ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານສົມສີ ຈັນທະຄອນ ແມ່ນຜູ້ນຶ່ງ ທີ່ໄດ້ຮັບບູລິມະສິດ ໃນການສັກຢາກັນໂຄວິດ-19 ເພີ້ມ


ຢາວັກຊີນ ກັນໂຄວິດ-19
ຢາວັກຊີນ ກັນໂຄວິດ-19

ດຣ. ແອລໂທນີ ຟາວຈີ ຫົວໜ້າຜູ້ຊ່ຽວຊານດ້ານພະຍາດຕິດແປດຂອງສະຫະລັດ ກ່າວ
ຫວ່າງບໍ່ນານຜ່ານມານີ້ວ່າ ທ່ານເຊື່ອວ່າ ຊາວອາເມຣິກັນຫຼາຍລ້ານ ຄົນ ຜູ້ທີ່ໄດ້ສັກຢາ
ວັກຊີນກັນໄວຣັສໂຄໂຣນາຢ່າງເຕັມທີ່ໄປແລ້ວນັ້ນໃນທີ່ສຸດກໍຈະຕ້ອງການສັກຢາວັກຊີນ
ເພີ້ມອີກເຂັມນຶ່ງ ເພື່ອຮັກສາພູມຄຸ້ມກັນໃຫ້ເປັນທີ່ ພຽງພໍ. ທ່ານກ່າວວ່າ ການປິ່ນປົວທີ່
ເໝາະສົມ ຢ່າງແທ້ຈິງນັ້ນ ຈະເປັນການ ສັກຢາສອງເຂັມດັ່ງທີ່ໄດ້ເຮັດມາຮວມທັງການ
ສັກຢາວັກຊີນເພີ້ມ” ເຂັມທີສາມ ຂອງຟາຍເຊີຣໄບໂອແອນເທັກ (Pfizer BioNtech)
ຫຼືຢາວັກຊີນໂມເດີນາ (Moderna) ຫຼືສັກເຂັມທີສອງ ສໍາລັບຢາວັກຊີນເຂັມດຽວ
ຈອນສັນ ແລະ ຈອນສັນນັ້ນ.

ທ່ານສົມສີ ຈັນທະຄອນ ອາຍຸ 65 ປີ ຄົນອາເມຣິກາເຊື້ອສາຍລາວ ຢູ່ໃນ ເຂດຊານເມືອງ
ນະຄອນຊິຄາໂກຢູ່ທາງພາກກາງຂອງສະຫະລັດ ກໍເປັນ ຜູ້ນຶ່ງທີ່ໄດ້ຮັບບູລິມະສິດໃນການ
ສັກຢາວັກຊີນເພີ້ມ ຊຶ່ງຜູ້ກ່ຽວໃຫ້ຄວາມຄິດ ເຫັນ ກ່ຽວກັບເລື້ອງນີ້ສູ່ ວີໂອເອ ຟັງວ່າ:

ຄະນະກຳມະການຊ່ຽວຊານດ້ານການແພດສະຫະລັດ ໄດ້ປະຕິເສດຕໍ່ການສັກ ຢາວັກຊີນ
ຟາຍເຊີຣ ເຂັມທີສາມໃຫ້ແກ່ຊາວອາເມຣິກັນທັງໝົດ ແຕ່ໄດ້ສະເໜີແນະໃຫ້ຜູ້ທີ່ມີອາຍຸ 65
ປີ ແລະຜູ້ທີ່ມີອາຍຸສູງກວ່ານັ້ນ ທີ່ມີບັນຫາດ້ານສຸຂະ ພາບທີ່ຮ້າຍແຮງ. ທັງໝົດແລ້ວ ສູນ
ກາງປ້ອງກັນແລະຄວບຄຸມພະຍາດຂອງ ສະຫະລັດກ່າວວ່າ ປັດຈຸບັນນີ້ ຊາວອາເມຣິກັນ
181 ລ້ານຄົນ ໄດ້ສັກຢາວັກ ຊີນໄປແລ້ວຢ່າງຄົບຖ້ວນເຕັມທີ່.

XS
SM
MD
LG