ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຂອງຮ້ານກາເຟ KSJ ທີ່ຖືກປິດ ຍ້ອນໂຄວິດ-19 ພວມຊອກຫາທາງ ທີ່ຈະເປີດທຸລະກິດໃໝ່


ທ່ານກອງສະມິດ
ທ່ານກອງສະມິດ

ການລະບາດຂອງໄວຣັສໂຄວິດ-19 ກວ່ານຶ່ງປີທີ່ຜ່ານມາ ໄດ້ຫັນປ່ຽນທິດທາງ ຊີວິດ
ຫຼາຍໆຢ່າງເຊັ່ນ ການຫາຢູ່ຫາກິນ ແລະແນວຄິດປະດິດສ້າງໃໝ່. ແຕ່ວ່າການເສຍ
ຊີວິດ ແລະທຸລະກິດວຽກງານຫຼາຍໆຢ່າງທີ່ໄດ້ລົ້ມລະລາຍໄປນັ້ນ ຈະບໍ່ມີວັນກັບຄືນ
ມາໃໝ່ອີກ ແລະນີ້ໄດ້ກາຍມາເປັນການທ້າທາຍຂອງການຕັ້ງຊີວິດຄືນໃໝ່.

ທ່ານກອງສະມິດ ນັກທຸລະກິດຮ້ານຂາຍກາເຟ ມາເປັນເວລາກວ່ານຶ່ງທົດສະວັດ ຢູ່ທີ່
ເມືອງແວນຄູເວີ ລັດວໍຊິງຕັນ ຕັ້ງຢູ່ທາງພາກຕາເວັນຕົກສຽງເໜືອສຸດຂອງ ສະຫະລັດ.
ທຸລະກິດຂະໜາດນ້ອຍຂອງທ່ານເດີນດີ ນຳລາຍໄດ້ເຂົ້າສູ່ຄອບຄົວ ປີນຶ່ງບໍ່ຕໍ່າກວ່າ
ສອງແສນໂດລາຫຼັງຈາກຕັດຄ່າພາສີແລະຄ່າໃຊ້ຈ່າຍຕ່າງໆແລ້ວ. ນັບແຕ່ເກີດໂຣກ
ລະບາດໂຄວິດ-19 ຮ້ານຂາຍກາເຟ KSJ ໄດ້ປິດລົງໄປຕາມ ຕາມກັນ ກັບທຸລະກິດ
ອື່ນໆ ແລະໄດ້ຮັບເງິນການຊ່ວຍເຫຼືອເພື່ອບັນເທົາທຸກຈຳ ນວນນຶ່ງຈາກລັດຖະບານ
ກາງ. ຕົກມາເຖິງປັດຈຸບັນນີ້ ທ່ານກອງສະມິດ ຍັງບໍ່ໄດ້ລົດລະໃນການຊອກຫາຊ່ອງ
ທາງ ທີ່ຈະຕັ້ງທຸລະກິດແບບໃໝ່ ຊຶ່ງທ່ານກອງ ສະມິດ ໄດ້ກ່າວເຖິງຄວາມຄິດເຫັນ ສູ່
ວີໂອເອ ຟັງດັ່ງນີ້

ທ່ານກອງສະມິດ ເກີດຢູ່ແຂວງຈຳປາສັກ ປະເທດລາວ ຈາກຄອບຄົວທີ່ມັກ ຄ້າຂາຍ.
ທ່ານເຂົ້າມາຕັ້ງຖິ່ນຖານຢູ່ ໃນສະຫະລັດ ເກີືອບ 4 ທົດສະວັດ ແລ້ວ ສຳເລັດປະລິນ
ຍາຕີຝ່າຍການຄ້າ ເພາະນັ້ນ ທ່ານກອງສະມິດ ຈຶ່ງມີ ຄວາມສົນໃຈໃນດ້ານນີ້.

XS
SM
MD
LG