ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານກຸສົນສະຫວັນ ດິດທະວົງ ນັກສ້າງຮູບເງົາ ອາເມຣິກັນເຊື້ອສາຍລາວ ເລື້ອງ "All Roads to Pearla."


ທ່ານກຸສົນສະຫວັນ ຫຼື Van ດິດທະວົງ ນັກສ້າງຮູບເງົາ ໂຮລີວູດ ຂອງສະຫະລັດອາເມຣິກາ ໄດ້ຮັບລາງວັນບຸນຮູບເງົວ Best Late Night Film ໃນລັດອາຣີໂຊນາ.
ທ່ານກຸສົນສະຫວັນ ຫຼື Van ດິດທະວົງ ນັກສ້າງຮູບເງົາ ໂຮລີວູດ ຂອງສະຫະລັດອາເມຣິກາ ໄດ້ຮັບລາງວັນບຸນຮູບເງົວ Best Late Night Film ໃນລັດອາຣີໂຊນາ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນແລງມື້ນີ້ ເຮົາ
ຈະນຳເອົາການສຳພາດ ກັບທ່ານກຸສົນສະຫວັນ ຊຶ່ງເປັນທີ່ຮູ້ກັດີ ໃນອີກຊື່ນຶ່ງວ່າ ແວນ
(Van) ດິດທະວົງ ນັກສ້າງຮູບເງົາຮອລລີວູດ ອາເມຣິກັນເຊື້ອສາຍລາວ. ຜົນງານເທື່ືອ
ທຳອິດຂອງທ່ານ ແວນ ກໍແມ່ນເລື້ອງ All Roadsss to Pearla ຊຶ່ງເປັນນິຍາຍຊີວິດ
ຂອງຊາວອາເມຣິກັນ ຢູ່ເມືອງນ້ອຍໆແຫ່ງນຶ່ງ ໃນລັດເທັກຊັສ ແລະ All Roads to
Pearla ໄດ້ເລີ້ມສາຍ ໃນວັນສຸກ ທີ 26 ກັນຍາຜ່ານມາ ຢູ່ໂທລະພາບເຄໂບ. ທ່ານແວນ
ມີຄວາມເປັນມາຢ່າງໃດນັ້ນ ກິ່ງສະຫວັນ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນ
ດັບຕໍ່ໄປ.


ສະມາຊິກສັງຄົມລາວອາເມຣິກັນ ຄົນນຶ່ງຊື່ວ່າ ກຸສົນສະຫວັນ ດິດທະວົງ ຊຶ່ງເປັນທີ່ຮູ້ກັນ
ດີໃນວົງການໝູ່ເພື່ອນໃກ້ຊິດວ່າ ແວນ (Van.) ທ່ານເປັນຜູ້ສ້າງ ຜູ້ບໍລິຫານ ແລະຜູ້ຂຽນ
ເລື້ອງຮູບເງົາ ຊຶ່ງເປັນຜົນງານເທື່ອທຳອິດຂອງທ່ານ ມີຊື່ວ່າ “All Roads to Pearla” ຊຶ່ງ
ມີກຳນົດແຜນ ນຳອອກມາສູ່ສາຍຕາຜູ້ຊົມ ຢູ່ຕາມໂຮງຮູບເງົາໃນະຄອນ ລັອສ ແອນເຈີ
ລິສ (Los Angeles) ແລະນະຄອນນິວຢອກ (New York) ໃນວັນສຸກ ວັນທີ 26 ກັນຍາ
ຜ່ານມານີ້ ແຕ່ເນື່ອງຈາກການລະບາດຂອງໂຄວິດ-19 ຮູບເງົາດັ່ງກ່າວໄດ້ປ່ຽນມາສາຍ
ຜ່ານທາງໂທລະພາບເຄໂບ (Cable TVs) ເພື່ອໃຫ້ຄົນໄດ້ຊົມຢູ່ບ້ານ.

ຮູບເງົາເລື້ອງ “All Roads to Pearla” ຫຼືຫົນທາງໄປສູ່ເພີນລາ ແມ່ນຊື່ຂອງ ໂສເພນີຄົນ
ນຶ່ງ ມີຄວາມຍາວ 1 ຊົ່ວໂມງກັບ 8 ວິນາທີ ສ້າງໂດຍ goPOP Film ຊຶ່ງເປັນບໍລິສັດນ້ອຍໆ
ທີ່ຫາກໍຕັ້ງຂຶນມາໃໝ່ໆໄດ້ຫ້າປີ ແລະ ໃຊ້ທຶນສ້າງ ເກືອບນຶ່ງລ້ານໂດລາ. “All Roads to Pearla” ເປັນນິຍາຍຊີວິດຂອງຊາວອາເມຣິກັນ ຂຽນໂດຍທ່ານແວນ ເລື້ອງນີ້ເກີດຂຶ້ນ
ຢູ່ໃນເມືອງນ້ອຍໆແຫ່ງນຶ່ງ ໃນລັດເທັກຊັສ. ຮູບເງົາເລື້ອງນີ້ພົວພັນກັບຊີວິດຂອງນັກຮຽນ
ມັດທະຍົມປາຍ ເປັນນັກມວຍປໍ້າ ທີ່ໄດ້ພົບພໍ້ກັບກັບໂສເພນີ ນາງເພີນລາ. ຢູ່ໃນຮູບເງົາ
ເລື້ອງນີ້ ມີການຮ່ວມເພດ ຄວາມຮຸນແຮງ ແລະຄວາມໄຮ້ດຽງສາ.

ທ່ານແວນ ໄດ້ອະທິບາຍເຖິງຄວາມແຕກຕ່າງ ໃນລະບົບສ້າງຮູບເງົາຂອງ ບໍລິສັດໂຮ
ລີວູດ (Holly Wood) ຊຶ່ງເປັນທີີ່ຮູ້ກັນດີຢູ່ທົ່ວໂລກ ແລະການສ້າງຂອງບໍລິສັດທີ່ເປັນ
ອິດສະຫຼະສູ່ ວີໂອເອ ຟັງດັ່ງນີ້.

ຫົນທາງໄປສູ່ເພີນລາ
ຫົນທາງໄປສູ່ເພີນລາ

https://www.youtube.com/watch?v=j5zE1IEulnk

“ຮອລລີວູດ ມີຢູ່ຫົກບໍລິສັດໃຫຍ່ໆດ້ວຍກັນ ທີ່ສ້າງຮູບເງົາ ເຊັ່ນວ່າ ວາລເນີ ບຣາເດີ
(Warner Brothers) ວອລດິສນີ (Walt Disney) ໂຊນີ (Sony) ພາຣາມາວ
(Paramount) ທເວັນຕີເຊນຈູຣີ )Twenty Century) ເຫລົ່ານີ້ ເປັນຕົ້ນ ທີ່ເປັນບໍລິສັດ
ສ້າງຮູບເງົາສຸດຍອດຂອງຮອລລີວູດ. ຖ້າຫາກບໍ່ມີລາຍຊື່ຢູ່ໃນນີ້ແລ້ວ ບໍ່ແມ່ນຜົນງານ
ຂອງຮອລລີວູດສະຕູດີໂອ ແຕ່ເປັນຜົນງານມາຈາກສະຕູດີໂອ ອິດສະຫຼະທັງໝົດ. ເຖິງ
ແມ່ນວ່າໄດ້ລົງທຶນສ້າງເຖິງ 20 ລ້ານໂດລາ ກໍຕາມ ແຕ່ບໍ່ໄດ້ມາຈາກຮອລລີວູດສະຕູດີ
ໂອ ດັ່ງໂຕຢ່າງຮູບເງົາທີ່ມີ ຊື່ສຽງເຊັ່ນວ່າ ສະປາຍເດີແມນ (Spider Man) ເອັກສ໌ ແມນ
(Ex Man) ເຫລົ່ານີ້ ແມ່ນຜົນງານຂອງຮອລລີວູດ ທີ່ນຳອອກຈຳໜ່າຍຢູ່ຕາມໂຮງຮູບ
ເງົາ ທົ່ວປະເທດ ແລະຢູ່ໃນທົ່ວໂລກ.

ນອກນັ້ນຍັງມີຜູ້ນຳເອົາຮູບເງົາເຫລົ່ານີ້ໄປຈຳໜ່າຍ ຊື້ຂາຍໃຫ້ຄົນໄດ້ຊົມຢູ່ແຫ່ງ ອື່ນໆອີກ.​
ແຕ່ເຖິງຢ່າງໃດກໍດີຮູບເງົາທີ່ບໍ່ໄດ້ມາຈາກຮອລວູດສະຕູດີໂອ ແຕ່ມາຈາກບັນດາບໍລິສັດ
ທີ່ເປັນອິດສະຫຼະອື່ນໆນັ້ນ ກໍຮ້ອງໄດ້ວ່າຮູບເງົາຮອລລີວູດດັ່ງໂຕຢ່າງ ຖ້າປຽບທຽບກັບ
ບໍລິສັດບັນຊີເງິນໃຫຍ່ໆທີ່ສຳຄັນ ແຕ່ກໍຍັງມີບໍ່ລິສັດບັນຊີເງິນນ້ອຍໆເຊັ່ນກັນ. ເພາະສະ
ນັ້ນການສ້າງຮູບເງົາຈຶ່ງມີຄວາມແຕກຕ່າງ ກັນຢູ່ສອງຢ່າງ ແລະບໍ່ໄດ້ໝາຍເຖິງວ່າມີການ
ແຂ່ງຂັນກັນແຕ່ເປັນການສ້າງ ຮູບເງົາຂອງໃຜລາວ. ຮູບເງົາທີີມີຊື່ສຽງເຊັ່ນວ່າ ມູນໄລ
(Moon Light) ທີີ່ໄດ້ຮັບລາງວັນ ​ແລະບັນດາຮູບເງົາທີ່ຮູ້ກັນດີອີກນັ້ນກໍຄື ເອັກສ໌ແມນ
(Ex Man) ສະປາຍເດີແມນ (Spider Man) ແລະມິສເຊິນ ອິມພາສຊິໂບສ (Mission Impossible) ເຫລົ່ານີ້ເປັນຕົ້ນ ເຖິງແມ່ນບໍ່ໄດ້ຮັບລາງວັນ ແຕ່ເປັນທີ່ນິຍົມ ແລະໄດ້ສ້າງ
ຈາກສະຕູດີໂອອິດສະຫຼະ. ຈຸດສຳຄັນທີ່ສຸດນັ້ນກໍຄືການຖືກຮັບຮູ້ ເພື່ອນຳອອກສູ່ສາຍ
ຕາຜູ້ຊົມນັ້ນຕ້ອງມີ ຜູ້ຊື້ໄປຈຳໜ່າຍສາຍຢູ່ຕາມໂຮງຮູບເງົາ."


ທ່ານແວນໄດ້ອະທິບາຍເຖິງການນຳເອົາຜົນງານຂອງທ່ານໄປສະແດງຢູ່ໃນງານຮູບເງົາ
ຕ່າງໆທີ່ຮ້ອງວ່າ ຟິມແຟສ ຕີວາລ (Film Festivals) ຫຼືງານບຸນຮູບເງົາ ທີ່ຈັດຂຶ້ນໃນແຕ່
ລະປີ ຢູ່ໃນສະ ຫະລັດ ແລະໃນຕ່າງປະເທດ ດັ່ງທີ່ທ່ານແວນໄດ້ອະທິບາຍຕໍ່ໄປອີກວ່າ:

ສາກນຶ່ງ ຂອງຮູບເງົາເລື້ອງນີ້
ສາກນຶ່ງ ຂອງຮູບເງົາເລື້ອງນີ້


“ຮູບເງົາແຕ່ລະເເລື້ອງຕ້ອງເປັນຜົນງານທີ່ດີເດັ່ນ ຕ້ອງໄດ້ຜ່ານງານສະແດງຮູບເງົາຕ່າງໆ
ເຊັ່ນວ່າ ຊັນແດນສ໌ (Sun Dance) ຊ້າວ ບາຍ ຊ້າວແວັສ (South by South West)
ອັອສຕິນຟິມ ແຟສຕີວາລ (Austin Film Festivals) ແລະຢູ່ປະເທດສະເປນໃນຢູໂຣບ.
ເພາະສະນັ້ນຮູບເງົາຂອງ ພວກຂ້າພະເຈົ້າໄດ້ຊື້ໂດຍບໍລິສັດກຣາວາຕາສ (Cravatas)
ຊຶ່ງເປັນບໍລິສັດ ນຶ່ງ ທີ່ໄດ້ມີແຜນຈະນຳໄປສາຍຢູ່ໂຮງຮູບເງົາ ທີ່ນະຄອນລັອສ ແອນເຈີລິສ
ແລະນະຄອນນິວຢອກ ແຕ່ເນື່ອງຈາກການລະບາດໂຄວິດ-19 ຮູບເງົາຈຶ່ງໄດ້ ປ່ຽນນຳມາ
ສາຍຜ່ານທາງເຄໂບລ (Cables) ໃຫ້ຄົນໄດ້ຊົມຢູ່ບ້ານ.”

ຢູ່ໃນສະຫະລັດ ແຕ່ລະປີໃນເດືອນກຸທພາ ຄົນຈະພາກັນລໍຖ້າເບິ່ງວ່າ ດາລາຄົນໃດ ແລະ
ຮູບເງົາເລື້ອງໃດຈະໄດ້ຮັບລາງວັນຢູ່ໃນຂະແໜງຕ່າງໆ ເຊັ່ນວ່າ ຮູບເງົາທີ່ສະແດງໄດ້ດີ
ເພງປະກອບຮູບເງົາ ຜູ້ອອກແບບເຄື່ອງນຸ່ງ ລະບົບສຽງເທັກນິກການສ້າງ ແສງສີເຫລົ່ານີ້ດ
ປັນຕົ້ນ. ໂດຍສະເພາະ ພິທີ່ໆໃຫຍ່ໂຕມະໂຫລານທີ່ສຸດນັ້ນກໍຄື ພິທີມອບລາງວັນທີ່ດີເດັ່ນຕຸກກະຕາຄຳ ຫຼື Oscar Awards ຊຶ່ງຈັດຂຶ້ນທຸກໆປີໃນເດືອນກຸມພາ ທີ່ນະຄອນລອສ
ແອໃລເຈລິສ. ພິທີ່ດັ່ງກ່າວນີ້ຈະມີການຖ່າຍທອດຜ່ານທາງໂທລະພາບເປັນເວລາຫຼາບຊົ່ວ
ໂມງ ເພື່ອໃຫ້ຄົນໄດ້ຊົມຢູ່ບ້ານ. ເວລານີ້ພວກດາລາຈະພາກັນນຸ່ງເຄື່ອງແຕ່ງໂຕຢ່າງບໍ່
ຊໍ້າແບບມາໂຊໃຫ້ຄົນເບິ່ງ ຢ່າງຢູ່ເທິງຜ້າພົມສີແດງ ຖ່າຍຮູບ ແລະຖືກ ສຳພາດຈາກ
ບັນດານັກຂ່າວ ກ່ອນເຂົ້າໄປໃນພິທີມມອບລາງວັນ ອັນເປັນພິທີ ທີ່ຄຶກຄື້ນສຸດ.

ການສ້າງຮູບເງົາຕ້ອງປະສານງານກັນຫຼາຍຢ່າງ ຈາກຜະແນກຕ່າງໆ ດັ່ງທີ່ທ່ານຈະສັງ
ເກດເຫັນຢູ່ຕອນທ້າຍຂອງຮູບເງົາ ທີ່ມີລາຍຊື່ໃຫ້ເກຣດິດ ຫຼືຮັບຮູ້ແຕ່ລະຄົນມີພາກສ່ວນ
ຕ່າງໆຂອງການສ້າງຮູບເງົາ. ແຕ່ຜູ້ສໍາຄັນທີ່ສຸດນັ້ນກໍຄື ຜູ້ຂຽນເລື້ອງ ຜູ້ສ້າງ ແລະຜູ້ກຳ
ກັບການສະແດງ ດັ່ງທີ່ທ່ານແວນ ກ່າວວ່າ:

“ຜູ້ອຳນວຍການ ຫຼື Director ມີໜ້າທີ່ກໍາກັບການສະແດງຕ້ອງເຮັດວຽກໃກ້ຊິດກັບ
ບັນດານັກສະແດງ ນັກຖ່າຍພາບ ນັກແຕ່ງເພງ ບັນນາທິການທີ່ຢາກໃຫ້ຮູບພາບອອກ
ມາໃຫ້ເຫັນຢ່າງໃດຢູ່ໃນຮູບເງົານັ້ນ. ຕາມປົກກະຕິແລ້ວສ່ວນໃຫຍ່ຈະມີແຕ່ລະຄົນເຮັດ
ວຽກ ໃນແຕ່ລະໜ້າທີ່ເຫລົ່ານີ້ ແຕ່ສຳລັບຂ້າພະເຈົ້າແລ້ວແມ່ນຜູ້ດຽວຄວບຄຸມທັງໝົດ
ເພາະເປັນຂັ້ນເລີ້ມຕົ້ນໃໝ່. ເວລາທ່ານເບິ່ງຢູ່ໃນພິທີມອບລາງວັນຕຸກກະຕາຄຳ ຫຼື
Oscar ຊຶ່ງເປັນລາງວັນດີເດັ່ນນັ້ນ ເຂົາເຈົ້າຈະຮ້ອງແຕ່ຜູ້ສ້າງຮູບເງົາ ຫຼື Porducer
ຂຶ້ນໄປຮັບລາງວັນ ເພາະເປັນຜູ້ໄດ້ຮັບເງິນມາສ້າງ ມາຈ້່າງພວກນັກສະແດງ ແລະບໍ
ລິວານເຮັດວຽກຕ່າງໆ ເຊັ່ນວ່ານັກຖ່າຍພາບ ແລະອື່ນໆ."

ຢູ່ໃນສະຫະລັດອາເມຣິກາ ແລະຢູ່ຕາມບັນດາມະຫາວິທະຍາໄລຕ່າງໆ ຂອງປະເທດ
ອຸດສາຫະກຳທີ່ຮັ່ງມີທັງຫຼາຍ ເຂົາເຈົ້າມີຫລັກສູດການຮຽນດ້ານມະນຸດສະທຳເຊັ່ນ
ວ່າ ປະຫວັດສາດສິນລະປະວັດທະນາທຳ ວັນນະຄະດີ ການແຕ່ງກາບກອນ ນັກແຕ້ມ
ນັກຮ້ອງ ນັກສະແດງ ແລະອື່ນໆ ຊຶ່ງທັງໝົດນີ້ແມ່ນວິຊາການຮຽນທີ່ສັງຄົມຮັບຮູ້ເຫັນ
ຄວາມສຳຄັນ ແລະຍຶດຖືເອົາເປັນວິຊາອາຊີບ. ເພາະສະນັ້ນເຮົາຈະສັງເກດເຫັນບັນດາ
ນັກຫຼີ້ນຊິມໂຟນີ ນັກແຕ່ງເພງ ດາລານັກຮ້ອງສະໄໝໃໝ່ທີ່ມີຄວາມໂດ່ງດັງ ແລະເປັນ
ທີ່ນິຍົມ. ໂດຍສະເພາະບັນດາ ດາລາຮູບເງົາພ້ອມດ້ວຍຜູ້ຂຽນເລື້ອງ ສ້າງເລື້ອງ ແລະ
ກຳກັບການສະແດງເຫລົ່ານີ້ເປັນຕົ້ນ ທີ່ໄດ້ຖືກຍົກຍ້ອງເຖິງຜົນງານ ແລະໄດ້ຮັບລາງວັນ
ຢູ່ໃນແຕ່ລະປີ. ເຂົາເຈົ້າບໍ່ພຽງແຕ່ເປັນນັກບັນເທີງເທົ່ານັ້ນ ແຕ່ໄດ້ວາງບົດບາດເປັນແບບ
ຢ່າງທີ່ດີໃຫ້ແກ່ເຍົາວະຊົນ ແລະສັງຄົມ. ຍ້ອນຄວາມມີຊື່ສຽງຂອງເຂົາເຈົ້າ ດາລາຫຼາຍໆ
ຄົນໄດ້ກ້າວຂຶ້ນມາຢູ່ໃນວົງການໆເມືອງ. ແຕ່ເຖິງຢາງໃດກໍດີກ່ອນທີ່ຈະກ້າວເຂົ້າມາສູ່ຜົນ
ສຳເລັດນັ້ນ ເຂົາເຈົ້າໄດ້ໃຊ້ຄວາມອົດທົນ ແລະເປັນຫົນທາງທີ່ບໍ່ງ່າຍເລີຍ.

ກ່ອນທີ່ທ່ານແວນ ຈະໄດ້ກ້າວຂຶ້ນມາຢູ່ເວທີີສາກົນລະດັບໂລກ ຂອງການສ້າງ ຮູບເງົາ
ເລື້ອງທຳອິດ ຢ່າງເປັນຜົນສຳເລັດນັ້ນ ຊີວິດເບຶ້ອງຕົ້ນຂອງທ່ານແວນ ກໍເໝືອນກັບຊາວ
ໜຸ່ມອາເມຣິກັນຫຼາຍຄົນ ທີ່ບໍ່ຮູ້ວ່າຕົນຢາກເຮັດຫຍັງແທ້ໃນຊິວິດ ແລະການດຳເນີນຕໍ່ໄປ
ໃນອະນາຄົດຕໍ່ໜ້າ. ເສັ້ນທາງເດີນຂອງທ່ານແວນ ເຕັມໄປດ້ວຍຄວາມບໍ່ແນ່ນອນ ຜະຈົນໄພ ອົດທົນ ໃນການຊອກຫາຕໍ່ສິ່ງທີ່ຕົນມັກ ແລະໃນທີ່ສຸດກໍໄດ້ປະສົບກັບຜົນສຳເລັດ ດັ່ງ
ທີ່ທ່ານໄດ້ກ່າວມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້:

ທ່ານກຸສົນສະຫວັນ ກຳລັງຄວບຄຸມການສະແດງ
ທ່ານກຸສົນສະຫວັນ ກຳລັງຄວບຄຸມການສະແດງ

“ຂ້າພເຈົ້າໄດ້ເຂົ້າຮຽນຢູ່ມະຫາວິທະຍາໄລບອສສະຕັນ (Boston University) ຝ່າຍທຸລະກິດ ຢຸດເຊົາອອກກ່ອນກຳນົດ ມາເຮັດວຽກໃຫ້ກັບທະນາຄານ. ຫຼັງ ຈາກນັ້ນໄດ້ມາ
ເຮັດວຽກຢູ່ ສະມາຄົມນັກທະນາຄານ “Banker Association” ຢູ່ນະຄອນຫຼວງວໍຊິງຕັນ
ເປັນເວລາສາມປີ. ຕໍ່ມາໄດ້ລາອອກມາເຮັດວຽກເປັນ Bus Boy ຫຼືຄົນທຳຄວາມສະອາດ
ມ້ຽນໂຕະອາຫານແລະເປັນຄົນເສີບອາຫານ ຢູ່ໃນນະຄອນນິວຢັອກ ເປັນເວລາ 10 ປີ.
ຕໍ່ມາມີຄວາມສົນໃຈ ດ້ານຖ່າຍຮູບ ພົບກັບກ້ອງຖ່າຍຮູບ ຕັດສິນໃຈມາເປັນນັກຖ່າຍຮູບ
ແລະສອນດ້ວຍໂຕເອງ ຈົນໄດ້ຮັບລາງວັນຈາກນິຕິຍະສານ Esquire, Guitar World
ແລະນິຕິຍະສານທີ່ມີຊື່ສຽງ. ຫຼັງຈາກນັ້ນຂ້າພະເຈົ້າເກີດມີຄວາມສົນໃຈຢາກເປັນຜູ້ສ້າງ
ຮູບເງົາ ແລະຂ້າພະເຈົ້າໄດ້ເລີ້ມຂຽນເລື້ອງເປັນເວລາ 10 ປີ ຈົນວ່າໄດ້ສ້າງຮູບເງົາ ເລື້ອງ
All Roads to Pearla ດັ່ງກ່າວນີ້. ປັດຈຸບັນນີ້ ຂ້າພະເຈົ້າຍັງເປັນອາຈານສອນຖ່າຍຮູບ
ບໍ່ເຕັມເວລາ ຢູ່ມະຫາວິທະຍາໄລລັອສແອນເຈີລິສ (UCLA) ແລະໄດ້ຮັບລາງວັນຖ່າຍຮູບ
ປະຈຳປີ.”

ທ່ານກຸສົນສະຫວັນ ນັກປະພັນ ນັກສ້າງຮູບເງົາ ແລະຜູ້ກຳກັບການສະແດງ
ທ່ານກຸສົນສະຫວັນ ນັກປະພັນ ນັກສ້າງຮູບເງົາ ແລະຜູ້ກຳກັບການສະແດງ

ທ່ານແວນ ດິດທະວົງ ແມ່ນນັກຂຽນເລື້ອງ ຜູ້ບໍລິຫານ ຜູ້ສ້າງ ແລະກຳກັບການສະແດງ.
ການສ້າງຮູບເງົາແຕ່ລະເລື້ອງມີລາຄາແພງ ໃຊ້ຜູ້ຊ່ຽວຊານໃນແຕ່ລະດ້ານ ແລະໃຊ້ເວລາ.
ຫຼາຍໆພັນຄົນສຳເລັດໃນການສຶກສາດ້ານຮູບເງົາ ແຕ່ຜົນງານບໍ່ໄດ້ຖືກຮັບຮູ້ກໍມີຢ່າງຫຼວງຫຼາຍ. ແຕ່ວ່າ ທ່ານແວນ ດິດທະວົງ ຄົນອາເມຣິກັນເຊື້ອສາຍລາວຜູ້ນີ້ ໄດ້ພິສູດໃຫ້
ເຫັນເຖິງຄວາມບາກບັ່ນ ແລະພອນສະຫວັນ ອອກມາສູ່ສາຍຕາຂອງຊາວໂລກ. ທ່ານແວນ
ບໍ່ແມ່ນອື່ນໄກ ທ່ານແມ່ນລູກຊາຍ ຄົນທີສາມຂອງທ່ານວໍລະເດດ ດິດທະວົງ ນັກຮ້ອງ ນັກ
ປະພັນເພງລາວສະໄໝ ຍຸກໃໝ່ ທີ່ມີຊື່ສຽງໂດ່ງດັງຂອງລາວ ແລະອະດີດໂຄສົກ ວີໂອເອ.

XS
SM
MD
LG