ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານແມັດ ບຸນປະເສີດ ເຈົ້າໜ້າທີ່ສັງຄົມສົງເຄາະ ອະທິບາຍການຊ່ວຍເຫຼືອ ຢູ່ໃນປະເທດອອສເຕຣຍເລຍ


ທ່ານແມັດ ແລະພັນລະຍາ ຍານາງບັນລີ ບຸນປະເສີດ.
ທ່ານແມັດ ແລະພັນລະຍາ ຍານາງບັນລີ ບຸນປະເສີດ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊິວິດຊາວລາວຂອງ ວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະນຳເອົາການໂອລົມກັບທ່່ານແມັດ ບຸນປະເສີດ ເຈົ້າໜ້າທີ່ສັງຄົມ
ສົງເຄາະ ຢູ່ປະເທດອອສເຕຣເລຍ ທີ່ໄດ້ຮັບໃຊ້ປະຊາຄົມລາວ ແລະປະຊາຄົມຄົນເຊື້ອ
ສາຍອື່ນທີ່ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນອອສເຕຣເລຍ. ຊີວິດການເປັນຢູ່ຂອງຊາວລາວ
ໃນອອສເຕຣເລຍ ແລະການບໍລິການດ້ານສັງຄົມ ສົງເຄາະເປັນຢ່າງໃດນັ້ນ ກິ່ງສະຫວັນ
ຈະນຳມາສະເໜີທ່ານ.

ລິງໂດຍກົງ

ການຕັ້ງຖິ່ນຖານອົບພະຍົບລາວຢູ່ໃນບັນດາຕ່າງປະເທດຕ່າງໆ ໄດ້ຜ່ານ ພົ້ນໄປເປັນເວ
ລາກວ່າສີ່ທົດສະວັດແລ້ວ. ບັນດາຊາວອົບພະຍົບລາວເຫຼົ່ານີ້ໄດ້ ກາຍມາເປັນປະຊາກອນ
ຂອງຫຼາຍໆປະເທດທີ່ເຂົາເຈົ້າໄປຕັ້ງຖິ່ນຖານຢູ່. ເຂົາເຈົ້າມີວຽກເຮັດງານທຳ, ມີໜ້າທີ່ການ,
ມີການປະກອບທຸລະກິດ ການຄ້າ ແລະອາຊີບຕ່າງໆ ສຸດແລ້ວແຕ່ໂອກາດ ແລະຄວາມສາ
ມາດຂອງໃຜລາວ. ສ່ວນບັນດາຜູ້ທີ່ບໍ່ສາມາດເຮັດວຽກເຊັ່ນວ່າ ຜູ້ເຖົ້າຜູ້ແກ່ ຄົນພິການຜູ້
ຕົກວຽກຕົກງານຕ່າງກໍໄດ້ຮັບການຊ່ວຍເຫຼືອໄປຕາມຂັ້ນຕອນ​ຂອງຊັບພະຍາກອນທີ່ີທາງລັດ
ຖະບານມີໄວ້ໃຫ້ຢູ່ໃນລະບົບສັງຄົມສົງເຄາະ.

ແຕ່ວ່າການຊ່ວຍເຫຼືອດ້ານສັງຄົມສົງເຄາະຢູ່ແຕ່ລະປະເທດນັ້ນມີຄວາມແຕກຕ່າງກັນ ຊຶ່ງ
ເຮົາຈະນຳເອົາໂຕຢ່າງການຊ່ວຍເຫຼືອບາງພາກສ່ວນຢູ່ໃນປະເທດອອສ ເຕຣເລຍມາເລົ່າ
ສູ່ທ່ານຟັງ ຊຶ່ງທ່ານແມັດ ບຸນປະເສີດສະມາຊິກສັງຄົມລາວ ແລະເຈົ້າໜ້າທີ່ສົງເຄາະຄົນ
ນຶ່ງ ທີ່ຮູ້ກ່ຽວກັບຊີວິດການເປັນຢູ່ຂອງປະຊາມຄົມ ລາວ ແລະການລະບົບການຊ່ວຍເຫຼືອ
ດັ່ງທີ່ທ່ານແມັດ ກ່າວສູ່ ວີໂອເອ ຟັງວ່າ:

ຢູ່ອອສເຕຣເລຍກໍບໍ່ແຕກຕ່າງໄປກັບຫຼາຍໆປະເທດ ທີ່ມີລະບົບຕະໜ່າງປ້ອງກັນ ຫລື​ຊ່ວຍ
ເຫລືອຜູ້ມີລາຍໄດ້ຕໍ່າໃຫ້ໄດ້ມີບ່ອນຢູ່ອາໄສ ໂດຍສະເພາະບ່ອນ ພັກພາອາໄສຢູ່ໃນເຮືອນ
ຫຼວງ ປຸກເປັນອາຄານ ເປັນຄຸ້ມ ແລະບາງບ່ອນກໍ ຢູ່ປະປົນກັບບ້ານເຮືອນຄົນທຳມະດາ.
ບັນດາຜູ້ທີ່ໄດ້ຮັບບູລິມະສິດຢູ່ ໃນບ້ານເຮືອນແບບນັ້ນຕ້ອງຜ່ານການກວດກາດ້ານການ
ເງິນທີ່ຢູ່ວາງການຈຳກັດຂອບເຂດ ແລະຈະຖືກພິຈາລະນາວ່າ ແຕ່ລະເດືອນຄົນຜູ້ນັ້ນຢູ່
ຈະຕ້ອງ ເສຍຄ່າເຊົ່າເຮືອນເທົ່າໃດ ຊຶ່ງທ່ານແມັດ ໄດ້ກ່າວກ່ຽວກັບເລື້ອງນີ້ວ່າ:

ຫຼັງຈາກໂຄງການອົບພະຍົກໄດ້ຜ່ານພົ້ນໄປ ບັດນີ້ໄດ້ມີການເດີນທາງໄປຢ້ຽມ ຢາມຍາດ
ຕິພີ່ນ້ອງຢູ່ຕ່າງປະເທດ ຫຼືບໍ່ດັ່ງນັ້ນກໍແມ່ນການແຕ່ງງານເພື່ອຕັ້ງຖິ່ນ ຖານຢູ່ຢ່າງຖາວອນ.
ທ່ານແມັດ ໄດ້ກ່າວເຖິງກໍລະນີ ແລະສະພາບການ ດັ່ງກ່າວນີ້ວ່າ:

ພາຍໃຕ້ບັນຍາກາດການແຜ່ລະບາດໂຄວິດ-19 ຢູ່ທົ່ວໂລກອອສເຕຣເລຍ ກໍເປັນປະເທດ
ນຶ່ງທີ່ຢູ່ໃນອັນດັບທີ່ມີການຕິດແປດໂຄວິດ-19 ຢ່າງຮ້າຍ ແຮງຈົນໄດ້ປະກາດປິດເມືອງ.
ທ່ານແມັດ ໄດ້ກ່າວມ້ວຍທ້າຍເຖິງສະພາບການ ໂຄວິດ-19 ດັ່ງນີ້:

ປະຊາຄົມລາວຢູ່ໃນປະເທດອອສເຕຣເລຍ ບໍ່ແຕກຕ່າງໄປກັບບັນດາປະເທດອື່ນໆ ໂດຍ
ສະເພາະບ່ອນໃດທີ່ມີສົງຄົມຄົນລາວ ບ່ອນນັ້ນກໍມັກຈະມີວັດວາ ອາຮາມ, ມີການຈັດຕັ້ງ
ເບິ່ງແຍງຊຶ່ງກັນ ແລະກັນປະຈຳຂົງເຂດຂອງໃຜລາວ ພາຍໃຕ້ລະບຽບການຂອງລັດຖະ
ບານທ້ອງຖິ່ນນັ້ນ ແລະທ່ານແມັດ ບຸນປະເສີດ ກໍເປັນເຈົ້າໜ້າທີ່ສັງຄົມສົງເຄາະຄົນນຶ່ງທີ່
ຊ່ວຍເຫລືອຄົນເຊື້ອສາຍລາວ ແລະເຊື້ອສາຍອື່ນໆ ທີ່ມີຄວາມຕ້ອງການການຊ່ວຍເຫລືອ
ໃນເຂດທີ່ທ່ານອາໄສຢູ່ ໃນອອສເຕຣເລຍ.

XS
SM
MD
LG