ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ທ່ານ ພີດທ໌ ເຮັກເຊັດທ໌ ຂຶ້ນຕອບຄໍາຖາມຂອງສະມາຊິກລັດຖະສະພາ ຫຼາຍປະເດັນສໍາຄັນ


ທ່ານ ພີດທ໌ ເຮັກເຊັດທ໌, ຜູ້ຖືກາະເໜີຊື່ເປັນລັດຖະມົນຕີກະຊວງປ້ອງກັນປະເທດຈາກວ່າທີ່ປະທານາທິບໍດີ ດໍໂນລ ທຣໍາ, ພ້ອມດ້ວຍພັນລະຍາຂອງລາວ ນາງ ເຈັນນີເຟີ ຣົວເຊັດທ໌ (Jennifer Rauchet), ໃນຂະນະທີ່ພາກັນຍ່າງຜ່ານຫ້ອງໃຕ້ດິນຂອງຫໍລັດຖະສະພາ, ວັນທີ 4 ທັນວາ 2025, ນະຄອນຫຼວງລໍຊິງຕັນ.
ທ່ານ ພີດທ໌ ເຮັກເຊັດທ໌, ຜູ້ຖືກາະເໜີຊື່ເປັນລັດຖະມົນຕີກະຊວງປ້ອງກັນປະເທດຈາກວ່າທີ່ປະທານາທິບໍດີ ດໍໂນລ ທຣໍາ, ພ້ອມດ້ວຍພັນລະຍາຂອງລາວ ນາງ ເຈັນນີເຟີ ຣົວເຊັດທ໌ (Jennifer Rauchet), ໃນຂະນະທີ່ພາກັນຍ່າງຜ່ານຫ້ອງໃຕ້ດິນຂອງຫໍລັດຖະສະພາ, ວັນທີ 4 ທັນວາ 2025, ນະຄອນຫຼວງລໍຊິງຕັນ.

ທ່ານ ພີດທ໌ ເຮັດເຊັດທ໌ (Pete Hegseth) ຜູ້ທີ່ໄດ້ຮັບການສະເໜີຊື່ຈາກວ່າທີ່ປະທານາທິບໍດີທີ່ຖືກເລືອກ ທ່ານ ດໍໂນລ ທຣໍາ ໃຫ້ດໍາລົງຕໍາແໜ່ງກະຊວງປ້ອງກັນປະເທດສະຫະລັດ ຂຶ້ນຕອບຄໍາຖາມຕໍ່ຄະນະກໍາມະການສະມາຊິກລັດຖະສະພາໃນວັນອັງຄານວານນີ້ ໃນລະຫວ່າງສະມາຊິກລັດຖະສະພາຈາກພັກເດໂມແຄຣັດ ສະແດງຄວາມກັງວົນກ່ຽວກັບການຂາດປະສົບການ, ຂໍ້ກ່າວຫາທີ່ຜູ້ກ່ຽວເຕີຍຕິດເຫຼົ້າ ແລະການຕໍ່ຕ້ານບົດບາດຂອງແມ່ຍິງໃນສະໜາມລົບ.

ທ່ານ ເຮັກເຊັດທ໌, ອະດີດໂຄສົດຂອງອົງການຂ່າວ Fox News ອາຍຸ 44 ປີ, ເປັນນຶ່ງໃນບັນຊີລາຍຊື່ຂອງຜູ້ທີ່ໄດ້ຮັບການສະເໜີຊື່ໃຫ້ດໍາລົງຕໍາແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ, ເປັນຜູ້ທີ່ມີປະເດັນບໍດີຫຼາຍທີ່ສຸດຄົນນຶ່ງໃນປະຫວັດສາດການເມືອງອາເມຣິກາ ເຊິ່ງລາວໄດ້ກ່າວເຖິງກໍລະນີຄວາມຫຼາກຫຼາຍຢູ່ໃນກອງທັບ ແລະຕັ້ງຄໍາຖາມຂຶ້ນມາຢູ່ໃນປຶ້ມໜັງສືຫົວຫຼ້າສຸດຂອງລາວວ່າ ນາຍພົນສະຫະລັດ ໄດ້ຕໍາແໜ່ງຍ້ອນເປັນຄົນຜິວດໍາ ຫຼື ບໍ່?

ແລະກ່ອນໜ້າທີ່ລາວຈະໄດ້ຮັບການສະເໜີຊື່, ທ່ານ ເຮັກເຊັດທ໌ ໄດ້ທໍາການຄັດຄ້ານບົດບາດຂອງແມ່ຍິງຢູ່ໃນສະໜາມລົບ ກ່ອນທີ່ລາວຈະຖອຍຈາກຈຸດຢືນດັ່ງກ່າວມາກ້າວນຶ່ງໃນລະຫວ່າງການຂຶ້ນຕອບຄໍາຖາມຕໍ່ຄະນະກໍາມາທິການລັດຖະສະພາໃນວັນອັງຄານວານນີ້.

ສະມາຂິດລັດທະສະພາ ທ່ານ ແຈັກ ຣີດ (Jack Reed) ສະມາຊິກອາວຸໂສຈາກພັກເດໂມແຄຣັດໃນຄະນະກໍາມາທິການກິດຈະການທະຫານແຫ່ງລັດຖະສະພາສະຫະລັດກ່າວວ່າ ທ່ານ ເຮັກເຊັດທ໌ ບໍ່ມີຄຸນສົົມບັດພຽງພໍໃນຕໍາແໜ່ງນີ້ ແລະໄດ້ວິຈານການສອບສວນຂອງອົງການ FBI ກ່ຽວກັບກ່ຽວກັບອະດີດຂອງລາວ, ແຕ່ອົງການ FBI ບໍ່ໄດ້ໃຫ້ລາຍລະອຽດໃດໆກ່ຽວກັບເລື້ອງນີ້.

ສະມາຊິກລັດທະສະພາຈາກພັກເດໂມແຄຣັດ ຄຽສເທນ ກີລລີແບຣນ ກ່າວເຖິງຄໍາເວົ້າຂອງ ທ່ານ ເຮັກເຊັດທ໌ ກ່ຽວກັບແມ່ຍິງໃນກອງທັບສະຫະລັດ ແລະກ່າວວ່າ ລາວຈະຕ້ອງປ່ຽນການເບິ່ງແມ່ຍິງຄິດເປັນຈໍານວນ 18 ເປີເຊັນ ຂອງກອງທັບສະຫະລັດ, ແລະມີການໂຕ້ຖຽງກັນຢ່າງຮຸນແຮງກັບ ທ່ານ ເຮັກເຊັດທ໌ ເມື່ອລາວກ່າວວ່າຄວນມີໂກວ໌ຕ້າຂອງແມ່ຍິງຢູ່ໃນແນວໜ້າຂອງການສູ້ລົບ ເຊິ່ງ ທ່ານ ກີລລີແບຣນ ໂຕ້ແຍ້ງວ່າ ບໍມີສິ່ງເຫຼົ່ານັ້ນໃນລະບົບທະຫານຂອງສະຫະລັດ.

ທາງດ້ານສະມາຊິກລັດທະສະພາ ທ່ານ ໂຣເຈີ ວິກເກີ, ສະມາຊິກອາວຸໂສຈາກພັກຣີພັບບລິກັນໃນຄະນະກໍາມາທິການກິດຈະການທະຫານແຫ່ງລັດທະສະພາສະຫະລັດລະບຸວ່າ “ການສະເໜີຊື່ຄັ້ງນີ້ ບໍ່ເປັນໄປຕາມທໍານຽມປະຕິບັດ, ສ່ວນເລື້ອງຄວາມປະພຶດສ່ວນໂຕນັ້ນ ຍອມຮັບວ່າ ທ່ານ ເຮັກເຊັດທ໌ ມີຂໍ້ເສຍ ຄືດັ່ງທີ່ຫຼາຍໆຄົນເຄີຍກະທໍາກັນມາເປັນບາງຄັ້ງບາງຄາວ.”

ສ່ນສະມາຊິກລັດທະສະພາ ທ່ານ ແທມມີ ດັກເວີດທ໌ ອະດີດທະຫານທີ່ເຄີຍຜ່ານການສູ້ລົບທີ່ສູນເສຍຂາສອງເບື້ອງໃນສະໜາມລົບອີຣັກ ກ່າວຕໍາໜິ ທ່ານ ເຮັກເຊັດທ໌ ໃນເລື້ອງທີ່ລາວຂາດຄວາມຮູ້ກ່ຽວກັບນະໂຍບາຍການຕ່າງປະເທດ ແລະຂາດປະສົບການດ້ານບໍລິຫານຈັດການ, ພ້ອມທັງປະກາດແບບກົງໆວ່າ ທ່ານ ເຮັກເຊັດທ໌ ຍັງບໍ່ມີຄວາມພ້ອມທີ່ຈະເປັນຜູ້ນໍາຂອງທໍານຽບ 5 ແຈ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG