ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານແສງດາລາ ກ່າວວ່າ ທ່ານໄດ້ເຮັດໃຫ້ ຄວາມຝັນ ແຕ່ຍັງນ້ອຍ ກາຍເປັນຈິງ


ທ່ານແສງດາຣາ ນັກວິສະວະກອນກົນໄກການແພດ ແລະພັນລະຍາ ຍານາງຣັດຕະນາ ສຣີສະວັດໄທ ອາເມຣິກັນເຊື້ອສາຍລາວ ຢູ່ເມືອງໂຮລິສເຕີ ລັດຄາລິຟໍເນຍ.
ທ່ານແສງດາຣາ ນັກວິສະວະກອນກົນໄກການແພດ ແລະພັນລະຍາ ຍານາງຣັດຕະນາ ສຣີສະວັດໄທ ອາເມຣິກັນເຊື້ອສາຍລາວ ຢູ່ເມືອງໂຮລິສເຕີ ລັດຄາລິຟໍເນຍ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ໃນ​ລາຍການ​ຊີວິດ​ຊາວ​ລາວ ຂອງ ວີ​ໂອ​ເອ ປະຈຳ​ແລງວັນ​ພະຫັດ
ມື້​ນີ້ ​ເຮົາ​ຈະ​ນຳ​ເອົາການ​ສຳພາດ​ກັບ​ ທ່ານ​ແສງດາຣາ ສຣີສະ​ວັດ​ໄທ ນັກ​ວິສະວະກອນ​
ກົນ​ໄກ​ ດ້ານການ​ແພດ ມາສະ​ເໜີ​ທ່ານ. ທ່ານ​ແສງດາຣາ ໄດ້ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​
ສະຫະລັດ ກັບພໍ່​ແມ່ໃນ​ປີ 1981 ​ເວລາ​ນັ້ນ​ມີອາຍຸ​ໄດ້ 13 ປີ. ຫລັງ​ຈາກ​ຮຽນຈົບ​ມັດທະ
ຍົມແລ້ວ​ ​ແສງ​ດາຣາ ​ກໍໄດ້​ໄປຮຽນ​ຕໍ່ ​ເອົາປະລິນຍາ​ຕີ​ ຝ່າຍວິສະວະກຳ​ກົນ​ໄກ ຈາກ​ມະ ຫາວິທະຍາ​ໄລ Chico ຢູ່​ໃນ​ລັດຄາ​ລິ​ຟໍ​ລ​ເນຍ. ປັດຈຸບັນ​ນີ້ ແສງ​ດາຣາ ​ເປັນຜູ້ອຳນວຍ
ການ​ ໃຫ້​ແກ່​ບໍລິສັດ Sheathing ທີ່​ຜະລິດ​ອຸບປະກອນ​ການ​ແພດ ຢູ່​ໃນ​ລັດຄາ​ລີ​ຟໍ​ເນ​ຍ.
ຄວາມ​ເປັນມາ​ຂອງທ່ານ​ແສງດາຣາ​ ເປັນ​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນຈະ​ນຳ​ມາສະເໜີ​ທ່ານ
​ໃນ​ອັນ​ດັບ​ຕໍ່​ໄປ.

ສິ້ນສ່ວນການຜະລິດເຄື່ງມືການແພດ
ສິ້ນສ່ວນການຜະລິດເຄື່ງມືການແພດ

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ພອນ​ສະຫວັນ ແມ່ນ​ສິ່ງທີ່​ປະ​ເສີດ​ເລີດ​ລໍ້າເກີດ​ມາພ້ອມໆ
​ກັບ​ຊີວິດ​ຂອງບາງ​ຄົນ​ເທົ່ານັ້ນ ເຊັ່ນມີຫົວຄິດປະດິດ​ສ້າງ ​ເຮັດແນວ​ໃດ​ແນວ​ນຶ່ງ​ໄດ້ ​ດ້ວຍ
ສະຕິ​ປັນຍາຕົນ​ເອງ ໂດຍບໍ່​ໄດ້ ສຶກສາ​ຮໍ່າຮຽນຫຍັງ​ຫຼາຍ. ​ເຖິງ​ຢ່າງໃດ​ກໍ​ດີ ແຕ່​ກໍຍັງ​ຕ້ອງ​ໄດ້ໄປສຶຶກສາໃຫ້​ສູງໆຢູ່ ​ເພື່ອ​ສົ່ງເສີມເຕີມຕໍ່​ພັດທະນາ​ຕົນ​ເອງ​ໄປ​ສູ່​ຜົນສຳ​ເລັດ.

ທ່ານ​ແສງ​ດາລາ ​ແມ່ນຄົນອາ​ເມຣິກັນເຊື້ອສາຍ​ລາວ ມີ​ພອນ​ສະຫວັນ​ດ້ານ​ກົນ​ໄກ ມັກ
ແປງ​ເຄື່ອງຈັກ ມັກ​ປະດິດ​ຄິດ​ສ້າງມາ​ແຕ່​ຍັງ​ນ້ອຍ ​ໂດຍ​ທີ່​ພໍ່​ແມ່​ບໍ່​ໄດ້ແນະນຳບອກສອນ
ນຳ​ການ​ສຶກສາ​ຫຍັງ​ຫຼາຍ. ​ແສງ​ດາຣາມີ​ໂອກາດ​ໄດ້​ຮໍ່​າຮຽນເໝືອນ​ກັບ​ບັນດາ​ເຍົາວະ​
ຊົນອື່ນໆ ທີ່​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະລັດ. ດ້ວຍ​ການ​ສະແຫວ​ງຫາ​ການ​ຮຽນ
ໃນ​ວິຊາ​ທີ່​ຕົນ​ມັກ ​ແສງ​ດາຣາ ​ຈຶ່ງໄດ້ຮຽນຈົບຈາກ​ ​ມະຫາວິທະຍາໄລ Chico ຢູ່ໃນ​ລັດ
ຄາ​ລີ​ຟໍ​ເນຍ ຢ່າ​ຍວິ​ຊະວະ​ກັມກົນ​ໄກ ດ້ານ​ການ​ແພດ​ ​ແລະ​ໄດ້​ເລີ້ມເຮັດ​ວຽກ ​ໃຫ້​ແກ່​ບໍ
ລິສັດ Sheathing Technology ອອ​ກ​ແບບ ​ເຄື່ອງ​ໃຊ້ປິ່ນ​ປົວ ດ້ານການ​ແພດ ​ທີ່​ໃຊ້
ແຫຍ່​ເຂົ້າ​ໄປກວດ​ສ່ອງ​ເບິ່ງ​ທາງ​ໃນ​ຂອງ​ຮ່າງກາຍ ຊຶ່ງ​ທ່ານ​ແສງດາຣາໄດ້​ອະທິບາຍຕໍ່
ວີ​ໂອ​ເອ ຟັງດັ່ງ​ນີ້:

ສ່ວນນຶ່ງຂອງເຄື່ອງຈັກຜະລິດເຄື່ອງມືການແພດ.
ສ່ວນນຶ່ງຂອງເຄື່ອງຈັກຜະລິດເຄື່ອງມືການແພດ.

​ເຄື່ອງ​ມື​ທີ່ໃຊ້ກວດ ​ເພື່ອປິ່ນ​ປົວ​ຄົນ​ເຈັບ​ເປັນ​ເລື້ອງ​ສະ​ລັບ​ສັບ​ຊ້ອນ ທີ່​ຜູ້​ບໍ່​ມີ​ພື້ນຖານ​ດ້ານ
​ກົນ​ໄກ ຮຽນ​ຮູ້ກ່ຽວ​ກັບ​ດ້ານການ​ແພດ ຈະສາມາດ​ເຂົ້າ​ໃຈໄດ້ຍາກ. ​ເພາະສະ​ນັ້ນ​ພວກ​
ນາຍ​ແພດ​ ຈຶ່ງຕ້ອງໄດ້​ເປັນ​ຜູ້​ຮຽນ​ຮູ້​ ເຂົ້າ​ໃຈ​ໃຊ້​ເຄື່ອງມື​ດັ່ງກ່າວ ​ທີ່​ໄດ້​ຖືກ​ປັບປຸງ ​ຜະລິດ​
ອອກມາ​ໃຫ້​ໃຊ້ ​ແຕ່ລະ​ສອງ​ປີ ​ແລະນີ້ເປັນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ທ່ານ​ແສງ​ດາຣາ ຊຶ່ງ​
ທ່ານ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້:

ຢູ່ໃນ​ສະຫະລັດ​ອາ​ເມຣິກາ​ ມີ​ກົດໝາຍ​ບັງຄັບ​ໃຊ້​ ຢ່າງ​ເຄັ່ງ​ຄັດ ຕໍ່​ຜະລິດ​ຕະພັນ​ຕ່າງໆ ​
ກ່ອນ​ຈະ​ອອກ​ນຳ​ຂາຍ ​ແລະ​ນຳ​ໃຊ້ ດັ່ງ​ໂຕ​ຢ່າງ​ ເຄື່ອງມືດ້ານ​ການ​ແພດຂອງ ບໍລິ​ສັດ Cheathing ຊຶ່ງ​ເປັນ​ບໍລິສັດ​ດຽວ​ຢູ່​ໃນ​ສະຫະລັດ ​ເປັນ​ບໍລິສັດ​ນ້ອຍໆຂອງ​ຄອບຄົວ​ນຶ່ງ​
ທີ່​ທ່ານ​ແສງ​ດາຣາ ​ເປັນ​ຜູ້ອຳນວຍການແລະ​ອອກ​ແບບ ຊຶ່ງ​ທ່ານ​ໄດ້​ອະທິບາຍ​ຕໍ່​ໄປ​ວ່າ:

ພອນ​ສະຫວັນ​ເປັນ​ສິ່ງ​ທີ່​ປະ​ເສີດ​ເລີດ​ລໍ້າ ການ​ສຶກສາແ​ມ່ນ​ແສງທຽນ ​ແຍງທາງໄປ​ສູ່​ຜົນ
ສຳ​ເລັດ​ ເພື່ອອະນາ​ຄົດ ​ສິດ​ເສລີພາບ​ ​ແລະ​ຄວາມ​ສະ​ເໝີ​ພາບ ​ແມ່ນ​ສິດທິ​ມະນຸດທີ່ໝົດ
ທຸກຄົນ​ປາດ​ຖະໜາ ​ທີ່​ຫຼາຍ​ປະ​ເທດຍັງ​ກີດ​ກັ້ນຕ້ານ​ຄວາມ​ຈະ​ເລີ​ນຢູ່. ທ່ານ​ແສງ​ດາຣາ ​
ເກີດ​ຢູ່​ປະ​ເທດ​ລາວ ​ໄດ້ກາຍ​ມາ​ເປັນອາ​ເມຣິກັນ​ເຊື້ອສາຍ​ລາວ ເວລາທ່ານ​ຍັງເປັນ​ເດັກ
ນ້ອຍຢູ່ ​ບໍ່​ມີ​ເຄື່ອງ​ຫລິ້ນ​ເໝືອນ​ດັ່ງເດັກນ້ອຍຢູ່​ໃນ​ບັນດາປະ​ເທດ​ອຸດສາຫະກຳ. ທ່ານ​
ຕ້ອງ​ໄດ້​ປະດິດ​ຄິດ​ສ້າງ​ເຄື່ອງ​ຫລິ້ນ​ດ້ວຍ​ຕົນ​ເອງ ​ແລະມັກ​ສ້ອມ ແປ​ງ​ເຄື່ອງ​ຈັກ. ​ເວລາ​
ຕົກມາ​ຢູ່​ໃນສະຫະລັດ​ອາ​ເມຣິກາ ​ທ່ານ​ແສງ​ດາຣາ ຈຶ່ງໄດ້​ພິສູດ​ໃຫ້​ເຫັນອີກ​ຄົນ​ນຶ່ງທີ່​ປະ
ສົບ​ຜົນ​ສຳ​ເລັດໃນ​ດ້ານ​ການ​ສຶກສາ ​ແລະ​ເປັນ​ພົນລະ​ເມືອງ​ດີ​ຂອງ​ຊາດ ທ່ານໄດ້ກາຍ​
ມາ​ເປັນນັກຜະລິດ​ຄິດ​ສ້າງ ​ເພື່ອ​ຜົນ​ປະ​ໂຫຍ​ດ ຂອງ​ສັງຄົມ​ທົ່ວໆໄປ. ທ່ານ​ແສງ​ດາຣາ
​ໄດ້​ກ່າວ​ເຖິງ​ຄວາມມັກ​ຮັກ ​ດ້ານ​ກົນ​ໄກ ​ແລະ​ການ​ສ້າງລາຍ​ໄດ້ ​ປະຈຳ​ປີ​ຂອງ​ທ່ານ ສູ່ ​
ວີໂອ​ເອຟັງ ດັ່ງ​ນີ້ :

ທ່ານ​ແສງ​ດາຣາ ສຣີສະ​ວັດ​ໄທ ​ແລະ​ຄອບຄົວ​ປັດຈຸບັນ​ນີ້​ຕັ້ງ​ຖິ່ນ​ຖານ​ຢູ່ເມືອງໂຮລິສເຕີ
ລັດ​ຄາ​ລິ​ຟໍ​ເນຍ ມີ​ບ້ານ​ເຮືອນ ​ແລະ​ໜ້າ​ທີ່ວຽກ​ການທີ່​ໜ້າ​ສັນລະ​ເສີນ. ​ຫວ່າງ​ມໍ່​ໆມາ​ນີ້
ພັນ​ລະ​ຍາ​ຂອງ​ທ່ານ ຍານາຣັດຕະນາ ໄດ້​ຢຸດ​ເຮັດ​ວຽກ​ໂດຍ​ທີ່​ບໍ່ມີ​ຄວາມ​ຈຳ​ເປັນ​ເຮັດ​ຕໍ່
​ໄປ​ອີກຈາກ​ການບໍລິຫານເປັນ​ເຈົ້າ​ຂອງທຸລະ​ກິດຮ້ານ​ເສີມສວຍສອງ​ຮ້ານ​ມາ​ເປັນ​ເວລາ
18 ປີຍານາງ​ໄດ້​ໃຫ້​ເຫດຜົນ​ຂອງ​ການ​ຢຸດ​ບໍ່​ເຮັດ​ວຽກ​ຕໍ່​ດັ່ງ​ນີ້:

ຍານາງຣັດຕະນາ ສຣີສະວັດໄທ.
ຍານາງຣັດຕະນາ ສຣີສະວັດໄທ.

ບັດ​ນີ້​ຍານາງ​ໄດ້ມາ​ດູ​ແລ​ລູກ​ເຕົ້າ​ໃນ​ການ​ຮໍ່າຮຽນ​ເພື່ອ​ອະນາ​ຄົດ​ອັນ​ແຈ່ມ​ໃສ. ນີ້​ແມ່ນໂຕ​
ຢ່າງອາເມຣີກັນ​ເຊື້​ອສາຍ​ລາວ​ອີກຄອບຄົວນຶ່ງ ທີ່​ປະສົບ​ຜົນສຳ​ເລັດ ຂອງ​ການ​ດຳລົງຊີ
ວິດ​ຢູ່​ໃ​ນສະຫະລັດອາ​ເມຣິກາ.

XS
SM
MD
LG