ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານຄຳພັນ ປຣະເສີດ ນັກເຄື່ອນໄຫວສັງຄົມ ລົມສູ່ຟັງເລື້ອງການຂໍເປັນສັນຊາດອາເມຣິກັນ


ສັນຍາລັກຫ້ອງການກວດຄົນເຂົ້າເມືອງ ແລະໂອນສັນຊາດຂອງສະຫະລັດ.
ສັນຍາລັກຫ້ອງການກວດຄົນເຂົ້າເມືອງ ແລະໂອນສັນຊາດຂອງສະຫະລັດ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນຂອງວີໂອເອ
ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບບັນດາຜູ້ ທີ່ຫາກໍໄດ້ເປັນສັນ
ຊາດອາເມຣິກັນໃໝ່ໆສອງຄົນ ຄື ນາງສອນ ຈະເລີນ ແລະ ນາງຄຳພຽນ ສີສຸວົງ ຢູ່ທີ່
ເມືອງວອລເດີນ ລັດອາແກນຊໍ ມາສະເໜີທ່ານ. ທັງ ສອງທ່ານນີ້ ໄດ້ເຂົ້າມາຕັ້ງຖິ່ນຖານ
ຢູ່ໃນສະຫະລັດເປັນເວລາກວ່າສອງທົດສະ ວັັດແລ້ວ ຊຶ່ງບັດນີ້ ໄດ້ຕັດສິນໃຈສອບເສັງ
ແລະໄດ້ຮັບສັນເປັນຊາດອາເມຣິກັນຫວ່າງມໍ່ໆມານີ້. ສະຕີລາວສອງຄົນນີ້ ມີຄວາມເປັນ
ມາຢ່າງໃດ ແລະເປັນຫຍັງ ຈຶ່ງຢາກເປັນສັນຊາດອາເມຣິກັນ ກິ່ງສະຫວັນ ມີການສຳພາດ
ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ກົດໝາຍສະຫະລັດບັນຍັດໄວ້ວ່າ ຜູ້ໃດເກີດຢູ່ໃນສະຫະລັດ ຜູ້ນັ້ນເປັນສັນຊາດອາເມຣິ
ກັນຢ່າງອັດຕະໂນມັດ. ສ່ວນຜູ້ທີ່ເຂົ້າມາສະຫະລັດຢ່າງຖືກຕ້ອງນັ້ນ ຕ້ອງໄດ້ລໍຖ້າກຳນົດ
ເວລາ ຊຶ່ງແລ້ວແຕ່ກໍລະນີທີ່ມີຄວາມສະຫລັບສັໍບຊ້ອນ ເຊັ່ນ ວ່າການເຂົ້າມາ ໃນຖານະເປັນ
ອົບພະຍົບ ແບບເຕົ້າໂຮມຄອບຄົວພໍ່ແມ່ລູກເຕົ້າ ແລະແຕ່ງງານກັບຄົນທີ່ເປັນສັນຊາດອາ
ເມຣິກາເຫຼົ່ານີ້ເປັນຕົ້ນ.

ກ່ອນເຖິງຂັ້ນຕອນ ທີ່ຈະຍື່ນໃບຄຳຮ້ອງ ຂໍເປັນສັນຊາດອາເມຣິກັນ ບຸກຄົນດັ່ງ ກ່າວຕ້ອງຖື
ບັດຂຽວ ທີ່ຮ້ອງວ່າ (Green Card) ໃນຊົ່ວໄລຍະນຶ່ງ ແລະໂດຍ ປາດສະຈາກການມີໂທດ
ໃດໆ. ແຕ່ເຖິງຢ່າງໃດກໍດີ ຫຼາຍໆຄົນບໍ່ໄດ້ຮີບຮ້ອນຕໍ່ ການຂໍເປັນສັນຊາດອາເມຣິກັນດ້ວຍ
ເຫດຜົນທີ່ຕ່າງກັນ ແລ້ວແຕ່ສະພາບການ ຂອງໃຜລາວ.

ການເປັນສັນຊາດອາເມຣິກັນມີຄວາມສຳຄັນຢູ່ຫຼາຍຢ່າງເຊັ່ນວ່າ ເປັນພົນລະ ເມືອງທີ່ຖືກ
ຕ້ອງຕາມກົດໝາຍ ມີສິດລົງຄະແນນສຽງປ່ອນບັດ ເລີ້ມຈາກຂັ້ນ ທ້ອງຖິ່ນຈົນເຖິງປະທາ
ນາທິບໍດີສະຫະລັດ. ຄວາມສຳຄັນອີກຢ່າງນຶ່ງກໍຄືສາ ມາດປະກອບວິຊາອາຊີບຢູ່ໃນວົງ
ການລັດະບານກາງ ທີ່ສະຫງວນໄວ້ໃຫ້ແກ່ ພວກທີ່ເປັນສັນຊາດອາເມຣິກັນເທົ່ານັ້ນ. ນອກ
ຈາກນັ້ນແລ້ວກໍຍັງມີສິດຂໍໜັງ ສືເດີນທາງ ຫຼື passport ຂອງສະຫະລັດ ທີ່ບໍ່ຕ້ອງການຂໍ
ວີຊາເຂົ້າບາງປະເທດ ເໜືອນດັ່ງໜັງສືເດີນທາງອື່ນໆ.

ນາງສອນ ຈະເລີນ ອາຍຸ 63 ປີ ຫຼັງຈາກໄດ້ເຮັດວຽກຢູ່ໂງງານປາດຊີ້ນໄກ່ຢູ່ ໃນລັດອາ
ແກນຊໍ ມາເປັນເວລາກວ່ານຶ່ງທົດສະວັດ ໃນເວລາຕໍ່ມາຕ້ອງໄດ້ຢຸດ ເຊົາເພາະມີບັນຫາ
ດ້ານສຸຂະພາບແລະໄດ້ຮັບເງິນຊ່ວຍເຫຼືອຍ້ອນພິການ. ນາງ ສອນ ໄດ້ຜ່ານຂັ້ນຕອນການ
ສອບເສັງເອົາສັນຊາດອາເມຣິກັນແບບພິເສດ ຊຶ່ງ ນາງສອນ ໄດ້ເລົ່າເຖິງຄວາມເປັນມາ
ກ່ຽວກັບສະພາບການຂອງນາງ ແລະຄວາມຕື່ນເຕັ້ນສູ່ ວີໂອເອ ຟັງດັ່ງນີ້:

ນາງສອນ ຈະເລີນ ແລະທ່ານຄຳພັນ ປຣະເສີດ
ນາງສອນ ຈະເລີນ ແລະທ່ານຄຳພັນ ປຣະເສີດ

ລິງໂດຍກົງ

ນາງຄຳປ່ຽນ ສີສຸວົງ ອາຍຸ 62 ປີ ອະດີດນາຍຄູຊັ້ນປະຖົມ ຢູ່ສະລາແດງ ນະຄອນຫຼວງວຽງ
ຈັນ ໄດ້ເດີນທາງເຂົ້າມາສະຫະລັດໃນປີ 1991 ເພື່ອຢ້ຽມຢາມ ຍາດຕິພີ່ນ້ອງແລະໄດ້ຕັດ
ສິນໃຈຂໍຢູ່ສະຫະລັດຢ່າງເປັນການຖາວອນ. ນາງໄດ້ ຖືບັດຂຽວ ມາເປັນເວລາ 17 ປີ ເຮັດ
ວຽກ ຕິດປ້າຍລາຄາສິນຄ້າ ຢູ່ຮ້ານຂາຍ ເຄື່ອງແຫ່ງນຶ່ງໃນລັດອາແຄນຊໍ. ນາງຄຳປ່ຽນ ຫາ
ກໍເສັງຜ່ານສັນຊາດອາເມຣິ ກັນ ແລະກຳລັງລໍຖ້າຂັ້ນຕອນສຸດທ້າຍ ລໍຖ້າເຂົ້າສາບານໂຕ
ຊຶ່ງນາງພຽນໄດ້ ກ່າວເຖິງຄວາມເປັນມາສູ່ ວີໂອເອ ຟັງດັ່ງນີ້:

ນາງຄຳປ່ຽນ ສີສຸວົງ ແລະທ່ານຄຳພັນ ປຣະເສີດ
ນາງຄຳປ່ຽນ ສີສຸວົງ ແລະທ່ານຄຳພັນ ປຣະເສີດ

ທ່ານຄຳພັນ ປຣະເສີີດ ນັກເຄື່ອນໄຫວ ອາສາສະໝັກ ຜູ້ຊ່ວຍຄົນຂໍສັນຊາດ ອາເມຣິກັນ
ໂດຍໃຫ້ການຊ່ວຍເຫຼຶືອແນະນຳຊາວລາວສອບເສັງເອົາສັນຊາດ ໄດ້ອະທິບາຍເຖິງຂັ້ນ
ຕອນອັນສຳຄັນ ແລະກໍລະນີຕ່າງໆສູ່ ວີໂອເອຟັງດັ່ງນີ້:

ທ່ານຄຳພັນ ຢາກແຈ້ງໃຫ້ພີ່ນ້ອງຊາວລາວ ທີ່ຢູ່ໃນສະຫະລັດຊາບວ່າ ທ່ານ ມີຄວາມເຕັມ
ໃຈ ໃຫ້ການຊ່ວຍເຫຼືອ ແລະໄດ້ກ່າວມ້ວນທ້າຍດັ່ງນີ້:

ຂອບໃຈທ່ານຄຳພັນ ປຣະເສີດ ໃນຄວາມເສຍສະຫລະຂອງທ່ານ ທີ່ໄດ້ແບ່ງ ປັນຄວາມຮູ້
ກົດລະບຽບ ແລະຂັ້ນຕອນການຍື່ນຄຳຮ້ອງຂໍເປັນສັນຊາດອາເມຣິກັນ.

XS
SM
MD
LG