ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານສຸນີ ເທບມົນຕີ ຄົນຂັບລົດຂົນສົ່ງ 18 ລໍ້ ຂ້າມສະຫະລັດ 3,000 ກວ່າໄມລ໌


ລົດຂົນສົ່ງ 18 ລໍ້ຂອງ ທ່ານສຸນີ ເທບມົນຕີ.
ລົດຂົນສົ່ງ 18 ລໍ້ຂອງ ທ່ານສຸນີ ເທບມົນຕີ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນຂອງວີໂອເອ
ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບທ່ານສຸນີ ເທບມົນຕີ ຄົນຂັບ
ລົດບັນທຸກຂົນສົ່ງຂະໜາດໃຫຍ່ສິບແປດລໍ້ ຈາກພາກຕາເວັນ ອອກໄປຫາພາກຕາເວັນ
ຕົກຂອງສະຫະລັດ ຊຶ່ງມີໄລຍະທາງ 3,000 ກວ່າໄມລ໌ ຫຼື 4,800 ກວ່າກິໂລແມັດ ທີ່ຕ້ອງ
ໃຊ້ເວລາເກືອບນຶ່ງອາທິດຈຶ່ງໄປເຖິງຈຸດໝາຍ ປາຍທາງ. ວິຊາອາຊີບຂັບລົດບັນທຸກ ຢູ່
ເທິງທາງດ່ວນໃນແຕ່ລະວັນ ຂອງທ່ານ ສຸນີ ເປັນຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະ
ເໜີທ່ານ ໃນອັນດັບຕໍ່ໄປ.

ຢູ່ໃນສະຫະລັດ ມີທາງຫຼວງຟຣີເວ (freeway) ແລະທາງດ່ວນຮາຍເວ (highway) ຂ້າມ
ປະເທດຫຼາຍໆສາຍ ແຕ່ເໜືອຕະຫຼອດໃຕ້ ຈາກພາກຕາເວັນ ອອກ ໄປຫາພາກຕາເວັນ
ຕົກ ທີ່ຕໍ່ໃສ່ໂຕເມຶອງຕ່າງໆ. ນີ້ແມ່ນເສັ້ນທາງຊີວິດ ຂອງພວກຄົນຄັບລົດບັນທຸກຂົນສົ່ງ
ສິນຄ້າຂະໜາດໃຫຍ່ໃນແຕ່ລະວັນ. ບັນດາຄົນຂັບລົດເຫຼົ່ານີ້ ເຮັດວຽກໂດດດ່ຽວຂັບລົດ
ຄົນດຽວ ມີທຸກຮຸ້ນທຸກອາຍຸ ສ່ວນ ໃຫຍ່ແມ່ນພວກຜູ້ຊາຍ ແລະແມ່ຍິງກໍມີຈຳນວນນຶ່ງຊຶ່ງທັງ
ໝົດລ້ວນແລ້ວ ແຕ່ເປັນຜູ້ມີຄວາມຄວາມຊຳນານ ມີສະຕິລະວັງໂຕ ໃນການຄວບຄຸມລົດ
ບັນທຸກ ຂະນາດໃຫຍ່ ເພື່ອໃຫ້ໄປເຖິງຈຸດໝາຍປາຍທາງ ແລະດ້ວຍຄວາມປອດໄພ.

ທ່ານສຸນີິ ເທບມົນຕີ ຄົນອາເມຣິກັນເຊື້ອສາຍລາວ ກໍແມ່ນຜູ້ນຶ່ງ ຢູ່ໃນຈຳນວນ ປະມານ 3
ລ້ານ 5 ແສນຄົນ ທີ່ເປັນຄົນຂັບລົດຂົນສົ່ງສິນຄ້າສິບແປດລໍ້ຢູ່ໃນ ສະຫະລັດ. ແຕ່ກ່ອນໜ້າ
ນັ້ນ ທ່ານສຸນີເປັນນັກກໍ່ສ້າງເຮືອນຊານຕໍ່ມາໄດ້ເປີດ ທຸລະກິດກິນດື່ມ ແລະໃນທີ່ສຸດໄດ້ຕັດ
ສິນໃຈມາເປັນຄົນຂັບລົດຂົນສົ່ງມາຕັ້ງແຕ່ ປີ 1993 ຈົນເຖິງປັດຈຸບັນ ຊຶ່ງທ່ານສຸນີ ໄດ້ເລົ່າສູ່
ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ການຂັບລົດຂ້າມປະເທດ ທີ່ມີໄລຍະໄກກວ່າ 3,000 ໄມລ໌ ດ້ວຍຄວາມໄວຢ່າງ ໜ້ອຍ 70 ໄມລ໌ຕໍ່ຊົ່ວໂມງ. ນີ້ຄືການທົດສອບດ້ານເຮື່ອແຮງ ຄວາມມີສະຕິລະ ວັງໂຕ ອົດທົນ ນັ່ງຂັບລົດຜູ້ດຽວ ປາດສະຈາກຜູ້ໂດຍສານ ​ແລະ ບໍ່ມີການລົບ ກວນໃດໆ ແມ່ນແຕ່ຟັງເພງຫຼືລົມໂທລະສັບ. ທ່ານສຸນີໄດ້ກ່າວເຖິງຈຳນວນການ ໃສ່ນໍ້າມັນລົດໃຫ້ເຕັມຖັງ ລາຄານໍ້າລົດໃນແຕ່ລະມື້ ທີ່ທຸກໆໄລຍະ 30 ໄມລຈະ ມີບ່ອນພັກຜ່ອນປໍ້ານໍ້າມັນ ຮ້ານອາຫານ ແລະຫ້ອງນໍ້າໃຫ້ໃຊ້ ດັ່ງທີີ່ທ່ານສຸນີ ໄດ້ອະທິບາຍສູ່ຟັງດັ່ງນີ້:

ລິງໂດຍກົງ

ສະເລ່ຍແລ້ວ ອຸປະຕິເຫດບົນທ້ອງຖະໜົນ ຮ່ວມທັງທາງດ່ວນຢູ່ໃນ ສະຫະລັດ ປີນຶ່ງມີຢູ່
ປະມານ 6 ລ້ານເທື່ອທີ່ສ້າງຄວາມເສຍຫາຍ ໃຫ້ແກ່ຊັບສິນ ແລະຊີີ ວິດ. ນອກນັ້ນຍັງມີ
ໄພທຳມະຊາດຈາກດິນຟ້າອາກາດບໍ່ດີ ເຊັ່ນຝົນຕົກໜັກ ຫິມະຕົກ ໝອກຕຶບໜາຫລຽວ
ບໍ່ເຫັນເຫລົ່ານີ້ເປັນຕົ້ນ. ເພາະສະນັ້ນ ທ່ານສຸນີ ຕ້ອງມີສະຕິລະວັງໂຕຢູ່ຕະຫອດເວລາ
ເພື່ອໃຫ້ໄປເຖິງຈຸດໝາຍ. ທ່ານສຸນີ ໄດ້ ກ່າວເຖິງເຫດການຕ່າງໆ ສ້າງລາຍໄດ້ປີນຶ່ງ
ກວ່າແສນໂດລາ ແຕ່ຕ້ອງໄດ້ຫັກ ຄ່າໃຊ້ຈ່າຍຕ່່າງໆ ກ່ອນທີ່ຈະໄດ້ເງິນມາເປັນເຂົ້າຖົງ”
ຂອງຕົນເອງສູ່ຟັງດັ່ງນີ້:

ລິງໂດຍກົງ

ທ່ານສຸນີ ໄດ້ກ່າວດ້ວຍຄວາມຢອກຢໍ້ຂອງການໜີອອກຈາກບ້ານ ໃຊ້ຊີວິດຢູ່ ຫ່າງໄກຄອບຄົວ ແລະຢູ່ໃນລົດຄົນດຽວແຕ່ລະວັນເປັນເວລາເຖິງເດືອນ. ໃນ ການເດີນທາງແຕ່ລະຄັ້ງ ພັນລະຍາຂອງທ່ານຕ້ອງໄດ້ຫ້າງຫາອາຫານການກິນ ໜຶ້ງເຂົ້າໜຽວ ຊີ້ນແຫ້ງ ແຈ່ວປາແດກ ໃຫ້ໄປກິນນຳທາງ ຊຶ່ງ ທ່ານສຸນີ ໄດ້ກ່າວມ້ວນທ້າຍ
ເຖິງສະພາບການຕ່າງໆສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ການເຮັດວຽກເປັນຄົນຂັບລົດຂົນສົ່ງທາງໄກ ເປັນວຽກທີ່ມີຄວາມຮັບຜິດຊອບ ສະເພາະຕົນເອງ ໂດດດ່ຽວ ຕັ້ງສະຕິຂັບລົດຢູ່ທາງຮາຍເວອັນຍາວຢຽດ ຫຼາຍພັນໄມລ໌ ຢຸດຢູ່ຫຼາຍໆລັດ ແລະຂ້າມປະເທດ. ທ່ານສຸນີ ເທບມົນຕີ ໄດ້ລື້ງເຄີຍ ກັບຊີວິດນີ້ມາເປັນເວລາກວ່າສອງທົດສະວັດແລ້ວ ປັດຈຸບັນນີ້ອາຍຸໄດ້ 69 ປີ ເກີນກຳໜົດບໍານານແລ້ວ ແຕ່ຍັງຈະດຳເນີນຕໍ່ສູ້ກັບວຽກງານຢູ່ຕໍ່ໄປອີກຫຼາຍປີ.

XS
SM
MD
LG