ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ທ່ານສຸພັກ ສັນດາຣາ ຄົນຂັບລົດລີມູຊີນ ໃນນະຄອນຫຼວງວໍຊິງຕັນ


ທ່ານສຸພັກ ສັນດາຣາ ຄົນຂັບລົດລີມູຊິນ ໃນນະຄອນຫຼວງວໍຊິງຕັນ.
ທ່ານສຸພັກ ສັນດາຣາ ຄົນຂັບລົດລີມູຊິນ ໃນນະຄອນຫຼວງວໍຊິງຕັນ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ໃນ ແລງວັນພະຫັດມື້
ນີ້ ເຮົາຈະພາ​ທ່ານໄປໂອ້​ລົມ​ກັບ​ທ່ານສຸ​ພັກ ສັນດາຣາ ​ອາຊີບ​ຂັບລົດລີ​ມູຊີ​ນ (Limou-
sine) ​ໃນ​ນະຄອນຫຼວງວໍ​ຊິງຕັນ. ລົດ​ລີ​ມູຊີ​ນ ​ແມ່ນ​ລົດ​ຂົນ​ສົ່ງ ນຳພາ​ແຂກ​ຜູ້​ມີ​ກຽດ​ສຳ
ຄັນ ທີ່​ເດີນທາງ​ມາ​ພັກ​ເຊົາ​ຢູ່​ໂຮງ​ແຮມ ທ່ອງ​ທ່ຽວ ​ແລະທຳ​ທຸລະ​ກິດ​ຕ່າງໆ. ຄ່າ​ທຳນຽມ​
ຮັບ​ໃຊ້ຊົ່ວ​ໂມງ​ນຶ່ງ ແມ່ນ 60 ​ໂດ​ລາ ແລະ​ຕ້ອງໄດ້ມີການ​ບໍລິການ ຢ່າງ​ໜ້ອຍສາມ​ຊົ່ວ
ຂຶ້ນ​ໄປ.​ ນອກ​ນັ້ນ ທ່ານ​ຍັງ​ໄດ້ຮັບ​ເງິນ​ທິບອີກ 5 ​ເປີ​ເຊັນຈາກ​ລາຄາ​ທັງ​ໝົດ. ເພື່ອຢາກ
ຮູ້ຄວາມ​ເປັນ​ມາ ແລະອາຊີບຂັບ​ລົດ​ລີ​ມູຊີ​ນ​ຂອງທ່ານ​ສຸ​ພັກ ສັນດາຣາ ເຮົາຂໍເຊີນທ່ານ
ພົບກັບ ກິ່ງສະຫວັນໄດ້ ໃນອັນດັບຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ທ່ານ​ເຄີຍ​ຂີ່ລົດ​ລີ​ມູນ​ຊີ​ນ (limousine) ບໍ່? ສຳ​ລັບ​ໂຕ
​ຂ້າພ​ະ​ເຈົ້າ​ເອງ ແມ່ນ​ເຄີຍ​ຂີ່​ມາຫຼາຍ​ເທື່ອແລ້ວ ກໍ​ຮູ້ສຶກ​ວ່າໂອ່​ໂຖງ ​ແລະນີ້ມ​ນວນສະ
ບາຍກວ່າ​ລົດ​ທຳ​ມະ​ດາ. ລົດ​ລີ​ມູຊີ​ນ​ ແມ່ນ​ລົດຫຼູຫຼາ ​ຮັບ​ສົ່່ງ​ບັນດາ​ແຂກ​ຜູ້​ສຳຄັນ​ຕ່າງໆ
ໃນ​ແຕ່​ລະ​ວັນ​ເຊັ່ນ​ນັກທຸລະກິດ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ຮັບ​ສົ່ງ​ແຂ​ກຜູ້​ມີ​ກຽດ​ໃນພິທີ​ກິນ​ລ້ຽງ
​ອັນ​ສຳຄັນ ພິທີ່ແຕ່ງງານ ພິທີສຳເລັດການສຶກສາ ໂດຍສະເພາະພວກຈົບມັດທະຍົມ
ສົມບູນ ຫຼື ຮາຍສກູລ ​ແລະພິທີສົ່ງສະການ​ດັ່ງ​ນີ້​ເປັນ​ຕົ້ນ. ລົດລີ​ມູ​ຊີ​ນສ່ວນຫລາຍ​ຈະ
​ເປັນ​ສີດຳ ມີ​ຄົນຂັບ​ໃສ່​ຊຸດ​ດຳ ລໍຖ້າ​ໄຂ​ປະຕູ ​ແລະ​ຂັບ​ໄປ​ສົ່ງເຖິງ​ສະຖານ​ທີຢ່າງ​ມີກຽດ.

ລົດ​ລີ​ມູນ​ຊີ​ນມີີ​ຫຼາຍ​ຂະໜາດ ທີ່​ສາມາດ​ບັນຈຸ​ຜູ້​ໂດຍສານ​ໄດ້​ຈາກສີ່​ຄົນ ​ໄປຫາ​ສິບ​ຄົນ
​ແລ້ວ​ແຕ່​ຂະໜາ​ດຂອງລົດ ​ແລະຄວາມ​ຕ້ອງການ. ​ຢູ່​ໃນ​ລົດ​ລີ​ມູຊີ​ນມີ​ເຄື່ອງຮັບ​ຕ້ອນ​
ຫຼາຍໆ​ຢ່າງໄວ້ລໍຖ້າ. ການ​ໃຊ້​ລົດ​ລີ​ມູຊີ​ນມີ​ລະບົບ​ທີ່​ເຄັ່ງ​ຄັດ ​ແລະມີ​ກົດ​ລະບຽບ ​ເຊັ່ນ
​ວ່າ ຜູ້​ຂັບ​ລົດ​ຕ້ອງ​ມີ​ລົດ​ເປັນ​ຂອງ​ຕົນ​ເອງ ​ລົດ​ທີ່​ມີລາ​ຄາ​ຢ່າງ​ໜ້ອຍ​ຫົກ​ໝື່ນ​ໂດ​ລາ​ຂຶ້ນ
​ໄປ ສາມາດ​ໂອ້ລົມ​ກັບ​ແຂກ​ໃນ​ການ​ໄປມາ ໂດຍ​ສະ​ເພາະ​ຢ່າງ​ຍິ່ງຕ້ອງ​ຮູ້​ຈັກ​ສະຖານ
​ທີ່​ຕ່າງໆ ​ຢູ່ໃນ​ນະຄອນຫຼວງ​ວໍຊິງຕັນ. ຜູ້​ຂັບ​ລົດຕ້ອງ​ຮັບ​ໃຊ້ຜ່ານບໍລິສັດ ຫຼື​ໂຮງ​ແຮມ
ບ່ອນ​ທີ່​ມີ​ແຂກ​ມາ​ພັກ​ເຊົາ ຊຶ່ງ​ທ່ານ​ສຸ​ພັກ ​ໄດ້ກ່າວ​ເຖິງ​ລາຍ​ລະອຽດ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້ :

ລົດ​ລີ​ມູຊີ​ນ ໄດ້​ຮັບ​ກຽດ​ພິ​ເສດ​ຈາກ​ເຈົ້າ​ໜ້າ​ທີ່​ຈາລະ​ຈອນ ​ເພາະວ່າ​ເປັນ​ລົດ​ຮັບ​ໃຊ້​ແຂກ​
ຜູ້​ມີ​ກຽດ​ທີ່ມາ​ຢ້ຽມຢາມ​ເມືອງ. ຕິດ​ຢູ່​ໜ້າ​ແວ່ນລົດ​ ຈະ​ມີ​ປ້າຍ​ນ້ອຍໆ​ພິ​ເສດ ທີ່​ອະນຸຍາດ
​ໃຫ້ເຂົາ​ເຈົ້າຈອດ​ໄດ້​ເກືອບ​ທຸກ​ບ່ອນ ຊຶ່ງ​ລົດ​ທຳ​ມະ​ດາ​ບໍ່​ສາມາດ​ຈອດໄດ້. ທ່ານສຸ​ພັກ​ໄດ້
​ກ່າວ​ເຖິງ​ສິດ​ຂອງ​ການ​ຈອດ​ລົດ ​ແລະການ​ຮັບ​ໃຊ້​ແຂກ​ດັ່ງ​ນີ້ :

ນະຄອນຫຼວງ​ວໍ​ຊິງ​ຕັນ ​ເມືອງ​ເອກ​ຂອງ​ສະຫະລັດ ຈະ​ປາກົດ​ເຫັນວ່າ ມີ​ລົດ​ລີ​ມູຊີ​ນ​ແລ່ນ
ຮັບ​ສົ່ງ​ບັນດາ​ແຂກ​ບ້ານ​ແຂ​ກແມື​ອງ ​ແລະ​ຜູ້​ສຳຄັນ ຢູ່​ຕະຫຼອດ​ເວລາ. ທ່ານ​ສຸ​ພັກ ​ຈະ​
ຕ້ອງ​ໄດ້​ປະສານ​ງານ ​ກັບພວກ​ພະນັກງານ​ໂຮງ​ແຮມ​ ໃນແຕ່​ລະ​ວັນ ​ເພື່ອຮັບເບິ່ງ​ລາຍ
ການ​ຮັບໃຊ້​ແຂກ ທີ່​ຈະນຳພາ​ເຂົາ​ເຈົ້າ​ໄປ​ສະຖານ​ທີ່​ຕ່່າງໆ. ທ່ານ​ສຸ​ພັກ ​ໄດ້​ກ່າວ​ເຖິງລາ
ຄາ ​ແລະຫລັກ​ຂອງ​ການ​ໃຊ້​ຈ່າຍ​ຄ່າ​ບໍລິການ​ດັ່ງ​ນີ້ :

ຢູ່ໃນ​ລົດ​ລີ​ມູຊີ​ນແຕ່ລະຄັນ ຈະມີ​ຫຼາຍໆ​ຢ່າງ​ໄວ້​ຄອຍ​ຕ້ອນຮັບ​ແຂກເຊັ່ນ​ວ່າ ​ເຄື່ອງ​ດື່ມ
​ເຂົ້າໜົມ ນິຕະຍະ​ສານ​ປະ​ຈຳ​ແຕ່​ລະອາ​ທິດ ​ອາຍ​ໂຟນ ​ແລະລະບົບອິນ​ເຕີ​ແນັດ ແລະ​
ອາຍ​ແພດ (I-pad) ​ເຫລົ່າ​ນີ້​ເປັນຕົ້ນ. ນອກຈາກ​ນັ້ນ​ແລ້ວ ຜູ້​ຂັບ​ລົດ​ລີ​ມູຊີ​ນ ທີ່​ເປັນ​ເຈົ້າ
​ຂອງ​ລົດ​ຕ້ອງ​ຮັກສາ​ລົດໃຫ້​ສະ​ອາດ​ຢູ່​ເລື້ອຍໆ ​ແລະ​ຈະ​ຕ້ອງປ່ຽນ​ລົດ​ລຸ້​ນ​ໃໝ່​ທຸກໆສີ່​ປີ
ອັນ​ເປັນ​ກົດ​ລະບຽບ ​ຊຶ່ງ​ທ່ານ​ສຸ​ພັກ ​ໄດ້​ກ່າວ​ຕອນ​ນີ້​ວ່າ :

ທ່ານ​ສຸ​ພັກ ​ໄດ້​ກ່າວ​ເຖິງ​ປະສົບ​ການ​ທີ່​ເຄີຍ​ໄດ້​ຮັບ​ໃຊ້​ແຂກ​ພິ​ເສ​ດ ທີ່​ເປັນທະນາຍຄວາມ ​ເດີນທາງ​ດ້ວຍ​ເຮືອບິນ​ນ້ອຍ​ສ່ວນ​ໂຕ ​ແລະ​ໄດ້​ຮັບ​ສິດ​ພິ​ເສດເຂົ້າ​ໄປຮັບ​ເອົາ​ຢູ່ໃນເດີ່ນ
​ເຮືອບິນ ຈອດ​ລົດຢູ່​ກ້ອງປີກ​ເຮືອບິນ​ ​ແລະ​ລໍຖ້າ​ຕ້ອນຮັບ​ເອົາ​ແຂກ​ດັ່ງກ່າວ ຊຶ່ງ​ທ່ານ​
ໄດ້​ກ່າວ​ເຖິງຕອນ​ນີ້​ວ່າ:

ທ່ານສຸພັກ ສັນ ສັນດາຣາ
ທ່ານສຸພັກ ສັນ ສັນດາຣາ

ທ່ານ​ສຸ​ພັກ ສັນດາຣາແມ່ນອະດີດ​ລູກບ້ານ​ຫຼາ​ນ​ບ້ານ​ໜອງ​ໜ່ຽງ ​ເມືອງ​ໄຊ​ທານີ ​ແຂວງ
​ວຽງ​ຈັນ ​ເດີນທາງ​ມາສະ​ຫະລັດ ​ໃນ​ປີ 1987​ ​ເວລາ​ນັ້ນ ​ມີອາຍຸ 21 ປີ. ທ່ານ​ມີ​ພື້ນຖານ
​ດ້ານ​ແປງ​ລົດ ໄດ້ຮໍ່າຮຽນ​ພາສາ​ອັງກິດ ​ເປັນ​ຢ່າງ​ດີ ​ເຮັດ​ວຽກເປັນ​ຜູ່​ຊ່ວຍ​ ​chef ຫຼືຫົວ
​ໜ້າ​ພໍ່​ຄົວຢູ່​ໂຮງ​ແຮມ. ໃນ​ທີ່​ສຸດ​ທ່ານ​ກໍໄດ້​ຕັດສິນໃຈກາຍ​ມາ​ເປັນ​ຄົນ​ຂັບ​ລົດ ລີ​ມູນ​ຊີ​ນ
ຢ່າງ​ປະສົບ​ຜົນສຳ​ເລັດຈົນເທົ່າເຖິງທຸກວັນ​ນີ້.

XS
SM
MD
LG