ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະຍາບານຈຳນວນນຶ່ງ ຖືກເຈົ້າໜ້າທີ່ຕຳຫຼວດ ຝຣັ່ງ ຈັບ ໃນຖານສໍ້ໂກງປອມແປງ ບັດສັກຢາວັກຊີນ ໄວຣັສໂຄໂຣນາ


ພວກປະທ້ວງ "ພັກຊາດນິຍົມຝຣັ່ງ" ເຂົ້າຮ່ວມເດີນຂະບວນຕ້ານ ຂອບເຂດຈຳກັດປ້ອງກັນໄວຣັສໂຄໂຣນາ ຢູ່ນອກກະຊວງສາທາ
ລະນະສຸກ ໃນນະຄອນຫຼວງປາຣີ ວັນທີ 31 ກໍລະກົດ 2021.
ພວກປະທ້ວງ "ພັກຊາດນິຍົມຝຣັ່ງ" ເຂົ້າຮ່ວມເດີນຂະບວນຕ້ານ ຂອບເຂດຈຳກັດປ້ອງກັນໄວຣັສໂຄໂຣນາ ຢູ່ນອກກະຊວງສາທາ ລະນະສຸກ ໃນນະຄອນຫຼວງປາຣີ ວັນທີ 31 ກໍລະກົດ 2021.

ປັດຈຸບັນນີ້ປະຊາຊົນຢູ່ປະເທດ ຝຣັ່ງ ແມ່ນໄດ້ຮັບການສັກຢາວັກຊີນກັນໄວຣັສໂຄໂຣນາຄືກັບຄົນຢູ່ໃນປະເທດອື່ນໆ ນອກນັ້ນຍັງມີຄົນຈຳນວນນຶ່ງທີ່ຕໍ່ຕ້ານການສັກຢາວັກຊີນປ້ອງກັນໄວຣັສໂຄວິດ-19. ແລະ ພ້ອມກັນນັ້ນກໍໄດ້ມີການສໍ້ໂກງປອມແປງບັດສັກຢາໃຫ້ແກ່ຜູ້ທີ່ບໍ່ໄດ້ສັກຢາ ແລະ ຈັບກຸມພວກພະຍາບານທີ່ພົວພັນກັບເລື້ອງນີ້. ເຊິ່ງ ທ່ານ ລຳພອນ ຜູ້ທີ່ຕັ້ງຖິ່ນຖານຢູ່ເຂດຊານເມືອງຂອງນະຄອນຫຼວງ ປາຣີ ໄດ້ກ່າວຕໍ່ ວີໂອເອພາກພາສາລາວ ກ່ຽວກັບ ສະຖານະການຢູ່ທີ່ນັ້ນວ່າ

ລິງໂດຍກົງ

ໃນຂະນະດຽວກັນຢູ່ທີ່ ສະຫະລັດ ອາເມຣິກາ ກໍມີຈຳນວນຜູ້ຕິດເຊື້ອໄວຣັສ ໂຄໂຣນາສາຍພັນ ແດລຕ້າ ເຊິ່ງກຳລັງແຜ່ລະບາດອອກໄປເກືອບ ທົ່ວ 50 ລັດ. ປັດຈຸບັນນີ້ລັດຟລໍຣິດາ ແລະ ລັດເທັກຊັສ ທີ່ຕັ້ງຢູ່ພາກໃຕ້ຂອງສະຫະລັດ ແມ່ນ ນຳໜ້າຜູ້ຕິດເຊື້ອສາຍພັນ ແດລຕ້າ ຫຼາຍທີ່ສຸດ ໂດຍສະເພາະແມ່ນຜູ້ທີ່ບໍ່ໄດ້ ສັກຢາວັກຊີນປ້ອງກັນໂຄວິດ-19. ປັດຈຸບັນນີ້ພວກເດັກນ້ອຍນັກຮຽນກຳລັງ ຈະເລີ້ມພາກັນກັບຄືນໄປເຂົ້າໂຮງຮຽນໃນເດືອນສິງຫານີ້ ເພາະສະນັ້ນພວກເຈົ້າໜ້າທີ່ປະຈຳລັດຕ່າງໆໄດ້ອອກກົດລະບຽບໃຫ້ພວກເຂົາເຈົ້າພາກັນໃສ່ໜ້າກາກຢູ່ໃນຫ້ອງຮຽນ.

XS
SM
MD
LG