ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນອາເມຣິກັນ ເຊື້ອສາຍລາວ ສ່ວນນຶ່ງ ໄດ້ປ່ອນບັດ ເລືອກເອົາປະທານາທິບໍດີ ສຫລ ທາງໄປສະນີ ຮຽບຮ້ອຍແລ້ວ


ທ່ານວັນລັງ ຄຳສຸກ ທີ່ລັດອໍເຣກັນ ສະຫະລັດອາເມຣິກາ.
ທ່ານວັນລັງ ຄຳສຸກ ທີ່ລັດອໍເຣກັນ ສະຫະລັດອາເມຣິກາ.

ການແຜ່ລະບາດໂຄວິດ-19 ໄດ້ກໍ່ໃຫ້ເກີດຜົນກະທົບຫຼາຍໆຢ່າງ ໃຫ້ແກ່ການ ດໍາລົງຊີວິດມາເປັນເວລາເຈັດເດືອນແລ້ວ. ແຕ່ເຖິງຢາງໃດກໍດີ ປະຊາຊົນອາ ເມຣິກັນຫຼາຍໆຄົນບໍ່ໄດ້ລົດລະກັບການປະຕິບັດໜ້າທີ່ພົນລະເມືອງດີ ນັ້ນກໍຄື ການປ່ອນບັດລົງຄະແນນສຽງເລືອກຕັ້ງເອົາປະທານາທິບໍດີຄົນໃໝ່ ແລະບັນດາສະມາຊິກລັດຖະສະພາ ທີ່ກຳນົດຈະມີຂຶ້ນໃນອີກສອງອາທິດຂ້າງໜ້າ ຄືໃນວັນອັງຄານ ທີ 3 ພະຈິກ ຈະມາເຖິງນີ້.

ທ່ານວັນລັງ ຄຳສຸກ ແມ່ນຄົນອາເມຣິກັນ ເຊື້ອສາຍລາວຄົນນຶ່ງ ທີ່ເປັນຜູ້ມີສິດປ່ອນບັດລົງຄະແນນສຽງ. ທ່ານຕັ້ງຖິ່ນຖານ ຢູ່ລັດອໍເຣກັນ (Oregon) ທາງພາກຕາເວັນຕົກສຽງເໜືອຂອງສະຫະລັດ. ທ່ານວັນລັງໄດ້ເລືອກເອົາການປ່ອນ ບັດທາງຈົດໝາຍ ແທນທີ່ຈະໄປປ່ອນຢູ່ຕາມໜ່ວຍບັດດ້ວຍຕົນເອງ ຊຶ່ງທ່ານໄດ້ ໃຫ້ເຫດຜົນຕໍ່ວີໂອເອ ດັ່ງນີ້

ລິງໂດຍກົງ

ເນື່ອງຈາກການລະບາດໂຄວິດ-19 ການເລືອກຕັ້ງປີ 2020 ນີ້ຈຶ່ງໄດ້ເລີ້ມການ ປ່ອນບັດແຕ່ຫົວທີ ຊຶ່ງບັນດາຜູ້ມີສິດປ່ອນບັດ ສາມາດເລືອກເອົາວ່າ ຈະປ່ອນ ດ້ວຍຕົນເອງຢູ່ໜ່ວຍປ່ອນບັດ ຫຼືສົ່ງທາງໄປສະນີ. ຄວາມແຕກຕ່າງກໍຄືຜູ້ປ່ອນບັດມີສິດເລືອກທີ່ຈະໄປປ່ອນຢູ່ໜ່ວຍປ່ອນບັດເພື່ອໃຫ້ເປັນທີ່ແນ່ໃຈດ້ວຍຕົນເອງ ຊຶ່ງເສຍສະຫຼະເວລາ ຕ້ອງໃສ່ໜ້າກາກ ຕ້ອງຢືນລຽນແຖວລໍຖ້າ ເພື່ອປ່ອນເອົາ ຜູ້ສະໝັກທີ່ເຂົາເຈົ້າມັກນັ້ນ. ການປ່ອນບັດເອົາປະທານາທິບໍດີເປັນກຽດອັນສູງ ທີ່ຜູ້ປ່ອນບັດຈະປະກອບສ່ວນອັນສຳຄັນໃນການເປັນປາກສຽງ ຊ່ວຍສະໜັບສະໜູນນະໂຍບາຍໃຫ້ແກ່ປະທານາທິບໍດີ ຜູ້ຈະນຳພາປະເທດຊາດບໍ່ວ່າຈະສັງກັດ ຢູ່ພັກເດໂມແຄຣັດ

XS
SM
MD
LG