ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ທະ​ວີ ນັກສະ​ຖາ​ປະ​ນິກ ແລະ ຜູ້​​ສວມບົດ​ບາດ ເປ​ັນ ​ແອ​ລ​ວິ​ສ ແພ​ຣັ​ສ​ລີ


ທ່ານ​ທະ​ວີ ທຳມະສຸກ ເຈີນ ​ນັກສະ​ຖາ​ປະ​ນິກ ລາວ​ອາ​ເມ​ຣິ​ກັນ ແລະ​​ສວມບົດ​ບາດ ເປ​ັນນັກ​ຮ້ອງ​ແອ​ລ​ວິ​ສ ແພ​ຣັສ​ລີ.
ທ່ານ​ທະ​ວີ ທຳມະສຸກ ເຈີນ ​ນັກສະ​ຖາ​ປະ​ນິກ ລາວ​ອາ​ເມ​ຣິ​ກັນ ແລະ​​ສວມບົດ​ບາດ ເປ​ັນນັກ​ຮ້ອງ​ແອ​ລ​ວິ​ສ ແພ​ຣັສ​ລີ.

ທ່ານ​ຜູ້ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ ປະ​ຈຳ​ແລງ ວັນ​ພະ​ຫັດ​
ຂອງວີ​ໂອ​ເອ ມື້​ນີ້ ເຮົາ​ຂໍ​ແນະ​ນຳ​ໃຫ້​ທ່ານ​ຮູ້​ຈັກ​ກັບ​ ທ່ານ​ທະ​ວີ ທຳມະ​ສຸກ ເຈີນ ​ນັກສະ
​ຖາປະ​ນິກອອກ​ແບບ​ບ້ານ​ເຮືອນ ຮ້​ານ​ຄ້າ ແລະ​ເຄ​ຫາ​ສະ​ຖານ​ຕ່າງ​ໆ. ນອນ​ນັ້ນ ​ທ່າ​ນ
ຍັງ​ເປັນນັກ​ບັນ​ເທີງ ສະ​ແດງ​ເປັນ​ນັກ​ຮ້ອງ ທີ່​ມີ​ຊື່​ສຽງ​ຂອງ​ສ​ະ​ຫະ​ລັດ​ ຄື ມື້​ລາງ​ທ່ານ
“ແອລວິ​ສ ແພ​ຣັ​ສ​ລີ.” ປັດ​ຈຸ​ບັນ​ນີ້​ທ່ານ ​ທະ​ວີ ຕັ້ງ​ຖິ່ນ​ຖານ​ຢູ່​ເມືອງ​ພອດ​ແລນ ລັດອໍເຣ
ກັນທາງ​ພາກພາ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ສະ​ຫະ​ລັດ. ກິ່ງ​ສະ​ຫວັນ ຈະ​ນຳ​ເອົາ​ການ
​ໂອ້​ລົມ​ກັບ​ທ່ານ​ທະ​ວີ ມາ​ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ການ​ກໍ່​ສ້າງ​ອາ​ຄານ ​ບ້ານ​ເຮືອນ​ ເຄ​ຫາ​ສະ​ຖານ ແລະ​ຮ້ານ​ຄ້າຕ່າງໆ​ເປັນ​ເລື່ອງ​ທີ່ມີ​
ຄວາມສັບ​ສົນ ​ໃຊ້​ຄວາມ​ຊຳ​ນິ​ຊຳ​ນານ ​ໃນ​ການ​ວັດ​ແທກ ແລະ​ອອກ​ແບບ ​ໃຫ້​ເຂົ້າ​ກັບ
ເນື້ອ​ທີ່ ​ສິ່ງ​ແວດ​ລ້ອມ ແລະ​ໃຫ້​ມີ​ຄວາມ​ປອດ​ໄພ. ນີ້​ແມ່ນ​ໜ້າ​ທີ່ຂອງ ທ່ານທະ​ວີ ທຳ​ມະ
​ສຸກ ເຈີນ ນັກ​ສະ​ຖາ​ປະ​ນິກ ​ທີ່​ໄດ້​ປະກອບ​ວິ​ຊາ​ອາ​ຊີບດັ່ງ​ກ່າວມາເປັນ​ເວ​ລາກວ່າ​ສາມ​
ທົດ​ສະ​ວັດແລ້ວ ຢູ່​ທີ່ນະ​ຄອນພອດ​ແລ​ນ ລັດ​ອໍ​ເຣ​ກັນ. ​ການ​ປຸກ​ສ້າງ​ໃດໆ​ກໍ​ຕາມ​ຢູ່​ໃນ
​ສະ​ຫະ​ລັດ ໂດ​ຍ​ສະ​ເພາະ​ຢູ່​ໃນ​ເຂດ​ເທດ​ສະ​ບານ ຈະ​ຕ້ອງ​ໄດ້​ຜ່ານ​ການກວດ​ກາທຸກໆ
ຂັ້ນ​ຕອນຢ່າງ​ເຄັ່ງ​ຄັດ ເພື່ອໃຫ້​ຖືກ​ຕ້ອງ​ຕາມຫລັກ​ການ ແລະກົດ​ດ​ລະ​ບຽບແຜນຜັງ​
ຂອງ​ເມືອງ ດັ່ງ​ທ່ານ​ທະ​ວີ ໄດ້​ກ່າວກ່ຽວ​ກັບຂັ້ນ​ຕອນ ກາ​ນ​ກໍ່​ສ້າງ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ທ່ານ​ທະ​ວີ ໄດ້​ອະ​ທິ​ບາຍ​ກ່ຽວ​ກັບ​ກົດ​ລະ​ບຽບການ​ກໍ່​ສ້າງ ແລະຄວາມ​ແຕກ​ຕ່າງ​ຂອງ
ເຄ​ຫະ​ສະ​ຖານ​ຕ່າງໆ ໃຫ້​ຖືກ​ກັບ​ກົດ​ລ​ະ​ບຽບ​ຂອງເຂດເມືອງຕໍ່​ໄປ​ອີກວ່າ:

ທ່ານ​ທະວີ ​ໄດ້​ປະ​ກອບ​ວິ​ຊາ​ອາ​ຊີບເປັນ​ນັກ​ວິ​ສະ​ວ​ະ​ກອນໃຫ້​ແກ່​ບໍ​ລິ​ສັດ​ BENNER
STANGE ASSOCIATES ARCHITECTS, INC ຢູ່ທີ່ລັດ​ອໍເ​ຣ​ກັນ​ມາ​ເປັນ​ເວ​
ລາກວ່າ​ສ​າມ​ທົດ​ສະ​ວັດ​ແລ້ວ ປັດ​ຈຸ​ບັນ​ນີ້ທ່ານກຳ​ລັງອາ​ສາ​ສະ​ໝັກ​ອອກ​ແບບ ການກໍ່
ສ້າງ​ຫໍ​ພິ​ພິດ​ທະ​ພັນ ​ໃຫ້​ແກ່​ສັງ​ຄົມ​ລາວ ທີ່​ຈະ​ສ້າງ​ຂຶ້ນຢູ່​ໃນ​ລັດ​ໃດ​ລັດ​ນຶ່ງ ​ໃນ​ສະ​ຫະ
​ລັດ ຊຶ່ງ​ທ່ານ​ໄດ້​ກ່າວ​ເຖິງ​ແຜນ​ການ​ກໍ່​ສ້າງດັ່ງ​ກ່າວ ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ນອກ​ຈາກເປັນ​ນັກ​ສະ​ຖາ​ປະ​ນິກ​ອາ​ຊີບແລ້ວ ທ່ານ​ທະ​ວີ ຍັງ​ເປັນ​ທີ່​ຮູ້ຈັກກັນ​ດີ​ຢູ່ໃນ
ສັງ​ຄົມ​ລາວອາ​ເມ​ຣິ​ກັນ ໂດຍສະ​ເພາະກ​ານສະ​ແດງເປັນ​ນັກຮ້ອງ​ ມື້​ລາງ ສິນ​ລະ​ປີນ​
ອາ​ເມ​ຣິ​ກັນ ທີ່​ມີ​ຊື່​ສຽງຄື ທ່ານແອ​ລ​ວິ​ສ ແພ​ຣ​ັ​ສ​ລີ ຊຶ່ງ​ທ່ານທະ​ວີ ​ໄດ້​ກ່າວ​ມ້ວນ​ທ້າຍກ໋ຽວ
ກັບ​ເລື້ອງ​ນີ້​ວ່າ

ເຖິງ​ແມ່ນ​ວ່າ​ທ່ານ​ທະ​ວີ ໄດ້​ປະ​ກອບ​ວິ​ຊາ​ອາ​ຊີບ​ເປັນ​ສະ​ຖາ​ປະ​ນິກຢ່າງ​ເປັນ​ຜົນ​ສຳ​
ເລັດ ແລະໄດ້ກ່ອມ​ອາ​ລົ​ມ​ໃຫ້​ແກ່ສະ​ມາ​ຊິກ​ສັງ​ຄົມ​ລາວ​ອາ​ເມ​ຣິ​ກັນ ​ມາ​ໄດ້​ກວ່າສາມ
​ທົດ​ສະ​ວັດແລ້ວ​ກໍ​ຕາມ ທ່ານ​ທະ​ວີ​ກໍ​ຍັງ​ບໍ່​ລົດ​ລະ​ທີ່ຈະດຳ​ເນີນຄວາມ​ມັກ​ຮັກ​ກັບການ​
ໃຊ້ຊີ​ວິດ​ດັ່ງ​ກ່າວນີ້ ​ຢູ່​ຕໍ່​ໄປ​ອີກ.

XS
SM
MD
LG