ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານສົມຊາຍ ໃຈສອນ ອະດີດເດັກນ້ອຍລ້ຽງຄວາຍ ກາຍມາເປັນນັກບິນ


ທ່ານສົມຊາຍ ໃຈສອນ ນັກບິນ ເຫາະເຫີນ ເດີນອາກາດ.
ທ່ານສົມຊາຍ ໃຈສອນ ນັກບິນ ເຫາະເຫີນ ເດີນອາກາດ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວປະຈຳແລງວັນ ພະຫັດມື້
ນີ້ ເຮົາຈະນຳເອົາການສຳພາດກັບ ທ່ານສົມຊາຍ ໃຈສອນ ທີ່ເຄີຍເປັນເດັກນ້ອຍລ້ຽງ
ຄວາຍ ແລະມີຄວາມໄຝ່ຝັນຢາກເປັນນັກບິນ. ປັດຈຸບັນນີ້ ທ່ານສົມຊາຍ ເປັນນັກຂໍ້
ມູນ ຫຼື IT. ແຕ່ລະອາທິດ ທ່ານສົມຊາຍ ໄດ້ໃຊ້ເວລາຫວ່າງໄປຂັບເຮືອບິນນ້ອຍ ຂີ່ຫຼິ້ນ
ຢູ່ເຂດເໜືອຂອງລັດ ບາງເທື່ອກໍຂັບເຮືອບິນ ເຮລີຄອບເຕີ ແລະຂີ່ຈ້ອງບິນເວີ່ນຢູ່ທ້ອງ
ຟ້າເພື່ອຄວາມມ່ວນຊື່ນ. ຄວາມເປັນມາຂອງ ທ່ານສົມຊາຍ ມີຄືແນວໃດນັ້ນ
ກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານສົມຊາຍ ໃຈສອນ ແລະເຮືອບິນເຮລິຄອບເຕີ.
ທ່ານສົມຊາຍ ໃຈສອນ ແລະເຮືອບິນເຮລິຄອບເຕີ.

ລິງໂດຍກົງ

ມະນຸດມີຄວາມໄຝ່ຝັນຢາກມີປີກບິນໄດ້ຄືກັບນົກ ສາມາດເຫາະເຫີນເດີນອາກາດໄປ
ທຸກຫົນແຫ່ງຢ່າງເປັນອິດສະຫຼະແລະຫຼຽວລົງມາເບິ່ງໂລກ ທີ່ງົດງາມ. ມະນຸດໄດ້
ບັນລຸຜົນສໍາເລັດກ່ຽວກັບການບິນມາໄດ້ຮ້ອຍກວ່າປີແລ້ວ. ບັດນີ້ເຮົາມາເວົ້າກ່ຽວກັບ
ທ່ານສົມຊາຍທີ່ເຄີຍເປັນເດັກນ້ອຍລ້ຽງຄວາຍຢູ່ ທົ່ງນາເມື່ອສີ່ສິບກວ່າປີກ່ອນ ເວລາ
ນັ້ນທ່ານສົມຊາຍບໍ່ເຄີຍເຫັນເຮືອບິນມາກ່ອນ. ມີມື້ນຶ່ງໃນຂະນະທີ່ຂີ່ຫຼັງຄວາຍຢູ່ນັ້ນ
ທ່ານໄດ້ຍິນສຽງເຄື່ອງຈັກບິນຢູ່ເທິງທ້ອງຟ້າ ຜ່ານຫົວທ່ານໄປ ແລະ ຢາກຮູ້ວ່າສຽງທີ່
ບິນຜ່ານໄປນັ້ນແມ່ນສຽງຫຍັງ. ທ່ານສົມຊາຍໄດ້ເລີ້ມກ່າວສູ່ ວີໂອເອ ຟັງກ່ຽວກັບ
ເລື້ອງນີ້ວ່າ:

ທ່ານສົມຊາຍ ແລະຄອບຄົວໄດ້ອົບພະຍົບຈາກປະເທດລາວ ເຂົ້າມາຕັ້ງຖິ່ນຖານ
ຢູ່ພາກເໜືອຂອງລັດເວີຈີເນຍ ສະຫະລັດອາເມຣິກາ ໃນປີ 1976. ໃນຂະນະທີ່ເປັນ
ນັກຮຽນຢູ່ນັ້ນ ທ່ານສົມຊາຍ ກໍບໍ່ໄດ້ລົດລະຄວາມພະຍາຍາມໃນການຕາມຫາຝັນ
ຂັບເຮືອບິນ. ທ່ານໄດ້ເລີ້ມເຮັດວຽກສົ່ງໜັງສືພິມຢູ່ໃນຄຸ້ມບ້ານ ຊຶ່ງເປັນວຽກທຳອິດ
ທີ່ພວກເດັກນ້ອຍຜູ້ຊາຍ ອາເມຣິກັນ ພາກັນຂີ່ລົດຖີບສົ່ງໜັງສືພິມໃຫ້ແຕ່ລະເຮືືອນ
ຫຼັງຈາກເລີກໂຮງຮຽນ. ທ່ານສົມຊາຍໄດ້ທ້ອນເງິນຈາກການເຮັດວຽກເພື່ອຈະນໍາ
ໄປໃຊ້ຈ່າຍຄ່າຮຽນການບິນ ຊຶ່ງຊຶ່ງທ່ານໄດ້ກ່າວເຖິງຕອນນີ້ວ່າ:

ໃນຂະນະທີ່ເປັນນັກຮຽນຢູ່ມັດທະຍົມປາຍນັ້ນ ທ່ານສົມຊາຍໄດ້ເລີ້ມຮຽນກ່ຽວກັບ
ວິຊາການບິນຢູ່ໃນໂຮງຮຽນ ພ້ອມທັງຈ້າງຮຽນກັບນາຍຄູສ່ວນໂຕພິເສດ ຊຶ່ງທ່ານ
ສົມຊາຍກ່າວວ່າ:

ຈ້ອງບິນ ຫຼື paramotor
ຈ້ອງບິນ ຫຼື paramotor


ທ່ານສົມຊາຍສອບຜ່ານ ກ່ຽວກັບ ພື້ນຖານການບິນ ແລະສາມາດຂີ່ຈ້ອງບິນ ຫຼື
paramotor ຂັບເຮືອບິນນ້ອຍ Cessa 152 ສອງບ່ອນນັ່ງ ແລະຂັບ ເຮືອບິນ
ເຮລິຄອບເຕີໄດ້ ຊຶ່ງທ່ານສົມຊາຍໄດ້ອະທິບາຍສູ່ຟັງດັ່ງນີ້:

ທ່ານສົມຊາຍ ໄດ້ປະສົບຜົນສຳເລັດກັບຄວາມຝັນຂອງການເປັນນັກບິນ ເພື່ອຄວາມ
ມ່ວນຊື່ນ ແລະໄດ້ໄປບິນແຕ່ລະອາທິດ ຫຼັງຈາກເລີກວຽກ ແລະ ໃນວັນພັກເວລາດິນ
ຟ້າອາກາດເໝາະສົມ. ທ່ານສົມຊາຍ ໄດ້ກ່າວເຖິງ ຄວາມຮູ້ສຶກໃນເວລາທີ່ບິນຢູ່ເທິງ
ທ້ອງຟ້ານັ້ນວ່າ:

ພາບຖ່າຍຈາກເຮືອບິນ
ພາບຖ່າຍຈາກເຮືອບິນ



ທ່ານສົມຊາຍ ສຳເລັດປະລິນຍາຕີຝ່າຍ ຂໍ້ມູນຄອມພິວເຕີ ແລະຄະນິດສາດ ແຕ່ບໍ່ໄດ້
ບັນລຸເປັນນັກບິນອາຊີບ ເນື່ອງຈາກວ່າວຽກການດັ່ງກ່າວຕ້ອງໄດ້ເດີນທາງໄປຈາກ
ຄອບຄົວແຕ່ລະເທື່ອເປັນເວລາຫຼາຍອາທິດ. ອີງຕາມສະຖິຕິແລ້ວ ອາຊີບນັກບິນ
ນີ້ມິການຢ່າຮ້າງກັນຫຼາຍ ເປັນຄົນມັກດື່ມເຫຼົ້າ ແລະເປັນແບບ ຄາວບອຍ (cowboy)
ຊຶ່ງທ່ານສົມຊາຍໄດ້ກ່າວມ້ວນທ້າຍວ່າ:

ຫຼາຍໆທ່ານມັກໄປຕຶກເບັດ ຫຼີ້ນກອຟ ຕີເທນິສ ຫຼິ້ນດົນຕີຮ້ອງເພງ ແລະຄົວກິນ ເຫຼົ່າ
ນີ້ເປັນຕົ້ນ. ແຕ່ຄວາມສຸກຂອງທ່ານສົມຊາຍແລ້ວແມ່ນເຫາະເຫີນເດີນອາກາດຢູ່
ທ້ອງຟ້າ.

ຈ້ອງບິນ ຫຼື paramotor
ຈ້ອງບິນ ຫຼື paramotor

XS
SM
MD
LG