ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານກົດສະດາຣີ ພິມມະສອນ ຫາກໍກັບຈາກປະເທດໄທ ຫຼັງຈາກຕິດຄ້າງຍ້ອນໂຄວິດ-19


ທ່ານກົດສະດາຣີ ພິມມະສອນ
ທ່ານກົດສະດາຣີ ພິມມະສອນ

ການລະບາດໂຄວິດ-19 ເມື່ອສອງປີທີ່ີຜ່ານມາໄດ້ເປັນຜົນກະທົບຫຼາຍໆຢ່າງຕໍ່ການດຳລົງ
ຊີວິດ. ຫຼາຍຄົນໄດ້ພາກັນຕົກຄ້າງ ຢູ່ນອກປະເທດ ແລະບໍ່ສາມາດ ກັບຄືນເຂົ້າມາ
ສະຫະລັດໄດ້ ເນື່ອງຈາກມາດຕະການທີ່ເຄັ່ງຄັດ ຈົນກວ່າທາງ ການໄດ້ອະນຸຍາດໃຫ້ກັບຄືນ
ຫຼັງຈາກໄດ້ຮັບການຢັ້ງຢືນໃນການສັກຢາວັກຊີນປ້ອງກັນ. ບັດນີ້ ເຂົາເຈົ້າກຳລັງພາກັນ
ຄ່ອຍທະຍອຍກັບຄືນມາສະຫະລັດ.

ທ່ານກົດສະດາຣີ ພິມມະສອນ ອາຍຸ 88 ປີ ຢູ່ໃນລັດຄາລິຟໍເນຍ ໄດ້ເດີນທາງ ໄປຈັງຫວັດ
ຂອນແກ່ນ ປະເທດໄທ ໃນເດືອນມີນາປີກາຍ ເພື່ອຢ້ຽມຢາມຍາດຕິພີ່ນ້ອງ ແລະຖືໂອກາດ
ສະຫຼອງບຸນປີໃໝ່ລາວ. ແຕ່ພໍໄປເຖິງ ໂຄວິດ-19 ໄດ້ ເລີ້ມແຜ່ລະບາດຢູ່ທົ່ວໂລກ ຮວມທັງ
ປະເທດໄທ. ທ່ານກົດສະດາລີ ມີກຳນົດກັບ ຄືນມາສະຫະລັດພາຍໃນສອງສາມອາທິດ ແຕ່
ໄດ້ກາຍມາເປັນປີປາຍເນື່ອງຈາກ ການປິດປະເທດ ຊຶ່ງທ່ານກົດສະດາຣີ ໄດ້ກ່າວຕໍ່ ວີໂອເອ
ເຖິງປະສົບການຂອງ ທ່ານ ສູ່ຟັງດັ່ງນີ້:

ລິງໂດຍກົງ

ປັດຈຸບັນນີ້ ທ່ານກົດສະດາຣີ ພິມມະສອນ ໄດ້ເດີນທາງມາເຖິງເມືອງແຟຣັສໂນ (Fresno) ລັດຄາລິຟໍເນຍເປັນທີ່ຮຽບຮ້ອຍແລ້ວ ເມື່ອສອງເດືອນທີ່ຜ່ານມາແລະ ໄດ້ກ່າວຜ່ານວີໂອເອ ວ່າ ຂໍຂອບໃຈພຣະຜູ້ເປັນເຈົ້າ.

XS
SM
MD
LG