ອນທີ່ທ່ານວິສະນຸ ຈະໄດ້ກາຍ​ມາ
ເປັນນາຍຂອງຕົນເອງ ທ່ານໄດ້ຜ່ານ​ການທຳມາຫາກິນລ້ຽງຄອບຄົວ ໂດຍເຮັດວຽກຢູ່
ໂຮງຈັກໂຮງງານ ແລະບໍລິສັດເອກກະຊົນມາເປັນເວລາຫຼາຍປີ ແຕ່ເຫັນວ່າບໍ່ມີຄວາມ
ກ້າວໜ້າທາງດ້ານການເງິນ. ດ້ວຍເຫດນີ້ເອງ ທ່ານວິສະນຸ ຈຶ່ງໄດ້ຕັດສິນໃຈມາເປັນ
ນັກພະຈົນໄພ ​ໂດຍ​ການ​ເລີ້ມ​ຕົ້ນລົງທຶນ ຊື້ຮ້ານຊັກເຄື່ອງ ຫຼືລອນໂດຣແມັດ (Laun-
dromat) ຢູ່​ເມືອງ​ອໍ​ແລນໂດ ລັດ ຟລໍຣິດາ ມາຊົ່ວໄລຍະນຶ່ງ. ໃນເວລາຕໍ່ມາ ທ່ານໄດ້
ຕັດ​ສິນ​ໃຈຂາຍເມື່ອເຫັນວ່າທຸລະກິດດ້ານນີ້ໄດ້ກຳໄລດີ ເພື່ອຈະໄປຂະຫຽາຍກິດ
ຈະການ ແລະຍົກຍ້າຍຄອບຄົວໄປຕັ້ງຖິ່ນຖານສືບ​ຕໍ່ການຄ້າຢູ່ໃນລັດອາລາບາມາທີ່
ຕັ້ງຢູ່ໃກ້ຄຽງກັນນັ້ນ. ທ່ານວິສະນຸ ໄດ້ເລົ່າເຖິງພິກໄຫວການທຳມາຫາກິນຂອງທ່ານຕໍ່
ວີໂອເອ ດັ່ງນີ້:

ຮ້ານຊັກເຄື່ອງ ຫຼື Laundromat ຂອງທ່ານວິສະນຸ ຄຳຜຸຍ ຢູ່ທີ່ລັດຟລໍຣິດາ ທີ່ໄດ້ຕັ້ງຂຶ້ນມາໃໝ່..
ຮ້ານຊັກເຄື່ອງ ຫຼື Laundromat ຂອງທ່ານວິສະນຸ ຄຳຜຸຍ ຢູ່ທີ່ລັດຟລໍຣິດາ ທີ່ໄດ້ຕັ້ງຂຶ້ນມາໃໝ່..

ການ​ຄ້າຂາຍ ​ແລະ​ການ​ເຮັດ​ວຽກ​ຫາ​ຢູ່​ຫາ​ກິນ​ຢູ່​ໃນ​ສະຫະລັດ ຈະ​ຕ້ອງ​ໄດ້ແຈ້ງໃຫ້ລັດ
ຖະບານ​ທ້ອງ​ຖິ່ນ ​ແລະ​ລັດຖະບານ​ກາງ​ຊາ​ບ​ ເພື່ອເສຍ​ພາສີລາຍ​ໄດ້​ປະຈຳ​ປີ. ​ແລະ
ເລື້ອງ​ນີ້​ເປັນ​ເລື້ອງ​ທີ່​ມີ​ກົດໝາ​ຍເຄັ່ງ​ຄັດ ຖ້າ​ບໍ່​ປະຕິບັດຕາມ​ກໍ​ຈະ​ຖືກ​ປັບ​ໄໝ​ລົງໂທດ
​ຢ່າງ​ໜັກ. ທ່ານ​ວິສະນຸ ​ໄດ້​ກ່າວ​ເຖິງ​ລາຍ​ໄດ້​ປະຈຳ​ປີ​ຂອງ​ທ່ານ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້:

ຫ້ອງແຖວຮ້ານຄ້າຂອງ ທ່ານວິສະນຸ ຄຳຜຸຍ ທີ່ລັດອາລາບາມາ.
ຫ້ອງແຖວຮ້ານຄ້າຂອງ ທ່ານວິສະນຸ ຄຳຜຸຍ ທີ່ລັດອາລາບາມາ.

ການ​ຄ້າຂາຍ​ແມ່ນ​ການ​ສ່ຽງ​ຂອງການ​ລົງ​ທຶນ ທີ່​ຈະ​ຕ້ອງ​ໄດ້​ສຶກສາ​ເຖິງ​ບັນຍາກາດ​ໃນ
ຕະຫຼາດ​ ​ແລະ​ສິ່ງ​ແວດ​ລ້ອມ​ໃຫ້​ຖີ່​ຖ້ວນ. ​ເຖິງ​ຢ່າງ​ໃດ​ກໍ​ດີ ບໍ່​ແມ່ນ​ທຸກ​ຄົນ​ຈະ​ປະສົບ​ຜົນ
ສຳ​ເລັດ​ໄດ້ ຫຼາຍໆ​ຄົນ​ໄດ້​ລົ້ມ​ແຫຼວ​ໃນ​ການ​ເຮັດ​ທຸລະ​ກິດ​ຕ່າງໆ ​ແຕ່​ສຳລັບ​ທ່ານ​ວິສະນຸ
​ແລ້ວ ທ່ານ​ເປັນ​ຜູ້​ໂຊກ​ດີ ມີ​ພິກ​ໄຫວ ເຫັນ​ໄກ ​ກ້າ​ສ່ຽງໃນການ​ລົງທຶນ​ ​ແລະ​ຂະຫຍາຍ
​ການ​ຄ້າ​ອອກ​ໄປ​ດັ່ງທ່ານ​ໄດ້​ກ່າວ​ເຖິງ​ຕອນ​ນີ້​ວ່າ:

ການປຸກສ້າງບ້ານເຮືອນ ຂາຍ ແລະໃຫ້ຄົນເຊົ່າຂອງ ທ່ານວິສະນຸ ຄຳຜຸຍ.
ການປຸກສ້າງບ້ານເຮືອນ ຂາຍ ແລະໃຫ້ຄົນເຊົ່າຂອງ ທ່ານວິສະນຸ ຄຳຜຸຍ.

ທ່ານວິສະນຸ ຄຳ​ຜຸຍ ​ແມ່ນ​ລູກບ້ານ​ຫຼານ​ເມືອງ​ແຂວງ​ຈຳປາ​ສັກ ປະ​ເທດ​ລາວ ທ່ານ​ໄດ້
ມາ​ເຕີບ​ໃຫຍ່ ຮັບການ​ສຶກສາຢູ່​ທີ່​ແຂວງ​ສະຫວັນ​ນະ​ເຂດ ​ແລະ​ໄ​ດ້ສ້າງ​ ຄອ​ບຄົວ​ຢູ່​ທີ່
​ນັ້ນ. ທ່ານ​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່ທຳອິດ ​ຢູ່​ໃນ​ລັດ​ໂອ​ຮາ​ຍ​ໂອ ສະຫະລັດ​ອາ​ເມຣິ
ກາ ໃນ​ປີ 1978 ດຳ​ເນີນ​ວຽກ​ການ​ມາ​ຕະຫຼອດ ຈົນ​ໄດ້​ບັນລຸ​ຜົນການເປັນນັກທຸລະກິດ
​ບັດ​ນີ້ ທ່ານ​ໄດ້​ກາຍມາ​ເປັນ​ນາຍຕົນ​ເອງ ຢ່າງ​ປະສົບ​ຜົນສຳ​ເລັດ. ວີ​ໂອ​ເອ ຂໍ​ສະ​ແດ​ງ
ຄວາມ​ຂອບໃຈ ທີ່​ທ່ານ​ໄດ້​ແບ່ງປັນ​ປະສົບ​ການ​ຊີວິດ​ຂອງ​ທ່ານ ສູ່ພວກເຮົາຟັງ.

XS
SM
MD
LG