ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອ ສຳພາດ ທ່ານໄຊ ອຸດົມປາຣະມີ ນາຍຊ່າງແປງເຄື່ອງພິມ ກັບສິນຄ້າອາຫານ


ທ່ານໄຊ ອຸດົມປາຣະມີ
ທ່ານໄຊ ອຸດົມປາຣະມີ

ສະບາຍດີທ່ານຜູ້ຢັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳແລງວັນພະຫັດມືຶ້ນີ້ ເຮົາຂໍແນະນຳໃຫ້ທ່ານຮູ້ຈັກ ກັບ ທ່ານໄຊ ອຸດົມປາ ຣະມີ ຊ່າງແປງເຄື່ອງຈັກພິມກັບໃສ່ເຄື່ອງກິນ ໃຫ້ແກ່ບັນດາບໍລິສັດຜະລິດອາ ຫານ ທີ່ວາງຂາຍຢູ່ຕາມຈະຫຼາດໃນສະຫະລັດ. ທ່ານໄຊເຂົ້າໄປຕັ້ງຖິ່ນຖານຢູ່ ລັດໂອກລາໂຮມາ ທາງພາກຕາເວັນຕົກຕອນກາງ ຂອງສະຫະລັດ. ທ່ານໄຊ ມີພອນສະຫວັນ ແລະສົນໃຈ ດ້ານສ້ອມແປງມາແຕ່ນ້ອຍ. ອັນດັບຕໍ່ໄປ ເຊີນ ທ່ານຟັງການສຳພາດ ຂອງ ກິ່ງສະຫວັນ ກັບທ່ານໄຊ.


ຢູ່ຕາມຕະຫຼາດໃນສະຫະລັດອາເມຣິກາ ເຮົາຈະສັງເກດເຫັນກັບເຄື່ອງກິນຊະນິດແຫ້ງ
ຕ່າງໆທີ່ອອກແບບມີຮູບຊົງ ແລະສີສັນງາມວາງລຽນຂາຍປະປົນ ກັບສິນຄ້າສະນິດຕ່າງໆ.
ແຕ່ກ່ອນສິນຄ້າທີ່ເປັນອາຫານເຫລົ່ານີ້ຈະຖືກນຳມາ ວາງຂາຍ ບໍລິສັດທີ່ຜະລິດອາຫານ
ຕ້ອງໄດ້ພິມກັບໃສ່ ໂດຍໃຊ້ເຄື່ອງຈັກພິມ ຢູ່ຕະຫຼອດຊາວສີ່ຊົ່ວໂມງເພື່ອໃຫ້ທັນກັບຄວາມ
ຕ້ອງການ. ແຕ່ໃນບາງຄັ້ງຄາວ ນັ້ນເຄື່ອງຈັກພິມໄດ້ເພ ຈຶ່ງເຮັດໃຫ້ການຜະລິດຕ້ອງຢຸດ
ສະງັກລົງ. ເພື່ອແກ້ໄຂບັນຫາດັ່ງກ່າວນີ້ ຕ້ອງມີນາຍຊ່າງຜູ້ຊຳນານ ມາແປງເຄື່ອງຈັກດັ່ງ
ກ່າວ ແລະ ທ່ານຜູ້ນັ້ນກໍຄືທ່ານໄຊ ອຸດົມປາຣະມີ ຜູ້ມີພອນສະຫວັນດ້ານສ້ອມແປງ ແລະ
ມັກຈັບບາຍເຄື່ອງຈັກມາແຕ່ຍັງນ້ອຍ ຈົນໄດ້ກາຍມາເປັນນາຍຊ່າງ ທີ່ຊຳນານ. ທ່ານໄຊ
ສຳເລັດສີ່ອະນຸປລິນຍາດ້ານເທັກນິກ ຊຶ່ງທ່ານໄດ້ອະທິບາຍ ກ່ຽວກັບ ວິຊາອາຊີບຂອງ
ທ່ານສູ່ ວີໂອເອ ຟັງດັ່ງນີ້:

ເຈັ້ຍທີ່ທີ່ພິມກອອກມາ
ເຈັ້ຍທີ່ທີ່ພິມກອອກມາ

ທ່ານໄຊ ເຄີຍເຮັດວຽກໃຫ້ແກ່ບໍລິສັດຜະລິດຕູ້ເຢັນເປັນເວລສາ 18 ປີ ແລະບໍລິ ສັດດັ່ງກ່າວໄດ້ຍ້າຍໄປປະເທດເມັກຊິໂກ ແຕ່ທ່ານບໍ່ຍ້າຍໄປນຳເຖິງແມ່ນວ່າໄດ້ ຮັບເງິນເດືອນດີ ແລະຜົນກຳໄລຕ່າງໆ. ໃນນາມຜູ້ມີວິຊາອາຊີບທີ່ຫຼາຍໆບໍລິສັດ ມີຄວາມຕ້ອງການ ທ່ານໄຊໄດ້ຕັດສິນໃຈ ຢູ່ໃນສະຫະລັດຕໍ່ໄປແລະເຮັດວຽກໃຫ້ ບໍລິສັດຫໍ່ເຄື່ອງ ຊື່ວ່າ Plastic Packaging ທີ່ເປັນບໍລິສັດໃຫຍ່ ມີສາຂາຢູ່ທົ່ວ ໂລກຊຶ່ງທ່ານໄດ້ເລົ່າເຖິງການເຮັດວຽກ ແລະເງິນເດືອນດີສູ່ຟັງດັ່ງນີ້:

ກ່ຽວກັບໜ້າທີ່ວຽກງານຊຶ່ງເປັນຜະລິດຕະພັນອອກມານັ້ນ ທ່ານໄຊ ໄດ້ອະທິ ບາຍເຖິງຂັ້ນຕອນ ແລະຄວາມສະຫລັບຊັບຊ້ອນສູ່ຟັງດັ່ງນີ້:

ກັບເຈັ້ຍໃສ່ອາຫານແຫ້ງ
ກັບເຈັ້ຍໃສ່ອາຫານແຫ້ງ

ຄອບຄົວຂອງທ່ານໄຊ ອຸດົມປາລະມີ ແມ່ນຄອບຄົວລາວອາເມຣິກັນໂຕຢ່າງທີ່ ປະສົບຜົນສຳເລັດ ດ້ານວຽກງານ ມີພື້ນຖານການສຶກສາ ຊຶ່ງບັນດາພວກລູກ ທັງສາມໄດ້ນຳຮອຍ ແລະສໍາເລັດຂັ້ນມະຫາວິທະຍາໄລທຸກຄົນ. ນອກນັ້ນກໍມີ ບ້ານເຮືອນ ດິນດອນກວ້າງຂວາງ ແລະຝູງງົວ ຊຶ່ງທ່ານໄຊ ໄດ້ກ່າວມ້ວນທ້າຍ ສູ່ ວີໂອເອ ຟັງດັ່ງນີ້່


ນັ້ນແມ່ນໂຕຢ່າງຜົນສຳເລັດຂອງການດຳລົງຊີວິດຄອບຄົວທ່ານໄຊ ອຸດົມປາ ລະມີ ຄົນອາເມຣິກັນເຊື້ອສາຍລາວ ຢູ່ທີ່ລັດໂອກລາໂຮມາ ຕັ້ງຢູ່ພາກຕາເວັນ ຕົກຕອນກາງຂອງສະຫະລັດ.

XS
SM
MD
LG