ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ທ່ານເພັດ ດາຣາ ອະທິບາຍໃຫ້ຟັງ ເຖິງກົດລະບຽບ ການລ່າກວາງ ຢູ່ລັດອໍເຣກັນ


ກວາງທີ່ຖືກລ່າ ຢູ່ລັດອໍເຣກັນ.

ປັດຈຸບັນນີ້ ອາກາດກຳລັງເລີ້ມເຢັນລົງ ໂດຍສະເພາະຢູ່ທາງພາກກາງຂຶ້ນໄປ ຫາພາກເໜືອຂອງສະຫະລັດ ຊຶ່ງບົ່ງບອກເຖິງລະດູໃບໄມ້ຫລົ່ນ ໄດ້ໝູນວຽນມາເຖິງແລ້ວ. ໃບໄມ້ກຳລັງເລີ້ມຈະປ່ຽນຈາກສີຂຽວ ມາເປັນສີແດງ ສີເຫຼືອງ ສີສົ້ມ ແລະສີຊໍ້າຕ່າງໆຢ່າງງົດງາມ. ບັດນີ້ ແມ່ນລະດູລ່າເນື້ອ ທີ່ພວກນາຍພານໄດ້ລໍຖ້າ ໃຫ້ໂອກາດນີ້ມາເຖິງ ແລະເຂົາເຈົ້າພາກັນຫ້າງຫາປືນຜາໜ້າກະບອກທີ່ຈະເຂົ້າປ່າລ່າກວາງ.

ໃນແຕ່ລະປີມີຫຼາຍພັນຄົນພາກັນລົງທະບຽນຂໍອະນຸຍາດລ່າກວາງ ເພາະສະນັ້ນ ທາງການ
ໄດ້ຈັດລະບົບການຈົກສະຫຼາກ ເພື່ອໃຫ້ຜູ້ໂຊກດີສາມາດຍິງກວາງໄດ້. ນອກຈາກນັ້ນເຂົາ
ເຈົ້າຕ້ອງປະຕິບັດຕາມກົດລະບຽບຫຼາຍໆຢ່າງ ເຊັ່ນ ເສຍຄ່າທຳນຽມ ຮຽນຮູ້ຄວາມປອດໄພ
ໃນການໃຊ້ປືນ ຮຽນຮູ້ສິ່ງແວດລ້ອມ ແລະສຳຄັນທີ່ສຸດນັ້ນຄືຕ້ອງຮູ້ວ່າ ທາງການອະນຸຍາດ
ໃຫ້ຍິງກວາງ ໂຕຜູ້ ຫຼືຍິງກວາງແມ່.

ທ່ານເພັດ ດາຣາ ຢູ່ທີ່ລັດອໍເຣກັນ ຕັ້ງຢູ່ທາງພາກຕາເວັນຕົກສຽງເໜືອຂອງ ສະຫະລັດ
ແມ່ນນັກລ່າເນື້ອຄົນນຶ່ງທີ່ຮູ້ກ່ຽວກັບລະບຽບການຕ່າງໆຊຶ່ງ ທ່ານ ໄດ້ກ່າວສູ່ວີໂອເອ ຟັງດັ່ງນີ້:

ການອະນຸຍາດໃຫ້ຍິງກວາງໃນແຕ່ລະປີ ກໍເພື່ອຄວບຄຸມພົນລະເມືອງກວາງ ບໍ່ໃຫ້ອອກແມ່
ແຜ່ລູກຫຼາຍເກີນໄປ ແລະກໍຂຶ້ນຢູ່ກັບເຈົ້າໜ້າທີ່ຂອງແຕ່ລະລັດ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG