ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານກອງປະກັນ ຣາຊພົນ ຜູ້ລອດຊີວິດ ຈາກໂຄວິດ-19 ກ່ຽວກັບປະສົບການ ແລະສະພາບ ໃນນະຄອນປາຣີ


ທ່ານກອງປະກັນ ຣາຊພົນ ແລະພັນລະຍາ ຍານາງແສງສຫວັນ ທານະດາບຸດ.
ທ່ານກອງປະກັນ ຣາຊພົນ ແລະພັນລະຍາ ຍານາງແສງສຫວັນ ທານະດາບຸດ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ກັບມາພົບກັບ ລາຍການຊີວິດຊາວຂອງ ວີໂອເອປະຈຳ
ແລງວັນພະຫັດອີກ ມື້ນີ້ ເຮົາຈະນຳພາທ່ານຟັງການສຳພາດກັບ ທ່ານກອງປະກັນ ຣາຊ
ພົນ ຄົນຝຣັ່ງເຊື້ອສາຍລາວ ຜູ້ທີ່ລອດຊີວິດ ຈາກການ ຕິດເຊື້ອໂຄວິດ-19 ທີ່ນະຄອນ
ຫຼວງປາຣີ ປະເທດຝຣັ່ງ. ປະສົບການ ຄວາມຮູ້ ສຶກທີ່ເກີດຂຶ້ນຈາກການຕິດພະຍາດອັນ
ຮ້າບແຮ ທີ່ແຜ່ລາມໄປທົ່ວໂລກດັ່ງກ່າວ ນີ້ ເປັນມາຢາງໃດນັ້ນ ກິ່ງສະຫວັນ ຈະນຳມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.


ໂຄວິດ-19 ແມ່ນພະຍາດທີ່ບໍ່ເຄີຍຄົ້ນພົບມາກ່ອນ ທີ່ໄດ້ເກີດຂຶ້ນຢູ່ເມືອງວູຮານ ປະເທດ
ຈີນ ເມື່ອທ້າຍປີ 2019 ແລະໄດ້ແຜ່ລາມ ອອກໄປທົ່ວໂລກຢ່າງ ວ່ອງໄວ ແລະເວລານີ້
ຍັງບໍ່ທັນມີຢາປົວເທື່ອ. ທ່ານກອງປະກັນ ຣາຊພົນ ຄົນຝຣັ່ງເຊື້ອສາຍລາວ ທີ່ເຄີຍຂັບ
ລົບຕັກຊີ ຢູ່ໃນ ນະຄອນຫຼວງປາຣີ ກໍແມ່ນຜູ້ເຄາະຮ້າຍຄົນນຶ່ງທີ່ໄດ້ຕິດເຊື້ອໂຄວິດ-19
ເກືອບ ບໍ່ລອດຊີວິດ. ໃນທ້າຍປີ 2019 ຫາຕົ້ນປີ 2020 ໃນຂະນະທີ່ທ່ານກອງປະກັນ
ເຮັດວຽກຂັບລົດຂົນສົ່ງຜູ້ໂດຍສານຢູ່ນັ້ນ ທ່ານຈື່ວ່າທ່ານໄດ້ຢຸດພັກຜ່ອນຢູ່ຮ້ານ ກາເຟ
ເພື່ອໂອ້ລົມກັບໝູ່ເພື່ອນ. ຢູ່ໃນສະຖານທີ່ແຫ່ງນີ້ເອງທ່ານກອງປະກັນໄດ້ ສັນນິດຖານ
ວ່າ ເປັນບ່ອນທີ່ທ່ານຕິດເຊຶ້ອໂຄວິດ-19 ຊຶ່ງໃນເວລານັ້ນຍັງບໍ່ທັນ ເປັນທີ່ຮູ້ກັນດີເທື່ອ.
ທ່ານກອງປະກັນໄດ້ເລົ່າເຖິງຄວາມຮູ້ສຶກແລະອາການຂອງ ໂຄວິດ-19 ສູ່ ວີໂອເອ
ຟັງດັ່ງນີ້:

ຫຼັງຈາກນັ້ນຕໍ່ມາ ສະພາບການດ້ານສຸຂະພາບ ພ້ອມດ້ວຍເສດຖະກິດ ໄດ້ເລີ້ມ ຊຸດໂຊມ
ລົງ ເພາະສະນັ້ນທ່ານກອງປະກັນ ໄດ້ຕັດສິນໃຈ ຢຸດເຊົາເຮັດວຽກຂັບ ລົດຕັກຊີອັນເປັນ
ວິຊາອາຊີບທີ່ທ່ານໄດ້ປະຕິບັດມາເປັນເວລາ 20 ກວ່າປີແລະ ໄດ້ລາອອກມາບຳນານ
ຢ່າງເປັນການຖາວອນ. ພະຍາດໂຄວິດ-19 ໄດ້ເປັນຜົນ ກະທົບຕໍ່ສຸຂະພາບທີ່ຮ້າຍແຮງ
ເຖິງແກ່ຄວາມຕາຍ ແລະມີຜູ້ໂຊກດີທີ່ລອດຊີວິດ ມາໄດ້. ນອກຈາກນັ້ນຍັງໄດ້ຫັນປ່ຽນຊີ
ວິດການເປັນຢູ່ທຸກໆພາກສ່ວນຂອງການ ດຳລົງຊີວິດ ແລະສ້າງຄວາມເສຍຫາຍໃຫ້ແກ່
ເສດຖະກິດຢູ່ໃນທົ່ວໂລກ ຊຶ່ງທ່ານ ກອງປະກັນກ່າວຕໍ່ໄປອີກວ່າ:

ການລະບາດຂອງໂຄວິດ-19 ໃນຕົ້ນສັດຕະວັດ ທີ 21 ໄດ້ແຜ່ລາມອອກໄປຢູ່ ທົ່ວໂລກ
ຢ່າງວ່ອງໄວ ບໍ່ເປັນທີ່ຄາດຝັນ ບໍ່ມີການການກະກຽມ ແລະບໍ່ມີຢາປົວ ໄວ້ກ່ອນລ່ວງໜ້າ.
ບັດນີ້ ບັນດາລັດຖະບານຕ່າງໆຢູ່ທົ່ວໂລກ ໂດຍສະເພາະຢູ່ ປະເທດອຸດສາຫະກຳ ໄດ້
ພະຍາຍາມເລັ່ງລັດການຄົ້ນຄວ້າ ແລະຜະລິດຢາປິ່ີນ ປົວ. ໃນຂະນະດຽວກັນ ບັນດາລັດ
ຖະບານຂອງປະເທດຕ່າງໆກໍໄດ້ພະຍາຍາມ ໃຫ້ການຊ່ວຍເຫຼືອສຸກເສີນແກ່ປະຊາຊົນ
ຂອງຕົນ ທີ່ໄດ້ຮັບຜົນກະທົບດັ່ງທີ່ທ່ານ ກອງປະກັນ ໄດ້ກ່າວເຖິງການຊ່ວຍເຫຼືອຂອງ
ລັດຖະບານຝຣັ່ງ ສູ່ຟັງວ່າ:

ທ່ານກອງປະກັນ ຣາຊພົນ ຜູ້ທີ່ມີປະສົບການຕິດເຊື້ອໂຄວິດ-19 ເກືອບເຖິງແກ່ຄວາມ
ຕາຍ ແລະລອດຊິວິດມາໄດ້ນັ້ນ ກ່າວວ່າ ທ່ານມີຄວາມເປັນຫ່ວງ ຢາກຂໍ ເຕືອນບັນດາ
ຍາດຕິພີ່ນ້ອງຊາວລາວ ຢູ່ທຸກຫົນແຫ່ງ ແລະໄດ້ກ່າວມ້ວນທ້າຍ ສູ່ ວີໂອເອ ຟັງດັ່ງນີ້:


ອີງຕາມລາຍງານຫລ້າສຸດອາທິດ ແລ້ວນີ້ຈາກ ສູນກາງຊັບພະຍາກອນໄວຣັສ ໂຄໂຣ
ນາຂອງ ມະຫາວິທະຍາໄລ ຈອນສ໌ຮັອບກິນສ໌ ທີ່ສະຫະລັດອາເມຣິກາ ປັດຈຸບັນນີ້ມີ
ຄົນຕິດເຊື້ອໂຄວິດ-19 ໄດ້ເສຍຊີວິດໄປແລ້ວຫຼາຍກວ່າ 1 ລ້ານ 1 ແສນຄົນ ຢູ່ທົ່ວໂລກ
ແລະມີຜູ້ຕິດພະຍາດຫຼາຍກວ່າ 43 ລ້ານ 5 ແສນກວ່າຄົນ. ປັດຈຸບັນນີ້ ປະເທດຝຣັ່ງ
ແມ່ນນຶ່ງໃນຈຳນວນບັນດາປະເທດທີ່ມີຄົນຕິດ ເຊື້ອໂຄວິດ-19 ຫຼາຍກວ່າ 1 ລ້ານຄົນ.

XS
SM
MD
LG