ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ກັນ​ນະ​ລິນ ພະ​ວິ​ໄຊ ນາຍຊ່າງ​​ຫລໍ່​ແຂ້ວ​ທຽມ ທີ່​​ຊຳນິ​ຊຳ​ນານ


ທ່ານ​ກັນ​ນະ​ລິນ ພະ​ວິ​ໄຊ ນາຍ​ຊ່າງ​ຫລໍ່​ແຂ້ວ​ທຽມ ທີ່​ເມືອ​ງ​ ເອກ​ຣອນ (Akron) ລັດໂອ​ຮາຍ​ໂອ (Ohio.)
ທ່ານ​ກັນ​ນະ​ລິນ ພະ​ວິ​ໄຊ ນາຍ​ຊ່າງ​ຫລໍ່​ແຂ້ວ​ທຽມ ທີ່​ເມືອ​ງ​ ເອກ​ຣອນ (Akron) ລັດໂອ​ຮາຍ​ໂອ (Ohio.)

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນລາຍການ​ຊີວິດ​ຊາວ​ລາວຂອງວີ​ໂອ​ເອ ປະ​ຈຳ​ແລງ
ວັນ​ພະ​ຫັດມື້​ນີ້ ເຮົາຈະ​ພາ​ທ່ານ​ໄປ​ພົບກັບ ທ່ານກັນ​ນະ​ລິນ ພະ​ວິ​ໄຊ ນັກ​ທຸ​ລະ​ກິດ ຊ່າງ
ຫລໍ່​ແຂ້ວ​ທຽມ ຢູ່​ເຂດ​ເມືອງເອກ​ຣອນ (Akron) ໃນລັດ ໂອ​ຮາຍ​ໂອ (Ohio.) ທ່ານ​ກັນ
​ນະ​ລິນເປັນ​ຊ່າງ​ຫລໍ່​ແຂ້ວທີ່​ມີ​ຄວາມຊຳ​ນິ​ນານມາ​ ໄດ້​ກວ່າ​ນຶ່ງ​ທົດ​ສະ​ວັດ​ແລ້ວ. ​ຜະ​ລິດ​
ຕະ​ພັນ​ຂອງ​ທ່ານກັນ​ນະ​ລິນໄດ້ສັ່ງ​ຊື້​ຈາກບັນ ​ດາຄ​ລິນິກ​ປົວ​ແຂ້ວ ​ຢູ່​ໃນ​ເຂດ​ເມືອງ
​ເອກ​ຣອນ ບ່ອນ​ທີ່​ທ່ານ​ຕັ້ງ​ຖິ່ນ​ຖານ​ຢູ່ນັ້ນ. ວິ​ຊາ​ອາ​ຊີບແລະທຸ​ລະ​ກິດຊ່າງຫລໍ່​ແຂ້ວ ຂອງ
​ທ່ານ​ກັນ​ນະ​ລິນ ເປັນ​ມາ​ຢ່າງ​ໃດ​ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ແຂ້ວ​ເປັນ​ອ​ະ​ໄວ​ຍະ​ວະ​ອັນ​ນຶ່ງທີ່​ສຳ​ຄັນ​ໃນຮ່າງ​ກາຍຂອງ​ຄົນ​ເຮົາ ເພື່ອ​ມີ​ໄວ້​ຫຍ້ຳຫຍ່ອຍ​
ອາ​ຫານ ແລະ​ຍີ້ມ ທີ່​ເຫັນ​ເຕັມ​ໄປ​ດ້ວຍແຂ້ວຂາວ​ງາມ. ຢູ່​ໃນ​ບັນ​ດາ ປະ​ເທດ​ອຸດ​ສາ​ຫະ​
ກຳ ເຂົາ​ເຈົ້າ​ພາ​ກັນ​ຮັກ​ສາ​ແຂ້ວ​ຢ່າງ​ລະ​ມັດ​ລະ​ວັງ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ແຂ້ວ​ແມງ ແຂ້ວ
​ໂຫວ້ ແລະ​ສູນ​ເສຍ​ແຂ້ວໄປ. ຢູ່​ໃນ​ສະ​ຫະ​ລັດການປິ່ນ ປົວ​ແຂ້ວ ໃສ່​ແຂ້ວ​ໃໝ່ນັ້ນ ​ມີ​ລາ
​ຄາ​ແພງ. ​ດ້ວຍ​ເຫດ​ນີ້​ ຊາວ​ອາ​ເມ​ຣິ​ກັນຈຶ່ງມັກ ພາ​ກັນ ທຳ​ຄວາມ​ສະ​ອາດແຂ້ວ ລ້າງ​ແຂ້ວ
ຢູ່ເປັນ​ປະ​ຈຳ​ ທຸກໆ​ສາມ​ສີ່​ເດືອນ. ແຕ່ເຖິງ​ປານ​ນັ້ນ ຈຳ​ນວນ​ນຶ່ງ​ກໍ​ຍັງມີ​ບັນ​ຫາໃນ​ການ
ສູນ​ເສຍ​ແຂ້ວ​ໄປ ຍ້ອນ​ບໍ່​ຮັກ​ສາ​ບົວ​ລະ​ບັດ.

ບັດ​ນີ້​ຂ້າ​ພະ​ເຈົ້າຂໍ​ແນະ​ນຳ​ໃຫ້​ທ່ານ​ຮູ້​ຈັກ​ກັບ ​ທ່ານ​ກັນ​ນະ​ລິນ ພະ​ວິ​ໄຊ ​ຄົນອາ​ເມ​ຣິ​ກັນ
​ເຊື້ອ​ສາຍ​ລາວ ຢູ່​ທີ່​ເມືອງ​ເອກ​ຣອນ (Akron) ລັດ​ໂອ​ຮາຍ​ໂອ (Ohio) ​ຜູ້​ຊ່ຽວ​ຊານ​ດ້ານ
ຫລໍ່​ແຂ້ວທຽ​ມ ເພື່ອນຳ​ໄປ​ໃສ່ ​ໃຫ້ແກ່​ຜູ້ທີ່​ເສຍແຂ້ວ​ໄປ​ນັ້ນ​. ທ່ານ​ໄດ້​ມາ​ເຕີບ​ໃຫຍ່​ຢູ່​ໃນ​
ສະ​ຫະ​ລັດ ເລີ້ມ​ການ​ສຶກຈາກ​ຂັ້ນ​ປະ​ຖົມ ຕໍ່​ມັດ​ທະ​ຍົມແລະ ​ໄດ້​ຮຽນ​ຕໍ່ ​ຂັ້ນ​ມະ​ຫາ​ວິ​ທະ​
ຍາ​ໄລ​ ກວ່າ​ສອງ​ປີ. ທ່ານ​ກັນ​ນະ​ລິນ ໄດ້​ເຂົ້າ​ຮັບ​ໃຊ້​ຢູ່ໃນ​ກອງ​ທັບ​ບົກສະ​ຫະ​ລັດ​ເປັນ​ເວ​
ລາ​ຫົກ​ປີ ແລະ​ໄດ້ອອກ​ມາ​ເປັນ​ພົນ​ລະເຮືອນ. ທ່ານມີ​ຄວາມ​ສົນ​ໃຈ​ດ້ານ​ເຮັດ​ແຂ້ວ ໂດຍ
​ໃຊ້​ທຶນສຶ​ກ​ສາ ກອງ​ທັບສະ​ຫະ​ລັດ ມາ ຮຽນ​ຝ່າຍ​ຫລໍ່​ແຂ້ວ​ທຽມ ​ນັບ​ແຕ່​ປີ 2003 ທ່ານ​
ກັນ​ນະ​ລິນ ​ໄດ້​ປະ​ກອບ​ວິ​ຊາ​ອາ​ຊີບ​ດັ່ງ​ກ່າວ​ ມາ​ຈົນ​ເຖິງເທົ້າເຖິງ​ປັດ​ຈຸ​ບັນ. ທ່ານ​ກັນ​ນະ
​ລິນ ພະ​ວິ​ໄຊ ໄດ້​ກ່າວ ເຖິງ​ເບື້ອງ​ຕົ້ນ​ ຂອງ​ການ​ປະ​ກອບ​ວິ​ຊາ​ອາ​ຊີບ ​ສູ່ວີ​ໂອ​ເອຟັງ​ດັ່ງ​ນີ້:

ຫຼັງ​ຈາກ​ທ່ານ​ກັນ​ນະ​ລິນ ໄດ້​ເຮັດ​ວຽກ​ເປັນ​ຜູ້​ຊ່ວຍ​ໝໍ​ປົວ​ແຂ້ວມາຊົ່ວ​ໄລ​ຍະ​ນຶ່ງ ຕໍ່​ມາກໍ​
ໄດ້ມາ​ເຮັດ​ແຂ້ວ​ທຽມ ຈົນ​ໄດ້ເລື່ອນ​ຂຶ້ນ​ມາເປັນ​ຫົວ​ໜ້າຄວບ​ຄຸມພ​ະ​ນັກ​ງານ​ເປັນ​ເວ​ລາ
​ຫຼາຍ​ປີ ແລະ​ມີ​ປະ​ສົບ​ການ. ໃນ​ທີ່​ສຸດ ທ່ານ​ກັນ​ນະ​ລິນ ໄດ້​ຕັດ​ສິນ​ໃຈອອກມາ​ຕັ້ງ​ທຸ​ລະ
​ກິດ​ເປັນ​ຂອງ​ຕົນ​ເອງ​ ຢູ່​ທີ່​ບ້ານ ແລະຮັບ​ເຮັດ​ແຂ້ວ​ທຽມ ທີ່ສັ່ງ​ຈາກ​ຄ​ລິ​ນິກຕ່າງໆ. ທ່ານ
​ໄດ້​ກ່າວ​ເຖິງ​ຂັ້ນ​ຕອນຂອງການ​ຕັ້ງ​ທຸ​ລະ​ກິດ ​ຢູ່​ໃນ​ເຂດ​ຂອງ​ທ່ານດັ່ງ​ນີ້:

ທ່ານ​ກັນ​ນະ​ລິນ ໄດ້​ອະ​ທິ​ບາຍ​ກ່ຽວ​ກັບເລື້ອງແຂ້ວ ແລະ​ເທັກ​ນິກ​ການ​ເຮັດແຂ້ວ​ທຽມ
​ເພື່ອ​ໃຫ້​ເຂົ້າ​ກັບ​ສະ​ພ​າບ​ໂຕ​ຈິງ​ ຂອງຜູ້​ໃສ່​ແຂ້ວ​ດັ່ງ​ນີ້:

ທ່ານ​ກັນ​ນະ​ລິນໄດ້​ປະ​ກອບ​ວິ​ຊາ​ອາ​ຊີ​ບເຮັດ​ແຂ້ວ​ທຽມມາ​ໄດ້ 17 ປີ ແລ້ວ ​ແລະນຳ
​ລາຍ​ໄດ້​ມາ​ສູ່ຄອບ​ຄົວ ​ຢ່າງ​ເປັນ​ຜົນ​ສຳ​ເລັດ. ການ​ເຮັດ​ທຸ​ລະ​ກິດ​ໃດໆ​ກໍຕາມ ຈະ
ຕ້ອງ​ມີ​ການ​ແຂ່ງ​ຂັນ​ກັນ​ຢູ່​ສະ​ເໝີ ຊຶ່ງ​ທ່ານ​ກັນ​ນະ​ລິນ ໄດ້​ກ່າວ​ມ້ວນ​ທ້າຍ​ສູ່​ຟັງ​ດັ່ງ​ນີ້

ທ່ານ​ກັນ​ນ​ະ​ລິນ ພະ​ວິ​ໄຊ ​ແມ່ນ​ຄົນອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ທີ່​ຂະ​ຫຍັນ​ຂັນ​ແຂງ ເຄີຍ
ໄດ້​ຮັບ​ໃຊ້​ຢູ່ໃນ​ກອງ​ທັບ​ສະ​ຫະ​ລັດມີຮັບ​ຜິດ​ຊອບ​ຕໍ່​ໜ້າ​ທີ່​ວຽກ​ງານ ນອກ​ນັ້ນຍັງ​ເສຍ​
ສະ​ຫຼະ​ເວ​ລາ​ ຮັບ​ໃຊ້ສັງ​ຄົມ​ລາວອ​າ​ເມ​ຣິ​ກັນອີກ​ດ້ວຍ.

XS
SM
MD
LG