ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອ ລົມກັບທ່ານຄຳພອນ ວຽງຫຼວງ ຜູ້ກວດກາເຄື່ອງຈັກເຮືອບິນ ຂອງສາຍການບິນອາເມຣິກັນແອລາຍ


ທ່ານຄຳພອນ ວຽງຫຼວງ ຜູ້ກວດກາເຄື່ອງຈັກເຮືອບິນ ຂອງສາຍການບິນອາເມຣິກັນແອລາຍ.
ທ່ານຄຳພອນ ວຽງຫຼວງ ຜູ້ກວດກາເຄື່ອງຈັກເຮືອບິນ ຂອງສາຍການບິນອາເມຣິກັນແອລາຍ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳວັນພະຫັດ
ມື້ນີ້ ເຮົາຈະພາທ່ານ ໄປພົບກັບທ່ານຄຳພອນ ວຽງຫຼວງ ອະ ດີດຊ່າງແປງເຮືອບິນໂດຍ
ສານປະຈຳສາຍການບິນລາວເດີນອາກາດ ຢູ່ໃນປະເທດລາວ. ນັບແຕ່ທ່ານເຂົ້າມາຕັ້ງຖິ່ນ
ຖານໃໝ່ຢູ່ໃນສະຫະລັດ ທ່ານກໍໄດ້ເຮັດ ວຽກ ເປັນຊ່າງແປງເຮືອບິນມາໂດຍຕະຫຼອດ
ຈົນໄດ້ເລື່ອນໜ້າທີ່ ຂຶ້ນມາເປັນ ຜູ້ກວດກາການສ້ອມແປງເຮືອບິນໂດຍສານ ໃຫແກ່່ສາຍ
ການບິນ ອາເມຣິກັນ ແອລາຍ (American Airlines) ຊຶ່ງເປັນບໍລິສັດສາຍການບິນໂດຍ
ສານໃຫຍ່ ແລະສຳຄັນບໍລິສັດນຶ່ງຂອງສະຫະລັດ. ຊີວິດຄວາມເປັນມາຂອງ ທ່ານຄຳພອນ
ວຽງຫຼວງເປັນຈັ່ງຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານຄຳພອນ ວຽງຫຼວງ
ທ່ານຄຳພອນ ວຽງຫຼວງ


ທ່ານຄຳພອນ ວຽງຫຼວງ ເກີດຢູ່ບ້ານສີຖານເໜືອ ນະຄອນຫຼວງວຽງຈັນ ປະເທດລາວ.
ທ່ານມີພອນສະຫວັນ ດ້ານກົນໄກແປງເຄື່ອງຈັກ ໂດສະເພາະ ແປງເຄື່ອງຈັກເຮືອບິນທີ່
ເປັນວິຊາອາຊີບຂອງທ່ານມາແຕ່ຊຸມປີ 1960. ຍ້ອນ ມີສີມື ຄວາມຊຳນານ ແລະພອນສະ
ຫວັນ ໃນດ້ານນີ້ ທ່ານໄດ້ຖືກບໍລິສັດແອ ອາເມຣິກາ (Air America) ຊຶ່ງເວລານັ້ນປະຕິ
ບັດງານຢູ່ໃນລາວ ສົ່ງໄປອົບຮົມວິຊາແປງເຮືອບິນຢູ່ເກາະໄຕ້ຫວັນ ເປັນເວລານຶ່ງປີ ແລະ
ໄດ້ກັບຄືນໄປປະກອບວິຊາອາຊີບ ທີ່ກ່ຽວຂ້ອງຢູ່ນະຄອນຫຼວງວຽງຈັນ ພຽງເວລາສັ້ນໆ.

ໃນປີ 1975 ຊຶ່ງເປັນໄລຍະການປ່ຽນແປງລະບອບການປົກຄອງ ຢູ່ໃນປະເທດລາວ ທ່ານ
ຄຳພອນແມ່ນຜູ້ນຶ່ງທີ່ຖືກສົ່ງໄປສູນສຳມະນາທີ່ເມືອງລອງໄກ່ ແຂວງ ຊຽງຂວາງ ເປັນເວລາ
ສາມປີ. ຫຼັງຈາກນັ້ນ ທ່ານໄດ້ຫລົບໜີອອກຈາກປະເທດ ລາວ ແລະໄດ້ນຳພາຄອບຄົວເຂົ້າ
ມາຕັ້ງຖິ່ນຖານໃໝ່ຢູ່ໃນສະຫະລັດອາເມຣິກາ. ຄວາມຊຳນິຊຳນານດ້ານວຽກການທີ່ທ່ານ
ຄຳພອນ ໄດ້ປະຕິບັດມານັ້ນເປັນທີ່ຮຽກຮ້ອງຕ້ອງການຢູ່ໃນສະຫະລັດ ແຕ່ຕ້ອງໄດ້ຖືກຍົກ
ຍ້າຍຄອບຄົວຕິດຕາມໄປກັບ ວຽກຢູ່ຫຼາຍແຫ່ງ ກ່ອນຈະໄດ້ເຮັດວຽກຢູ່ບ່ອນດຽວຢ່າງເປັນ
ທີ່ຖາວອນ. ທ່ານຄຳພອນ ໄດ້ເລີ້ມເຮັດວຽກໂດຍປັນຊ່າງແປງເຄຶ່ອງຈັກເຮືອບິນ ຕໍ່ມາໄດ້
ເລື່ອນໜ້າທີ່ຂຶ້ນມາເປັນຜູ້ກວດກາ ການສ້ອມແປງເຄື່ອງຈັກເຮືອນບິນໃຫ້ແກ່ສາຍການບິນ
ອາເມຣິກັນແອລາຍ (American Airlines) ທີີ່ເມືອງຝອດເວີດ (Fort Worth) ໃນລັດເທັກ
ຊັສ ຈົນເຖິງເທົ້າປັດຈຸບັນ ແຕ່ກ່ອນທ່ານໄດ້ບັນລຸການຕັ້ງຊີວິດໃໝ່ ຢ່າງເປັນຜົນສຳເລັດ
ທ່ານໄດ້ສູ້ທົນ ຜະຈົນໄພຫຼາຍຢ່າງ ຊຶ່ງທ່ານຄຳພອນ ໄດ້ ເລົ່າເຖິງຄວາມເປັນມາ ສູ່ວີໂອເອ
ຟັງດັ່ງນີ້:

ການເຂົ້າມາຕັ້ງຊີວິດໃໝ່ຂອງຊາວອົບພະຍົບອິນດູຈິນ ໃນຊຸມປີ 1970 ຫາປີ 1980 ຢູ່ໃນ
ສະຫະລັດເປັນທີ່ສັບສົນ ທີ່ຊາວອົບພະຍົບບໍ່ຮູ້ກ່ຽວກັບບັນຍາກາດ ສິ່ງແວດລ້ອມ ແລະ
ຫຼາຍກໍລະນີບໍ່ສາມາດເລືອກບ່ອນຢູ່ໄດ້. ຄອບຄົວຂອງທ່ານ ຄຳພອນ ໄດ້ໄປຕົກຢູ່ເມືອງ
ເພັນຣອສ (Penrose) ຊຶ່ງເປັນເມືອງນ້ອຍໆໂດດດ່ຽວຢູ່ໃນລັດໂຄໂລຣາໂດ (Colorado)
ທີອ້ອມລ້ອມໄປດ້ວຍພູຜາ ຕັ້ງຢູ່ທາງ ພາກກາງຂອງສະຫະລັດ ແລະບໍ່ມີຊາວອົບພະຍົບຄົນ
ອື່ນໆ ປະປົນຢູ່ທີ່ນັ້ນ ຊຶ່ງ ທ່ານຄຳພອນ ໄດ້ກ່າວສູ່ຟັງວ່າ:

ໃນຊ່ວງເວລານີ້ ທ່ານຄຳພອນ ຕ້ອງໄດ້ນຳພາຄອບຄົວຍົກຍ້າຍໄປກັບວຽກງານ ຢູ່ຫຼາຍ
ເມືອງ ບ່ອນໃດມີວຽກເຮັດງານທຳ ເງີນດີ ບ່ອນນັ້ນເປັນບ່ອນສ້າງລາຍ ໄດ້ມາສູ່ຄອບຄົວ
ດັ່ງທີ່ທ່ານຄຳພອນ ກ່າວຕໍ່ໄປວ່າ:

ໃນທີ່ສຸດການຍົກຍ້າຍໄປກັບວຽກງານໄດ້ສິ້ນສຸດລົງ ດ້ວຍການແນະນຳຈາກໝູ່ ເພື່ອນໃກ້
ຊິດ ທີ່ເປັນຊ່າງແປງເຮືອບິນດ້ວຍກັນ. ບັດນີ້ ທ່ານຄຳພອນ ແລະຄອບຄົວ ໄດ້ຕັ້ງຊີວິດຢູ່
ຢ່າງຖາວອນທີ່ເມືອງຝອດເວີດ (Fort Worth) ລັດ ເທັກຊັສ (Texas) ບ່ອນທີ່ມີປະຊາຄົມ
ລາວພາກັນຕັ້ງຖິ່ນຖານຢູ່ໃນເມືອງດັ່ງ ກ່າວນີ້ຢ່າງຫຼວງຫຼາຍ ຊຶ່ງທ່ານຄຳພອນ ກ່າວເຖິງ
ຕອນນີ້ວ່າ:

ທ່ານຄຳພອນໄດ້ເປັນຜູ້ກວດກາການສ້ອມແປງເຄື່ອງຈັກເຮືອບິນມາແຕ່ປີ 1992 ປັດຈຸບັນ
ນີ້ ທ່ານມີອາຍຸໄດ້ 72 ປີ ກາຍກຳນົດອອກບໍານານ ແລະຍັງຫ້າວຫັນ ກັບໜ້າທີ່ວຽກງານ.
ທ່ານໄດ້ກ່າວມ້ວນທ້າຍແລະໃຫ້ເຫດຜົນວ່າ ເປັນຫຍັງທ່ານ ຈຶ່ງຍັງເຮັດວຽກການນີ້ ຢູ່ຕໍ່ໄປ
ສູ່ວີໂອເອ ຟັງດັ່ງນີ້:

ທ່ານຄຳພອນ ວຽງຫຼວງ (ກາງ) ແລະເພື່ອນຮ່ວມງານ
ທ່ານຄຳພອນ ວຽງຫຼວງ (ກາງ) ແລະເພື່ອນຮ່ວມງານ

ທ່່ານຄຳພອນ ແລະພັນລະຍາ ຕັ້ງບ້ານເຮືອນຢູ່ເມືອງຝອດເວີດ ລັດເທັກຊັສ ພວກລູກທັງ
ສາມ ສຳເລັດການສຶກສາຂັ້ນມະຫາວິທະຍາໄລ ມີວິຊາອາຊີບຢ່າງ ໜ້າພາກພູມໃຈ ແລະ
ໜ້າສັນລະເສີນ. ນີ້ຄືຜົນສຳເລັດຂອງຊາວອາເມຣິກັນ ເຊື້ອສາຍລາວ.

XS
SM
MD
LG