ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານແພງກ້ຽວ ຣາດຊະກຸນ ນັກທຸລະກິດ ຂາຍເນີຍແຂງ ທີ່ລັດຄາລີຟໍເນຍ


ທ່ານແພງກ້ຽວ ຣາດຊະກຸນ ນັກທຸລະກິດ ຂາຍເນີຍແຂງ ທີ່ລັດຄາລີຟໍເນຍ.
ທ່ານແພງກ້ຽວ ຣາດຊະກຸນ ນັກທຸລະກິດ ຂາຍເນີຍແຂງ ທີ່ລັດຄາລີຟໍເນຍ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳ ແລງວັນພະຫັດ
ມື້ນີ້ ເຮົາຈະນຳພາ​ທ່ານ​ໄປຢ້ຽມຢາມ ທ່ານ​ແພງ​ກ້ຽວ ຣາດຊະ​ກຸນ ນັກທຸລະກິດຮ້ານ​
ຂາຍ​ເນີຍແຂງ ຫຼື cheese ​ທີ່​ເມືອງເບີກ​ເລ ລັດ​ຄາ​ລີ​ຟໍ​ເນຍ. ກ່ອນ​ທີ່ທ່ານ​ແພງ​ກ້ຽວ ຈະ
​ໄດ້ປະສົບ​ຜົນສຳ​ເລັດ ກາຍມາ​ເປັນ​ນັກທຸລະກິດ​ຂາຍ​ເນີຍແຂງ​ນັ້ນ ທ່ານ​ໄດ້ຜ່ານ​ການ
​ສູ້​ຊົນ​ກັບ​ຊິວິດຕ່າງ​ໆ​ນາໆ ມີ​ຄວາມ​ຮັບຜິດຊອບ​ສູງ ​ຕໍ່​ຄອບຄົວ ​ແລະ​ປະຊາຄົມ​ອາ​ເມຣິ
ກັນ​ເຊື້ອສາຍ​ລາວ. ເພື່ອຢາກຮູ້ວ່າຄວາມ​ເປັນ​ມາ​ຂອງ ທ່ານ​ແພງ​ກ້ຽວ ເປັນຢ່າງໃດ​ນັ້ນ
ເຮົາຂໍເຊີນທ່ານພົບກັບ ກິ່ງສະຫວັນ ໄດ້ໃນອັນດັບຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ທ່ານ​ເຄີ​ຍໄດ້ກິນ​ເນີຍແຂງ ຫລືຈິສ cheese ບໍ່? ​ເນີຍ
ແຂງແມ່ນ​ອາຫານ​ຂອງ​ຊາວ​ຕາ​ເວັນ​ຕົກ ​ທີ່​ນິຍົ​ມກິນ​ກັນ​ຢ່າງ​ແຜ່​ຫຼາຍຢູ່​ໃນ​ຢູ​ໂຣບ ອາ
ເມລິກາ ແລະ​ຕາ​ເວັນ​ອອກ​ກາງ. ​ເນີຍແຂງສ່ວນໃຫຽ່ແມ່ນເຮັດ​ດ້ວຍ​ນໍ້າ​ນົມງົວ ທີ່​ນຳ​
ເອົາ​ມາ​ປະສົມເຣັດ​ໃຫ້​ມີ​ລົດ​ຊາດຕ່າງໆ ມີ​ກິ່ນ ທີ່​ຜູ້​ບໍ່​ມັກຈະ​ກ່າວ​ວ່າ “ເໝັນ” ​ແຕ່​ເປັນ
​ອາຫານທີ່ມີລົດຊາດ​ໂອຊາແກ່​ຜູ້ທີ່​ມັກ. ການ​ເຮັດ​ເນີຍແຂງ​ມີ​ເຄັດ​ລັບ​ຂອງ​ໃຜລາວ ໃຊ້
​ເວລາ​ຮັກສາ​ໄວ້​ເປັນ​ເວລາ​ຫຼາຍ​ເດືອນ ​ແລ​ະ​ຫຼາຍປີ​ກ່ອນຈະນຳ​ອອກສູ່​ຕະຫຼາດ ​ມີ​ຄຸນ​
ນະພາ​ບ​ແຕກ​ຕ່າງ ລາຄາ​ຖືກ ​ແລະ​ລາຄາ​ແພງ ທີ່​ບໍ່​ຕ່າງຫຍັ​ງກັນກັບ​ລາຄາເຫຼົ້າ​ແວງ ທີ່ຕາມທຳມະດາຈະເປັນເຄື່ອງດື່ມຄູ່ກັນໄປກັບເນີຍແຂງ. ​

ເນີຍ​ມັກ​ຈະຖືກ​ນຳ​ໄປ​ປະສົມ​ກັບ​ອາຫານຕ່າງໆ ​ຫຼື​ບໍ່​ກໍ​ກິນ​ກັບ​ເຫຼົ້າ​ແວງ ຫຼື​ກິນລ້າໆ​ກໍ​
ໄດ້. ຢູ່ຕາມທ້ອງຕະຫຼາດ​ໃນ​ສະຫະລັດ ຈະ​ມີ​ຜະ​ແນ​ກວາງ​ຂາຍ​ເນີຍ​ແຂງໂດ​ຍສະ​ເພາະ
ທີ່ເປັນຜະລິດ​ຕະພັນ​ຈາກ​ທ້ອງ​ຖິ່ນ ​ແລະ​ຈາກ​ປະ​ເທດ​ຕ່າງໆ​ຢູ່ທົ່ວ​ໂລກ.ທ່ານ​ແພງ​ກ້ຽວ
ຣາດຊະ​ກຸນ ​ໄດ້ເລີ້ມ​ຕົ້ນປະກອບ​ວິຊາ​ອາ​ຊີບການ​ເປັນ​ຊ່າງເທັກ​ນິກ​ເຄື່ອງ​ກະຈາຍສຽງ
ແລະເປີດ​ຕະຫຼາດ​ເອ​ເຊຍ ​ແຕ່ບໍ່​ໄດ້ຜົນ​ສຳ​ເລັດຕາມ​ຄາດໝາຍ. ຫຼັງ​ຈາ​ກນັ້ນ ທ່ານກໍ​
ໄດ້​ຕັດສິນ​ໃຈ​ ມາ​ເປີ​ດຮ້ານ​ຂາຍ​ເນີຍ​ແຂງໂດ​ຍສະ​ເພາະ ​ຊຶ່ງ​ທ່ານໄດ້​ກ່າວ​ຕໍ່ ວີ​ໂອ​ເອ
ດັ່ງ​ນີ້:

ເນີຍແຂງ (cheese) ສະນິດຕ່າງໆ.
ເນີຍແຂງ (cheese) ສະນິດຕ່າງໆ.

ທ່ານ​ແພງ​ກ້ຽວ ​ໄດ້​ສູ້​ຊົນ​ກັບ​ການ​ດຳລົງ​ຊີວິດ ຕັ້ງ​ແຕ່​ໄດ້​ເຂົ້າ​ມາ​ຕັ້ງຖິ່ນ​ຖານ​ຢູ່​ໃນ​ສະ
ຫະລັດ ສົ່ງ​ພວກ​ລູກ​ຊາຍ ​ແລະ​ລູກ​ສາວ​ທັງ​ຫ້າ​ຄົນ ເຂົ້າ​ໂຮງຮຽນ ຮັບ​ໃຊ້ໃນ​ກອງ​ທັບ​
ສະຫະລັດ ສຳ​ເລັດ​ປະລິນຍາ​ຕ່າງໆ ​ແລະ​ຈຳນວນ​ນຶ່ງ​ກໍໄດ້​ຕັ້ງ​ຄອບຄົວ​ໄປ​ແລ້ວ. ບັດນີ້
ທ່ານ​ແພງກ້ຽວ ກຳລັງພັກຜ່ອນກິນ​ເບ້ຍ​ບຳນານ ​ແລະໄດ້ມອບ​ທຸລະ​ກິດ​ໃຫ້​ພວກ​ລູກໆ​
ດຳ​ເນີນ​ຕໍ່ ​ເພື່ອ​ເປັນ​ບ່ອນ​ຫາ​ຢູ່​ຫາ​ກິນຂອງພວກເຂົາເຈົ້າ ເຖິງແມ່ນຍັງໃຫ້ການດູແລ
ເບິ່ງແຍງນຳເລັກໆນ້ອຍໆຢູ່ກໍຕາມ ຊຶ່ງ​ທ່ານ​ໄດ້​ກ່າວໃນ​ຕອນ​ນີ້​ວ່າ:

ເນີຍແຂງ (cheese) ແລະເຄື່ອງແກ້ມກິນກັບເຫຼົ້າແວງ.
ເນີຍແຂງ (cheese) ແລະເຄື່ອງແກ້ມກິນກັບເຫຼົ້າແວງ.

ທ່ານ​ແພງ​ກ້ຽວ ​ເປັນ​ສະ​ມາ​ຊິກ​ສັງຄົມ​ອາ​ເມຣິກັນ​ເຊື້ອສາຍ​ລາວ ທີ່​ຫ້າວຫັນມີ​ຈິດ​ໃຈ
​ກວ້າງ​ຂວາງ ​ແລະຍັງ​ເປັນ​ປະທານ​ສະມາຄົມ​ລາວ-ອາ​ເມຣິກັນ ປະຈຳ​ເຂດ​ເບ​ເອ​ເຣຍ.
ບັດ​ນີ້ທ່ານ​ມີ​ເວລາພົວພັນ​ກັບສັງຄົ​ມລາວ​ອາ​ເມຣິກັນ​ຫຼາຍ​ຂຶ້ນ ເປັນ​ທີ່​ປຶກສາ​ ​ແລະ​ໃຫ້
ການ​ຊ່ວຍ​ເຫຼືອໃນ​ຍາມ​ຄັດ​ສົນ​ຕ່າງໆ ດັ່ງ​ທີ່​ທ່ານ​ໄດ້​ກ່າວ​ສູ່​ຟັງ​ດັ່ງ​ນີ້:

ສະຖານທີ່ປິກນິກ ນັ່ງກິນເນີຍແຂງ (cheese) ແລະຊົມສວນປູກໜາກແຣແຊງ ເຮັດເຫົ້ຼາແວງ.
ສະຖານທີ່ປິກນິກ ນັ່ງກິນເນີຍແຂງ (cheese) ແລະຊົມສວນປູກໜາກແຣແຊງ ເຮັດເຫົ້ຼາແວງ.

ທ່ານ​ແພງ​ກ້ຽວ ຣາດຊະ​ກຸນ ​ແມ່ນ​ອະດີດ​ລັດຖະກອນ ກະຊວງ​ໂຍທາ ອະດີດທະຫານ​ຂ້າລາຊະການ ​ແລະໄດ້​ກາຍ​ມາ​ເປັນ​ທະຫານ​ກອງ​ທັບ​ແຫ່ງ​ພະ​ລາດຊະ​ອາ​ນະ​ຈັກ​ລາວ
ທ່ານ​ໄດ້​ກ່າວ​ມ້ວນທ້າຍ​ກ່ຽວ​ກັບ​ຊີວິດ​ຂອງ​ທ່ານ​ໃນ​ຕອນ​ນີ້​ວ່າ :

ນັ້ນ​ແມ່ນ​ບົດບາດ​ການ​ຕັ້ງ​ຊີວິດ​ໃໝ່​ຢ່າງ​ເປັນ​ຜົນສຳ​ເລັດ ຂອງ​ທ່ານ​ແພງ​ກ້ຽວ ຣາດຊະ
​ກຸນ ອາ​ເມຣິກັນ​ເຊື້ອສາຍ​ລາວ ທີ່ເປັນເຈົ້າຂອງຮ້ານຂາຍເນີຍແຂງໃນລັດຄາຟໍເນຍ
ແລະເປັນ​ພົນລະ​ເມືອງ​ດີ​ຄົນ​ນຶ່ງ​ຂອງ​ສະຫະລັດ.

XS
SM
MD
LG