ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອ ລາວ ໂອ້ລົມກັບ ທ່ານໄກເພັດ ອິນທິສອນ, ນັກວິສະວະກອນ ຊອຟແວ ທີ່ເປັນຜູ້ຈັດການ ໂຄງການຢູ່ບໍລິສັດ ໃນນະຄອນຊິກາໂກ


ແຟ້ມຮູບ-ໃນພາບທີ່ຖ່າຍເມື່ອວັນທີ 28 ມັງກອນ 2020 ນີ້, ສະແດງໃຫ້ເຫັນໜ້າຈໍໄມໂຄຣຊອຟຄອມພິວເຕີ້ ຢູ່ໃນຮ້ານທີ່ຕັ້ງຢູ່ຊານເມືອງຂອງນະຄອນບອສຕັນ.
ແຟ້ມຮູບ-ໃນພາບທີ່ຖ່າຍເມື່ອວັນທີ 28 ມັງກອນ 2020 ນີ້, ສະແດງໃຫ້ເຫັນໜ້າຈໍໄມໂຄຣຊອຟຄອມພິວເຕີ້ ຢູ່ໃນຮ້ານທີ່ຕັ້ງຢູ່ຊານເມືອງຂອງນະຄອນບອສຕັນ.

Computer Software Engineer ເປັນອາຊີບທີ່ມີຄວາມຕ້ອງການສູງ, ແລະອາຊີບດັ່ງກ່າວນີ້ ກໍຖືເປັນວຽກງານທີ່ດີ ແລະໝັ້ນຄົງ. ໃນມື້ນີ້ ທິບ​ສຸ​ດາ ມີໂອກາດໄດ້ໂອ້ລົມ ກັບທ່ານໄກເພັດ ອິນທິສອນ ທີ່ເຮັດວຽກໃນອາຊີບດັ່ງກ່າວ ມາຫຼາຍກວ່າ 20 ປີ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຫຼາຍຄົນອາດຈະມີເປົ້າໝາຍຕັ້ງແຕ່ຍັງນ້ອຍວ່າ ຕົນເອງຕ້ອງການເປັນຫຍັງ ແລະປະກອບອາຊີບຫຍັງເມື່ອໃຫຍ່ຂຶ້ນມາ ໂດຍສະເພາະໃນໜ້າທີ່ການງານມີຄວາມໝັ້ນຄົງ ແລະມີຄວາມຕ້ອງການສູງຢູ່ໃນສັງຄົມ, ແຕ່ສໍາລັບ ທ່ານໄກເພັດ ອິນທະສອນ ເພິ່ນກ່າວໃຫ້ຟັງວ່າ ສໍາລັບວຽກງານທາງດ້ານຄອມ ພິວເຕີ້ ຄືສິ່ງທີ່ຕົນເອງມັກທີ່ສຸດ ເຊິ່ງເພິ່ນໄດ້ກ່າວໃຫ້ຟັງດັ່ງນີ້:

“ວຽກຂອງຂ້ອຍຄື Project Manager, ຈັດການໂຄງການ, ມັນກະຮັບຜະດຊອບຫຼາຍ ເຮົາກະເຮັດໃຫ້ໝັ້ນໃຫ້ໝັ້ນໃຈວ່າເຮົາຮັບຜິດຊອບເລື້ອງທີມ ຕ້ອງໄດ້ຕັ້ງເປົ້າໝາຍໄວ້, ຕັ້ງເວລາສຸດທ້າຍໄວ້ ໂດຍເຮັດໃຫ້ໝັ້ນໃຈວ່າທີມງານຂອງພວກເຈົ້າເຂົ້າໃຈວ່າແມ່ນຫຍັງຄືປັດໃຈສະເພາະໃນການເຮັດການທົດລອງ, ເຮົາເຮັດ Project ມັນກະມີຫຼາຍພະແນກມາຮ່ວມ ມີພາກສ່ວນທຸລະກິດມານ່ວມກັບໂຄງການຂອງພວກເຮົາ ມີ IT ແລະກະມີ Project manager ມີ Programmer, ພວກເຮົາເຮັດໃຫ້ໝັ້ນໃຈວ່າ ພວກເຮົາເຮັດການທົດລອງ ທໍາຄວາມເຂົ້າໃຈໃນການທົດລອງ ແລະເຮັດໃຫ້ການທົດລອງນັ້ນລຸລ່ວງ, ໄດ້ຕິດຕາມມັນມີບັນຫາ ລາງເທື່ອການທົດລອງ, ເຮົາກະໄດ້ມີປະຊຸມໃນທຸກໆເຊົ້າ ເຈົ້າເປັນຫຍັງຈຶ່ງທົດສອບບໍ່ຜ່ານ ເຮົາຕ້ອງເວົ້ານໍາໝົດທຸກຄົນໃນທີມ ແລະເຮົາກະວາງຈຸດປະສົງໃນການແກ້ໄຂບັນຫາ ຖ້າມັນຜ່ານເຮົາກະຜ່ານໄປ, ຖ້າບໍ່ຜ່ານເຮົາກະມາພັດທະນາການແກ້ໄຂ ແລະທໍາການທົດສອບອີກຄັ້ງ.”

ກ່ອນທີ່ ທ່ານໄກເພັດ ຈະມາເປັນ Project Manager ທ່ານມີປະສົບການມາເປັນເວລາຫຼາຍປີກ່ຽວກັບ Computer Software, ເຊິ່ງຈະມີຢູ່ສອງແບບແຕກຕ່າງອອກໄປເຊັ່ນ ວິສະວະກອນຊອຟແວ ຫຼື Computer Software Engineering ແລະ ນັກພັດທະນາຊອຟແວ ຫຼື Software Developer ໂດຍ Software Engineering ຈະນໍາໃຊ້ຫຼັກການຂອງວິສາວະກໍາເພື່ອສ້າງ ຊອຟແວ ແລະ ພັດທະນາຂະບວນການທີ່ປະຕິບັດວຽກງານສະເພາະໃດຫນຶ່ງ ແລະເຊື່ອມຕໍ່ຄວາມຕ້ອງການຂອງລູກຄ້າກັບການແກ້ໄຂທີ່ມີຢູ່ໂດຍຜ່ານເທັກໂນໂລຈີ, ເຊິ່ງ ທ່ານໄກເພັດ ໄດ້ກ່າວໃຫ້ຟັງເຖິງໜ້າທີ່ຂອງເພິ່ນ ລະຫວ່າງ Software Engineering ແລະ Software Developer ວ່າ:

“ສໍາລັບຂ້ອຍ ໃໝ່ໆເຮົາກະເປັນ Software Developer, ບາດເຮົາແກ່ຂຶ້ນມາ ອາຍຸແກ່ຂຶ້ນມາລະ ເຮົາຊິບໍ່ສູ້ເດັກນ້ອຍເລື້ອງ Coding, ມັນຕ້ອງໄດ້ຢູ່ ຕ້ອງໄດ້ມີແຮງ ຕ້ອງໄດ້ຢູ່ເດິກ, ລາງເທື່ອ release ນິ ເຮົາຕ້ອງໄດ້ໃຊ້ເວລາ ບາງຄັ້ງຮອດ 2-3 ໂມງເຊົ້າ ເຮັດໃຫ້ໝັ້ນໃຈວ່າ ພວກເຮົາ Release Application ແທ່ນຫຍັງ ມັນຕ້ອງລຸລ່ວງໄປໄດ້ດີ ໂດຍບໍ່ສົ່ງຜົນເສຍອັນໃດຕໍ່ຜົນຜະລິດຂອງບໍລິສັດ ເພາະວ່າທຸກໆບໍລິສັດໃນປັດຈຸບັນ ເຂົາເຈົ້າດໍາເນີນງານດ້ວຍ IT ດ້ວຍລະບົບ ຄັນລະບົບມັນຢຸດ ທຸກຢ່າງມັນກະຢຸດ ເຊິ່ງເຂົ້າເຈົ້າເສຍເງິນຫຼາຍ, Engineer IT ນິ ແມ່ນສໍາຄັນຫຼາຍ ເປັນສ່ວນນຶ່ງຂອງວຽກງານ, ບາດເຮົາແກ່ຂຶ້ນມາແລ້ວ ເຮົາກະຕ້ອງໄດ້ກ້າວໄປຂັ້ນຈັດການ ໄປເປັນຜູ້ຈັດການໂຄງການ, Software Engineer ມີຄວາມຮັບຜິດຊອບຫຼາຍກວ່າໜ້ອຍນຶ່ງ ເຮົາຕ້ອງເຂົ້າໃຈທຸລະກິດ ມັນໄດ້ເຮັດຫຼາຍອັນ, ຄັນພວກ Software Developer ນິ ສ່ວນຫຼາຍກະມີແຕ່ Code.”

ທ່ານໄກເພັດ ຍັງກ່າວອີກວ່າ ໜ້າທີ່ສໍາຄັນກ່ອນທີ່ທຸກຄົນຈະມາເຮັດອາຊີບດ້ານນີ້ ໃນເບື້ອງຕົ້ນຕ້ອງເອົາໃຈໃສ່ພາກສ່ວນພື້ນຖານຂອງວິຊາທີ່ກ່ຽວຂ້ອງກັບຄອມ ພິວເຕີ້ເຊັ່ນ: ເລກ, ຟີຊິກ, Computer science…ແລະອື່ນໆ, ແລະທີ່ສໍາຄັນ ຕ້ອງເກັບກ່ຽວປະສົບການໄປພ້ອມໃນເວລາຮຽນ ຫຼື ຫຼັງຈາກຮຽນຈົບຫຼັກສູດໃດນຶ່ງ, ເຊິ່ງເພິ່ນເອງ ໄດ້ຮັບທຶນໄປຮຽນຕໍ່ປະລິນຍາໂທທາງດ້ານ Computer Software Engineering ແລະ MBA ຫຼັງຈາກເຮັດວຽກກັບບໍລິສັດໂພລາແຟ ມາໄດ້ 5 ປີ.

“ເປັນ Automation Engineer ແບບເຮັດທໍາລາຍຫຍັງຫັ້ນນະ ກະເຮັດຢູ່ຫັ້ນໄດ້ 5 ປີ ກະຄືກັບ IT ຫ້ນລະ Automation ນິ ມັນກະມີລັກສະນະພົວພັນກັບລະບົບ Computer ໃນການວິເຄາະຂໍ້ມູນ, ສ້າງ Application ໃຫ້ແກ່ບໍລິສັດ ແລະໃນເວລານັ້ນອ້າຍກະໄປໂຮງຮຽນໃນຍາມກາງຄືນ ເຊິ່ງທາງບໍລິສັດເປັນຜູ້ຈ່າຍ, ຂ້ອຍຮຽນ Part time ກະໃຊ້ເວລາຢູ່ປະມານ 3 ປີ ຫາ 3 ປີປາຍ.”

ປັດຈຸບັນ, ທ່ານໄກເພັດ ອິນທິສອນ ຮັບຜິດຊອບໜ້າທີ່ເປັນ ຜູ້ຈັດການ ໂຄງ ການ ຫຼື Project Manager ຢູ່ Medical Device Company ໃນນະ ຄອນຊິກາໂກ, ລັດ ອີລີນອຍ, ທ່ານກ່າວວ່າ ໜ້າທີ່ຂອງເພິ່ນ ແມ່ນເຮັດວຽກຢູ່ເຮືອນ ເຊິ່ງສ້າງຄວາມສະດວກສະບາຍສໍາລັບເພິ່ນຫຼາຍ ເພາະເພິ່ນມີເວລາເຮັດວຽກໃຫ້ຄອບຄົວຫຼາຍຂຶ້ນ ໂດຍສະເພາະເວລາລູກຊາຍຂອງເພິ່ນທີ່ມີກິດຈະກໍາຢູ່ຕ່າງລັດ ຫຼືຕ່າງປະເທດ ແລະເພິ່ນຈະຕ້ອງໄດ້ຕິດຕາມໄປນໍາ:

“ເຮັດຢູ່ເຮືອນມັນກະສະບາຍແບບນຶ່ງ ຄັນຢູ່ເມືອງໜາວກະບໍ່ໄດ້ອຸ່ນຈັກລົດແມ່ນຫຍັງຫັ້ນນະ ມັນປະຫຍັດເວລາຫຼາຍ, ບາງຄັ້ງຫັ້ນນະ ມັນກະເຮັດໃຫ້ຮູ້ສຶກເຫງົາຢູ່ໜ້ອຍນຶ່ງຖ້າເຮັດຢູ່ເຮືອນຫຼາຍ ຄັນເຂົ້າໄປໃນຫ້ອງການເຮົາໄດ້ລົມ ໄດ້ມີຄວາມຮູ້ສຶກແບບຫຍຸ້ງວຽກ, ປັດຈຸບັນນີ້ ມັນເປັນບໍລິສັດສໍາລັບໂລກ, ບໍລິສັດດຽວມີໝົດໂລກ...ປີນຶ່ງ ຫຼືທຸກໆສາມເດືອນ ມັນກະມີປະຊຸມລະດັບຜູ້ຈັດການ ຜູ້ບໍລິຫານ ເຂົາກະຮ້ອງເຂົ້າໄປ ບັນດາຜູ້ບໍລິຫານລະດັບສູງເຂົາເຊີນເຮົາໄປແບບປະຊຸມປະຈໍາປີ ເພື່ອຕິດຕໍ່ກັນ ເຊື່ອມຕໍ່ກັນ, ເລື້ອງເທັກໂນໂລຈີນິ ຂ້ອຍນິເຮັດເປັນຢູ່ແລ້ວ, ເລື້ອງຍາກນິ ແມ່ນບັນຫາຂອງຄົນ ຄົນນະລາງຄົນກະສະບາຍ ລາງຄົນກະຍາກ, ລາງເທື່ອພາລູກໄປຫຼິ້ນເຕະບານ ຫຼິ້ນກິລາ ລາງເທື່ອການເຮັດ IT ມັນກະຍາກຫັ້ນນະ ບໍ່ຖືກກັບເວລາເຮົາ ເຮົາກະຕ້ອງ ໄປເຮັດ Remote ບໍ ໄປເຮັດຢູ່ຟລໍຣິດາບໍ ໄປເຮັດຢູ່ ສເປນ ບໍ? ເຊິ່ງເຮັດຢູ່ເຮືອນ ມັນກະປັບປ່ຽນໄດ້ດີກວ່າເຮັດວຽກຢູ່ໂຮງງານ.”

ທ່ານໄກເພັດ ກ່າວໃຫ້ຟັງອີກວ່າ ເມື່ອອາຍຸຂອງທ່ານຮອດ 60 ປີ ທ່ານກໍຈະກິນບໍານານ ພ້ອມທັງປະກອບອາຊີບເປັນທີ່ປຶກສາ ແລະມີຄວາມສຸກກັບຊີວິດຂອງທ່ານຕໍ່ໄປ, ທີ່ສໍາຄັນ ທົ່ວໂລກໃກ້ຊິດກັນຫຼາຍຂຶ້ນຍ້ອນລະບົບ IT ບໍ່ວ່າທ່ານຈະຢູ່ໃສ ກໍເຮັດວຽກຮ່ວມກັນໃກ້ຊິດຂຶ້ນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG