ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຄຳແດງ ແສງມະນີວົງ ທີ່ລອດຊີວິດ ຈາກໂຄວິດ-19 ໂອ້ລົມສູ່ຟັງ ກ່ຽວກັບປະສົບການຂອງທ່ານ


ທ່ານຄຳແດງ ແສງມະນີວົງ.
ທ່ານຄຳແດງ ແສງມະນີວົງ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງ ວີໂອເອ ປະຈຳວັນ
ພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບທ່ານຄໍາແດງ ແສງມະນີວົງ ປະທານວັດ
ລາວພຸດທະຣາມ ທີ່ເມືອງຝອດສະມິດ (Fort Smith) ທີ່ລອດຊີວິດ ຈາກໂຄວິດ-19
ມາສະເໜີທ່ານ. ທ່ານຄໍາແດງໄດ້ເລົ່າເຖິງຄວາມຮູ້ສຶກຂອງທ່ານ ສູ່ຟັງວ່າ ທ່ານຕົກຢູ່
ໃນສະພາບແບບໃດ ໃນໄລຍະທີີ່ຕິດໂຄວິດ-19 ເກືອບວ່າຈະ ເອົາຊີວິດບໍ່ລອດ.
ກິ່ງສະຫວັນ ຈະນຳເອົາການສຳພາດດັ່ງກ່າວມາສະເໜີທ່ານໃນ ອັນດັບຕໍ່ໄປ.

ບໍ່ໜ້າເຊື່ອເລີຍວ່າ ໂຄວິດ-19 ໄດ້ແຜ່ລະບາດມາເປັນເວລາເກືອບນຶ່ງປີແລ້ວ ແລະ
ບັດນີ້ໄດ້ເກີດມີເຊື້ອພັນໃໝ່ຂຶ້ນມາອີກ ທີ່ກຳລັງແຜ່ລະບາດມາຈາກ ປະເທດ ອັງກິດ.
ບັນດາຜູ້ຊ່ຽວຊານການແພດໄດ້ອະທິບາຍຊໍ້າແລ້ວຊໍ້າອີກ ແລະຮຽກຮ້ອງ ໃຫ້ຄົນພາກັນ
ລະມັດລະວັງໂດຍການໃສ່ໜ້າກາກ

ປະຕິບັດຕາມຂັ້ນຕອນເພື່ອຫຼີກ ລ່ຽງການແຜ່ລະບາດ ແຕ່ເຖິງປານນັ້ນກໍຍັງມີຫຼາຍໆ
ຄົນທີ່ບໍ່ໃຫ້ຄວາມສຳຄັນກ່ຽວ ກັບເລື້ອງນີ້. ອີງຕາມລາຍງານຢູ່ໃນສະຫະລັດ ຊາວສະ
ແປນິສແລະຊາວອາເມຣິ ກັນຜີວດຳ ແມ່ນຮວມຢູ່ໃນກຸ່ມທີ່ມີຜູ້ເສຍຊີວິດສູງ. ເຖິງແມ່ນ
ວ່າສະມາຊິກປະຊາ ຄົມລາວອາເມຣິກັນ ເປັນຊົນກຸ່ມນ້ອຍ ກໍຫຼີກລ່ຽງຈາກການຕິດເຊື້ອ
ແລະເສຍຊິ ວິດໄປຍ້ອນໂຄວິດ-19 ນີ້ຫຼາຍຄົນແລ້ວ. ນອກຈາກນັ້ນຍັງພາກັນຖືເບົາ ບໍ່
ເປີດ ເຜີຍ ປົກປິດ ແລະບໍ່ຮັບຄວາມຈິງ ເພາະຖືວ່າເປັນເລື້ອງທີ່ອັບອາຍແລະສັງຄົມ
ລັງກຽດ. ບັນດາຜູ້ເສຍຊີວິດ ຍ້ອນໂຄວິດ-19 ໄດ້ຈາກໂລກນີ້ໄປ ຢ່າງຫງຽບໆ ແບບ
ໂດດດ່ຽວ ໂດຍບໍ່ມີວັນຈະກັບຄືນມາ ແລະບໍ່ມີໂອກາດໄດ້ສັ່ງລາ ຍາດຕິພີ່ນ້ອງ ແລະ
ເພື່ອນຝູງ.

ທ່ານຄຳແດງ ແສງມະນີວົງ ປະທານວັດລາວພຸດທະຣາມ ເມືອງຝອດສະມິດ (Fort
Smith) ລັດອາແກນຊໍ ຕັ້ງຢູ່ທາງພາກກາງໄປທາງທິດຕາເວັນຕົກຂອງ ສະຫະລັດ.
ທ່ານແມ່ນຜູ້ເຄາະຮ້າຍຄົນນຶ່ງ ທີ່ມີຄວາມເປັນຫ່ວງໄດ້ແບ່ງປັນປະສົບການຂອງທ່ານ
ຢ່າງເປີດເຜີຍຈາກການຕິດໂຄວິດ-19 ຊຶ່ງທ່ານໄດ້ລອດຊີວິດ ຈາກພະຍາດອັນຮ້າຍ
ແຮງດັ່ງກ່າວນີ້ສູ່ ວີໂອເອ ຟັງວ່າ:

ລິງໂດຍກົງ


ໃນນາມປະທານວັດລາວພຸດທະຣາມ ທ່ານມີຄວາມຮັບຜິດຊອບໃນຄວາມຢູ່ເຢັນເປັນ
ສຸກ ແລະຄວາມປອດໄພຂອງຄູບາອາຈານ ຢູ່ບ່ອນນີ້ເອງທ່ານຄຳແດງ ສັນ ນິດຖານວ່າ
ເປັນບ່ອນທີ່ທ່ານເລີ້ມຕິດໂຄວິດ-19 ດ້ວຍວິທີໃດວິທີນຶ່ງ ຊຶ່ງທ່ານໄດ້ ອະທິບາຍສູ່ຟັງ
ດັ່ງນີ້:

ລິງໂດຍກົງ

ເວລາທ່ານຄຳແດງ ຮູ້ສຶກຕົນເອງວ່າ ທ່ານໄດ້ຕິດເຊື້ອ ໂຄວິດ-19 ແລ້ວທ່ານໄດ້ ເລີ້ມ
ບອກຄອບຄົວ ແລະເພື່ອນຝູງຊາບເພື່ອໃຫ້ມີຄວາມລະມັດລະວັງ ແລະບໍ່ໃຫ້ ມາຢູ່ໃກ້
ຊຶ່ງທ່ານໄດ້ເລົ່າສູ່ຟັງຕໍ່ໄປວ່າ:

ລິງໂດຍກົງ

ປັດຈຸບັນນີ້ ໂຮງໝໍຢູ່ໃນບາງລັດຂອງສະຫະລັດແມ່ນບໍ່ມີຕຽງນອນເພື່ອຮັບເອົາຄົນປ່ວຍ
ຍ້ອນໂຄວິດ-19. ບາງແຫ່ງຕ້ອງໄດ້ໃຊ້ສະຖານທີ່ເປົ່າຫວ່າງ ຫຼືຕັ້ງຜາມຂຶ້ນ ຢູ່ຕາມເດີ່ນ
ເພື່ອເປັນປ່ອນປິ່ນປົວຜູ້ຕິດໂຄວິດ-19 ທີ່ເຫັນວ່າບໍ່ຮ້າຍແຮງຕ້ອງໄດ້ ຮັກສາຕົນເອງຢູ່
ບ້ານ. ເພາະສະນັ້ນ ທ່ານຄຳແດງໄດ້ປະຕິເສດບໍ່ຍອມໄປປິ່ນປົວ ຢູ່ໂຮງໝໍເປັນເດັດຂາດ
ເພາະວ່າຖ້າໄປຢູ່ທີ່ນັ້ນທ່ານຄິດວ່າມີເປີເຊັນທີ່ຈະບໍ່ໄດ້ກັບ ຄືນມາເຫັນໜ້າຄອບຄົວ
ແລະເພື່ອນຝູງອີກດັ່ງທີ່ທ່ານກ່າວມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ທ່ານຄຳແດງ ແສງມະນີວົງ ໄດ້ຕໍ່ສູ້ກັບໂຄວິດ-19 ຢ່າງອົດທົນ ແລະອົງອາດກ້າ ຫານ.
ບັດນີ້ທ່ານໄດ້ກັບຄືນມາຢູ່ໃນສະພາບທີ່ເປັນປົກກະຕິແລ້ວ ແລະດີໃຈທີ່ໄດ້ ມີໂອກາດ
ນຳເອົາເລື້ອງນີ້ ມາແບ່ງສູ່ພວກເຮົາຟັງ.

XS
SM
MD
LG