ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ທີ່ມີອາຍຸ 65 ປີຂຶ້ນໄປ ໄດ້ຮັບບູລິມະສິດ ໃນການສັກວັກຊີນ ປ້ອງກັນໂຄວິດ-19


ນາງພະຍາບານ ຄາເທ ອອມສະເຕດ ກຳລັງຕຽມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ຄົນ.
ນາງພະຍາບານ ຄາເທ ອອມສະເຕດ ກຳລັງຕຽມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ຄົນ.

ການສັກຢາປ້ອງກັນໂຄວິດ-19 ໄດ້ເລີ້ມປະຕິບັດຢູ່ໃນທົ່ວສະຫະລັດແລ້ວ ຜູ້ທີ່ໄດ້ ຮັບ
ບູລິມະສິດກໍຄືບັນດາຜູ້ຢູ່ເຮືອນຄົນຊະລາ ຕໍ່ລົງມາຜູ້ມີອາຍຸຈາກ 65 ປີຂຶ້ນໄປ ແລະພວກ
ທີ່ເຮັດວຽກຢູ່ແຖວໜ້າເຊັ່ນພວກນາງພະຍາບານເຫລົ່ານີ້ເປັນຕົ້ນ. ຮວມຢູ່ໃນບັນດາປະ
ຊາຊົນອາເມຣິກັນ ຕົກຢູ່ໃນກໍລະນີດັ່ງກ່າວທີ່ໄດ້ຮັບການສັກຢາວັກ ຊີນປ້ອງກັນໂຄວິດ-
19 ຢູ່ໃນເຂດພາກເໜືອຂອງລັດເວີຈີເນຍໄປແລ້ວນັ້ນ ມີບັນ ດາຜູ້ອະວຸໂສອາເມຣິກັນ
ເຊື້ອສາຍລາວຮ່ວມນຳ ແລະພວກທີ່ຢູ່ໃນບັນຊີລາຍຊື່ ທີ່ ຈະໄດ້ຮັບການສັກວັກຊີນນັ້ນ
ຈະໄດ້ຮັບການເຕືອນຜ່ານທາງຈົດໜາຍຈາກຄລິີນິກ ປະຈຳໂຕ ແລະຜ່ານບໍລິສັດປະ
ກັນໄພສຸຂະພາບຂອງໃຜລາວ ທີ່ໄດ້ສົ່ງການ ນັດ ພົບວັນເວລາແລະສະຖານທີ່ ເພື່ອສັກ
ວັກຊີນດັ່ງກ່າວ.

ທ່ານສາລີ ຈິດຕະວໍລະວົງ ອາຍຸ 80 ປີ ຜູ້ໂຊກດີຄົນນຶ່ງ ຢູ່ເມືອງສະປຣິງຟຽລ (Spring-
field) ເຂດພາກເໜືອຂອງລັດເວີຈີເນຍໄດ້ຮັບການສັກວັກຊີນປ້ອງກັນ ໂຄວິດ-19 ໄປ
ແລ້ວ ເມື່ອວັນເສົາທີ 16 ມັງກອນ 2021 ທີ່ຜ່ານມາ. ທ່ານສາ ລີ ໄດ້ຮັບໜັງສືບອກໃຫ້
ໄປສັກວັກຊີນ ຜ່ານບໍລິສັດປະກັນໄພສຸຂະພາບຄາຍເຊີ Kaizer ຊຶ່ງທ່ານໄດ້ກ່າວເຖິງ
ຂັ້ນຕອນ ແລະຄວາມຮູ້ສຶກສູ່ ວີໂອເອ ຟັງດັ່ງນີ້:

ຕົກມາເຖິງປັດຈຸບັນນີ້ ປະຊາຊົນອາເມຣິກັນຫຼາຍລ້ານຄົນ ຍັງພາກັນລໍຖ້າການສັກວັກ
ຊີນປ້ອງກັນໂຄວິດ-19 ນີິ້ຢູ່. ຫຼາຍຮ້ອຍຄົນທີ່ໂຊກບໍ່ດີໄດ້ເສຍຊີວີດຢູ່ໃນ ແຕ່ລະວັນ.
ອີງຕາມລາຍງານຫລ້າສຸດຂອງການຕິດແປດໄວຣັສໂຄໂຣນາ ຢູ່ໃນ ສະຫະລັດ ປັດຈຸ
ບັນນີ້ມີຢູ່ປະມານ 24 ລ້ານກວ່າຄົນ ເສຍຊີວິດໄປແລ້ວ 399 ພັນກວ່າຄົນ ແລະຫຼາຍ
ຮ້ອຍລ້ານຄົນ ຍັງລໍຖ້າການສັກວັກຊີນໄປຕາມລຳດັບ.

XS
SM
MD
LG