ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ພຶດສະພາ ໒໐໒໓

ທ່ານໂຕ້ນ ຈັນທະນາຄອນ ນັກທຸລະກິດ ຊຶ້ຂາຍ ສ້ອມແປງລົດ ທີ່ເກີດຈາກອຸປະຕິເຫດ


ລົດທີ່ນຳມາສ້ອມແປງຫຼັງຈາກເກີດອຸປະຕິເຫດ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ໃນຕ່າງແດນແລງວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບທ່ານໂຕ້ນ ຈັນທະນາຄອນ ທີ່ເມືອງອາມາຣິນໂລ ລັດເທັກຊັສ ຊຶ່ງທ່ານເປັນຄົນປະມູນຊື້ລົດ ທີ່ຖືກອຸປະຕິ ເຫດຕຳກັນ ແລະລົດເຫຼົ່ານີ້ເພພັງແຕ່ກໍສາມາດນຳມາສ້ອມແປງໃຫ້ໃຊ້ໄດ້ ຫຼັງ ຈາກນັ້ນກໍນຳໄປຂາຍເອົາກຳໄລ. ກິ່ງສະຫວັນ ຈະນຳເອົາການສຳພາດດັ່ງກ່າວ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຢູ່ໃນສະຫະລັດອາເມຣິກາ ແຕ່ລະວັນມີອຸປະຕິເຫດລົດຕຳກັນຢູ່ຕາມຖະໜົນຫົນທາງຮາຍ
ເວແລະຟຣີເວ ປີນຶ່ງມີຢູ່ປະມານ 6 ລ້ານຄັນ ຊຶ່ງມີຄົນໄດ້ ຮັບບາດເຈັບ ເສຍຊີວິດໄປກວ່າ
42 ພັນກວ່າຄົນ ຕໍ່ປີ ພ້ອມທັງຊັບສິນເສຍ ຫາຍນຳດ້ວຍ. ເພາະສະນັ້ນ ລົດຄັນໃດທີ່ເຫັນ
ວ່າສາມາດນຳມາແປງຄືນໃໝ່ ໄດ້ນັ້ນ ບໍລິສັດປະກັນໄພລົດໄດ້ນຳເອົາບັນດາລົດເຫຼົ່ານີ້
ມາວາງປະມູນຂາຍ ເປັນກຸ່ມລະ 6-7 ຄັນຢອງໃສ່ລົດຂົນສົ່ງມາໃຫ້ພວກປະມູນເລາະເບິ່ງ
ແລ້ວຕີ ລາຄາຊື້ຂາຍກັນ.

ທ່ານໂຕ້ນ ຈັນທະນະຄອນ ກໍແມ່ນນັກທຸລະກິດຄົນນຶ່ງ ທີີ່ມີຮ້ານສ້ອມແປງລົດ ແລະຊື້ລົດທີ່ເພພັງເຫຼົ່ານີ້ ມາສ້ອມແປງ ແລ້ວນຳໄປຂາຍເພື່ອເອົາກຳໄລ ຊຶ່ງ ທ່ານໂຕ່ນ ໄດ້ກ່າວສູ່ ວີໂອເອ ຟັງເຖິງວິທີການວ່າ ລົດຊະນິດໃດ ແລະຢູ່ໃນ ສະພາບຢ່າງໃດ ທີ່ທ່ານຊຶ້ມາສ້ອມແປງ ສູ່ ວີໂອເອ ດັ່ງນີ້:

ລິງໂດຍກົງ


ທ່ານໂຕ້ນ ໄດ້ອະທິບາຍເຖິງພິກໄຫວ ຄວາມແຕກຕ່າງການຊື້ຂາຍລົດ ເປັນຄັນ ຂາຍເປັນກຸ່ມ ທີ່ຈະຕ້ອງໄດ້ປຽບທຽບ ແລະນໍາມາສ້ອມແປງສູ່ຟັງດັ່ງນີ້ :

ລິງໂດຍກົງ

ການສ້ອມແປງລົດມີຄວາມສະລັບສັບຊ້ອນ ຕໍ່ຜູ້ທີ່ບໍ່ຮູ້ກ່ຽວກັບເລື້ອງເຄື່ອງຈັກ. ທ່ານໂຕ້ນ ມີຄວາມຊຳນານໃນການສັງເກດເບິ່ງລົດແຕ່ລະຄັນວ່າ ລົດຄັນໃດ ຄວານສ້ອມແປງບ່ອນໃດ ແບບໃດ ແລະຈະມີການໃຊ້ຈ່າຍເງິນຫຼາຍປານໃດດັ່ງທີ່ທ່ານໂຕ້ນ ໄດ້ກ່າວຕໍ່ໄປອີກວ່າ:

ລິງໂດຍກົງ

ທ່ານໂຕ້ນ ໄດ້ກ່າວກ່ຽວກັບການຂົນເອົາລົດ ທີ່ຊຶ້ນັ້ນກັບມາບ້ານ ໂດຍມີການຕໍ່ລອງກັບ ບັນດາເຈົ້າຂອງລົດແກ່ທັງຫຼາຍ ທີ່ພາກັນຈອດລໍຖ້າຢູ່ນັ້ນ ດັ່ງທີ່ທ່ານໂຕ້ນໄດ້ກ່າວມ້ວນທ້າຍດັ່ງນີ້ :

ລິງໂດຍກົງ

ທ່ານໂຕ້ນ ຈັນທະນາຄອນ ແມ່ນນັກທຸລະກິດປະມູນລົດທີ່ເພພັງຈາກອຸບັດເຫດ ລົດຕຳກັນເພື່ອສ້ອມແປງຂາຍເອົາກຳໄລ ທ່ານມີຫຸ້ນສ່ວນຮ້ານອາຫານ ພ້ອມທັງເປັນຜູ້ກວ້າງຂວາງ ແລະນັກອາສາສະໝັກຮັບໃຊ້ປະຊາຄົມ ຢູ່ໃນລັດເທັກຊັສ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG